Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 23:6 - ພຣະຄຳພີສັກສິ

6 ຊາວ​ເມືອງ​ໂຟນີເຊຍ​ເອີຍ ຈົ່ງ​ໂສກເສົ້າ​ຮໍ່າໄຮ​ເຖີດ ຈົ່ງ​ພະຍາຍາມ​ປົບໜີໄປ​ຍັງ​ຕາກຊິດ​ສາ

Uka jalj uñjjattʼäta Copia luraña




ເອຊາຢາ 23:6
8 Jak'a apnaqawi uñst'ayäwi  

ຊາວ​ໂມອາບ​ຈະ​ຮ້ອງໄຫ້​ຮໍ່າໄຮ ຍ້ອນ​ຄວາມ​ເດືອດຮ້ອນ​ທີ່​ພວກຕົນ​ໄດ້​ຮັບ. ພວກເຂົາ​ຈະ​ຮໍ່າໄຮ​ເມື່ອ​ຄິດເຖິງ​ອາຫານ​ແຊບໆ ທີ່​ພວກຕົນ​ເຄີຍ​ກິນ​ໃນ​ເມືອງ​ກີຣະເຮເຣັດ. ພວກເຂົາ​ຈະ​ຖືກ​ທໍລະມານ​ຈົນ​ຕ້ອງ​ສິ້ນຫວັງ.


ປະຊາຊົນ​ໄດ້​ປົບໜີ​ຈາກ​ຄົມ​ດາບ ຊຶ່ງ​ພ້ອມແລ້ວ​ທີ່​ຈະ​ສັງຫານ​ພວກເຂົາ ຈາກ​ໜ້າທະນູ ຊຶ່ງ​ພ້ອມແລ້ວ​ທີ່​ຈະ​ຍິງ​ໃສ່​ພວກເຂົາ ຈາກ​ໄພ​ອັນຕະລາຍ​ຂອງ​ເສິກ​ສົງຄາມ.


ຈົ່ງ​ໄປ​ເຮັດ​ໄຮ່​ເຮັດ​ນາ​ເຖີດ ພວກເຈົ້າ​ຄົນ​ທີ່​ຢູ່​ໃນ​ເມືອງ​ຂຶ້ນ​ຕ່າງໆ​ຂອງ​ຕາກຊິດ​ເອີຍ ບໍ່ມີ​ຜູ້ໃດ​ທີ່​ຈະ​ປົກປ້ອງ​ເຈົ້າ​ໄວ້​ຕໍ່ໄປ​ອີກ​ແລ້ວ.


ເມືອງ​ຊີໂດນ​ເອີຍ ຄວາມສຸກ​ຂອງ​ເຈົ້າ​ໄດ້​ສິ້ນສຸດລົງ​ສາ​ແລ້ວ ແລະ​ປະຊາຊົນ​ຂອງ​ເຈົ້າ​ກໍໄດ້​ຖືກ​ກົດຂີ່. ເຖິງ​ແມ່ນ​ວ່າ​ພວກເຂົາ​ປົບໜີໄປ​ທີ່​ເມືອງ​ໄຊປຣັດ; ແຕ່​ກໍ​ຈະ​ບໍ່ໄດ້​ຮັບ​ຄວາມ​ປອດໄພ.


ຮູບເຄົາຣົບ​ພວກເຂົາ​ໂອບ​ດ້ວຍ​ເງິນ​ຈາກ​ຕາກຊິດ ໂອບ​ດ້ວຍ​ຄຳ​ທີ່​ຖືກ​ນຳ​ມາ​ຈາກ​ແດນ​ອູຟາດ ຊຶ່ງ​ລ້ວນແຕ່​ແຕ້ມ​ດ້ວຍ​ສີມື​ຂອງ​ນັກ​ສິນລະປິນ ພວກເຂົາ​ນຸ່ງ​ເຄື່ອງ​ງົດງາມ​ໃຫ້​ຮູບເຄົາຣົບ​ເຫຼົ່ານັ້ນ ເປັນ​ສີແດງແຈດ​ແລະ​ສີມ່ວງ​ຢ່າງດີ ຊຶ່ງ​ຊ່າງ​ຜູ້​ຊຳນິ​ຊຳນານ​ຕໍ່າ​ອອກ​ມາ​ໃຫ້.


ທຸກຄົນ​ທີ່​ຢູ່​ຕາມ​ຝັ່ງ​ທະເລ​ກໍ​ສະດຸ້ງ​ຕົກໃຈ​ໃນ​ຊາຕາກຳ​ຂອງເຈົ້າ. ແມ່ນແຕ່​ກະສັດ​ຂອງ​ພວກເຂົາ ຕ່າງ​ກໍ​ສະທ້ານ​ຢ້ານກົວ​ຈົນ​ເບິ່ງ​ສີໜ້າ​ກໍ​ຮູ້.


ແຕ່​ໂຢນາ​ກັບ​ໄປ​ທາງ​ຕາກຊິດ ເພື່ອ​ຫລົບ​ໜີ​ຈາກ​ພຣະເຈົ້າຢາເວ. ເພິ່ນ​ໄດ້​ໄປ​ທີ່​ເມືອງ​ຢົບປາ ທີ່​ນັ້ນ​ເພິ່ນ​ໄດ້​ພົບ​ເຮືອ​ລຳ​ໜຶ່ງ ກຳລັງ​ຈະ​ໄປ​ຕາກຊິດ. ເພິ່ນ​ຈຶ່ງ​ຈ່າຍ​ຄ່າ​ໂດຍສານ ແລະ​ລົງ​ເຮືອ​ກັບ​ພວກ​ລູກເຮືອ, ແລ້ວ​ກໍ​ອອກ​ເດີນທາງ​ໄປ​ສູ່​ຕາກຊິດ ເພື່ອ​ຫລົບ​ໜີ​ຈາກ​ພຣະເຈົ້າຢາເວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka