14 ຈົ່ງໂສກເສົ້າຮໍ່າໄຮເຖີດ ບັນດາເຮືອແຫ່ງຕາກຊິດເອີຍ ເມືອງທີ່ພວກເຈົ້າເພິ່ງພາອາໄສໄດ້ຖືກທຳລາຍສາແລ້ວ.
ພຣະອົງຈະເຮັດໃຫ້ແມ່ນແຕ່ເຮືອໃຫຍ່ແລະງາມທີ່ສຸດຈົມ.
ຕໍ່ໄປນີ້ແມ່ນຖ້ອຍຄຳກ່ຽວກັບຕີເຣ. ຈົ່ງໂສກເສົ້າຮໍ່າໄຮເຖີດ ພວກແລ່ນເຮືອແຫ່ງຕາກຊິດເອີຍ ທ່າເຮືອໃນເມືອງທ່າຂອງພວກເຈົ້າຖືກທຳລາຍສາແລ້ວ; ບ້ານເຮືອນກັບທ່າເຮືອຖືກພັງພິນາດສາແລ້ວ. ພວກເຈົ້າຮູ້ຂ່າວຕ່າງໆ ເມື່ອເຮືອຂອງພວກເຈົ້າກັບມາແຕ່ເມືອງໄຊປຣັດ.
ຊາວເມືອງໂຟນີເຊຍເອີຍ ຈົ່ງໂສກເສົ້າຮໍ່າໄຮເຖີດ ຈົ່ງພະຍາຍາມປົບໜີໄປຍັງຕາກຊິດສາ