ເອຊາຢາ 23:17 - ພຣະຄຳພີສັກສິ17 ເມື່ອເຈັດສິບປີນັ້ນໝົດໄປແລ້ວ ພຣະເຈົ້າຢາເວຈະໃຫ້ເມືອງຕີເຣກັບສູ່ສະພາບເດີມ ແລະເມືອງນີ້ຈະຮັບຈ້າງເຮັດທຸລະກິດກັບທຸກອານາຈັກໃນໂລກ. Uka jalj uñjjattʼäta |
ບັນດາຮູບເຄົາຣົບອັນມີຄ່າຈະຖືກທັບໃຫ້ໝຸ່ນທະລາຍ ທຸກສິ່ງທີ່ຖືກຖວາຍແກ່ບັນດາໂສເພນີ ຈະຖືກທຳລາຍດ້ວຍໄຟ ແລະຮູບເຄົາຣົບທັງໝົດໃນເມືອງນີ້ຈະຖືກກອງປະໄວ້ຢ່າງເປັນຕາຢ້ານ. ນະຄອນຊາມາເຣຍໄດ້ຮັບສິ່ງເຫຼົ່ານີ້ມາຈາກພິທີຕ່າງໆ ສຳລັບໃຫ້ເກີດມີຄວາມອຸດົມສົມບູນ ມາບັດນີ້ ເຫຼົ່າສັດຕູຈະມາຈັບພວກເຂົາໄປເພື່ອໃຫ້ຂາບໄຫວ້ໃນແຫ່ງອື່ນ.”
ພວກຜູ້ປົກຄອງເມືອງ ກໍປົກຄອງດ້ວຍເຫັນແກ່ສິນບົນ ພວກປະໂຣຫິດກໍແປກົດບັນຍັດດ້ວຍເຫັນແກ່ຄ່າຈ້າງລາງວັນ ພວກຜູ້ທຳນວາຍກໍບອກນິມິດຂອງຕົນດ້ວຍເຫັນແກ່ເງິນ ແລະພວກເຂົາທຸກຄົນຕ່າງກໍອ້າງວ່າ ພຣະເຈົ້າຢາເວຢູ່ກັບພວກຕົນ ພວກເຂົາເວົ້າວ່າ, “ເຫດຮ້າຍໃດໆຈະບໍ່ມາຖືກພວກເຮົາດອກ ເພາະພຣະເຈົ້າຢາເວສະຖິດຢູ່ນຳພວກເຮົາ.”