Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 23:18 - ພຣະຄຳພີສັກສິ

18 ພວກເຂົາ​ຈະ​ເອົາ​ເງິນ​ທີ່​ຄ້າ​ຂາຍ​ໄດ້​ນັ້ນ ມາ​ຖວາຍ​ແກ່​ພຣະເຈົ້າຢາເວ. ເມືອງນີ້​ຈະ​ບໍ່​ທ້ອນເງິນ​ນັ້ນ​ໄວ້​ລ້າໆ ແຕ່​ຜູ້​ທີ່​ນະມັດສະການ​ພຣະເຈົ້າຢາເວ​ຈະ​ໃຊ້​ເງິນ​ນັ້ນ​ຊື້​ອາຫານ​ແລະ​ເຄື່ອງນຸ່ງຫົ່ມ​ທີ່​ພວກເຂົາ​ຕ້ອງການ.

Uka jalj uñjjattʼäta Copia luraña




ເອຊາຢາ 23:18
31 Jak'a apnaqawi uñst'ayäwi  

ຊາວ​ເມືອງ​ຕີເຣ​ຈະ​ຫາ​ຂອງຂວັນ​ແລະ​ນຳ​ມາ ຄົນ​ຮັ່ງມີ​ກໍ​ຊອກຫາ​ທາງ​ທີ່​ຈະ​ເອົາ​ໃຈ​ເຈົ້າ.


ກະສັດ​ຂອງ​ສະເປນ​ແລະ​ເກາະ​ດອນ​ທັງຫລາຍ ຕ່າງ​ກໍ​ຈະ​ນຳ​ຂອງ​ບັນນາການ​ມາ​ມອບ​ໃຫ້​ເພິ່ນ. ບັນດາ​ກະສັດ​ແຫ່ງ​ອາຣາເບຍ​ແລະ​ເອທີໂອເປຍ ກໍ​ຈະ​ນຳ​ເອົາ​ເຄື່ອງ​ຖວາຍ​ມາ​ມອບ​ໃຫ້.


ກະສັດ​ທຸກຄົນ​ຈະ​ກົ້ມ​ຂາບລົງ​ຕໍ່ໜ້າ​ເພິ່ນ ບັນດາ​ຊົນຊາດ​ທັງໝົດ​ຈະ​ຮັບໃຊ້​ເພິ່ນ.


ຈົ່ງ​ເຮັດ​ເຄື່ອງ​ປະດັບ​ດ້ວຍ​ຄຳສົດ ແລະ​ຈາລຶກ​ຊື່​ໃສ່​ວ່າ ‘ອຸທິດ​ຖວາຍ​ແດ່​ອົງພຣະ​ຜູ້​ເປັນເຈົ້າ.’


ຄົນດີ​ປະ​ຊັບສົມບັດ​ໄວ້​ໃຫ້​ລູກຫລານ, ແຕ່​ຊັບສົມບັດ​ຂອງ​ຄົນບາບ​ກໍ​ສະສົມ​ໄວ້​ສຳລັບ​ຄົນ​ຊອບທຳ.


ເປັນ​ຄົນ​ຮັ່ງມີ​ຍ້ອນ​ໂກງ​ດອກເບ້ຍ​ແລະ​ເອົາ​ປຽບ​ຄົນອື່ນ ຊັບສົມບັດ​ຂອງຕົນ​ກໍ​ຈະ​ຖືກ​ເອົາ​ໄປ​ໃຫ້​ຄົນ​ໃຈ​ບຸນ​ທີ່​ເຮັດ​ດີ​ຕໍ່​ຄົນທຸກ.


ພຣະເຈົ້າ​ໃຫ້​ປັນຍາ, ຄວາມຮູ້ ແລະ​ຄວາມສຸກ​ແກ່​ຜູ້​ທີ່​ພຣະອົງ​ພໍພຣະໄທ​ນຳ. ແຕ່​ພຣະອົງ​ເຮັດ​ໃຫ້​ຄົນບາບ​ເຮັດ​ວຽກ​ໜັກ, ຫາຢູ່​ຫາກິນ ແລະ​ທ້ອນໂຮມ​ໄວ້ ເພື່ອ​ວ່າ​ພຣະອົງ​ຈະ​ເອົາ​ສິ່ງ​ທີ່​ລາວ​ຫາ​ມາ​ໄດ້​ນັ້ນ ໃຫ້​ແກ່​ຜູ້​ທີ່​ພຣະອົງ​ພໍພຣະໄທ​ນຳ. ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ ເປັນ​ດັ່ງ​ກຳລັງ​ແລ່ນ​ໄລ່​ໄປ​ຕາມ​ລົມ.


