Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 23:4 - ພຣະຄຳພີສັກສິ

4 ເມືອງ​ຊີໂດນ​ເອີຍ ເຈົ້າ​ຖືກ​ອັບອາຍ​ຂາຍໜ້າ​ສາ​ແລ້ວ ທະເລ​ແລະ​ມະຫາສະໝຸດ​ອັນ​ກວ້າງ​ເລິກ​ບອກ​ປະຕິເສດ​ໄປ​ວ່າ, “ເຮົາ​ບໍ່ເຄີຍ​ມີ​ລູກ​ຈັກເທື່ອ. ເຮົາ​ບໍ່ເຄີຍ​ລ້ຽງ​ລູກຊາຍ​ລູກຍິງ​ເລີຍ.”

Uka jalj uñjjattʼäta Copia luraña




ເອຊາຢາ 23:4
12 Jak'a apnaqawi uñst'ayäwi  

ລູກຊາຍກົກ​ຂອງ​ການາອານ​ຊື່​ວ່າ ຊີໂດນ ແລະ​ຜູ້​ຕໍ່ມາ​ຊື່​ວ່າ ເຫັດ. ສອງ​ຄົນ​ນີ້​ເປັນ​ປູ່ຍ່າຕາຍາຍ​ຂອງ​ຊົນຊາດ ທີ່​ໃສ່​ຊື່​ດັ່ງ​ກ່າວ​ນີ້​ຕໍ່ໆ​ມາ.


ຈົນ​ເຂດແດນ​ຂອງ​ພວກເຂົາ ແຕ່​ຊີໂດນ​ທາງ​ພາກ​ໃຕ້​ໄປ​ເຖິງ​ເມືອງ​ເກຣາກ, ກາຊາ; ແລະ​ໃນ​ພາກ​ຕາເວັນອອກ​ໄປ​ຈົນເຖິງ​ເມືອງ​ໂຊໂດມ, ໂກໂມຣາ, ອັດມາ ແລະ​ເມືອງ​ເຊບົວອິມ ທີ່​ຢູ່​ໃກ້​ກັບ​ເມືອງ​ລາຊາ.


ບັນດາ​ກະສັດ​ທັງໝົດ​ຂອງ​ເມືອງ​ຕີເຣ​ແລະ​ຊີໂດນ; ບັນດາ​ກະສັດ​ທັງໝົດ​ຂອງ​ດິນແດນ​ຕ່າງໆ ແຖບ​ທະເລ​ເມດີແຕຣາເນ;


ແລ້ວ​ພຣະອົງ​ກໍໄດ້​ບອກ​ຂ້າພະເຈົ້າ​ສົ່ງ​ຂ່າວສານ ໄປ​ເຖິງ​ບັນດາ​ກະສັດ​ແຫ່ງ​ເອໂດມ, ໂມອາບ, ອຳໂມນ, ຕີເຣ ແລະ​ຊີໂດນ; ໂດຍ​ຜ່ານ​ທາງ​ບັນດາ​ຕົວແທນ​ຂອງ​ພວກເຂົາ ທີ່​ໄດ້​ມາ​ນະຄອນ​ເຢຣູຊາເລັມ​ເພື່ອ​ພົບ​ເຈົ້າ​ເຊເດກີຢາ.


“ມະນຸດ​ເອີຍ ຈົ່ງ​ປະນາມ​ເມືອງ​ຊີໂດນ.


ຈົ່ງ​ບອກ​ປະຊາຊົນ​ໃນ​ທີ່ນັ້ນ ເຖິງ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ກ່າວ​ກ່ຽວກັບ​ພວກເຂົາ​ວ່າ, ‘ເມືອງ​ຊີໂດນ​ເອີຍ ເຮົາ​ເປັນ​ສັດຕູ​ຂອງເຈົ້າ; ປະຊາຊົນ​ຈະ​ສັນລະເສີນ​ເຮົາ ຍ້ອນ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ເຈົ້າ. ພວກເຂົາ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ​ເມື່ອ​ເຮົາ​ສະແດງ​ໃຫ້​ເຫັນ​ວ່າ ເຮົາ​ບໍຣິສຸດ​ສໍ່າໃດ​ໂດຍ​ລົງໂທດ​ຊາວ​ເມືອງ​ຂອງເຈົ້າ.


ພຣະເຈົ້າຢາເວ​ໄດ້​ໃຫ້​ພວກ​ອິດສະຣາເອນ​ມີ​ໄຊຊະນະ. ພວກ​ອິດສະຣາເອນ​ໄດ້​ໂຈມຕີ ແລະ​ໄລ່​ຕິດຕາມ​ພວກເຂົາ​ໄປ​ທາງ​ທິດເໜືອ​ໄກ​ສຸດ ຈົນເຖິງ​ເມືອງ​ມີສະເຣໂຟດ​ມາອີມ​ແລະ​ຊີໂດນ​ເມືອງ​ໃຫຍ່ ແລະ​ໄປ​ທາງທິດ​ຕາເວັນອອກ​ໄກ​ສຸດ ຈົນເຖິງ​ຮ່ອມພູ​ຂອງ​ເມືອງ​ມີຊະປາ. ການ​ສູ້ຮົບ​ໄດ້​ດຳເນີນ​ໄປ ຈົນກວ່າ​ເຫຼົ່າ​ສັດຕູ​ໄດ້​ຖືກ​ຂ້າ​ໝົດ​ສິ້ນ.


ຈະ​ບໍ່ມີ​ແສງ​ໂຄມ​ສ່ອງ​ສະຫວ່າງ​ໃນ​ເຈົ້າ​ຕໍ່ໄປ​ອີກ, ຈະ​ບໍ່ມີ​ຜູ້ໃດ​ໄດ້ຍິນ​ສຽງ​ເຈົ້າບ່າວ ເຈົ້າສາວ​ໃນ​ເຈົ້າ​ຕໍ່ໄປ​ອີກ​ຈັກເທື່ອ, ເພາະວ່າ​ບັນດາ​ພໍ່ຄ້າ​ຂອງ​ເຈົ້າ ໄດ້​ເປັນ​ເຈົ້ານາຍ​ແຫ່ງ​ແຜ່ນດິນ​ໂລກ ແລະ​ບັນດາ​ປະຊາຊາດ​ໄດ້​ຖືກ​ຫລອກລວງ ດ້ວຍ​ເວດມົນ​ຄາຖາ​ຂອງ​ເຈົ້າ.


ອີກ​ຄັ້ງໜຶ່ງ ຊາວ​ອິດສະຣາເອນ​ໄດ້​ເຮັດ​ບາບ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າຢາເວ ໂດຍ​ຂາບໄຫວ້​ພະບາອານ​ກັບ​ເຈົ້າແມ່​ອັດສະຕາກ ແລະ​ບັນດາ​ພະ​ຂອງ​ຊາວ​ຊີເຣຍ, ຊີໂດນ, ໂມອາບ, ອຳໂມນ ແລະ​ຊາວ​ຟີລິດສະຕິນ​ດ້ວຍ. ພວກເຂົາ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ​ແລະ​ເຊົາ​ນະມັດສະການ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka