Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 24:13 - ພຣະຄຳພີສັກສິ

13 ສິ່ງ​ນີ້ແຫລະ ຈະ​ເກີດຂຶ້ນ​ກັບ​ທຸກໆ​ຊາດ​ທົ່ວ​ໂລກນີ້. ຈະ​ເປັນ​ດັ່ງ​ຕອນ​ທີ່​ສິ້ນສຸດ​ຂອງ​ລະດູ​ເກັບກ່ຽວ ເມື່ອ​ເຂົາ​ສັ່ນ​ເອົາ​ໝາກກອກເທດ​ໃນ​ທຸກ​ກົກ ແລະ​ເກັບ​ເອົາ​ພົ້ວ​ໝາກອະງຸ່ນ​ໃນ​ທຸກ​ຕົ້ນ.

Uka jalj uñjjattʼäta Copia luraña




ເອຊາຢາ 24:13
19 Jak'a apnaqawi uñst'ayäwi  

ຖ້າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ບໍ່ໄດ້​ໂຜດ​ບາງຄົນ​ໃຫ້​ລອດຊີວິດ​ຢູ່​ແລ້ວ ນະຄອນ​ເຢຣູຊາເລັມ​ກໍ​ຈະ​ຖືກ​ທຳລາຍ​ກ້ຽງ​ດັ່ງ​ເມືອງ​ໂຊໂດມ​ແລະ​ໂກໂມຣາ.


“ເມື່ອ​ວັນ​ນັ້ນ​ມາ​ເຖິງ ຄວາມ​ຍິ່ງໃຫຍ່​ຂອງ​ຊາດ​ອິດສະຣາເອນ​ຈະ​ເຖິງ​ຈຸດຈົບ ແລະ​ຄວາມຮັ່ງມີ​ກໍ​ຈະ​ປ່ຽນເປັນ​ຄວາມ​ທຸກ​ລຳບາກ.


ໃນ​ວັນ​ນັ້ນ ຕັ້ງແຕ່​ແມ່ນໍ້າ​ເອີຟຣັດ​ຈົນຮອດ​ຊາຍແດນ​ຂອງ​ປະເທດ​ເອຢິບ ພຣະເຈົ້າຢາເວ​ຈະ​ເຕົ້າໂຮມ​ປະຊາຊົນ​ຂອງ​ພຣະອົງ​ແຕ່ລະຄົນ​ດັ່ງ​ຝັດ​ແກບ​ອອກ​ຈາກ​ເມັດ​ເຂົ້າ.


ເຖິງ​ແມ່ນ​ວ່າ​ໜຶ່ງ​ໃນ​ສິບ​ຄົນ​ຈະ​ຍັງເຫລືອ​ຢູ່​ກໍຕາມ ເຂົາ​ກໍ​ຈະ​ຖືກ​ທຳລາຍ​ຄືກັນ ເຂົາ​ຈະ​ເປັນ​ດັ່ງ​ກົກ​ແປກ​ທີ່​ຖືກ​ຕັດ​ເຫຼືອ​ແຕ່​ຕໍ.” (ຕໍ​ນັ້ນ​ໝາຍເຖິງ​ການ​ເລີ່ມຕົ້ນໃໝ່​ຂອງ​ປະຊາຊົນ​ຂອງ​ພຣະເຈົ້າ.)


ແຕ່​ມີ​ໜ້ອຍຄົນ​ເທົ່ານັ້ນ​ໃນ​ພວກເຈົ້າ ທີ່​ຈະ​ໜີ​ພົ້ນ​ຈາກ​ຄວາມຕາຍ ແລະ​ກັບຄືນ​ຈາກ​ເອຢິບ​ມາ​ສູ່​ດິນແດນ​ຢູດາຍ. ແລ້ວ​ພວກ​ທີ່​ລອດຊີວິດ​ມາ​ນັ້ນ​ກໍ​ຈະ​ຮູ້​ວ່າ ຄຳເວົ້າ​ຂອງ​ຜູ້ໃດ​ກາຍເປັນຈິງ ຂອງເຮົາ​ຫລື​ຂອງ​ພວກເຂົາ​ແທ້.’


ບາງຄົນ​ຈະ​ປົບໜີໄປ​ເທິງ​ພູ​ຕ່າງໆ ດັ່ງ​ຝູງ​ນົກເຂົາ​ທີ່​ສະທ້ານ​ຢ້ານກົວ​ມາ​ແຕ່​ຮ່ອມພູ​ທັງຫລາຍ. ພວກເຂົາ​ທັງໝົດ​ຈະ​ຄວນຄາງ​ເພາະ​ການບາບ​ທີ່​ພວກເຂົາ​ໄດ້​ເຮັດ.


ເມື່ອ​ພວກເຈົ້າ​ເກັບກ່ຽວ​ເຂົ້າ​ໃນ​ໄຮ່​ນາ ຢ່າ​ກ່ຽວ​ຕາມ​ແຄມ​ນາ ແລະ​ຢ່າ​ຄືນ​ມາ​ກ່ຽວ​ເຂົ້າ​ທີ່​ເຫຼືອ​ຢູ່.


ແຕ່​ເຮົາ​ຈະ​ນຳ​ພວກເຈົ້າ​ມາ​ເຕົ້າໂຮມ​ກັນ ຄື​ພວກເຈົ້າ​ຜູ້​ເປັນ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ທີ່​ຍັງເຫລືອ​ຢູ່. ເຮົາ​ຈະ​ນຳ​ພວກເຈົ້າ​ເຂົ້າ​ມາ​ເຕົ້າໂຮມ​ກັນ ເໝືອນ​ດັ່ງ​ຝູງແກະ​ກັບຄືນ​ມາ​ສູ່​ຄອກ. ດິນແດນ​ຂອງ​ພວກເຈົ້າ​ຈະ​ເຕັມ​ໄປ​ດ້ວຍ​ຝູງ​ຄົນ​ອີກເທື່ອໜຶ່ງ ເໝືອນ​ຝູງແກະ​ຢູ່​ໃນ​ທົ່ງຫຍ້າ.”


ໝົດຫວັງ​ສາ​ແລ້ວ ຂ້າພະເຈົ້າ​ເປັນ​ດັ່ງ​ຄົນ​ອຶດຫິວ​ຜູ້ໜຶ່ງ ທີ່​ຫາ​ໝາກໄມ້​ລະດູ​ຮ້ອນ​ກິນ ແຕ່​ບໍ່​ພົບ ແລະ​ໝາກອະງຸ່ນ​ໃນ​ສວນ​ກໍ​ບໍ່ມີ​ເລີຍ. ໝາກອະງຸ່ນ​ແລະ​ໝາກເດື່ອ​ໄດ້​ຖືກ​ເກັບ​ໄປ​ໝົດ​ສາ​ແລ້ວ.


ແຕ່​ຖ້າ​ພຣະເຈົ້າ​ບໍ່ໄດ້​ເຮັດ​ໃຫ້​ວັນ​ເຫຼົ່ານັ້ນ​ສັ້ນ​ເຂົ້າ​ແລ້ວ ກໍ​ຈະ​ບໍ່ມີ​ມະນຸດ​ຄົນ​ໃດ​ພົ້ນ​ໄດ້, ແຕ່​ເພື່ອ​ເຫັນ​ແກ່​ປະຊາຊົນ​ທີ່​ພຣະອົງ​ໄດ້​ເລືອກ​ໄວ້​ນັ້ນ ພຣະເຈົ້າ​ຈະ​ເຮັດ​ໃຫ້​ວັນ​ເຫຼົ່ານັ້ນ​ສັ້ນ​ເຂົ້າ.


ແຕ່​ຍັງ​ມີ​ບາງຄົນ​ໃນ​ພວກເຈົ້າ​ທີ່​ເມືອງ​ຊາເດ ທີ່​ຮັກສາ​ເສື້ອຜ້າ​ຂອງຕົນ​ບໍ່​ໃຫ້​ເປິເປື້ອນ ຄົນ​ເຫຼົ່ານັ້ນ​ຈະ​ນຸ່ງ​ເຄື່ອງ​ຂາວ ແລະ​ຍ່າງ​ໄປ​ກັບ​ເຮົາ ເພາະ​ພວກເຂົາ​ເປັນ​ຜູ້​ສົມຄວນ​ຢູ່​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka