Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 24:15 - ພຣະຄຳພີສັກສິ

15 ແລະ​ຜູ້​ທີ່​ຢູ່​ທາງທິດ​ຕາເວັນອອກ​ກໍ​ຈະ​ສັນລະເສີນ​ພຣະເຈົ້າຢາເວ. ປະຊາຊົນ​ທີ່​ຢູ່​ຕາມ​ແຄມ​ທະເລ​ຈະ​ສັນລະເສີນ​ພຣະນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.

Uka jalj uñjjattʼäta Copia luraña




ເອຊາຢາ 24:15
26 Jak'a apnaqawi uñst'ayäwi  

ກະສັດ​ເຊເຊັດ​ໄດ້​ກຳນົດ​ພາສີ​ແຮງງານ​ແກ່​ຄົນ​ທີ່​ຢູ່​ຕາມ​ຊາຍຝັ່ງ​ທະເລ​ຂອງ​ອານາຈັກ ແລະ​ຄົນ​ທີ່​ຢູ່​ພາຍ​ໃນ​ອານາຈັກ.


ເມື່ອ​ເຖິງ​ວັນ​ນັ້ນ ປະຊາຊົນ​ຈະ​ຮ້ອງເພງ​ວ່າ, “ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ແລະ​ຈົ່ງ​ຮ້ອງ​ອອກ​ພຣະນາມ​ຂອງ​ພຣະອົງ ຈົ່ງ​ບອກ​ຊົນຊາດ​ທັງຫລາຍ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ ຈົ່ງ​ບອກ​ໃຫ້​ພວກເຂົາ​ຮູ້ວ່າ​ພຣະນາມ​ຂອງ​ພຣະອົງ ເປັນທີ່​ຍົກຍ້ອງ​ຢ່າງສູງສຸດ


ຊົນຊາດ​ທີ່​ມີ​ອຳນາດ​ຈະ​ສັນລະເສີນ​ພຣະອົງ ປະຊາຊາດ​ທີ່​ໂຫດຮ້າຍ​ຈະ​ຢ້ານກົວ​ພຣະອົງ​ດ້ວຍ.


ຂ້ແດ່​ພຣະເຈົ້າຢາເວ ໃນ​ທາງ​ແຫ່ງ​ການ​ຕັດສິນ​ຂອງ​ພຣະອົງ ພວກ​ຂ້ານ້ອຍ​ລໍຄອຍ​ພຣະອົງ; ໂດຍ​ນາມຊື່​ອັນ​ເປັນ​ທີ່​ລະນຶກ​ຂອງ​ພຣະອົງ ແມ່ນ​ຈິດໃຈ​ທີ່​ປາຖະໜາ​ຂອງ​ພວກ​ຂ້ານ້ອຍ.


ປະຊາຊົນ​ຂອງ​ດິນແດນ​ທັງຫລາຍ​ທີ່​ໄກຫ່າງ ຕ່າງ​ກໍໄດ້​ພົບ​ເຫັນ​ສິ່ງ​ທີ່​ເຮົາ​ໄດ້​ກະທຳ​ນັ້ນ; ພວກເຂົາ​ເກີດ​ຢ້ານ ແລະ​ສັ່ນເຊັນ​ທັງຕົວ ສະນັ້ນ ທັງໝົດ​ຈຶ່ງ​ເຕົ້າໂຮມ​ກັນ​ມາ​ມີໜ້າ.


ຈົ່ງ​ຮ້ອງເພງ​ບົດໃໝ່​ຖວາຍ​ຍ້ອງຍໍ​ສັນລະເສີນ ທົ່ວ​ທັງໂລກ ຈົ່ງ​ຮ້ອງເພງ​ຍ້ອງຍໍ​ພຣະເຈົ້າຢາເວ ຜູ້​ເດີນເຮືອ​ໃນ​ທະເລ​ນັ້ນ ຈົ່ງ​ສັນລະເສີນ​ພຣະອົງ ທຸກສິ່ງ​ທີ່​ມີ​ຊີວິດ​ໃນ​ນັ້ນ ຈົ່ງ​ສັນລະເສີນ​ພຣະເຈົ້າ ບັນດາ​ປະເທດ​ຕ່າງໆ​ທີ່​ຢູ່​ຫ່າງໄກ​ແສນໄກ ແລະ​ປະຊາຊົນ​ທີ່​ອາໄສ​ຢູ່​ໃນເມືອງ​ນັ້ນ ຈົ່ງ​ສັນລະເສີນ​ພຣະເຈົ້າ


ຂໍ​ໃຫ້​ຄົນ​ທີ່​ອາໄສ​ຢູ່​ໃນ​ແດນ​ຫ່າງໄກ ຈົ່ງ​ຖວາຍ​ສະຫງ່າຣາສີ​ແກ່​ພຣະເຈົ້າຢາເວ


ລາວ​ຈະ​ບໍ່​ເສຍຫວັງ​ຫລື​ຄວາມ​ກ້າຫານ​ໃດໆ ລາວ​ຈະ​ຕັ້ງ​ຄວາມ​ຍຸດຕິທຳ​ເທິງ​ແຜ່ນດິນ​ໂລກ. ບັນດາ​ປະເທດ​ທີ່​ຢູ່​ຫ່າງໄກ​ທັງຫລາຍ ສົນໃຈ​ລໍຖ້າ​ໃນ​ຄຳ​ສັ່ງສອນ​ຂອງ​ລາວ​ທັງນັ້ນ.”


