Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 24:16 - ພຣະຄຳພີສັກສິ

16 ແຕ່​ທາງ​ພາກ​ຕ່າງໆ​ຂອງ​ໂລກ​ທີ່​ຢູ່​ໄກ​ສຸດ ພວກເຮົາ​ຈະ​ໄດ້ຍິນ​ສຽງ​ເພງ​ຮ້ອງ​ສັນລະເສີນ​ອິດສະຣາເອນ ຊົນຊາດ​ທີ່​ຊອບທຳ. ສ່ວນ​ຂ້າພະເຈົ້າ​ນັ້ນ​ໝົດຫວັງ​ສາ​ແລ້ວ ຂ້າພະເຈົ້າ​ຈ່ອຍຜອມ​ລົງ​ເລື້ອຍໆ ພວກ​ທີ່​ທໍລະຍົດ​ກໍ​ສືບຕໍ່​ທໍລະຍົດ ແລະ​ພວກເຂົາ​ຍິ່ງ​ທໍລະຍົດ​ຢ່າງ​ຊົ່ວຮ້າຍ​ຫລາຍ​ຂຶ້ນ.

Uka jalj uñjjattʼäta Copia luraña




ເອຊາຢາ 24:16
41 Jak'a apnaqawi uñst'ayäwi  

ສະນັ້ນ ພຣະອົງ​ຈຶ່ງ​ໃຫ້​ຕາມ​ທີ່​ພວກເພິ່ນ​ໄດ້​ຂໍ ແຕ່​ໄດ້​ສົ່ງ​ພະຍາດ​ອັນ​ຮ້າຍແຮງ​ມາ​ໃນ​ທ່າມກາງ​ພວກເພິ່ນ.


ເມື່ອ​ເບິ່ງ​ຄົນ​ທໍລະຍົດ​ນີ້​ກໍ​ໜ້າເບື່ອ​ເຕັມທີ ເພາະວ່າ​ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.


ຈົ່ງ​ຂໍ​ມາ​ເຖີດ ເຮົາ​ຈະ​ໃຫ້​ຊົນຊາດ​ທັງໝົດ; ແຜ່ນດິນ​ໂລກ​ທັງປວງ​ເປັນ​ກຳມະສິດ​ຂອງເຈົ້າ.


ເມື່ອ​ຄົນ​ຊອບທຳ​ເຫັນ​ຄົນບາບ​ຖືກ​ລົງໂທດ ພວກເຂົາ​ຈະ​ດີໃຈ ພວກເຂົາ​ຈະ​ເອົາ​ເລືອດ​ຂອງ​ຄົນຊົ່ວຮ້າຍ​ລ້າງ​ຕີນ​ຂອງ​ພວກເຂົາ.


ທົ່ວ​ທັງ​ໂລກ​ຕົກ​ສະທ້ານ​ຢ້ານກົວ ຕໍ່​ສິ່ງ​ອັດສະຈັນ​ອັນ​ຍິ່ງໃຫຍ່ ທີ່​ພຣະອົງ​ໄດ້​ກະທຳ ຈາກ​ສົ້ນ​ໂລກ​ເບື້ອງນີ້​ເຖິງ​ສົ້ນ​ໂລກ​ເບື້ອງນັ້ນ ພຣະ​ຣາຊກິດ​ຂອງ​ພຣະອົງ ຈະ​ນຳ​ສຽງ​ໂຮຮ້ອງ​ຍິນດີ​ມາ.


ພຣະເຈົ້າ​ໄດ້​ອວຍພອນ​ແກ່​ພວກເຮົາ ຂໍ​ໃຫ້​ປະຊາຊົນ​ທັງໝົດ​ທີ່​ສຸດປາຍ​ແຜ່ນດິນ​ໂລກ ຈົ່ງ​ຖວາຍ​ພຣະກຽດ​ແດ່​ພຣະອົງ.


ພຣະອົງ​ໄດ້​ຮັກສາ​ຄຳສັນຍາ​ຂອງ​ພຣະອົງ​ໄວ້​ກັບ​ຄອບຄົວ​ອິດສະຣາເອນ ດ້ວຍ​ຄວາມສັດຊື່​ແລະ​ຄວາມຮັກ​ອັນ​ໝັ້ນຄົງ​ນັ້ນ. ສ່ວນ​ປະຊາຊົນ​ທົ່ວ​ທຸກບ່ອນ​ຕ່າງ​ກໍໄດ້​ຮູ້​ໄດ້​ເຫັນ ໄຊຊະນະ​ທີ່​ພຣະເຈົ້າ​ຂອງ​ພວກເຮົາ​ນຳ​ມາ​ນັ້ນ.


ຂ້າແດ່​ພຣະເຈົ້າຢາເວ ໃນ​ບັນດາ​ພະ​ທັງຫລາຍ​ນັ້ນ​ໃຜ​ແດ່​ຄື​ພຣະອົງ? ແນ່ວແນ່​ຄື​ພຣະອົງ ຜູ້​ຍິ່ງໃຫຍ່​ແລະ​ບໍຣິສຸດ​ດ້ວຍ. ພະ​ໃດ​ເຮັດ​ການ​ອັດສະຈັນ​ຕ່າງໆ​ໄດ້​ແດ່? ແລະ​ເຮັດ​ການ​ອັນ​ໃຫຍ່ຍິ່ງ​ໄດ້​ດັ່ງ​ພຣະອົງ?


ເຫດສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ກຳລັງ​ຈະ​ສົ່ງ​ພະຍາດ​ໂຣຄາ ມາ​ລົງໂທດ​ຄົນ​ທີ່​ຢູ່ດີ​ກິນດີ. ໃນ​ຕົນຕົວ​ຂອງ​ເຂົາ​ນັ້ນ​ຈະ​ມີ​ໄຟ​ທີ່​ໄໝ້​ຢູ່​ແລະ​ເຜົາຜານ.


ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຍົກ​ທຸງ​ຂຶ້ນ​ເປັນ​ສັນຍານ ເພື່ອ​ສະແດງ​ໃຫ້​ຊົນຊາດ​ຕ່າງໆ​ຮູ້​ວ່າ ພຣະອົງ​ກຳລັງ​ເຕົ້າໂຮມ​ປະຊາຊົນ​ຂອງ​ພຣະອົງ​ເຂົ້າກັນ ຄື​ປະຊາຊົນ​ຂອງ​ອິດສະຣາເອນ​ແລະ​ຢູດາຍ ທີ່​ກະຈັດ​ກະຈາຍ​ຢູ່​ຕາມ​ທິດ​ທັງ​ສີ່​ຂອງ​ໂລກ​ນັ້ນ​ໃຫ້​ກັບຄືນ​ມາ.


“ເມື່ອ​ວັນ​ນັ້ນ​ມາ​ເຖິງ ຄວາມ​ຍິ່ງໃຫຍ່​ຂອງ​ຊາດ​ອິດສະຣາເອນ​ຈະ​ເຖິງ​ຈຸດຈົບ ແລະ​ຄວາມຮັ່ງມີ​ກໍ​ຈະ​ປ່ຽນເປັນ​ຄວາມ​ທຸກ​ລຳບາກ.


ຂ້າພະເຈົ້າ​ໄດ້​ເຫັນ​ນິມິດ​ຂອງ​ເຫດການ​ທີ່​ໂຫດຮ້າຍ ຄື​ນິມິດ​ຂອງ​ການ​ທໍລະຍົດ ແລະ​ການທຳລາຍ. ກອງທັບ​ຂອງ​ເອລາມ​ເອີຍ ຈົ່ງ​ໂຈມຕີ​ເຖີດ ກອງທັບ​ຂອງ​ມີເດຍ​ເອີຍ ຈົ່ງ​ປິດລ້ອມ​ເມືອງ​ທັງຫລາຍ​ໄວ້​ເຖີດ ພຣະເຈົ້າ​ໄດ້​ກະທຳ​ໃຫ້​ຄວາມ​ທົນທຸກ ຊຶ່ງ​ນະຄອນ​ບາບີໂລນ​ໄດ້​ສ້າງ​ຂຶ້ນ​ນັ້ນ​ສິ້ນສຸດ​ລົງ​ແລ້ວ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້​ເຮັດ​ໃຫ້​ຊົນຊາດ​ຂອງ​ຂ້ານ້ອຍ ມີ​ປະຊາຊົນ​ມາກມາຍ​ເພີ່ມພູນ​ຍິ່ງໆ​ຂຶ້ນ ທັງ​ເຮັດ​ໃຫ້​ເຂດແດນ​ທຸກ​ດ້ານ​ຂະຫຍາຍ​ອອກ​ໄປ ເປັນ​ການ​ນຳ​ກຽດ​ອັນ​ຍິ່ງໃຫຍ່​ມາ​ສູ່​ພຣະອົງ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຈະ​ເປັນ​ດັ່ງ​ມົງກຸດ​ດອກໄມ້​ອັນ​ສະຫງ່າງາມ ສຳລັບ​ປະຊາຊົນ​ຂອງ​ພຣະອົງ​ຜູ້​ຍັງ​ມີ​ຊີວິດ​ຢູ່.


ເຄາະກຳ​ເປັນ​ຂອງ​ເຫຼົ່າ​ສັດຕູ​ຂອງ​ພວກເຮົາ​ສາ​ແລ້ວ ພວກເຂົາ​ປຸ້ນ ແລະ​ທໍລະຍົດ ທັງໆ​ທີ່​ບໍ່ມີ​ຜູ້ໃດ​ປຸ້ນ ແລະ​ທໍລະຍົດ​ພວກເຂົາ. ແຕ່​ເວລາ​ຂອງ​ພວກເຂົາ​ທີ່​ປຸ້ນ ແລະ​ທໍລະຍົດ​ນັ້ນ​ຈະ​ສິ້ນສຸດ​ລົງ ແລະ​ພວກເຂົາ​ເອງ​ຈະ​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ປຸ້ນ ແລະ​ການ​ທໍລະຍົດ.


ຈົ່ງ​ຮ້ອງເພງ​ບົດໃໝ່​ຖວາຍ​ຍ້ອງຍໍ​ສັນລະເສີນ ທົ່ວ​ທັງໂລກ ຈົ່ງ​ຮ້ອງເພງ​ຍ້ອງຍໍ​ພຣະເຈົ້າຢາເວ ຜູ້​ເດີນເຮືອ​ໃນ​ທະເລ​ນັ້ນ ຈົ່ງ​ສັນລະເສີນ​ພຣະອົງ ທຸກສິ່ງ​ທີ່​ມີ​ຊີວິດ​ໃນ​ນັ້ນ ຈົ່ງ​ສັນລະເສີນ​ພຣະເຈົ້າ ບັນດາ​ປະເທດ​ຕ່າງໆ​ທີ່​ຢູ່​ຫ່າງໄກ​ແສນໄກ ແລະ​ປະຊາຊົນ​ທີ່​ອາໄສ​ຢູ່​ໃນເມືອງ​ນັ້ນ ຈົ່ງ​ສັນລະເສີນ​ພຣະເຈົ້າ


ເຮົາ​ຮູ້ວ່າ​ພວກເຈົ້າ​ບໍ່​ເປັນ​ທີ່​ໄວ້ວາງໃຈ​ໄດ້​ເລີຍ ເປັນ​ຄົນ​ກະບົດ​ຕະຫລອດ​ມາ​ເລື້ອຍໆ. ສະນັ້ນ ພວກເຈົ້າ​ຈຶ່ງ​ບໍ່ໄດ້ຍິນ​ສິ່ງ​ເຫຼົ່ານີ້​ເລີຍ ເປັນຫຍັງ​ຖ້ອຍຄຳ​ຈຶ່ງ​ບໍ່​ຊອດ​ຫູ​ພວກເຈົ້າ.


ພຣະເຈົ້າຢາເວ​ຈະ​ໃຊ້​ຣິດທານຸພາບ​ອັນ​ສັກສິດ ຕໍ່ສາຍຕາ​ປະຊາຊົນ​ຂອງ​ທຸກໆ​ຊົນຊາດ ພຣະອົງ​ຈະ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ພົ້ນໄພ ໝົດ​ທັງໂລກ​ຈະ​ໄດ້​ເຫັນ​ຄວາມພົ້ນ​ແຫ່ງ​ພຣະເຈົ້າ​ຂອງ​ພວກເຮົາ.


ຂ້າພະເຈົ້າ​ເວົ້າ​ຂຶ້ນ​ວ່າ, “ຂ້ານ້ອຍ​ໝົດຫວັງ​ສາແລ້ວ ເຄາະກຳ​ເປັນ​ຂອງ​ຂ້ານ້ອຍ​ສາແລ້ວ ຍ້ອນ​ຄຳເວົ້າ​ທຸກ​ຄຳ​ທີ່​ອອກ​ຈາກ​ປາກ​ຂອງ​ຂ້ານ້ອຍ​ນັ້ນ​ລ້ວນແຕ່​ຊົ່ວ​ມົວໝອງ ຂ້ານ້ອຍ​ໄດ້​ອາໄສ​ຢູ່​ນຳ​ຊົນຊາດ​ທີ່​ເວົ້າ​ແຕ່​ສິ່ງ​ຊົ່ວຊ້າ. ບັດນີ້​ຂ້ານ້ອຍ​ໄດ້​ເຫັນ​ກະສັດ ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກັບ​ຕາ​ຂອງ​ຂ້ານ້ອຍ​ເອງ​ແລ້ວ.”


ປະຊາຊົນ​ຂອງ​ເຈົ້າ​ຈະ​ເຮັດ​ສິ່ງ​ຖືກຕ້ອງ​ທັງໝົດ ແລະ​ໄດ້​ເປັນ​ເຈົ້າຂອງ​ດິນແດນ​ສືບໄປ​ເປັນນິດ. ເຮົາ​ໄດ້​ປູກ​ພວກເຂົາ​ໄວ້​ແລະ​ເຮົາ​ໄດ້​ສ້າງ​ພວກເຂົາ​ຂຶ້ນ​ມາ ເພື່ອ​ເຜີຍ​ຄວາມ​ຍິ່ງໃຫຍ່​ຂອງເຮົາ​ໃຫ້​ໂລກ​ໄດ້​ຮູ້.


“ຂ້າແດ່​ພຣະເຈົ້າຢາເວ ຖ້າ​ຂ້ານ້ອຍ​ຖົກຖຽງ​ຄະດີ​ກັບ​ພຣະອົງ ພຣະອົງ​ກໍ​ຈະ​ພິສູດ​ວ່າ​ພຣະອົງ​ເປັນ​ຝ່າຍ​ຖືກຕ້ອງ. ແຕ່​ຂ້ານ້ອຍ​ຕ້ອງ​ຖາມ​ພຣະອົງ​ເຖິງ​ຄວາມ​ຍຸດຕິທຳ ເປັນຫຍັງ​ຄົນຊົ່ວ​ຈຶ່ງ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ແທ້? ເປັນຫຍັງ​ຄົນ​ບໍ່​ສັດຊື່ ຄົນ​ຂີ້ສໍ້​ຂີ້ໂກງ ຈຶ່ງ​ໄດ້​ຮັບ​ຜົນ​ສຳເລັດ​ໃນ​ຊີວິດ?


ແມ່ນແຕ່​ອ້າຍ​ເອື້ອຍ​ນ້ອງ​ຂອງເຈົ້າ​ກໍ​ຍັງ​ຫັກຫລັງ ພວກເຂົາ​ເຂົ້າ​ຮ່ວມກຸ່ມ​ເພື່ອ​ໂຈມຕີ​ຕໍ່ສູ້​ເຈົ້າ. ເຖິງ​ວ່າ​ພວກເຂົາ​ເວົ້າ​ຢ່າງ​ເພື່ອນມິດ​ກໍຕາມ ຢ່າ​ວາງໃຈເຊື່ອ​ທັງ​ຢ່າ​ເວົ້າ​ຄຳ​ໃດໆ​ກັບ​ພວກເຂົາ​ດ້ວຍ.”


ແຕ່​ເຈົ້າ​ຍັງ​ເປັນ​ດັ່ງ​ເມຍ​ທີ່​ຫລິ້ນຊູ້​ແລະ​ບໍ່​ສັດຊື່.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ຊາວ​ອິດສະຣາເອນ​ທັງ​ຢູດາ​ໄດ້​ທໍລະຍົດ​ຕໍ່​ເຮົາ​ໝົດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ນາງ​ຈຶ່ງ​ຮ້ອງໄຫ້​ຕະຫລອດ​ທັງຄືນ ນໍ້າຕາ​ຫລັ່ງໄຫລ​ຖ້ວມ​ລົງ​ອາບ​ແກ້ມ. ເພື່ອນຝູງ​ໃນ​ອະດີດ​ກໍ​ບໍ່​ເຫຼືອ​ເພື່ອ​ປອບໃຈ ບັດນີ້ ພັນທະມິດ​ຕ່າງ​ກໍ​ຫັກ​ຫລັງ​ຕໍ່ສູ້​ນາງ​ແລ້ວ.


ພວກເຂົາ​ບໍ່​ສັດຊື່​ຕໍ່​ພຣະເຈົ້າຢາເວ; ລູກ​ຂອງ​ພວກເຂົາ​ກໍ​ບໍ່​ເປັນ​ຂອງ​ພຣະອົງ. ດັ່ງນັ້ນ ພວກເຂົາ​ພ້ອມ​ທັງ​ດິນແດນ​ຈຶ່ງ​ຈະ​ຖືກ​ທຳລາຍ​ໃນ​ໄວໆ​ນີ້.


ແຕ່​ພໍ​ເມື່ອ​ພວກເຂົາ​ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ອາດາມ ພວກເຂົາ​ກໍໄດ້​ລະເມີດ​ພັນທະສັນຍາ ທີ່​ເຮົາ​ໄດ້​ມີ​ໄວ້​ກັບ​ພວກເຂົາ​ນັ້ນ.


ຜູ້​ທີ່​ລອດຊີວິດ​ມາ​ໄດ້ ຕ່າງ​ກໍ​ຈະ​ໝົດເຫື່ອ​ໝົດແຮງ​ຕາຍໄປ​ໃນທີ່ສຸດ ເພາະ​ບາບກຳ​ຂອງ​ພວກ​ເຈົ້າເອງ ແລະ​ບາບກຳ​ບັນພະບຸລຸດ​ຂອງ​ພວກເຈົ້າ.


ເວລາ​ຜູ້ນັ້ນ​ມາ ເພິ່ນ​ຈະ​ປົກຄອງ​ປະຊາຊົນ​ຂອງ​ເພິ່ນ​ດ້ວຍ​ກຳລັງ ຊຶ່ງ​ມາ​ຈາກ​ພຣະເຈົ້າຢາເວ ແລະ​ດ້ວຍ​ສະຫງ່າຣາສີ​ແຫ່ງ​ພຣະນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງຕົນ. ປະຊາຊົນ​ຂອງ​ພຣະອົງ​ຈະ​ຢູ່​ຢ່າງ​ປອດໄພ ເພາະ​ປະຊາຊົນ​ໝົດ​ທັງໂລກ​ຈະ​ຮັບຮູ້​ຄວາມ​ຍິ່ງໃຫຍ່​ຂອງເພິ່ນ


ແຕ່​ພຣະອົງ​ທົນ​ເບິ່ງ​ຄົນ​ເລ້ຫລ່ຽມ​ຫລອກລວງ ຄື​ຄົນຊົ່ວຊ້າ​ເຫຼົ່ານີ້​ໄດ້​ຢ່າງໃດ? ຕາ​ຂອງ​ພຣະອົງ​ແສນ​ບໍຣິສຸດ​ຍິ່ງ ເກີນກວ່າ​ທີ່​ຈະ​ເບິ່ງ​ຄວາມ​ຊົ່ວຊ້າ​ໄດ້ ແລະ​ພຣະອົງ​ກໍ​ບໍ່​ອາດ​ທົນ​ຕໍ່​ພາບ​ຂອງ​ປະຊາຊົນ​ທີ່​ເຮັດ​ຜິດ​ໄດ້. ດ້ວຍເຫດໃດ ພຣະອົງ​ຈຶ່ງ​ມິດງຽບ​ຢູ່ ໃນ​ເມື່ອ​ພວກເຂົາ​ທຳລາຍ​ປະຊາຊົນ ຜູ້​ທີ່​ຊອບທຳ​ກວ່າ​ພວກເຂົາ?


ເປັນຫຍັງ​ພຣະອົງ​ຈຶ່ງ​ເຮັດ​ໃຫ້​ຂ້ານ້ອຍ​ເຫັນ​ຄວາມ​ເດືອດຮ້ອນ​ເຊັ່ນນີ້? ພຣະອົງ​ທົນ​ເບິ່ງ​ການກະທຳ​ອັນ​ຊົ່ວຊ້າ​ເຊັ່ນນີ້​ໄດ້​ຢ່າງໃດ? ການທຳລາຍ ແລະ​ການ​ທາລຸນ​ອ້ອມຮອບ​ຂ້ານ້ອຍ​ຢູ່ ທັງ​ການ​ສູ້ຮົບ​ຕະຫລອດ​ການ​ວິວາດກັນ​ກໍ​ມີ​ຢູ່​ທຸກແຫ່ງ​ທຸກຫົນ.


ເພິ່ນ​ຈະ​ໃຊ້​ພວກ​ເທວະດາ​ຂອງ​ເພິ່ນ​ອອກ​ໄປ ເພື່ອ​ຮວບຮວມ​ເອົາ​ຄົນ​ທັງຫລາຍ​ທີ່​ພຣະອົງ​ໄດ້​ເລືອກ​ໄວ້​ແລ້ວ​ຈາກ​ທິດ​ທັງສີ່ ຕັ້ງແຕ່​ທີ່ສຸດ​ປາຍ​ແຜ່ນດິນ​ຈົນເຖິງ​ທີ່ສຸດ​ຂອບຟ້າ.”


ເພາະ​ເລື່ອງ​ນີ້​ແຫຼະ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ສັ່ງ​ພວກເຮົາ​ວ່າ, ‘ເຮົາ​ໄດ້​ຕັ້ງ​ເຈົ້າ​ໄວ້​ໃຫ້​ເປັນ​ແສງ​ສະຫວ່າງ ແກ່​ຄົນຕ່າງຊາດ ເພື່ອ​ວ່າ​ເຈົ້າ​ຈະ​ເປັນ​ເຫດ​ໃຫ້​ ໂລກ​ທັງໝົດ​ໄດ້​ພົ້ນ.”’


ພວກເຂົາ​ຮ້ອງເພງ​ຂອງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ແລະ​ເພງ​ຂອງ​ພຣະ​ເມສານ້ອຍ​ນັ້ນ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຜູ້​ຊົງ​ຣິດທານຸພາບ​ສູງສຸດ ພຣະ​ຣາຊກິດ​ຂອງ​ພຣະອົງ​ກໍ​ໃຫຍ່​ຫລວງ ແລະ ໜ້າ​ອັດສະຈັນ ຂ້າແດ່​ພຣະມະຫາ​ກະສັດ​ ແຫ່ງ​ປະຊາຊາດ​ທັງປວງ ວິຖີ​ທາງ​ຂອງ​ພຣະອົງ​ກໍ​ຍຸດຕິທຳ ແລະ​ທ່ຽງແທ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka