16 “ຈົ່ງຈັບກິດຕາຂຶ້ນດີດຍ່າງເລາະໄປທົ່ວເມືອງ ພວກເຈົ້າຍິງໂສເພນີຜູ້ທີ່ຖືກລືມໄລໄປສິ້ນ ຈົ່ງພາກັນຮ້ອງລຳທຳເພງກັນອີກໃໝ່ ເພື່ອນຳພວກຜູ້ຊາຍໃຫ້ກັບຄືນມາອີກແມ.”
ເມື່ອເວລານັ້ນມາເຖິງ ເມືອງຕີເຣຈະຖືກລືມໄລເປັນເວລາເຈັດສິບປີ ຄືຊົ່ວຊີວິດຂອງກະສັດຜູ້ໜຶ່ງ. ເມື່ອປີເຫຼົ່ານັ້ນໄດ້ຜ່ານພົ້ນໄປແລ້ວ ເມືອງຕີເຣຈະເປັນດັ່ງຍິງໂສເພນີທີ່ຮ້ອງເພງວ່າ:
ເມື່ອເຈັດສິບປີນັ້ນໝົດໄປແລ້ວ ພຣະເຈົ້າຢາເວຈະໃຫ້ເມືອງຕີເຣກັບສູ່ສະພາບເດີມ ແລະເມືອງນີ້ຈະຮັບຈ້າງເຮັດທຸລະກິດກັບທຸກອານາຈັກໃນໂລກ.
ຄົນຮັກແພງຕ່າງກໍໄດ້ລືມໄລພວກເຈົ້າໄປ ພວກເຂົາບໍ່ສົນໃຈກັບພວກເຈົ້າຕໍ່ໄປອີກ. ເຮົາໄດ້ໂຈມຕີພວກເຈົ້າເໝືອນດັ່ງສັດຕູໂຈມຕີ ໂທດກຳທີ່ພວກເຈົ້າໄດ້ຮັບກໍຮຸນແຮງແທ້ ເພາະການບາບຂອງພວກເຈົ້າມີຫລວງຫລາຍ ແລະຄວາມຊົ່ວຊາມກໍມີຫລາຍໂພດ.
ເຮົາຈະໃຫ້ສຽງເພງສຸດສິ້ນລົງ ແລະຈະໃຫ້ສຽງພິນມິດງຽບຫາຍໄປ.
ນີເນເວ ຍິງແພດສະຫຍາຖືກລົງໂທດແລ້ວເດ ນາງຜູ້ມີສະເໜ່ລໍ້ລວງຄົນທັງຫລາຍໃຫ້ຕາຍຍ້ອນ; ນາງເຮັດໃຫ້ຊາດຕ່າງໆຫລົງໄຫລໄປນຳ ແລະເຮັດໃຫ້ຄົນກາຍເປັນທາດຮັບໃຊ້ທັງປະເທດ.