ເຫຼົ່າ​ສັດຕູ​ຈະ​ຢຶດເອົາ​ຊັບສົມບັດ​ແລະ​ສິນຄ້າ​ຂອງ​ເຈົ້າ​ໄປ. ພວກເຂົາ​ຈະ​ຮື້​ກຳແພງ​ແລະ​ທຳລາຍ​ເຮືອນ​ອັນ​ສວຍງາມ​ຂອງ​ເຈົ້າ. ພວກເຂົາ​ຈະ​ເອົາ​ກ້ອນຫີນ​ກັບ​ທ່ອນ​ໄມ້​ແລະ​ເສດ​ດິນຈີ່ ຖິ້ມ​ລົງ​ໃນ​ທະເລ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ປະຊາຊົນ​ເຢຣູຊາເລັມ​ເອີຍ ຈົ່ງ​ໄປ​ລົງໂທດ​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ​ສາ ເຮົາ​ຈະ​ເຮັດ​ໃຫ້​ພວກເຈົ້າ​ແຂງແຮງ​ເໝືອນ​ດັ່ງ​ງົວ​ກະທິງ ທີ່​ມີ​ເຂົາ​ເປັນ​ເຫຼັກ​ແລະ​ມີ​ກີບຕີນ​ເປັນ​ທອງສຳຣິດ. ພວກເຈົ້າ​ຈະ​ຢຽບຢໍ່າ​ທຳລາຍ​ຫລາຍ​ຊົນຊາດ​ໃຫ້​ໝຸ່ນ​ທະລາຍ​ໄປ ເຮົາ​ຈະ​ມອບ​ສິ່ງ​ທີ່​ໄດ້​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ແລະ​ຊັບສົມບັດ​ຂອງ​ພວກເຂົາ​ໄດ້​ມາ​ຈາກ​ການ​ໃຊ້​ກຳລັງ​ຢຶດເອົາ​ນັ້ນ ເຮົາ​ຈະ​ເອົາ​ມາ​ອຸທິດ​ຖວາຍ​ແກ່​ອົງພຣະ​ຜູ້​ເປັນເຈົ້າ​ແຫ່ງ​ແຜ່ນດິນ​ໂລກ​ທັງໝົດ.”


ພວກ​ຜູ້ຊາຍ​ຊາວ​ຢູດາ​ຈະ​ຕໍ່ສູ້​ເພື່ອ​ປ້ອງກັນ​ນະຄອນ​ເຢຣູຊາເລັມ. ພວກເຂົາ​ຈະ​ປຸ້ນ​ເອົາ​ຊັບສົມບັດ​ຂອງ​ບັນດາ​ຊົນຊາດ​ທັງໝົດ​ເຊັ່ນ: ຄຳ, ເງິນ, ທັງ​ເຄື່ອງນຸ່ງຫົ່ມ​ເປັນ​ຈຳນວນ​ຫລວງຫລາຍ.


ຈົ່ງ​ນຳ​ໜຶ່ງສ່ວນສິບ​ເຕັມ​ຈຳນວນ​ມາ​ທີ່​ວິຫານ​ຂອງເຮົາ ເພື່ອ​ວ່າ​ໃນ​ທີ່ນັ້ນ​ຈະ​ມີ​ອາຫານ​ຢ່າງ​ເຕັມ​ບໍຣິບູນ. ຈົ່ງ​ລອງ​ເຮັດ​ຢ່າງນັ້ນ​ກັບ​ເຮົາ​ເບິ່ງ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ ແລະ​ພວກເຈົ້າ​ຈະ​ເຫັນ​ວ່າ ເຮົາ​ຈະ​ໄຂ​ປະຕູ​ສະຫວັນ ແລະ​ຖອກເທ​ພຣະພອນ​ນາໆ​ຊະນິດ ຈົນ​ບໍ່ມີ​ຫ້ອງ​ໃສ່​ໄວ້​ໃນ​ເຮືອນ​ຂອງ​ພວກເຈົ້າ.


ຄົນ​ຮັບໃຊ້​ຜູ້​ທີ່​ໄດ້​ຮັບ​ເງິນ​ຫ້າ​ຕະລັນຕົນ ກໍ​ໄປ​ລົງ​ທຶນ​ທັນທີ ແລະ​ໄດ້​ກຳໄລ​ເທົ່າ​ຕົວ.


ຈາກ​ນະຄອນ​ເຢຣູຊາເລັມ, ຈາກ​ເຂດແດນ​ອີດູມາຍ, ຈາກ​ເຂດແດນ​ຟາກ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ແລະ​ຂົງເຂດ​ອ້ອມແອ້ມ​ເມືອງ​ຕີເຣ​ແລະ​ຊີໂດນ ປະຊາຊົນ​ໝູ່ໃຫຍ່​ນີ້​ໄດ້​ມາ​ຫາ​ພຣະເຢຊູເຈົ້າ ເພາະ​ພວກເຂົາ​ໄດ້ຍິນ​ເຖິງ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ.


ຈົ່ງ​ຂາຍ​ສິ່ງ​ຂອງ​ທັງໝົດ​ທີ່​ພວກເຈົ້າ​ມີ​ຢູ່ ແລະ​ບໍລິຈາກ​ເງິນ​ນັ້ນ​ໃຫ້​ແກ່​ຄົນ​ຍາກຈົນ ຈົ່ງ​ເຮັດ​ຖົງ​ເງິນ​ອັນ​ບໍ່​ຮູ້​ເກົ່າ​ໄວ້​ສຳລັບ​ຕົນ ແລະ​ສະສົມ​ຊັບສົມບັດ​ຂອງ​ພວກເຈົ້າ​ໄວ້​ໃນ​ສະຫວັນ ຊຶ່ງ​ໝົດ​ບໍ່​ເປັນ ບ່ອນ​ທີ່​ຂະໂມຍ​ເຂົ້າ​ໄປ​ບໍ່ໄດ້ ແລະ​ບ່ອນ​ທີ່​ມອດ​ກັດ​ກິນ​ບໍ່ໄດ້.


ໂຢຮັນນາ ເມຍ​ຂອງ​ຈູຊາ​ຜູ້​ທີ່​ເປັນ​ກົມມະວັງ​ຂອງ​ເຮໂຣດ ແລະ ນາງ​ຊູຊັນນາ​ກັບ​ແມ່ຍິງ​ອື່ນໆ​ອີກ​ຫລາຍ​ຄົນ ທີ່​ເຄີຍ​ໃຊ້​ຊັບສິນ​ຂອງ​ຕົນເອງ ເພື່ອ​ບົວລະບັດ​ພຣະເຢຊູເຈົ້າ ແລະ​ພວກ​ສາວົກ​ຂອງ​ພຣະອົງ.


ດັ່ງນັ້ນ ເປໂຕ​ຈຶ່ງ​ລຸກ​ຂຶ້ນ​ໄປ​ກັບ​ພວກເຂົາ ເມື່ອ​ມາ​ເຖິງ​ແລ້ວ ພວກເຂົາ​ກໍ​ນຳ​ເພິ່ນ​ຂຶ້ນ​ໄປ​ທີ່​ຫ້ອງ​ຊັ້ນ​ເທິງ ຊຶ່ງ​ມີ​ແມ່ໝ້າຍ​ທັງໝົດ​ໄດ້​ມາ​ອ້ອມ​ເພິ່ນ​ໄວ້ ທັງ​ຮ້ອງໄຫ້ ແລະ​ຊີ້​ໃຫ້​ເຫັນ​ເສື້ອຜ້າ ແລະ​ເສື້ອ​ຊັ້ນນອກ​ຕ່າງໆ​ທີ່​ໂດຣະກາ​ເປັນ​ຜູ້​ເຮັດ ເມື່ອ​ນາງ​ຍັງ​ມີ​ຊີວິດ​ຢູ່​ກັບ​ພວກ​ຕົນ.


ຄົນ​ທີ່​ຮັບ​ພຣະທຳ​ຄຳສອນ​ແລ້ວ ຈົ່ງ​ແບ່ງ​ສິ່ງ​ທີ່​ດີ​ທຸກຢ່າງ​ໃຫ້​ແກ່​ຜູ້​ທີ່​ສັ່ງສອນ​ຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka