Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 24:18 - ພຣະຄຳພີສັກສິ

18 ຜູ້ໃດ​ທີ່​ຊອກຫາ​ປົບໜີ​ຈາກ​ຄວາມ​ຢ້ານກົວ​ອັນ​ໃຫຍ່​ນັ້ນ ກໍ​ຈະ​ຕົກລົງ​ໃນ​ຫລຸມ; ແລະ​ຜູ້ໃດ​ທີ່​ປົບໜີ​ຈາກ​ຫລຸມ​ກໍ​ຈະ​ຖືກ​ແຮ້ວ. ຫ່າຝົນ​ຈະ​ຕົກລົງ​ມາ​ຈາກ​ທ້ອງຟ້າ ແລະ​ຮາກຖານ​ຂອງ​ໂລກ​ກໍ​ຈະ​ສັ່ນ​ຄອນແຄນ​ໝົດ.

Uka jalj uñjjattʼäta Copia luraña




ເອຊາຢາ 24:18
26 Jak'a apnaqawi uñst'ayäwi  

ຈາກນັ້ນ ພຣະເຈົ້າຢາເວ​ກໍ​ບັນດານ​ໃຫ້​ໄຟ​ແລະ​ມາດ​ມາ​ຈາກ​ພຣະເຈົ້າຢາເວ, ຈາກ​ສະຫວັນ ດັ່ງ​ຫ່າຝົນ​ຕົກ​ມາ​ໃສ່​ເມືອງ​ໂຊໂດມ​ແລະ​ໂກໂມຣາ;


ເມື່ອ​ໂນອາ​ອາຍຸ​ໄດ້ 600 ປີ, ຄື​ໃນ​ວັນ​ທີ​ສິບເຈັດ​ຂອງ​ເດືອນ​ທີ​ສອງ ຟ້າ​ສະຫວັນ​ໄດ້​ຖອກ​ເທ​ຫ່າຝົນ​ລົງ​ມາ​ສູ່​ໂລກ; ນໍ້າ​ໃນ​ບໍ່ ໃນ​ເຫວ ແລະ​ໃນ​ຫ້ວຍຮ່ອງ​ກໍໄດ້​ພຸ່ງ​ຂຶ້ນ;


ນາຍ​ທະຫານ​ປະຈຳຕົວ​ຂອງ​ກະສັດ​ໄດ້​ເວົ້າ​ຕໍ່​ເອລີຊາ​ວ່າ, “ເຖິງ​ແມ່ນ​ວ່າ​ພຣະເຈົ້າຢາເວ​ຈະ​ເປີດ​ປ່ອງຢ້ຽມ​ແຫ່ງ​ຟ້າ​ສະຫວັນ​ໃຫ້ ສິ່ງນີ້​ຈະ​ເປັນ​ໄປໄດ້​ບໍ່?” ເອລີຊາ​ຕອບ​ວ່າ, “ທ່ານ​ຈະ​ໄດ້​ເຫັນ​ສິ່ງ​ນີ້​ເກີດຂຶ້ນ​ກັບຕາ​ຂອງທ່ານ​ເປັນແນ່ ແຕ່​ທ່ານ​ເອງ​ຈະ​ບໍ່ໄດ້​ກິນ.”


ເມື່ອ​ພວກເຂົາ​ພະຍາຍາມ​ປົບໜີ​ຈາກ​ດາບ​ຂອງ​ສັດຕູ ລູກ​ໜ້າທະນູ​ທອງ​ກໍ​ຈະ​ມາ​ຖືກ​ພວກເຂົາ​ໂລດ.


ພື້ນ​ມະຫາສະໝຸດ​ກໍ​ຫວ່າງເປົ່າ​ເປີດແປນ ແລະ​ຮາກຖານ​ແຜ່ນດິນ​ກໍ​ບໍ່ມີ​ຫຍັງ​ຫຸ້ມ​ໄວ້ ເມື່ອ​ອົງພຣະ​ຜູ້​ເປັນເຈົ້າ​ນາບຂູ່​ເຫຼົ່າ​ສັດຕູ ແລະ​ຮ້ອງ​ໃສ່​ພວກເຂົາ​ດ້ວຍ​ຄວາມ​ໂກດຮ້າຍ.


ເມື່ອ​ພຣະອົງ​ໂກດຮ້າຍ​ທົ່ວ​ທັງໂລກ​ກໍ​ສະທ້ານ​ຫວັ່ນໄຫວ ແລະ​ຮາກຖານ​ຂອງ​ຜືນ​ແຜ່ນດິນ ທັງ​ໜ່ວຍ​ພູ​ທັງຫລາຍ​ກໍ​ຄອນແຄນ​ໄປ​ໝົດ ເພາະ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ


ຄວັນໄຟ​ຟົ້ງ​ອອກ​ຈາກ​ຮູດັງ​ຂອງ​ພຣະອົງ ແປວ​ໄຟກ້າ​ເຜົາຜານ​ອອກ​ມາ​ຈາກ​ປາກ​ພຣະອົງ​ດ້ວຍ.


ເຈົ້າ​ຮູ້​ບໍ່ໄດ້​ຈັກເທື່ອ​ວ່າ ຜຽນ​ຂອງ​ເຈົ້າ​ຈະ​ມາ​ຮອດ​ເມື່ອໃດ. ດັ່ງ​ນົກ​ທີ່​ຖືກ​ແຮ້ວ​ຢ່າງ​ກະທັນຫັນ ດັ່ງ​ປາ​ທີ່​ຖືກ​ມອງ ເຮົາ​ຖືກ​ບ້ວງແຮ້ວ​ແຫ່ງ​ຄວາມ​ຊົ່ວຮ້າຍ​ໃນ​ຊົ່ວ​ບຶດດຽວ ໃນ​ເວລາ​ທີ່​ບໍ່​ຄາດຝັນ.


ໃນ​ມື້​ທີ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໂກດຮ້າຍ​ນັ້ນ; ເຮົາ​ຈະ​ເຮັດ​ໃຫ້​ຟ້າ​ສະຫວັນ ​ສັ່ນສະເທືອນ ແລະ​ຈະ​ເຮັດ​ໃຫ້​ແຜ່ນດິນ​ໂລກ​ຫວັ່ນໄຫວ ຫລຸດ​ອອກ​ຈາກ​ບ່ອນ​ຂອງມັນ.


ປະຊາຊົນ​ຈະ​ລີ້​ຢູ່​ໃນ​ຖໍ້າ​ຢູ່​ໃນ​ໂງ່ນຫີນ​ຕາມ​ເນີນພູ ຫລື​ຂຸດ​ຮູ​ຢູ່​ໃນ​ດິນ ເພື່ອ​ຊອກ​ຫາ​ທີ່​ຈະ​ປົບໜີ​ຈາກ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ ແລະ​ຫລົບລີ້​ຈາກ​ຣິດອຳນາດ​ແລະ​ສະຫງ່າຣາສີ​ຂອງ​ພຣະອົງ ເມື່ອ​ພຣະອົງ​ມາ​ເຮັດ​ໃຫ້​ໂລກ​ສັ່ນສະເທືອນ.


ເມື່ອ​ພຣະເຈົ້າຢາເວ​ມາ​ເຮັດ​ໃຫ້​ໂລກ​ສັ່ນສະເທືອນ ປະຊາຊົນ​ຈະ​ລີ້​ຢູ່​ໃນ​ຖໍ້າ ຢູ່​ໃນ​ໂງ່ນຫີນ​ຕາມ​ເນີນພູ ຫລື​ຂຸດ​ຮູ​ຢູ່​ໃນ​ດິນ ເພື່ອ​ຊອກ​ຫາ​ທີ່​ຈະ​ປົບໜີ​ຈາກ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ແລະ​ຫລົບລີ້​ຈາກ​ຣິດອຳນາດ​ແລະ​ສະຫງ່າຣາສີ​ຂອງ​ພຣະອົງ.


ແຕ່​ບັດນີ້ ປະຊາຊົນ​ຂອງ​ພຣະອົງ​ໄດ້​ຖືກ​ປຸ້ນ ຖືກ​ຂັງ​ທີ່​ຫ້ອງ​ໃຕ້​ດິນ​ລັບໆ​ກັບ​ພວກ​ນັກໂທດ. ພວກເຂົາ​ຖືກ​ປຸ້ນ​ຈົນ​ສິ້ນເນື້ອ​ປະດາຕົວ ແລະ​ບໍ່ມີ​ຜູ້ໃດ​ມາ​ຊ່ວຍກູ້​ເອົາ​ພວກ​ເຂົາເຈົ້າ.


ແລ້ວ​ພຣະອົງ​ຈະ​ເປັນ​ສະຖານ​ບໍຣິສຸດ​ແລະ​ເປັນ​ດັ່ງ​ຫີນ​ທີ່​ໃຫ້​ປະຊາຊົນ​ຕຳ​ສະດຸດ ແລະ​ເປັນ​ດັ່ງ​ແຮ້ວ​ທີ່​ຈະ​ດັກຈັບ​ເອົາ ປະຊາຊົນ​ໃນ​ອານາຈັກ​ຢູດາຍ ແລະ​ອິດສະຣາເອນ ພ້ອມ​ທັງ​ຊາວ​ນະຄອນ​ເຢຣູຊາເລັມ​ດ້ວຍ.


ພຣະເຈົ້າຢາເວ​ກ່າວ​ວ່າ, ຄວາມ​ຢ້ານກົວ​ອັນ​ໃຫຍ່, ຫລຸມ ແລະ​ບ້ວງແຮ້ວ ກຳລັງ​ລໍຄອຍ​ປະຊາຊົນ​ໂມອາບ​ຢູ່.


ຜູ້ໃດ​ກໍຕາມ​ທີ່​ພະຍາຍາມ​ປົບໜີ​ຈາກ​ການ​ຢ້ານກົວ​ອັນ​ໃຫຍ່​ນັ້ນ ຈະ​ຕົກລົງ​ໃນ​ຫລຸມ ແລະ​ຜູ້ໃດ​ກໍຕາມ​ທີ່​ປິນ​ຂຶ້ນ​ຈາກ​ຫລຸມ​ໄດ້​ກໍ​ຈະ​ຖືກ​ບ້ວງແຮ້ວ, ເພາະ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຈັດ​ເວລາ​ໄວ້​ສຳລັບ​ໂມອາບ​ໃຫ້​ຖືກ​ທຳລາຍ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພວກ​ຂ້ານ້ອຍ​ໄດ້​ຖືກ​ພິນາດ​ແລະ​ຈິບຫາຍ ໃຊ້​ຊີວິດ​ຢູ່​ໃນ​ບ່ອນ​ອັນຕະລາຍ​ແລະ​ຢ້ານ.


ພວກເຈົ້າ​ຢ້ານ​ດາບ​ບໍ? ເຮົາ​ຈະ​ນຳ​ນັກຟັນດາບ​ມາ​ໂຈມຕີ​ພວກເຈົ້າ, ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ແຕ່​ເຮົາ​ຈະ​ກາງ​ຕາໜ່າງ​ດັກຈັບ​ເອົາ​ລາວ. ແລ້ວ​ເຮົາ​ຈະ​ນຳ​ລາວ​ໄປ​ສູ່​ນະຄອນ​ບາບີໂລນ ຄື​ບ່ອນ​ທີ່​ລາວ​ຈະ​ຕາຍ​ໂດຍ​ບໍ່ໄດ້​ເຫັນ​ນະຄອນ​ນີ້.


ແລະ​ລົງໂທດ​ພວກເຂົາ​ສັນນັ້ນ. ພວກເຂົາ​ປົບໜີ​ຈາກ​ໄຟ ແຕ່​ບັດນີ້​ໄຟ​ຈະ​ໄໝ້​ພວກເຂົາ. ເມື່ອ​ເຮົາ​ລົງໂທດ​ພວກເຂົາ ພວກເຈົ້າ​ຈຶ່ງ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.


ຄວາມ​ທຸກ​ລຳບາກ​ໃຫຍ່​ເປັນ​ຂອງ​ຜູ້​ທີ່​ຄອຍຖ້າ​ວັນ​ຂອງ​ພຣະເຈົ້າຢາເວ, ວັນ​ຂອງ​ພຣະເຈົ້າຢາເວ​ຈະ​ມີ​ຫຍັງ​ດີ​ແດ່​ສຳລັບ​ພວກເຈົ້າ? ເພາະວ່າ​ສຳລັບ​ພວກເຈົ້າ​ແລ້ວ ວັນ​ນັ້ນ​ຈະ​ເປັນ​ວັນ​ແຫ່ງ​ຄວາມ​ມືດມົນ ແລະ​ບໍ່ແມ່ນ​ວັນ​ແຫ່ງ​ຄວາມ​ສະຫວ່າງ.


ວັນ​ນັ້ນ​ຈະ​ເປັນ​ດັ່ງ​ຊາຍ​ຄົນ​ໜຶ່ງ​ທີ່​ແລ່ນ​ປົບໜີ​ຈາກ​ສິງ ແລ້ວ​ໄປ​ພົບ​ໝີ ຫລື​ດັ່ງ​ຊາຍ​ຄົນ​ໜຶ່ງ​ທີ່​ກັບຄືນ​ເມືອ​ເຮືອນ ແລ້ວ​ເອົາ​ມື​ຂົ່ມ​ໃສ່​ຝາ​ແລະ​ຖືກ​ງູ​ຕອດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka