Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 23:13 - ພຣະຄຳພີສັກສິ

13 ແມ່ນ​ຊາວ​ບາບີໂລນ ແຕ່​ບໍ່ແມ່ນ​ຊາວ​ອັດຊີເຣຍ ທີ່​ໄດ້​ປ່ອຍ​ໃຫ້​ພວກ​ສັດປ່າ​ຢຽບຢໍ່າ​ເມືອງ​ຕີເຣ. ແມ່ນ​ຊາວ​ບາບີໂລນ​ທີ່​ໄດ້​ປິດລ້ອມ​ຫໍຄອຍ​ຕ່າງໆ ຮື້​ປ້ອມ​ທີ່​ປ້ອງກັນ​ເມືອງ​ຕີເຣ ແລະ​ປະປ່ອຍ​ໃຫ້​ເປັນ​ເມືອງ​ຮົກຮ້າງ​ເພພັງ.

Uka jalj uñjjattʼäta Copia luraña




ເອຊາຢາ 23:13
23 Jak'a apnaqawi uñst'ayäwi  

ແລະ​ຮາຣານ​ໄດ້​ຕາຍໄປ​ທີ່​ບ້ານ​ເກີດ​ຂອງ​ຕົນເອງ​ທີ່​ອູເຣ​ໃນ​ບາບີໂລນ ໃນ​ຂະນະທີ່​ພໍ່​ຂອງຕົນ​ຍັງ​ມີ​ຊີວິດ​ຢູ່.


ເຕຣາ ພາ​ອັບຣາມ​ລູກຊາຍ​ຂອງຕົນ ແລະ​ໂລດ ລູກຊາຍ​ຂອງ​ຮາຣານ​ຫລານ​ຂອງຕົນ ໜີໄປ​ຈາກ​ເມືອງ​ອູເຣ​ໃນ​ບາບີໂລນ. ເພິ່ນ​ຍັງ​ພາ​ຊາຣາຍ​ລູກໃພ້​ຂອງຕົນ​ໜີໄປ​ພ້ອມ ເພື່ອ​ຈະ​ເຂົ້າ​ໄປ​ອາໄສ​ຢູ່​ໃນ​ການາອານ. ພວກເຂົາ​ໄດ້​ເດີນທາງ​ມາ​ຮອດ​ເມືອງ​ຮາຣານ ແລະ​ຕັ້ງ​ຖິ່ນຖານ​ຢູ່​ທີ່​ນັ້ນ.


ດັ່ງນັ້ນ ເຂົາ​ໄດ້​ໃສ່​ຊື່​ສະຖານທີ່​ນັ້ນ​ວ່າ, “ບາເບນ” ເພາະ​ໃນ​ທີ່ນັ້ນ ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ພາສາ​ຂອງ​ບັນດາ​ປະຊາຊາດ​ແຕກຕ່າງ​ກັນ ແລະ​ຈາກ​ທີ່​ນັ້ນ ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ພວກເຂົາ​ພັດພາກ​ຈາກ​ກັນ​ໄປ​ທົ່ວ​ເທິງ​ແຜ່ນດິນ​ໂລກ.


ສາຍ​ທີ​ສາມ​ຊື່​ວ່າ ຕິກຣິດ​ຊຶ່ງ​ໄຫລ​ຜ່ານ​ດິນແດນ​ປະເທດ​ອັດຊີເຣຍ ແລະ​ສາຍ​ທີ​ສີ່ ຊື່​ວ່າ ເອີຟຣັດ.


ກະສັດ​ອັດຊີເຣຍ​ໄດ້​ນຳ​ເອົາ​ປະຊາຊົນ​ແຕ່​ເມືອງ​ຕ່າງໆ​ຂອງ​ນະຄອນ​ບາບີໂລນ, ເມືອງກຸດ, ເມືອງ​ອີວາ, ເມືອງ​ຮາມັດ ແລະ​ເມືອງ​ເສຟາກວາອິມ ໃຫ້​ມາ​ຕັ້ງ​ຖິ່ນຖານ​ຢູ່​ເມືອງ​ຕ່າງໆ​ຂອງ​ນະຄອນ​ຊາມາເຣຍ ແທນ​ພວກ​ອິດສະຣາເອນ​ທີ່​ໄດ້​ຖືກ​ກວາດ​ໄປ​ເປັນ​ຊະເລີຍ​ນັ້ນ. ພວກເຂົາ​ໄດ້​ເຂົ້າ​ມາ​ຄອບຄອງ​ດິນແດນ ແລະ​ອາໄສ​ຢູ່​ໃນ​ເມືອງ​ເຫຼົ່ານີ້.


ປະມານ​ເວລາ​ດຽວກັນ​ນັ້ນ ເມໂຣດັກ​ບາລາດານ​ລູກຊາຍ​ຂອງ​ບາລາດານ​ກະສັດ​ແຫ່ງ​ບາບີໂລນ ໄດ້ຍິນ​ວ່າ​ກະສັດ​ເຮເຊກີຢາ​ປ່ວຍ; ເພິ່ນ​ຈຶ່ງ​ສົ່ງ​ຈົດໝາຍ​ແລະ​ຂອງຂວັນ​ມາ​ໃຫ້.


ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໄດ້ນຳ​ຜູ້​ບັນຊາການ​ກອງທັບ​ຂອງ​ກະສັດ​ແຫ່ງ​ອັດຊີເຣຍ ມາ​ຮຸກຮານ​ຢູດາຍ. ພວກເຂົາ​ໄດ້​ຈັບ​ມານາເຊ ເອົາ​ເບັດ​ເກາະ​ຄໍ​ເພິ່ນ ທັງ​ລ່າມໂສ້​ແລະ​ນຳ​ເພິ່ນ​ໄປ​ສູ່​ນະຄອນ​ບາບີໂລນ.


ລາວ​ເວົ້າ​ບໍ່​ທັນ​ຂາດຄຳ ກໍ​ມີ​ຄົນ​ຮັບໃຊ້​ຜູ້​ອື່ນ​ເຂົ້າ​ມາ ແລະ​ເວົ້າ​ວ່າ, “ມີ​ພວກ​ນັກປຸ້ນ​ຊາວ​ກັນເດອານ ສາມ​ກຸ່ມ​ໄດ້​ມາ​ໂຈມຕີ​ພວກ​ຂ້ານ້ອຍ ພວກເຂົາ​ໄດ້​ເອົາ​ອູດ​ໄປ​ໝົດ ແລະ​ຂ້າ​ຄົນ​ຮັບໃຊ້​ທຸກຄົນ​ຂອງທ່ານ​ດ້ວຍ. ຂ້ານ້ອຍ​ແມ່ນ​ຜູ້ດຽວ​ເທົ່ານັ້ນ ທີ່​ລອດຊີວິດ​ໜີ​ມາ​ບອກ​ທ່ານ.”


ປະຊາຊົນ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຈະ​ຂາບລົງ​ຕໍ່ໜ້າ​ເພິ່ນ ພວກ​ສັດຕູ​ກໍ​ຈະ​ລົ້ມລົງ​ກັບ​ພື້ນ​ເຊັ່ນດຽວ​ກັນ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ອັດຊີເຣຍ​ເອີຍ ເຮົາ​ໃຊ້​ອັດຊີເຣຍ​ເປັນ​ດັ່ງ​ໄມ້ຄ້ອນ ເພື່ອ​ລົງໂທດ​ພວກ​ທີ່​ເຮົາ​ໂກດຮ້າຍ.


ແຕ່​ຈັກກະພັດ​ອັດຊີເຣຍ​ມີ​ແຜນການ​ອັນ​ຮ້າຍກາດ​ໃນ​ໃຈ​ຂອງຕົນເອງ. ເພິ່ນ​ຕັ້ງໃຈ​ຈະ​ທຳລາຍ​ຫລາຍໆ​ຊົນຊາດ.


ບາບີໂລນ​ເປັນ​ອານາຈັກ​ໜຶ່ງ​ທີ່​ສວຍງາມ​ກວ່າ​ອານາຈັກ​ໃດໆ​ທັງໝົດ ເປັນ​ທີ່​ພູມໃຈ​ຂອງ​ຊາວ​ນະຄອນ. ເມືອງ​ນັ້ນ​ຈະ​ເປັນ​ຄື​ເມືອງ​ໂຊໂດມ ແລະ​ເມືອງ​ໂກໂມຣາ​ທີ່​ພຣະເຈົ້າ​ໄດ້​ໂຄ່ນລົ້ມ​ແລ້ວ.


ມັນ​ຈະ​ເປັນ​ບ່ອນ​ເປົ່າປ່ຽວ​ທີ່​ສັດປ່າ​ອາໄສ​ແລະ​ໂຕ​ເຈຍ​ເຮັດ​ຮັງ​ຢູ່. ນົກ​ກະຈອກເທດ​ຈະ​ຢູ່​ທີ່​ນັ້ນ ແລະ​ແບ້​ປ່າ​ກໍ​ຈະ​ກະໂດດ​ເຕັ້ນ​ໄປມາ​ຕາມ​ບ່ອນ​ຮົກຮ້າງ​ເພພັງ.


ຊາກສົບ​ທະຫານ​ຂອງ​ພວກເຂົາ​ຈະ​ຖືກ​ປະປ່ອຍ​ໄວ້​ໃຫ້​ຝູງນົກ​ແລະ​ສັດປ່າ. ໃນ​ລະດູຮ້ອນ​ໂຕ​ນົກ​ຈະ​ມາ​ເຈາະ ແລະ​ໃນ​ລະດູໜາວ​ສັດປ່າ​ຈະ​ມາ​ກິນ.”


ພຣະເຈົ້າຢາເວ​ຜູ້​ຊົງໄຖ່​ເຈົ້າ​ທັງຫລາຍ ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ກ່າວ​ດັ່ງນີ້: “ເພື່ອ​ໄຖ່​ພວກເຈົ້າ ເຮົາ​ຈະ​ໃຊ້​ກອງທັບ​ໜຶ່ງ​ຕໍ່ສູ້​ບາບີໂລນ ເຮົາ​ຈະ​ພັງ​ປະຕູ​ເມືອງ​ໃຫ້​ລົ້ມ​ທະລາຍ​ລົງ​ກ້ຽງ ແລະ​ສຽງ​ຊາວ​ເມືອງ​ທີ່​ໂຮຮ້ອງ​ຢ່າງ​ຊົມຊື່ນ​ຍິນດີ ກໍ​ຈະ​ກັບ​ກາຍເປັນ​ສຽງ​ຮ້ອງໄຫ້​ຄໍ່າຄວນ.


ເຮົາ​ຈະ​ນຳ​ຊາວ​ບາບີໂລນ​ແລະ​ຊາວ​ກັນດາ​ທັງໝົດ​ມາ ຄື​ບັນດາ​ຜູ້ຊາຍ​ຈາກ​ເມືອງ​ເປໂກດ, ໂຊອາ, ໂກອາ ແລະ​ອັດຊີເຣຍ​ທັງໝົດ. ເຮົາ​ຈະ​ເຕົ້າໂຮມ​ພວກ​ເຈົ້ານາຍ​ຂຸນນາງ​ທີ່​ໜຸ່ມແໜ້ນ ແລະ​ຮູບຮ່າງ​ສະຫງ່າງາມ​ມາ ພ້ອມ​ພວກ​ນາຍ​ທະຫານ, ບັນດາ​ຂ້າຣາຊການ​ຜູ້​ສຳຄັນ ແລະ​ນາຍ​ທະຫານ​ມ້າ​ຊັ້ນ​ຜູ້ໃຫຍ່​ທັງໝົດ.


“ມະນຸດ​ເອີຍ ເຈົ້າເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ ບຸກໂຈມຕີ​ເມືອງ​ຕີເຣ​ແລ້ວ. ລາວ​ໄດ້​ເຮັດ​ໃຫ້​ທະຫານ​ຂອງຕົນ​ແບກຫາບ​ພາລະໜັກ ຈົນ​ຫົວ​ເຂົາ​ລ້ານ​ແລະ​ບ່າ​ເຂົາ​ດ້ານ; ແຕ່​ກະສັດ​ຕະຫລອດ​ທັງ​ກອງທັບ​ຂອງຕົນ​ບໍ່ໄດ້​ຫຍັງ​ເລີຍ ຈາກ​ຄວາມ​ລຳບາກ​ນາໆ​ປະການ​ຂອງ​ເຂົາ.


ເພິ່ນ​ໄດ້​ກ່າວ​ວ່າ, “ເບິ່ງດູ ນະຄອນ​ບາບີໂລນ​ນີ້​ເປັນ​ເມືອງ​ໃຫຍ່​ຫລາຍ ເຮົາ​ໄດ້​ສ້າງ​ໃຫ້​ເປັນ​ເມືອງ​ຫລວງ​ຂອງເຮົາ ເພື່ອ​ສະແດງ​ເຖິງ​ອຳນາດ ແລະ​ຄວາມ​ຍິ່ງໃຫຍ່ ກຽດຕິຍົດ ແລະ​ສະຫງ່າຣາສີ​ຂອງເຮົາ.”


ເຮົາ​ກຳລັງ​ນຳ​ພວກ​ບາບີໂລນ ຄື​ຄົນ​ທີ່​ໂຫດຮ້າຍ ແລະ​ໃຈ​ໂຫດຫ້ຽມ​ມາ​ຄອງ​ອຳນາດ. ພວກເຂົາ​ກຳລັງ​ຍົກທັບ​ອອກ​ໄປ​ຢຶດ ແລະ​ຄອບຄອງ​ປະເທດ​ທັງຫລາຍ​ທົ່ວໂລກ.


ດັ່ງນັ້ນ ອັບຣາຮາມ​ຈຶ່ງ​ອອກ​ຈາກ​ດິນແດນ​ຂອງ​ຊາວ​ເຄນເດຍ ແລະ​ໄດ້​ໄປ​ອາໄສ​ຢູ່​ໃນ​ເມືອງ​ຮາຣານ ຫລັງຈາກ​ທີ່​ພໍ່​ຂອງ​ອັບຣາຮາມ​ຕາຍ​ແລ້ວ ພຣະເຈົ້າ​ກໍໄດ້​ໃຫ້​ເພິ່ນ​ຍົກຍ້າຍ​ອອກ​ຈາກ​ທີ່​ນັ້ນ​ມາ​ສູ່​ເມືອງ​ນີ້ ຄື​ບ່ອນ​ທີ່​ພວກເຈົ້າ​ອາໄສ​ຢູ່​ໃນ​ທຸກ​ວັນ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka