11 ຊາວເມືອງຮ້ອງດ່າຕາມຫົນທາງຍ້ອນບໍ່ມີເຫຼົ້າອະງຸ່ນດື່ມອີກ. ຄວາມສຸກໝົດໄປຈາກດິນແດນຢ່າງບໍ່ມີມື້ຈະກັບຄືນມາ.
ຂໍໃຫ້ຝູງງົວຂອງພວກຂ້ານ້ອຍອອກລູກໃຫ້ຫລາຍຂຶ້ນ ຂໍຢ່າໃຫ້ມີສຽງຮ້ອງໄຫ້ຮໍ່າໄຮຕາມທ້ອງຖະໜົນດ້ວຍ.
ເຫຼົ້າເປັນຂອງຜູ້ທີ່ກຳລັງຈະຕາຍ ເປັນຂອງພວກທີ່ມີຄວາມທຸກໃຈ.
ບັດນີ້ ໃນທົ່ງໄຮ່ທົ່ງນາທີ່ມີດິນດີກໍບໍ່ມີຜູ້ໃດຢູ່ເປັນສຸກ. ບໍ່ມີຜູ້ໃດໂຮຮ້ອງຫລືຂັບລຳທຳເພງໃນສວນອະງຸ່ນເລີຍ. ບໍ່ມີຜູ້ໃດບີບໝາກອະງຸ່ນເຮັດເຫຼົ້າອະງຸ່ນ ສຽງໂຮຮ້ອງອັນຊົມຊື່ນຍິນດີນັ້ນໄດ້ໝົດໄປສາແລ້ວ.
ດຽວນີ້ ພວກເຈົ້າຄົງອີ່ມໜຳສຳລານໃຈແລ້ວນໍ ແຕ່ປີໜ້າໃນເວລາດຽວກັນນີ້ ພວກເຈົ້າຈະສິ້ນຫວັງເພາະຈະບໍ່ມີໝາກອະງຸ່ນໃຫ້ພວກເຈົ້າເກັບ.
ແລະພຸ່ມໜາມນ້ອຍໃຫຍ່ກຳລັງຈະເກີດຂຶ້ນໃນດິນແດນປະຊາຊົນຂອງເຮົາ. ຈົ່ງຮ້ອງໄຫ້ຮໍ່າໄຮເຖິງເຮືອນທີ່ເຄີຍຢູ່ຢ່າງຜາສຸກ ແລະເຖິງເມືອງທີ່ເຕັມໄປດ້ວຍຊີວິດຊີວານັ້ນສາ.
ແຕ່ພວກເຂົາຈະບໍ່ເຫັນຫຍັງເລີຍ ມີແຕ່ຄວາມເດືອດຮ້ອນແລະຄວາມມືດເທົ່ານັ້ນ ຄືຄວາມມືດອັນໜ້າຢ້ານກົວຍິ່ງ ຊຶ່ງພວກເຂົາຕ້ອງພົບ. ພວກເຂົາບໍ່ມີທາງທີ່ຈະຫລົບໜີຈາກຄວາມເດືອດຮ້ອນອັນນີ້ໄດ້ເລີຍ.
ເພາະພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໂກດຮ້າຍ ພຣະອົງຈຶ່ງທຳລາຍດິນແດນແລະປະຊາຊົນໃຫ້ຈິບຫາຍໄປດັ່ງໄຟເຜົາຜານ ໂດຍແຕ່ລະຄົນໄດ້ຮັບໂທດນັ້ນເທົ່າກັນ.
“ຢູດາກຳລັງຢູ່ໃນສະພາບໄວ້ທຸກ ເພາະຄົນໃນເມືອງກຳລັງລົ້ມຕາຍ ປະຊາຊົນໃນເມືອງກໍໂສກເສົ້ານອນຕາມຂີ້ດິນ ແລະນະຄອນເຢຣູຊາເລັມກໍຮ້ອງຂໍໃຫ້ຊ່ວຍ.
ຊົນຊາດຕ່າງກໍໄດ້ຍິນວ່າພວກເຈົ້າອັບອາຍ ທຸກຄົນຕ່າງກໍໄດ້ຍິນສຽງພວກເຈົ້າຮ້ອງໄຫ້. ທະຫານຜູ້ໜຶ່ງເຕັ້ນໃສ່ຜູ້ອື່ນທີ່ເປັນໝູ່ຂອງຕົນ ແລະທັງສອງຕ່າງກໍລົ້ມລົງດິນທັງນັ້ນ.
ຄວາມສຸກ ແລະຄວາມຊົມຊື່ນຍິນດີໄດ້ຖືກນຳເອົາໜີໄປຈາກທີ່ດິນອັນອຸດົມສົມບູນຂອງໂມອາບ. ເຮົາໄດ້ເຮັດໃຫ້ນໍ້າອະງຸ່ນເຊົາໄຫລຈາກທີ່ບີບໝາກອະງຸ່ນ; ບໍ່ມີຄົນເຮັດເຫຼົ້າອະງຸ່ນອີກແລ້ວ ແລະບໍ່ມີສຽງໂຮຮ້ອງຊົມຊື່ນຍິນດີ.
ພວກເຂົາບໍ່ໄດ້ພາວັນນາອະທິຖານຫາເຮົາດ້ວຍຄວາມຈິງໃຈ; ແຕ່ໄດ້ນອນລົງແລະຮ້ອງໄຫ້ຄໍ່າຄວນດັ່ງຄົນບໍ່ນັບຖືພຣະເຈົ້າ. ເມື່ອພາວັນນາອະທິຖານຂໍເຂົ້າສາລີແລະເຫຼົ້າອະງຸ່ນນັ້ນ ພວກເຂົາກໍປາດເນື້ອເຖືອໜັງຕົນເອງ ຄືກັບຄົນບໍ່ນັບຖື. ພວກເຂົາເປັນກະບົດຕໍ່ເຮົາ.
ເຄືອອະງຸ່ນແລະກົກໝາກເດື່ອກໍຮ່ວງໂຮຍ ຕົ້ນໝາກພີລາ ກົກຕານແລະຕົ້ນໝາກຈອງດ້ວຍ. ຄືຕົ້ນໝາກໄມ້ທຸກໆຕົ້ນກໍຫ່ຽວແຫ້ງຕາຍໄປ ຄວາມຊົມຊື່ນຂອງປະຊາຊົນກໍສູນຫາຍໄປສິ້ນ.
ວັນຂອງພຣະເຈົ້າຢາເວຫຍັບເຂົ້າມາໃກ້ທຸກທີ ຄືວັນທີ່ອົງຊົງຣິດຍິ່ງໃຫຍ່ຈະນຳການທຳລາຍມາໃຫ້ ເປັນການທຳລາຍໃຫຍ່ທີ່ໜ້າຢ້ານກົວຫລາຍ ວັນນັ້ນ ຈະໜ້າຢ້ານກົວແທ້ໆ.
ແຕ່ອັບຣາຮາມຕອບວ່າ, ‘ລູກເອີຍ ຈົ່ງລະນຶກເຖິງຄາວເມື່ອເຈົ້າຍັງມີຊີວິດຢູ່ ເຈົ້າໄດ້ຮັບແຕ່ຂອງດີສຳລັບຕົນ ສ່ວນລາຊາໂຣແລ້ວ ໄດ້ຮັບແຕ່ຂອງບໍ່ດີ ຢ່າງດຽວກັນນັ້ນແຫຼະ, ແຕ່ບັດນີ້ ລາຊາໂຣໄດ້ຮັບຄວາມສຸກສະບາຍຢູ່ທີ່ນີ້ ສ່ວນເຈົ້າແລ້ວກຳລັງໄດ້ຮັບຄວາມທົນທຸກທໍລະມານ.