Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 23:10 - ພຣະຄຳພີສັກສິ

10 ຈົ່ງ​ໄປ​ເຮັດ​ໄຮ່​ເຮັດ​ນາ​ເຖີດ ພວກເຈົ້າ​ຄົນ​ທີ່​ຢູ່​ໃນ​ເມືອງ​ຂຶ້ນ​ຕ່າງໆ​ຂອງ​ຕາກຊິດ​ເອີຍ ບໍ່ມີ​ຜູ້ໃດ​ທີ່​ຈະ​ປົກປ້ອງ​ເຈົ້າ​ໄວ້​ຕໍ່ໄປ​ອີກ​ແລ້ວ.

Uka jalj uñjjattʼäta Copia luraña




ເອຊາຢາ 23:10
11 Jak'a apnaqawi uñst'ayäwi  

ພຣະອົງ​ເຮັດ​ໃຫ້​ຜູ້​ມີ​ອຳນາດ​ໄດ້​ຮັບ​ຄວາມ​ອັບອາຍ ແລະ​ເຮັດ​ໃຫ້​ພວກ​ນັກປົກຄອງ​ໝົດ​ກຳລັງ​ໄປສິ້ນ.


ພຣະອົງ​ຄື​ພຣະເຈົ້າ​ທີ່​ເຮັດ​ໃຫ້​ຂ້ານ້ອຍ​ເຂັ້ມແຂງ ເປັນ​ຜູ້​ແປງ​ທາງ​ໃຫ້​ຂ້ານ້ອຍ​ເດີນໄປ​ຢ່າງ​ປອດໄພ​ໄດ້.


ແລະ​ພືດຜົນ​ຕາມ​ແຄມ​ຝັ່ງ​ຂອງ​ແມ່ນໍ້ານິນ​ກໍ​ຈະ​ແຫ້ງ ແລະ​ຖືກ​ລົມ​ພັດ​ໄປ.


ພຣະເຈົ້າຢາເວ​ໄດ້​ຢຽດ​ມື​ຂອງ​ພຣະອົງ​ອອກ​ເທິງ​ທະເລ ແລະ​ໄດ້​ໂຄ່ນລົ້ມ​ຣາຊອານາຈັກ​ຕ່າງໆ. ພຣະອົງ​ໄດ້​ສັ່ງ​ໃຫ້​ສູນ​ການຄ້າ​ຕ່າງໆ​ໃນ​ໂຟນີເຊຍ​ຖືກ​ທຳລາຍ.


ຈົ່ງ​ໂສກເສົ້າ​ຮໍ່າໄຮ​ເຖີດ ບັນດາ​ເຮືອ​ແຫ່ງ​ຕາກຊິດ​ເອີຍ ເມືອງ​ທີ່​ພວກເຈົ້າ​ເພິ່ງພາ​ອາໄສ​ໄດ້​ຖືກ​ທຳລາຍ​ສາ​ແລ້ວ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ວາງ​ແຜນການ​ນີ້. ພຣະອົງ​ໄດ້​ວາງ​ແຜນການ​ນັ້ນ ເພື່ອ​ເຮັດ​ໃຫ້​ຄວາມ​ອວດອົ່ງ​ຈອງຫອງ​ຂອງ​ພວກເຂົາ​ສິ້ນສຸດ​ລົງ ແລະ​ເຮັດ​ໃຫ້​ຄົນ​ທີ່​ໄດ້​ຮັບກຽດ​ນັ້ນ​ສະຫງຽມ​ຈຽມຕົວ.


ເປັນ​ພຽງແຕ່​ອະດີດ​ທີ່​ນະຄອນ​ເຢຣູຊາເລັມ​ຮຸ່ງເຮືອງ ພວກ​ເຈົ້ານາຍ​ຂອງ​ນາງ​ກໍ​ອ່ອນແຮງ​ດັ່ງ​ກວາງ​ທີ່​ອຶດຢາກ ຊຶ່ງ​ກຳລັງ​ທີ່​ຕົນ​ມີ​ຢູ່​ນັ້ນ​ກຳລັງ​ຈະ​ໝົດ​ໄປ ໃນ​ຂະນະທີ່​ປົບໜີ​ຈາກ​ນາຍພານ​ຕາມລ່າ.


ບັດນີ້ ເຖິງ​ວັນ​ທີ່​ຕີເຣ​ຖືກ​ທຳລາຍ​ໃຫ້​ໝຸ່ນ​ທະລາຍ ເກາະດອນ​ກໍ​ຫວັ່ນໄຫວ​ທັງ​ຄົນ​ກໍ​ສະດຸ້ງ​ຕົກໃຈ​ດ້ວຍ.”


ແລະ​ໂຄ່ນລົ້ມ​ຣາຊອານາຈັກ​ຕ່າງໆ ແລະ​ເຮັດ​ໃຫ້​ອຳນາດ​ຂອງ​ພວກເຂົາ​ສິ້ນສຸດ​ໄປ. ເຮົາ​ຈະ​ຂວໍ້າ​ລົດຮົບ​ແລະ​ຄົນຂັບ​ທັງຫລາຍ​ຂອງ​ພວກເຂົາ​ຖິ້ມ ຝູງມ້າ​ຂອງ​ພວກເຂົາ​ຈະ​ຕາຍ​ແລະ​ຄົນ​ຂີ່​ມ້າ​ຈະ​ຂ້າຟັນ​ກັນແລະກັນ.”


ຂະນະທີ່​ພວກເຮົາ​ຍັງ​ຂາດ​ກຳລັງ​ຢູ່​ນັ້ນ ພຣະຄຣິດ​ໄດ້​ຕາຍ​ເພື່ອ​ຊ່ວຍ​ຄົນ​ບາບ​ຕາມ​ເວລາ​ທີ່​ເໝາະສົມ.


ພໍ​ກະສັດ​ໂຊນ​ໄດ້ຍິນ ຊາມູເອນ​ເວົ້າ​ດັ່ງນັ້ນ ເພິ່ນ​ຈຶ່ງ​ຢ້ານກົວ​ຈົນ​ຕົວສັ່ນ ແລະ​ລົ້ມລົງ​ກັບ​ພື້ນດິນ. ເພິ່ນ​ອ່ອນເພຍ​ເພາະ​ບໍ່ໄດ້​ກິນ​ຫຍັງ​ຕະຫລອດ​ວັນ​ຕະຫລອດ​ຄືນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka