Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 23:3 - ພຣະຄຳພີສັກສິ

3 ພວກເຈົ້າ​ສົ່ງ​ຄົນ​ຂ້າມ​ທະເລ​ໄປ​ຊື້ຂາຍ​ເມັດ​ພືດ​ທີ່​ເກີດ​ໃນ​ປະເທດ​ເອຢິບ ແລະ​ເຮັດ​ທຸລະກິດ​ກັບ​ທຸກ​ຊົນຊາດ.

Uka jalj uñjjattʼäta Copia luraña




ເອຊາຢາ 23:3
12 Jak'a apnaqawi uñst'ayäwi  

ສະນັ້ນ ກະສັດ​ດາວິດ​ຈຶ່ງ​ໄດ້​ເຕົ້າໂຮມ​ປະຊາຊົນ​ອິດສະຣາເອນ​ຈາກ​ທົ່ວ​ປະເທດ ຄື​ຕັ້ງແຕ່​ຊາຍແດນ​ຊີໂຮເຣ​ປະເທດ​ເອຢິບ​ດ້ານ​ໃຕ້ ຈົນ​ຮອດ​ຊ່ອງແຄບ​ຮາມັດ​ທາງ​ດ້ານ​ເໜືອ ເພື່ອ​ໄປ​ເອົາ​ຫີບ​ຂອງ​ພຣະເຈົ້າ​ຈາກ​ເມືອງ​ກີຣີອາດ​ເຢອາຣີມ ມາ​ທີ່​ນະຄອນ​ເຢຣູຊາເລັມ.


ແລະ​ພືດຜົນ​ຕາມ​ແຄມ​ຝັ່ງ​ຂອງ​ແມ່ນໍ້ານິນ​ກໍ​ຈະ​ແຫ້ງ ແລະ​ຖືກ​ລົມ​ພັດ​ໄປ.


ຜູ້ໃດ​ເດ​ເປັນ​ຜູ້​ວາງແຜນ​ນຳ​ສິ່ງ​ທັງໝົດ​ນີ້​ມາ​ສູ່​ເມືອງ​ຕີເຣ ເມືອງ​ແຫ່ງ​ຈອມ​ຈັກກະພັດ​ທີ່​ພວກເຈົ້າ​ຊາຍ​ຜູ້​ເປັນ​ພໍ່ຄ້າ ໄດ້​ຮັບ​ກຽດ​ອັນ​ສູງສຸດ​ເໜືອ​ມະນຸດ​ໃນ​ໂລກ?


ທຸກຄົນ​ຈະ​ມີ​ຄວາມສຸກ​ຫລາຍ​ສໍ່າໃດ ໃນ​ເມື່ອ​ຢູ່​ທີ່ນັ້ນ​ມີ​ນໍ້າ​ຢ່າງ​ສົມບູນ​ສຳລັບ​ເຄື່ອງປູກ​ຂອງຝັງ ແລະ​ມີ​ທົ່ງຫຍ້າ​ໃຫ້​ລໍ ແລະ​ຝູງແກະ​ກິນ​ຫຍ້າ​ຢ່າງ​ປອດໄພ.


ເຈົ້າ​ຫວັງ​ຈະ​ໄດ້​ຫຍັງ​ແດ່​ທີ່​ເຈົ້າ​ໄປ​ຫາ​ເອຢິບ ຫວັງ​ຈະ​ໄດ້​ດື່ມ​ນໍ້າ​ໃນ​ແມ່ນໍ້າ​ນິນ​ຫລື​ນີ້? ເຈົ້າ​ຫວັງ​ຈະ​ໄດ້​ຫຍັງ​ທີ່​ໄປ​ຫາ​ອັດຊີເຣຍ ຫວັງ​ຈະ​ໄດ້​ດື່ມ​ນໍ້າ​ໃນ​ແມ່ນໍ້າ​ເອີຟຣັດ​ຫລື​ນີ້?


ເມື່ອ​ສິນຄ້າ​ເຈົ້າ​ໄດ້​ໄປ​ເທິງ​ທະເລ ໄດ້​ໃຫ້​ຄວາມ​ຈຳເປັນ​ຂອງ​ທຸກ​ປະເທດ​ໃຫ້​ອີ່ມ​ເຕັມ. ບັນດາ​ກະສັດ​ຕ່າງ​ກໍໄດ້​ສ້າງຮັ່ງ​ຄູນມີ ຍ້ອນ​ຄວາມ​ມັ່ງຄັ່ງ​ສົມບູນ​ແຫ່ງ​ສິນຄ້າ​ຂອງເຈົ້າ.


ສະຕິປັນຍາ​ກັບ​ຄວາມ​ຊຳນິ​ຊຳນານ​ຂອງ​ເຈົ້າ​ນັ້ນ​ໄດ້​ເຮັດ​ໃຫ້​ເຈົ້າ​ຮັ່ງມີ ດ້ວຍ​ຊັບສົມບັດ​ທີ່​ເປັນ​ຄຳ​ແລະ​ເງິນ.


ພວກເຈົ້າ​ໄດ້​ຂົນ​ເອົາ​ເງິນ​ແລະ​ຄຳ ຕະຫລອດ​ທັງ​ຂອງ​ມີຄ່າ​ຂອງເຮົາ ໄປ​ໄວ້ໃນ​ບັນດາ​ວິຫານ​ຂອງ​ພວກເຈົ້າ.


ດິນແດນ​ທີ່​ພວກເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ຢຶດຄອງ​ນັ້ນ ບໍ່​ຄື​ດິນແດນ​ຂອງ​ປະເທດ​ເອຢິບ​ບ່ອນ​ທີ່​ພວກເຈົ້າ​ໄດ້​ອາໄສ​ຢູ່​ແຕ່​ກ່ອນ. ທີ່​ນັ້ນ​ເມື່ອ​ພວກເຈົ້າ​ປູກ​ເມັດພືດ ພວກເຈົ້າ​ຕ້ອງ​ທຳງານ​ໜັກ​ເພື່ອ​ປ້ານ​ຄັນຄູ​ກັນນໍ້າ​ໄວ້,


ແລະ​ດິນແດນ​ຂອງ​ຊາວ​ອາວິມ​ທີ່​ຢູ່​ທາງທິດໃຕ້. (ດິນແດນ​ແຕ່​ແມ່ນໍ້າ​ຊີໂຮເຣ ຕາມ​ຊາຍແດນ​ຂອງ​ປະເທດ​ເອຢິບ​ຂຶ້ນ​ໄປ​ທາງເໜືອ ຈົນເຖິງ​ເຂດແດນ​ເອັກໂຣນ​ຖື​ວ່າ​ເປັນ​ຖິ່ນ​ຂອງ​ຊາວ​ການາອານ; ບັນດາ​ຜູ້ປົກຄອງ​ຂອງ​ຊາວ​ຟີລິດສະຕິນ 5 ຄົນ ທີ່​ຢູ່​ໃນ​ເມືອງ​ກາຊາ, ເມືອງ​ອາຊະໂດດ, ເມືອງ​ອາຊະເກໂລນ, ເມືອງກາດ ແລະ​ເມືອງ​ເອັກໂຣນ).


Jiwasaru arktasipxañani:

Anuncios ukanaka


Anuncios ukanaka