15 ເມື່ອເວລານັ້ນມາເຖິງ ເມືອງຕີເຣຈະຖືກລືມໄລເປັນເວລາເຈັດສິບປີ ຄືຊົ່ວຊີວິດຂອງກະສັດຜູ້ໜຶ່ງ. ເມື່ອປີເຫຼົ່ານັ້ນໄດ້ຜ່ານພົ້ນໄປແລ້ວ ເມືອງຕີເຣຈະເປັນດັ່ງຍິງໂສເພນີທີ່ຮ້ອງເພງວ່າ:
“ຈົ່ງຈັບກິດຕາຂຶ້ນດີດຍ່າງເລາະໄປທົ່ວເມືອງ ພວກເຈົ້າຍິງໂສເພນີຜູ້ທີ່ຖືກລືມໄລໄປສິ້ນ ຈົ່ງພາກັນຮ້ອງລຳທຳເພງກັນອີກໃໝ່ ເພື່ອນຳພວກຜູ້ຊາຍໃຫ້ກັບຄືນມາອີກແມ.”
ເມື່ອເຈັດສິບປີນັ້ນໝົດໄປແລ້ວ ພຣະເຈົ້າຢາເວຈະໃຫ້ເມືອງຕີເຣກັບສູ່ສະພາບເດີມ ແລະເມືອງນີ້ຈະຮັບຈ້າງເຮັດທຸລະກິດກັບທຸກອານາຈັກໃນໂລກ.
ບັນດາກະສັດທັງໝົດຂອງເມືອງຕີເຣແລະຊີໂດນ; ບັນດາກະສັດທັງໝົດຂອງດິນແດນຕ່າງໆ ແຖບທະເລເມດີແຕຣາເນ;
ພຣະເຈົ້າຢາເວກ່າວວ່າ, ‘ເມື່ອຢູ່ນະຄອນບາບີໂລນຄົບເຈັດສິບປີ ແລ້ວເຮົາກໍຈະສະແດງຄວາມຫ່ວງໃຍຂອງເຮົາສຳລັບພວກເຈົ້າ ທັງຈະຮັກສາຄຳສັນຍາຂອງເຮົາທີ່ວ່າ ຈະນຳພວກເຈົ້າກັບຄືນມາສູ່ບ້ານເກີດເມືອງນອນ.
ບັດນີ້ ນະຄອນເຢຣູຊາເລັມ ຍິງໂສເພນີເອີຍ ຈົ່ງຟັງຖ້ອຍຄຳທີ່ພຣະເຈົ້າຢາເວກຳລັງກ່າວ.
ຂະບວນເຮືອສິນຄ້າຂະໜາດໃຫຍ່ທີ່ສຸດແຫ່ງຕາກຊິດໄດ້ມາຂົນສິນຄ້າຂອງເຈົ້າ. ເຈົ້າເປັນດັ່ງເຮືອລຳໜຶ່ງນອນຢູ່ເທິງທ້ອງທະເລ ເປັນເຮືອໃຫຍ່ດີທີ່ບັນທຸກສິນຄ້າຂະໜາດໃຫຍ່.
ບໍ່ມີຄົນຫລືສັດໃດໆເລີຍຈະຍ່າງຜ່ານເຂດນັ້ນ. ຕະຫລອດສີ່ສິບປີຈະບໍ່ມີຫຍັງອາໄສຢູ່ໃນທີ່ນັ້ນ.
ເພິ່ນໄດ້ຮັບສິດອຳນາດ, ກຽດຕິຍົດ ແລະອຳນາດແຫ່ງການເປັນໃຫຍ່ ຈົນວ່າທຸກຊົນຊາດ, ທຸກເຊື້ອຊາດ ແລະທຸກພາສາໄດ້ຮັບໃຊ້ເພິ່ນ. ສິດອຳນາດຂອງເພິ່ນຈະດຳລົງຢູ່ຕະຫລອດໄປ ແລະອານາຈັກຂອງເພິ່ນກໍຈະບໍ່ສິ້ນສຸດເປັນຈັກເທື່ອ.
ສ່ວນແບ້ນັ້ນໝາຍເຖິງອານາຈັກກຣີກ ແລະເຂົາສຳຄັນຢູ່ລະຫວ່າງຕາຂອງມັນນັ້ນ ໝາຍເຖິງກະສັດຄົນທຳອິດ.
ເຮົາຈະຄືນສວນອະງຸ່ນໃຫ້ແກ່ນາງ ແລະຈະເຮັດໃຫ້ຮ່ອມພູລຳບາກເປັນປະຕູແຫ່ງຄວາມຫວັງ. ນາງຈະຕອບສະໜອງເຮົາຢູ່ທີ່ນັ້ນ ດັ່ງນາງໄດ້ເຄີຍເຮັດມາໃນຄາວຍັງໜຸ່ມ ຄືເມື່ອຄາວໜີອອກມາຈາກປະເທດເອຢິບນັ້ນ.
ຊຶ່ງຫ້າອົງໄດ້ລ່ວງໄປແລ້ວ ອົງໜຶ່ງຊົງກຳລັງເປັນຢູ່ ແລະອີກອົງໜຶ່ງຍັງບໍ່ໄດ້ສະເດັດມາ. ເມື່ອສະເດັດມາແລ້ວຈະຕ້ອງດຳລົງຢູ່ຊົ່ວຂະນະໜຶ່ງ.