ບັນດາ​ຊົນຊາດ​ທີ່​ຢູ່​ຫ່າງໄກ​ເອີຍ ຈົ່ງ​ຟັງ​ເຮົາ​ເທີ້ນ ປະຊາຊົນ​ໃນ​ດິນແດນ​ຫ່າງໄກ​ອອກ​ໄປ​ພຸ້ນ ພຣະເຈົ້າຢາເວ​ເລືອກ​ຂ້ອຍ​ໄວ້​ກ່ອນ​ມື້​ເກີດ​ມາ ແລະ​ໄດ້​ຕັ້ງ​ຊື່​ໃຫ້​ຕັ້ງແຕ່​ຢູ່​ໃນ​ທ້ອງ​ແມ່.


ເຮົາ​ຈະ​ມາ​ໃນ​ໄວໆ​ເພື່ອ​ຊ່ວຍ​ເອົາ​ພວກເຂົາ​ໃຫ້ພົ້ນ; ເວລາ​ແຫ່ງ​ໄຊຊະນະ​ຂອງເຮົາ​ກໍ​ມາ​ໃກ້​ແລ້ວ. ຝ່າຍ​ເຮົາເອງ​ນັ້ນ​ຈະ​ປົກຄອງ​ຊົນຊາດ​ທັງຫລາຍ ບັນດາ​ປະເທດ​ທີ່​ຫ່າງໄກ​ຕ່າງ​ກໍ​ລໍ​ຄອຍຖ້າ. ພວກເຂົາ​ທັງໝົດ​ຄອຍຖ້າ​ການ​ມາ​ຂອງເຮົາ ດ້ວຍ​ຄວາມຫວັງ​ໃຫ້​ເຮົາ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ.


ແມ່ນ​ຂະບວນ​ເຮືອ​ໃຫຍ່​ທີ່​ກຳລັງ​ມາ​ຈາກ​ແດນໄກ ກຳລັງ​ນຳ​ປະຊາຊົນ​ຂອງ​ພຣະອົງ​ກັບຄືນ​ມາ​ບ້ານ. ພວກເຂົາ​ເອົາ​ເງິນ​ແລະ​ຄຳ​ກັບຄືນ​ມາ​ນຳ ເພື່ອ​ຖວາຍ​ເປັນ​ກຽດ​ແກ່​ນາມຊື່​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ສຳລັບ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ທີ່​ເຮັດ​ໃຫ້​ທຸກ​ຊົນຊາດ​ຍົກຍໍ​ປະຊາຊົນ​ຂອງ​ພຣະອົງ.


ແລະ​ເຮົາ​ຈະ​ຕັ້ງ​ໝາຍສຳຄັນ​ໄວ້​ໃນ​ທ່າມກາງ​ພວກເຂົາ. ເຮົາ​ຈະ​ໄວ້​ຊີວິດ​ບາງຄົນ​ໃນ​ພວກເຂົາ ແລະ​ສົ່ງ​ພວກເຂົາ​ໄປ​ຍັງ​ຊົນຊາດ​ຕ່າງໆ​ແລະ​ສູ່​ດິນແດນ​ທີ່​ຫ່າງໄກ ບ່ອນ​ທີ່​ບໍ່ໄດ້ຍິນ​ເຖິງ​ຊື່ສຽງ ຫລື​ໄດ້​ເຫັນ​ຄວາມ​ຍິ່ງໃຫຍ່​ແລະ​ຣິດອຳນາດ​ຂອງເຮົາ​ເລີຍ​ຄື: ສະເປນ, ລີເບຍ, ແລະ​ລີເດຍ ພ້ອມ​ດ້ວຍ​ນັກຍິງທະນູ​ຜູ້​ທີ່​ຊຳນິ​ຊຳນານ ແລະ​ໄປ​ຍັງ​ຕູບານ​ແລະ​ກຣີກ. ໃນ​ທ່າມກາງ​ຊົນຊາດ​ເຫຼົ່ານີ້ ພວກເຂົາ​ຈະ​ປະກາດ​ຄວາມ​ຍິ່ງໃຫຍ່​ຂອງເຮົາ.


ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ພວກເຂົາ​ສະທ້ານ​ຢ້ານກົວ. ພຣະອົງ​ຈະ​ທຳລາຍ​ບັນດາ​ພະ​ໃນ​ແຜ່ນດິນ​ໂລກ ລົງ​ສູ່​ການ​ບໍ່ມີ​ປະໂຫຍດ ແລະ​ຕໍ່ໄປ ທຸກໆ​ຊົນຊາດ​ກໍ​ຈະ​ນະມັດສະການ​ພຣະອົງ​ໃນ​ດິນແດນ​ຂອງ​ຕົນເອງ.


ນາມຊື່​ຂອງ​ເຮົາ​ເປັນ​ທີ່​ຍິ່ງໃຫຍ່​ໃນ​ທ່າມກາງ​ບັນດາ​ປະຊາຊາດ​ທົ່ວໂລກ ຈາກ​ທິດ​ຕາເວັນອອກ​ເຖິງ​ທິດ​ຕາເວັນຕົກ. ໃນ​ທຸກທີ່​ທຸກບ່ອນ​ມີ​ຄົນ​ເຜົາ​ເຄື່ອງຫອມ​ຖວາຍ​ແກ່​ນາມຊື່​ຂອງ​ເຮົາ ແລະ​ໄດ້ນຳ​ເຄື່ອງບູຊາ​ທີ່​ບໍຣິສຸດ​ມາຖວາຍ​ແກ່​ນາມຊື່​ຂອງ​ເຮົາ. ເພາະ​ນາມຊື່​ຂອງ​ເຮົາ​ເປັນ​ທີ່​ຍິ່ງໃຫຍ່​ໃນ​ທ່າມກາງ​ບັນດາ​ປະຊາຊາດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ປະມານ​ທ່ຽງ​ຄືນ ໂປໂລ​ແລະ​ຊີລາ ກໍ​ພາກັນ​ພາວັນນາ​ອະທິຖານ ຮ້ອງເພງ​ສັນລະເສີນ​ພຣະເຈົ້າ, ພວກ​ນັກໂທດ​ຄົນອື່ນໆ​ກໍ​ຟັງ​ທ່ານ​ທັງສອງ​ຢູ່.


ເພື່ອ​ວ່າ​ພຣະນາມ​ຂອງ​ອົງ​ພຣະເຢຊູເຈົ້າ​ຂອງ​ພວກເຮົາ​ຈະ​ໄດ້​ຮັບ​ກຽດຕິຍົດ​ຈາກ​ພວກເຈົ້າ ແລະ​ເພື່ອ​ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ກຽດຕິຍົດ​ເພາະ​ພຣະອົງ ໂດຍ​ພຣະຄຸນ​ພຣະເຈົ້າ​ຂອງ​ພວກເຮົາ ແລະ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ.


ເຖິງ​ແມ່ນ​ວ່າ ຄຳ​ກໍ​ຍັງ​ຖືກ​ລອງ​ເບິ່ງ​ດ້ວຍ​ໄຟ ແຕ່​ຄວາມເຊື່ອ​ທີ່​ຖືກ​ລອງ​ກໍ​ປະເສີດ​ກວ່າ​ຄຳ ທີ່​ຍ່ອມ​ຮູ້​ສູນຫາຍ​ໄປ. ດັ່ງນັ້ນ ການ​ທົດລອງ​ຕ່າງໆ​ເກີດຂຶ້ນ ເພື່ອ​ໃຫ້​ຄວາມເຊື່ອ​ທີ່​ລອງ​ແລ້ວ​ນັ້ນ ປາກົດ​ວ່າ ຄວນ​ໄດ້​ຮັບ​ຄຳ​ສັນລະເສີນ ສະຫງ່າຣາສີ ແລະ​ກຽດຕິຍົດ ໃນ​ເວລາ​ທີ່​ພຣະເຢຊູ​ຄຣິດເຈົ້າ​ຈະ​ສະເດັດ​ມາ​ປາກົດ.


ແຕ່​ໃນ​ໃຈ​ຂອງ​ເຈົ້າ​ທັງຫລາຍ ຈົ່ງ​ເຄົາຣົບ​ນັບຖື​ພຣະຄຣິດ​ວ່າ ເປັນ​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ມີ​ໃຈ​ພ້ອມ​ຢູ່​ສະເໝີ ເພື່ອ​ພວກເຈົ້າ​ຈະ​ສາມາດ​ຕອບ​ແກ້​ຕົວ​ໄດ້​ຕໍ່​ທຸກຄົນ​ທີ່​ຖາມ​ພວກເຈົ້າ​ວ່າ, ເຈົ້າ​ມີ​ເຫດຜົນ​ປະການ​ໃດ​ຈຶ່ງ​ມີ​ຄວາມຫວັງ​ຢ່າງ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka