Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 23:9 - ພຣະຄຳພີສັກສິ

9 ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ວາງ​ແຜນການ​ນີ້. ພຣະອົງ​ໄດ້​ວາງ​ແຜນການ​ນັ້ນ ເພື່ອ​ເຮັດ​ໃຫ້​ຄວາມ​ອວດອົ່ງ​ຈອງຫອງ​ຂອງ​ພວກເຂົາ​ສິ້ນສຸດ​ລົງ ແລະ​ເຮັດ​ໃຫ້​ຄົນ​ທີ່​ໄດ້​ຮັບກຽດ​ນັ້ນ​ສະຫງຽມ​ຈຽມຕົວ.

Uka jalj uñjjattʼäta Copia luraña




ເອຊາຢາ 23:9
29 Jak'a apnaqawi uñst'ayäwi  

ພຣະອົງ​ເຮັດ​ໃຫ້​ຜູ້​ມີ​ອຳນາດ​ໄດ້​ຮັບ​ຄວາມ​ອັບອາຍ ແລະ​ເຮັດ​ໃຫ້​ພວກ​ນັກປົກຄອງ​ໝົດ​ກຳລັງ​ໄປສິ້ນ.


ພຣະອົງ​ໄດ້​ໝິ່ນປະໝາດ​ຜູ້​ທີ່​ກົດຂີ່​ພວກເຂົາ ແລະ​ໃຫ້​ທຽວ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ອັນ​ເປົ່າປ່ຽວ.


ມັນ​ຈະ​ເຕັ້ນ​ຂຶ້ນ​ເທິງ​ຕົວ​ທ່ານ, ເທິງ​ປະຊາຊົນ​ຂອງທ່ານ, ແລະ​ເທິງ​ຂ້າຣາຊການ​ທັງໝົດ​ຂອງທ່ານ.”’


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ນຳ​ພວກເຂົາ​ມາ ແລະ​ເຮັດ​ໃຫ້​ພວກເຂົາ​ຕົກລົງ ດັ່ງ​ງ່າໄມ້​ຖືກ​ຕັດ​ຈາກ​ຕົ້ນ​ຂອງ​ມັນ. ພວກ​ທີ່​ຄຸຍໂມ້​ແລະ​ຖື​ຕົນ​ວ່າ​ຍິ່ງໃຫຍ່​ໃນ​ພວກເຂົາ ກໍ​ຈະ​ຖືກ​ປໍ້າ​ລົງ ແລະ​ຖືກ​ອັບອາຍ​ຂາຍໜ້າ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ນຳ​ໄພພິບັດ​ມາ​ເທິງ​ແຜ່ນດິນ​ໂລກ ແລະ​ລົງໂທດ​ຄົນຊົ່ວຮ້າຍ​ທຸກຄົນ​ເພາະ​ການບາບ​ຂອງ​ພວກເຂົາ. ເຮົາ​ຈະ​ເຮັດ​ໃຫ້​ຄົນ​ອວດອົ່ງ​ຈອງຫອງ​ທຸກຄົນ​ຖ່ອມໃຈ ແລະ​ຈະ​ລົງໂທດ​ຄົນ​ອວດດີ​ແລະ​ຄົນ​ຮ້າຍກາດ​ທຸກຄົນ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ສາບານ​ວ່າ: “ສິ່ງ​ທີ່​ເຮົາ​ໄດ້​ວາງແຜນ​ໄວ້ແລ້ວ​ຈະ​ຕ້ອງ​ເກີດຂຶ້ນ. ສິ່ງ​ທີ່​ເຮົາ​ໄດ້​ຕັ້ງໃຈ​ໄວ້ແລ້ວ ເຮົາ​ຈະ​ຕ້ອງ​ເຮັດ.


ອັນນີ້​ແມ່ນ​ແຜນການ​ຂອງເຮົາ​ສຳລັບ​ໂລກ ຄື​ແຂນ​ຂອງເຮົາ​ໄດ້​ຢຽດ​ອອກ​ເພື່ອ​ລົງໂທດ​ຊົນຊາດ​ທັງຫລາຍ.”


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຕັ້ງໃຈ​ເຮັດ​ສິ່ງນີ້ ພຣະອົງ​ຢຽດ​ແຂນ​ພຣະອົງ​ອອກ​ເພື່ອ​ລົງໂທດ ແລະ​ບໍ່ມີ​ຜູ້ໃດ​ທີ່​ຢຸດຢັ້ງ​ພຣະອົງ​ໄດ້.


ວັນ​ໜຶ່ງ​ຈະ​ມາ​ເຖິງ ເມື່ອ​ຄວາມ​ອວດອົ່ງ​ຈອງຫອງ​ຂອງ​ມະນຸດ​ຈະ​ສິ້ນສຸດ​ລົງ ແລະ​ຄວາມ​ອວດດີ​ຂອງ​ພວກເຂົາ​ຈະ​ຖືກ​ທຳລາຍ. ແລ້ວ​ແມ່ນ​ພຣະເຈົ້າຢາເວ​ເທົ່ານັ້ນ ທີ່​ຈະ​ໄດ້​ຮັບ​ກຽດ​ແລະ​ຄຳ​ຍົກຍໍ​ສັນລະເສີນ.


ໃນ​ວັນ​ນັ້ນ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ເຮັດ​ໃຫ້​ທຸກຄົນ​ທີ່​ມີ​ອຳນາດ ທຸກຄົນ​ທີ່​ອວດອົ່ງ ແລະ​ທຸກຄົນ​ທີ່​ຈອງຫອງ​ນັ້ນ​ໄດ້​ຖ່ອມຕົວ​ລົງ.


ຄວາມ​ອວດອົ່ງ​ຈອງຫອງ​ຂອງ​ມະນຸດ​ຈະ​ຈົບ​ລົງ ແລະ​ຄວາມ​ອວດດີ​ຂອງ​ມະນຸດ​ຈະ​ຖືກ​ທຳລາຍ. ຮູບເຄົາຣົບ​ທັງຫລາຍ​ຈະ​ສູນສິ້ນ​ໄປ ແລະ​ແມ່ນ​ພຣະເຈົ້າຢາເວ​ເທົ່ານັ້ນ ທີ່​ຈະ​ໄດ້​ຮັບ​ກຽດ​ແລະ​ຄຳ​ຍົກຍໍ​ສັນລະເສີນ​ໃນ​ວັນ​ນັ້ນ.


ຈົ່ງ​ໄປ​ເຮັດ​ໄຮ່​ເຮັດ​ນາ​ເຖີດ ພວກເຈົ້າ​ຄົນ​ທີ່​ຢູ່​ໃນ​ເມືອງ​ຂຶ້ນ​ຕ່າງໆ​ຂອງ​ຕາກຊິດ​ເອີຍ ບໍ່ມີ​ຜູ້ໃດ​ທີ່​ຈະ​ປົກປ້ອງ​ເຈົ້າ​ໄວ້​ຕໍ່ໄປ​ອີກ​ແລ້ວ.


ແລະ​ພຸ່ມໜາມ​ນ້ອຍໃຫຍ່​ກຳລັງ​ຈະ​ເກີດຂຶ້ນ​ໃນ​ດິນແດນ​ປະຊາຊົນ​ຂອງເຮົາ. ຈົ່ງ​ຮ້ອງໄຫ້​ຮໍ່າໄຮ​ເຖິງ​ເຮືອນ​ທີ່​ເຄີຍ​ຢູ່​ຢ່າງ​ຜາສຸກ ແລະ​ເຖິງ​ເມືອງ​ທີ່​ເຕັມ​ໄປ​ດ້ວຍ​ຊີວິດ​ຊີວາ​ນັ້ນ​ສາ.


ສະນັ້ນ ພວກເຈົ້າ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍເສິກ. ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ​ຈະ​ຕາຍ​ຍ້ອນ​ຫິວເຂົ້າ ແລະ​ຄົນ​ສາມັນ​ທຳມະດາ​ຈະ​ຕາຍ​ຍ້ອນ​ຫິວນໍ້າ.


ຫົວ​ແມ່ນ​ຜູ້​ອາວຸໂສ​ກັບ​ຄົນ​ທີ່​ມີ​ກຽດ ສ່ວນ​ຫາງ​ນັ້ນ​ແມ່ນ​ພວກ​ຜູ້ທຳນວາຍ​ທີ່​ສັ່ງສອນ​ເລື່ອງ​ບໍ່ຈິງ.


“ດ້ວຍ​ວິທີ​ນີ້​ແຫຼະ ເຮົາ​ຈະ​ທຳລາຍ​ຄວາມ​ຈອງຫອງ​ຂອງ​ຢູດາ ແລະ​ຄວາມ​ຈອງຫອງ​ອັນໃຫຍ່​ຂອງ​ຊາວ​ນະຄອນ​ເຢຣູຊາເລັມ.


ແລ້ວ​ຈົ່ງ​ພາວັນນາ​ອະທິຖານ​ວ່າ, ‘ຂ້າແດ່​ພຣະເຈົ້າຢາເວ ແມ່ນ​ພຣະອົງ​ທີ່​ໄດ້​ກ່າວ​ວ່າ ຈະ​ທຳລາຍ​ບ່ອນ​ນີ້​ເພື່ອ​ວ່າ​ໃນ​ທີ່ນັ້ນ​ຈະ​ບໍ່ມີ​ສິ່ງ​ທີ່​ມີ​ຊີວິດ ບໍ່​ວ່າ​ຄົນ​ຫລື​ສັດ ແລະ​ມັນ​ຈະ​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຕະຫລອດໄປ.’


ບັດນີ້ ເຮົາ​ຄື​ເນບູ​ກາດເນັດຊາ ຂໍ​ສັນລະເສີນ​ແລະ​ຖວາຍ​ກຽດຕິຍົດ ແລະ​ສະຫງ່າຣາສີ ແດ່​ກະສັດ​ແຫ່ງ​ສະຫວັນ. ທຸກສິ່ງ​ທີ່​ພຣະອົງ​ເຮັດ​ກໍ​ຖືກຕ້ອງ​ແລະ​ຍຸດຕິທຳ ແລະ​ພຣະອົງ​ເຮັດ​ໃຫ້​ຄົນ​ຈອງຫອງ​ຖ່ອມຕົວ​ລົງ​ໄດ້.”


“ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ອ່ອນ​ກຳລັງ ທຸກໆ​ຄົນ​ຈະ​ດູໝິ່ນ​ປະໝາດ​ເຈົ້າ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ວັນ​ນັ້ນ​ກຳລັງ​ມາ​ເຖິງ ຄື​ມື້​ທີ່​ຄົນ​ຈອງຫອງ​ແລະ​ຄົນຊົ່ວ​ທຸກຄົນ​ຈະ​ຖືກ​ໄຟ​ເຜົາ​ດັ່ງ​ເຟືອງ. ໃນ​ວັນ​ນັ້ນ ພວກເຂົາ​ຈະ​ຖືກ​ໄຟ​ເຜົາ ແລະ​ຈະ​ບໍ່ມີ​ຫຍັງ​ເຫຼືອ​ຢູ່​ເລີຍ.


ເພື່ອ​ໃຫ້​ສິ່ງສາລະພັດ​ຕາມ​ທີ່​ພຣະຫັດ ແລະ​ພຣະໄທ​ຂອງ​ພຣະອົງ ຊົງ​ກຳນົດ​ຕັ້ງແຕ່​ກ່ອນ​ມາ​ແລ້ວ​ນັ້ນ​ເກີດຂຶ້ນ.


ໃນ​ພຣະອົງ​ນັ້ນ ພວກເຮົາ​ໄດ້​ຕົກ​ເປັນ​ສ່ວນ​ຂອງ​ພຣະເຈົ້າ ຕາມ​ການ​ຊົງ​ຕັ້ງ​ພຣະໄທ​ໄວ້​ກ່ອນ​ຂອງ​ພຣະອົງ ຜູ້​ຊົງ​ກະທຳ​ໃຫ້​ສິ່ງສາລະພັດ​ດຳເນີນ​ໄປ ໃຫ້​ສົມ​ກັບ​ນໍ້າພຣະໄທ​ຂອງ​ພຣະອົງ.


ພຣະເຈົ້າ​ໄດ້​ກະທຳ​ການ​ນີ້ ຕາມ​ພຣະປະສົງ​ອັນ​ນິຣັນ​ຂອງ​ພຣະອົງ ຊຶ່ງ​ພຣະອົງ​ຊົງ​ກະທຳ​ໃຫ້​ສຳເລັດ ໂດຍ​ທາງ​ພຣະຄຣິດເຈົ້າ​ເຢຊູ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ.


ແຕ່​ພຣະອົງ​ໄດ້​ຊົງ​ປະທານ​ພຣະຄຸນ​ເພີ່ມ​ຂຶ້ນ​ອີກ. ເຫດສະນັ້ນ ພຣະຄຳພີ​ຈຶ່ງ​ກ່າວ​ວ່າ, “ພຣະເຈົ້າ​ຊົງ​ຕໍ່ສູ້​ຄົນ​ທີ່​ຈອງຫອງ ແຕ່​ຊົງ​ປະທານ​ພຣະຄຸນ ແກ່​ຄົນ​ທີ່​ຖ່ອມໃຈ​ລົງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka