Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 24:19 - ພຣະຄຳພີສັກສິ

19 ໂລກ​ຈະ​ແຕກ​ເປັນ​ປ່ຽງ​ແລະ​ຍະ​ອອກ.

Uka jalj uñjjattʼäta Copia luraña




ເອຊາຢາ 24:19
15 Jak'a apnaqawi uñst'ayäwi  

ເຖິງ​ແມ່ນ​ວ່າ​ສັບພະທຸກສິ່ງ​ທີ່​ມີ​ຊີວິດ​ນັ້ນ ສັ່ນ​ສະທ້ານ​ຢ້ານກົວ​ກໍຕາມ ແຜ່ນດິນ​ໂລກ​ຄອນແຄນ​ກໍຕາມ ແຕ່​ເຮົາ​ຈະ​ຮັກສາ​ພື້ນຖານ​ມັນ​ໃຫ້​ໝັ້ນຄົງ​ຢູ່.


ໃນ​ມື້​ທີ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໂກດຮ້າຍ​ນັ້ນ; ເຮົາ​ຈະ​ເຮັດ​ໃຫ້​ຟ້າ​ສະຫວັນ ​ສັ່ນສະເທືອນ ແລະ​ຈະ​ເຮັດ​ໃຫ້​ແຜ່ນດິນ​ໂລກ​ຫວັ່ນໄຫວ ຫລຸດ​ອອກ​ຈາກ​ບ່ອນ​ຂອງມັນ.


ປະຊາຊົນ​ຈະ​ລີ້​ຢູ່​ໃນ​ຖໍ້າ​ຢູ່​ໃນ​ໂງ່ນຫີນ​ຕາມ​ເນີນພູ ຫລື​ຂຸດ​ຮູ​ຢູ່​ໃນ​ດິນ ເພື່ອ​ຊອກ​ຫາ​ທີ່​ຈະ​ປົບໜີ​ຈາກ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ ແລະ​ຫລົບລີ້​ຈາກ​ຣິດອຳນາດ​ແລະ​ສະຫງ່າຣາສີ​ຂອງ​ພຣະອົງ ເມື່ອ​ພຣະອົງ​ມາ​ເຮັດ​ໃຫ້​ໂລກ​ສັ່ນສະເທືອນ.


ຊ້ອງໜ້າ​ພຣະອົງ ພູເຂົາ​ທັງຫລາຍ​ກໍ​ຫວັ່ນໄຫວ ທັງ​ເນີນພູ​ຕ່າງໆ​ກໍ​ເຈື່ອນ​ລົງ​ໝົດ​ຕໍ່ໜ້າ​ພຣະອົງ; ເມື່ອ​ພຣະອົງ​ປາກົດ​ມາ ແຜ່ນດິນ​ໂລກ​ກໍ​ຫວັ່ນໄຫວ ໂລກ​ທັງ​ຄົນ​ໃນ​ໂລກ ກໍ​ສັ່ນເຊັນ​ດ້ວຍ​ຄວາມຢ້ານ.


ເມື່ອ​ພຣະອົງ​ຢຸດ​ນິ້ງ ໂລກ​ກໍ​ເກີດ​ສະທ້ານ​ຫວັ່ນໄຫວ ພຽງ​ພຣະອົງ​ສົ່ງ​ສາຍຕາ ນາໆຊາດ​ກໍ​ສັ່ນເຊັນ​ຢ້ານ; ພູ​ທັງຫລາຍ​ທີ່​ຕັ້ງໝັ້ນຄົງ​ຢູ່​ກໍ​ແຕກ​ສະຫລາຍ​ໄປ ເນີນພູ​ຕ່າງໆ​ທີ່​ຕັ້ງ​ຢູ່​ຕະຫລອດໄປ​ຕ່າງ​ກໍ​ຍຸບ​ລົງ​ທັງນັ້ນ ຄື​ເນີນພູ​ຕ່າງໆ​ບ່ອນ​ທີ່​ພຣະອົງ​ໄດ້​ຍ່າງ​ໄປມາ ແຕ່​ຄາວ​ສະໄໝ​ດຶກດຳບັນ.


ພໍ​ໂມເຊ​ກ່າວ​ຈົບ ພື້ນດິນ​ບ່ອນ​ທີ່​ດາທານ​ແລະ​ອາບີຣາມ​ຢືນ​ຢູ່​ນັ້ນ


ກໍ​ຍະ​ອອກ​ກືນກິນ​ພວກເຂົາ​ແລະ​ຄອບຄົວ​ພ້ອມ​ພັກພວກ​ຂອງ​ໂກຣາ ແລະ​ສິ່ງ​ຂອງ​ທັງໝົດ​ຂອງ​ພວກເຂົາ.


ຂະນະທີ່​ພຣະເຢຊູເຈົ້າ​ນັ່ງ​ຢູ່​ເທິງ​ພູເຂົາ​ໝາກ​ກອກເທດ​ນັ້ນ ພວກ​ສາວົກ​ກໍ​ມາ​ຫາ​ພຣະອົງ​ຕ່າງຫາກ ພວກເພິ່ນ​ຖາມ​ວ່າ, “ຈົ່ງ​ບອກ​ພວກ​ຂ້ານ້ອຍ​ແດ່​ວ່າ ເຫດການ​ທັງໝົດ​ນັ້ນ​ຈະ​ເກີດຂຶ້ນ​ເມື່ອໃດ? ແລະ​ມີ​ສິ່ງໃດ​ເປັນ​ໝາຍສຳຄັນ​ເພື່ອ​ຊີ້​ໃຫ້​ເຫັນ​ວ່າ ແມ່ນ​ເວລາ​ມາ​ປາກົດ​ຂອງທ່ານ ແລະ​ເວລາ​ສິ້ນສຸດ​ຂອງ​ໂລກ?”


ຈົ່ງ​ຫວນ​ຄິດເຖິງ​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ​ຕໍ່​ດາທານ​ແລະ​ອາບີຣາມ ລູກຊາຍ​ຂອງ​ເອລີອາບ​ແຫ່ງ​ເຜົ່າ​ຣູເບັນ. ຕໍ່ໜ້າ​ທຸກຄົນ ແຜ່ນດິນ​ໄດ້​ຍະ​ອອກ​ກືນກິນ​ພວກເຂົາ​ພ້ອມ​ກັບ​ຄອບຄົວ, ຜ້າເຕັນ, ຄົນ​ຮັບໃຊ້ ແລະ​ຝູງສັດ​ຂອງ​ພວກເຂົາ.


ແຕ່​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຈະ​ມາ​ເຖິງ​ເໝືອນ​ດັ່ງ​ຂະໂມຍ​ມາ. ໃນ​ວັນ​ນັ້ນ ຟ້າ​ສະຫວັນ​ຈະ​ລ່ວງ​ເສຍ​ໄປ ດ້ວຍ​ສຽງດັງ​ກ້ອງສະໜັ່ນ ໂລກ​ທາດ​ຈະ​ສະຫລາຍ​ໄປ​ດ້ວຍ​ໄຟ ແລະ​ແຜ່ນດິນ​ໂລກ​ກັບ​ທຸກສິ່ງ​ສາລະພັດ​ຈະ​ໄໝ້​ເສຍ​ໝົດ.


ຈົ່ງ​ຄອຍ​ຖ້າ​ແລະ​ເຮັ່ງຮີບ​ໃຫ້​ວັນ​ຂອງ​ພຣະເຈົ້າ​ມາ​ເຖິງ ຊຶ່ງ​ໃນ​ວັນ​ນັ້ນ ຟ້າ​ສະຫວັນ​ຈະ​ຖືກ​ໄຟ​ເຜົາ​ສະຫລາຍ​ໄປ ແລະ​ໂລກ​ທາດ​ຈະ​ຖືກ​ໄຟ​ຜານ​ສະຫລາຍ​ໄປ.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ພຣະ​ບັນລັງ​ໃຫຍ່​ສີ​ຂາວ ທັງ​ເຫັນ​ພຣະອົງ​ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ. ເມື່ອ​ພຣະອົງ​ຊົງ​ປາກົດ, ແຜ່ນດິນ​ໂລກ ແລະ​ທ້ອງຟ້າ​ກໍ​ພ່າຍ​ໜີ ແລະ​ບ່ອນ​ຢູ່​ສຳລັບ​ແຜ່ນດິນ​ໂລກ ແລະ​ທ້ອງຟ້າ​ນັ້ນ​ກໍ​ບໍ່​ເຫັນ​ອີກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka