Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 23:11 - ພຣະຄຳພີສັກສິ

11 ພຣະເຈົ້າຢາເວ​ໄດ້​ຢຽດ​ມື​ຂອງ​ພຣະອົງ​ອອກ​ເທິງ​ທະເລ ແລະ​ໄດ້​ໂຄ່ນລົ້ມ​ຣາຊອານາຈັກ​ຕ່າງໆ. ພຣະອົງ​ໄດ້​ສັ່ງ​ໃຫ້​ສູນ​ການຄ້າ​ຕ່າງໆ​ໃນ​ໂຟນີເຊຍ​ຖືກ​ທຳລາຍ.

Uka jalj uñjjattʼäta Copia luraña




ເອຊາຢາ 23:11
30 Jak'a apnaqawi uñst'ayäwi  

ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ກູ​ຂໍ​ສາບແຊ່ງ​ຊາວ​ການາອານ ມັນ​ຈະ​ເປັນ​ຂ້ອຍ​ຂ້າ​ຮັບໃຊ້​ພວກ​ອ້າຍ​ຂອງ​ມັນ


ບັນດາ​ຊົນຊາດ​ຕ່າງ​ກໍ​ຫວາດຫວັ່ນ​ຕົກໃຈກົວ ແລະ​ອານາຈັກ​ທັງຫລາຍ​ກໍ​ສັ່ນສະເທືອນ ເມື່ອ​ພຣະອົງ​ສົ່ງ​ສຽງ​ຟ້າຮ້ອງ​ດັງ​ກ້ອງ​ກັງວານ ແຜ່ນດິນ​ໂລກ​ເຮົາ​ກໍ​ຖະຫລົ່ມ​ໄປ​ໝົດສິ້ນ.


ໂຜດ​ເປັນ​ບ່ອນ​ລີ້​ອັນ​ປອດໄພ​ສຳລັບ​ຂ້ານ້ອຍ ແລະ​ໂຜດ​ເປັນ​ປ້ອມ ອັນ​ໝັ້ນຄົງ ເພື່ອ​ຄຸ້ມຄອງ​ຂ້ານ້ອຍ ເພາະ​ພຣະອົງ​ເປັນ​ທີ່​ເພິ່ງ ແລະ​ທີ່​ປ້ອງກັນ​ຂອງ​ຂ້ານ້ອຍ.


ໂມເຊ​ໄດ້​ເດ່​ມື​ຂອງຕົນ​ອອກ​ໄປ​ສູ່​ທະເລ ແລະ​ພຣະເຈົ້າຢາເວ​ໄດ້​ບັນດານ ໃຫ້​ລົມຮ້ອນ​ທາງ​ທິດ​ຕາເວັນອອກ​ພັດ​ທະເລ​ຕະຫລອດ​ຄືນ. ລົມ​ໄດ້​ພັດ​ທະເລ​ຢູ່​ຢ່າງ​ລຽນຕິດ​ຈົນ​ເຫັນ​ພື້ນດິນ​ແຫ້ງ. ນໍ້າ​ໄດ້​ແຍກ​ອອກ​ຈາກ​ກັນ​ເປັນ​ທາງຍ່າງ


ເຮົາ​ໄດ້​ສົ່ງ​ຊາວ​ອັດຊີເຣຍ​ໄປ ເພື່ອ​ໂຈມຕີ​ຊາດ​ທີ່​ບໍ່​ນັບຖື​ພຣະເຈົ້າ ຄື​ປະຊາຊົນ​ທີ່​ໄດ້​ເຮັດ​ໃຫ້​ເຮົາ​ໂກດຮ້າຍ. ເຮົາ​ໄດ້​ສົ່ງ​ພວກເຂົາ​ໄປ​ເພື່ອ​ປຸ້ນຈີ້​ທັງ​ລັກ ແລະ​ຢຽບຢໍ່າ​ປະຊາຊົນ​ເຫຼົ່ານັ້ນ ເໝືອນ​ຢຽບຢໍ່າ​ຂີ້ຝຸ່ນ​ໃນ​ຖະໜົນ​ຫົນທາງ.”


ໃນ​ມື້​ທີ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໂກດຮ້າຍ​ນັ້ນ; ເຮົາ​ຈະ​ເຮັດ​ໃຫ້​ຟ້າ​ສະຫວັນ ​ສັ່ນສະເທືອນ ແລະ​ຈະ​ເຮັດ​ໃຫ້​ແຜ່ນດິນ​ໂລກ​ຫວັ່ນໄຫວ ຫລຸດ​ອອກ​ຈາກ​ບ່ອນ​ຂອງມັນ.


ອັນນີ້​ແມ່ນ​ແຜນການ​ຂອງເຮົາ​ສຳລັບ​ໂລກ ຄື​ແຂນ​ຂອງເຮົາ​ໄດ້​ຢຽດ​ອອກ​ເພື່ອ​ລົງໂທດ​ຊົນຊາດ​ທັງຫລາຍ.”


ແມ່ນໍ້ານິນ​ຈະ​ລົດ​ລົງ ແລະ​ນໍ້າ​ໃນ​ຫ້ວຍ​ຈະ​ແຫ້ງ​ລົງ​ເລື້ອຍໆ.


ປະຊາຊົນ​ຈະ​ລີ້​ຢູ່​ໃນ​ຖໍ້າ​ຢູ່​ໃນ​ໂງ່ນຫີນ​ຕາມ​ເນີນພູ ຫລື​ຂຸດ​ຮູ​ຢູ່​ໃນ​ດິນ ເພື່ອ​ຊອກ​ຫາ​ທີ່​ຈະ​ປົບໜີ​ຈາກ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ ແລະ​ຫລົບລີ້​ຈາກ​ຣິດອຳນາດ​ແລະ​ສະຫງ່າຣາສີ​ຂອງ​ພຣະອົງ ເມື່ອ​ພຣະອົງ​ມາ​ເຮັດ​ໃຫ້​ໂລກ​ສັ່ນສະເທືອນ.


ຈົ່ງ​ໄປ​ເຮັດ​ໄຮ່​ເຮັດ​ນາ​ເຖີດ ພວກເຈົ້າ​ຄົນ​ທີ່​ຢູ່​ໃນ​ເມືອງ​ຂຶ້ນ​ຕ່າງໆ​ຂອງ​ຕາກຊິດ​ເອີຍ ບໍ່ມີ​ຜູ້ໃດ​ທີ່​ຈະ​ປົກປ້ອງ​ເຈົ້າ​ໄວ້​ຕໍ່ໄປ​ອີກ​ແລ້ວ.


ພວກເຈົ້າ​ສົ່ງ​ຄົນ​ຂ້າມ​ທະເລ​ໄປ​ຊື້ຂາຍ​ເມັດ​ພືດ​ທີ່​ເກີດ​ໃນ​ປະເທດ​ເອຢິບ ແລະ​ເຮັດ​ທຸລະກິດ​ກັບ​ທຸກ​ຊົນຊາດ.


ພຣະອົງ​ໄດ້​ປ່ຽນ​ເມືອງ​ຕ່າງໆ​ໃຫ້​ຮົກຮ້າງ​ເພພັງ ແລະ​ທຳລາຍ​ປ້ອມ​ປ້ອງກັນ​ເມືອງ​ຂອງ​ເຂົາເຈົ້າ. ຜາສາດ​ຣາຊວັງ​ທີ່​ເຫຼົ່າ​ສັດຕູ​ໄດ້​ສ້າງ​ຂຶ້ນ​ມາ ກໍໄດ້​ສູນເສຍ​ຕະຫລອດໄປ​ສາ​ແລ້ວ.


ພຣະເຈົ້າຢາເວ​ໂກດຮ້າຍ​ປະຊາຊົນ​ຂອງ​ພຣະອົງ ແລະ​ຢຽດ​ມື​ອອກ​ລົງໂທດ​ພວກເຂົາ​ສາ​ແລ້ວ. ພູ​ທັງຫລາຍ​ຈະ​ສັ່ນສະເທືອນ ແລະ​ຊາກສົບ​ຂອງ​ຄົນຕາຍ​ກໍ​ຈະ​ຖືກ​ປະປ່ອຍ​ໄວ້​ຕາມ​ຖະໜົນ​ຫົນທາງ​ດັ່ງ​ຂີ້ເຫຍື້ອ. ເຖິງປານນັ້ນ ພຣະອົງ​ກໍ​ຍັງ​ບໍ່​ເຊົາ​ໂກດຮ້າຍ ແຕ່​ຍັງ​ຈະ​ຢຽດ​ມື​ອອກ​ເພື່ອ​ລົງໂທດ​ພວກເຂົາ​ຕໍ່ໄປ.


ເປັນຫຍັງ​ປະຊາຊົນ​ຂອງເຮົາ​ຈຶ່ງ​ບໍ່​ຍອມ​ຕອບ​ນໍ ເມື່ອ​ເຮົາ​ມາ​ຊ່ວຍກູ້​ເອົາ​ພວກ​ເຂົາເຈົ້າ. ເມື່ອ​ເຮົາ​ເອີ້ນ​ຫາ ເປັນຫຍັງ​ພວກເຂົາ​ຈຶ່ງ​ບໍ່​ຕອບ​ນໍ? ຫລື​ວ່າ​ເຮົາ​ອ່ອນແອ​ຫຼາຍ​ທີ່​ຈະ​ຊ່ວຍ​ໃຫ້​ພົ້ນ? ເຮົາ​ສັ່ງ​ຄຳດຽວ​ເທົ່ານັ້ນ ນໍ້າ​ໃນ​ທະເລ​ກໍ​ແຫ້ງ​ລົງ ແລະ​ແມ່ນໍ້າ​ນັ້ນ​ກໍ​ກາຍເປັນ​ຖິ່ນ​ແຫ້ງແລ້ງ ແລ້ວ​ຝູງ​ປາ​ໃນ​ແມ່ນໍ້າ​ນັ້ນ​ກໍ​ຈະ​ຕາຍໄປ ຍ້ອນ​ນໍ້າ​ໃນ​ລຳທານ​ບໍ່ມີ​ເສຍ​ແລ້ວ.


ແຕ່​ຈະ​ໃຫ້​ພັກຜ່ອນ​ໄດ້​ຢ່າງໃດ ໃນ​ເມື່ອ​ພຣະເຈົ້າຢາເວ​ໄດ້​ມອບໝາຍ​ວຽກ​ໃຫ້​ມັນ​ເຮັດ? ພຣະອົງ​ໄດ້​ສັ່ງ​ມັນ​ໃຫ້​ໂຈມຕີ​ເມືອງ​ອາຊະເກໂລນ ທັງ​ປະຊາຊົນ​ທີ່​ອາໄສ​ຢູ່​ຕາມ​ແຄມ​ທະເລ​ນັ້ນ.”


ຂີ້ຝຸ່ນ​ດິນ​ທີ່​ຟົ້ງ​ຂຶ້ນ​ຍ້ອນ​ມ້າ​ຂອງ​ພວກເຂົາ​ແລ່ນ​ນັ້ນ​ຈະ​ປົກຄຸມ​ເຈົ້າ. ສຽງ​ຕີນ​ມ້າ​ແກ່​ກວຽນ​ແລະ​ແກ່​ລົດຮົບ ຈະ​ເຮັດ​ໃຫ້​ກຳແພງ​ເມືອງ​ຂອງ​ເຈົ້າ​ສັ່ນສະເທືອນ ເມື່ອ​ພວກເຂົາ​ຜ່ານ​ປະຕູ​ເມືອງ​ທີ່​ຮົກຮ້າງ​ເພພັງ​ໄປ.


ພວກເຂົາ​ຈະ​ທຳລາຍ​ກຳແພງ​ເມືອງ​ຂອງເຈົ້າ​ແລະ​ທັງ​ຮື້​ຫໍຄອຍ​ທັງຫລາຍ​ລົງ. ແລ້ວ​ເຮົາ​ກໍ​ຈະ​ກວາດ​ຂີ້ຝຸ່ນ​ດິນ​ໄປ ໃຫ້​ຍັງເຫລືອ​ແຕ່​ດານຫີນ.


ເມື່ອ​ເຮົາ​ສົ່ງ​ມັນ​ລົງ​ໄປ​ສູ່​ແດນ​ມໍຣະນາ​ນັ້ນ ສຽງ​ແຫ່ງ​ການ​ລົ້ມລົງ​ຂອງ​ມັນ​ຈະ​ເຮັດ​ໃຫ້​ຫລາຍ​ຊາດ​ສັ່ນສະເທືອນ. ຕົ້ນໄມ້​ທຸກ​ຕົ້ນ​ໃນ​ສວນ​ເອເດນ​ແລະ​ຕົ້ນໄມ້​ທີ່​ຖືກ​ເລືອກ​ຢ່າງດີ​ທີ່ສຸດ ຄື​ຕົ້ນໄມ້​ທີ່​ມີ​ນໍ້າ​ລໍ່ລ້ຽງ​ຢ່າງດີ​ຂອງ​ເລບານອນ ກໍ​ຈະ​ພໍໃຈ​ໃນ​ການ​ລົ້ມລົງ​ຂອງ​ມັນ.


ພຣະເຈົ້າຢາເວ​ໄດ້​ສັ່ງການ​ຕໍ່​ເຈົ້າ​ຊາວ​ອັດຊີເຣຍ​ດັ່ງນີ້: “ພວກເຈົ້າ​ຈະ​ບໍ່ມີ​ເຊື້ອສາຍ​ສືບຕໍ່​ໃຫ້​ຕະກຸນ​ຂອງ​ພວກເຈົ້າ. ເຮົາ​ຈະ​ທຳລາຍ​ຮູບເຄົາຣົບ​ທີ່​ວິຫານ​ຂອງ​ບັນດາ​ພະ​ຂອງ​ພວກເຈົ້າ. ເຮົາ​ກຳລັງ​ຕຽມ​ຂຸມຝັງສົບ​ໄວ້​ສຳລັບ​ພວກເຈົ້າ. ພວກເຈົ້າ​ບໍ່​ສົມຄວນ​ທີ່​ຈະ​ມີ​ຊີວິດ​ຢູ່​ຕໍ່ໄປ.”


ເຮົາ​ຈະ​ໂຄ່ນລົ້ມ​ທຸກ​ຊົນຊາດ ແລະ​ຊັບສົມບັດ​ຂອງ​ພວກເຂົາ​ຈະ​ຖືກ​ນຳ​ມາ ແລະ​ເຮົາ​ຈະ​ໃຫ້​ວິຫານ​ນີ້​ເຕັມ​ໄປ​ດ້ວຍ​ສະຫງ່າຣາສີ. ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.


ໝໍ້​ຄົວກິນ​ທຸກໆໜ່ວຍ​ໃນ​ນະຄອນ​ເຢຣູຊາເລັມ ແລະ​ໃນ​ຢູດາຍ​ຈະ​ຖືກ​ແຍກ​ໄວ້​ຕ່າງຫາກ ເພື່ອ​ໃຊ້​ນະມັດສະການ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ປະຊາຊົນ​ທີ່​ຖວາຍບູຊາ​ຈະ​ໃຊ້​ສິ່ງຂອງ​ເຫຼົ່ານີ້ ສຳລັບ​ຕົ້ມ​ຊີ້ນ​ທີ່​ໄດ້​ມາ​ຈາກ​ເຄື່ອງບູຊາ. ເມື່ອ​ເວລາ​ນັ້ນ​ມາເຖິງ ຈະ​ບໍ່ມີ​ພໍ່ຄ້າ​ຄົນໃດ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ອົງ ຊົງຣິດ​ອຳນາດ​ຍິ່ງໃຫຍ່, ໃນວັນນັ້ນ.


ແລ້ວ​ພຣະອົງ​ກໍໄດ້​ສັ່ງສອນ​ພວກເຂົາ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ພຣະວິຫານ​ຂອງເຮົາ​ຈະ​ເອີ້ນ​ວ່າ ເປັນ​ສະຖານທີ່​ພາວັນນາ​ອະທິຖານ​ສຳລັບ​ຄົນ​ທຸກ​ຊາດ’, ແຕ່​ພວກເຈົ້າ​ເຮັດ​ໃຫ້​ເປັນ​ຖໍ້າ​ຂອງ​ໂຈນ.”


ພຣະອົງ​ສັ່ງ​ພວກ​ທີ່​ຂາຍ​ນົກເຂົາ​ວ່າ, “ຈົ່ງ​ເອົາ​ສິ່ງ​ເຫຼົ່ານີ້​ອອກ​ໄປ ຢ່າ​ເຮັດ​ໃຫ້​ວິຫານ​ແຫ່ງ​ພຣະບິດາເຈົ້າ​ຂອງເຮົາ​ເປັນ​ບ່ອນ​ຄ້າ​ຂາຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka