10 ຢູ່ໃນເມືອງເກີດສັບສົນວຸ້ນວາຍກັນໄປໝົດ ແລະຊາວເມືອງກໍຢູ່ໃນເຮືອນອັດປະຕູໃສ່ໄລໄວ້ເພື່ອຄວາມປອດໄພ.
ດັ່ງນັ້ນ ເຂົາໄດ້ໃສ່ຊື່ສະຖານທີ່ນັ້ນວ່າ, “ບາເບນ” ເພາະໃນທີ່ນັ້ນ ພຣະເຈົ້າຢາເວໄດ້ເຮັດໃຫ້ພາສາຂອງບັນດາປະຊາຊາດແຕກຕ່າງກັນ ແລະຈາກທີ່ນັ້ນ ພຣະເຈົ້າຢາເວໄດ້ເຮັດໃຫ້ພວກເຂົາພັດພາກຈາກກັນໄປທົ່ວເທິງແຜ່ນດິນໂລກ.
ເຖິງແມ່ນວ່າຊາວບາບີໂລນໄດ້ປິດລ້ອມເມືອງໄວ້ກໍຕາມ ພວກທະຫານທັງໝົດກໍລັກໜີໄປໄດ້ໃນເວລາກາງຄືນ. ພວກເຂົາໄດ້ໜີໄປທາງສວນຂອງກະສັດ ຜ່ານໄປທາງປະຕູເມືອງທີ່ຕິດກັບກຳແພງສອງດ້ານ ແລະປົບໄປທາງຮ່ອມພູຈໍແດນ.
ຕໍ່ໄປນີ້ແມ່ນຖ້ອຍຄຳກ່ຽວກັບຕີເຣ. ຈົ່ງໂສກເສົ້າຮໍ່າໄຮເຖີດ ພວກແລ່ນເຮືອແຫ່ງຕາກຊິດເອີຍ ທ່າເຮືອໃນເມືອງທ່າຂອງພວກເຈົ້າຖືກທຳລາຍສາແລ້ວ; ບ້ານເຮືອນກັບທ່າເຮືອຖືກພັງພິນາດສາແລ້ວ. ພວກເຈົ້າຮູ້ຂ່າວຕ່າງໆ ເມື່ອເຮືອຂອງພວກເຈົ້າກັບມາແຕ່ເມືອງໄຊປຣັດ.
ເມືອງຮົກຮ້າງຫັກພັງ ແລະປະຕູເມືອງກໍເພພັງລົງ.
ພຣະອົງໄດ້ປ່ຽນເມືອງຕ່າງໆໃຫ້ຮົກຮ້າງເພພັງ ແລະທຳລາຍປ້ອມປ້ອງກັນເມືອງຂອງເຂົາເຈົ້າ. ຜາສາດຣາຊວັງທີ່ເຫຼົ່າສັດຕູໄດ້ສ້າງຂຶ້ນມາ ກໍໄດ້ສູນເສຍຕະຫລອດໄປສາແລ້ວ.
ພຣະອົງໄດ້ເຮັດໃຫ້ຄົນຈອງຫອງຖ່ອມຕົວລົງ ແລະທຳລາຍເມືອງອັນເຂັ້ມແຂງຂອງພວກເຂົາຖິ້ມ ຄືເມືອງທັງຫລາຍທີ່ພວກເຂົາໄດ້ຢູ່ອາໄສ ແລະທຳລາຍໝຸ່ນທະລາຍໃຫ້ເປັນຂີ້ຝຸ່ນ.
ເມືອງທີ່ມີປ້ອມປ້ອງກັນກໍຮົກຮ້າງເພພັງ ຂາດຄົນຢູ່ອາໄສດັ່ງຖິ່ນແຫ້ງແລ້ງກັນດານອັນເປົ່າແປນ. ມັນກາຍເປັນທົ່ງທີ່ສັດພັກຜ່ອນແລະເລາະກິນຫຍ້າ.
ແມ່ນແຕ່ຣາຊວັງກໍຈະຖືກປະຖິ້ມ ແລະເມືອງຫລວງກໍຈະຮ້າງຫວ່າງເປົ່າຢ່າງໝົດສິ້ນ. ເຮືອນແລະປ້ອມປ້ອງກັນທັງຫລາຍຈະຮົກຮ້າງເພພັງຕະຫລອດໄປ. ລໍປ່າຈະທ່ຽວຫລິ້ນຢູ່ທີ່ນັ້ນ ແລະຝູງແກະກໍຈະກິນຫຍ້າຢູ່ທີ່ນັ້ນ.
ແຕ່ໝາກເຫັບຈະຕົກໃນປ່າ ແລະເມືອງກໍຈະເພພັງລົງ.
ນົກເຄົ້າກັບນົກກາເວົາຈະເປັນເຈົ້າຂອງດິນແດນນັ້ນ. ອົງພຣະຜູ້ເປັນເຈົ້າຈະເຮັດໃຫ້ດິນແດນເປັນທີ່ແຫ້ງແລ້ງອີກ ດັ່ງກ່ອນຄາວການນິຣະມິດສ້າງ.
ເມື່ອກະສັດເຊເດກີຢາ ແລະທະຫານທັງໝົດຂອງເພິ່ນ ໄດ້ເຫັນເຫດການເຊັ່ນນັ້ນ ຈຶ່ງພະຍາຍາມປົບໜີອອກຈາກເມືອງໃນເວລາກາງຄືນ. ພວກເຂົາໜີໄປທາງສວນຂອງກະສັດ ໂດຍທາງປະຕູລະຫວ່າງກຳແພງເມືອງທັງສອງ ແລະປົບໜີໄປທາງຮ່ອມພູຈໍແດນ.
ໃນຂະນະດຽວກັນນັ້ນ ພວກບາບີໂລນກໍໄດ້ຈູດຣາຊວັງແລະເຮືອນຂອງປະຊາຊົນ ພ້ອມທັງກຳແພງນະຄອນເຢຣູຊາເລັມລົງໃຫ້ພິນາດ.
ກຳແພງເມືອງຈຶ່ງໄດ້ຖືກພັງທະລາຍ. ເຖິງແມ່ນວ່າຊາວບາບີໂລນໄດ້ປິດລ້ອມເມືອງໄວ້ກໍຕາມ; ແຕ່ທະຫານທັງໝົດກໍຍັງໜີໄປໃນຕອນກາງຄືນ. ພວກເຂົາໄດ້ປົບໜີທາງສວນຂອງກະສັດ ໂດຍຜ່ານທາງປະຕູລະຫວ່າງກຳແພງເມືອງທັງສອງ ແລະມຸ່ງໜ້າໄປສູ່ຮ່ອມພູຂອງແມ່ນໍ້າຈໍແດນ.
ພຣະເຈົ້າຈະໄຂຫົນທາງໃຫ້ພວກເຂົາ ແລະນຳພວກເຂົາອອກຈາກການເປັນຊະເລີຍໃນຕ່າງຖິ່ນ. ພວກເຂົາຈະທະລຸອອກໄປທາງປະຕູເຂົ້າເມືອງ ແລະຈະປົບໜີໄປຢ່າງອິດສະຫລະ. ພຣະເຈົ້າຢາເວເອງ ຜູ້ເປັນກະສັດຂອງພວກເຂົາຈະນຳພາພວກເຂົາອອກໄປ.
ເພາະສະນັ້ນ ຍ້ອນພວກເຈົ້າ ພູເຂົາຊີໂອນຈະຖືກໄຖເໝືອນໄຖນາ ນະຄອນເຢຣູຊາເລັມຈະກາຍເປັນກອງສິ່ງຮົກຮ້າງເພພັງ ແລະເນີນພູບ່ອນທີ່ຕັ້ງພຣະວິຫານກໍຈະກາຍເປັນປ່າ.
ດ້ວຍວ່າ, ເວລາຈະມາເຖິງ ເມື່ອສັດຕູຂອງເຈົ້າຈະຂຸດຄູອ້ອມເຈົ້າ ແລະຕັນເຈົ້າໄວ້ທຸກດ້ານ.
ພວກເຂົາຈະລົ້ມລົງດ້ວຍຄົມດາບ ແລະຈະຖືກຈັບກວາດໄປເປັນຊະເລີຍໃນທົ່ວທຸກປະເທດ ແລະຄົນບໍ່ນັບຖືພຣະເຈົ້າກໍຈະຢຽບຢໍ່ານະຄອນເຢຣູຊາເລັມ ຈົນກວ່າຈະຄົບກຳນົດເວລາຂອງພວກເຂົາ.”
ເທວະດານັ້ນໄດ້ຮ້ອງປະກາດສຽງແຮງກ້າຂຶ້ນວ່າ, “ບາບີໂລນມະຫານະຄອນຫຼົ້ມຈົມແລ້ວ ຫຼົ້ມຈົມເສຍແລ້ວ ມັນກາຍເປັນບ່ອນອາໄສຂອງພວກຜີມານຮ້າຍ ເປັນບ່ອນລີ້ຊ່ອນຂອງວິນຍານຊົ່ວຮ້າຍທຸກຢ່າງ ແລະເປັນຄອນນົກບໍ່ສະອາດແລະໜ້າກຽດໜ້າຊັງທຸກຊະນິດ.