Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 22:7 - ພຣະຄຳພີສັກສິ

7 ຮ່ອມພູ​ທີ່​ມີ​ດິນ​ອຸດົມສົມບູນ​ດີ​ຂອງ​ດິນແດນ​ຢູດາຍ​ກໍ​ເຕັມ​ໄປ​ດ້ວຍ​ລົດຮົບ; ບັນດາ​ທະຫານ​ມ້າ​ກໍ​ຢູ່​ຕໍ່ໜ້າ​ປະຕູ​ຂອງ​ນະຄອນ​ເຢຣູຊາເລັມ​ແລ້ວ.

Uka jalj uñjjattʼäta Copia luraña




ເອຊາຢາ 22:7
9 Jak'a apnaqawi uñst'ayäwi  

ພວກ​ທະຫານ​ຈາກ​ດິນແດນ​ເອລາມ​ໄດ້​ຂີ່​ມ້າ​ມາ ພ້ອມ​ທັງ​ມີ​ໜ້າທະນູ ແລະ​ລູກທະນູ​ຄົບມື. ພວກ​ທະຫານ​ຈາກ​ດິນແດນ​ກີຣະ ກໍ​ມີ​ໂລ້​ຂອງ​ພວກເຂົາ​ຕຽມໄວ້​ພ້ອມ.


ບ່ອນ​ປ້ອງກັນ​ທັງໝົດ​ຂອງ​ດິນແດນ​ຢູດາຍ​ໄດ້​ພັງ​ທະລາຍ​ລົງ​ສາ​ແລ້ວ. ເມື່ອ​ສິ່ງ​ເຫຼົ່ານັ້ນ​ເກີດຂຶ້ນ​ແລ້ວ ພວກເຈົ້າ​ກໍໄດ້​ນຳ​ອາວຸດ​ອອກ​ຈາກ​ສາງ.


ລາວ​ຈະ​ກັບຄືນ​ເມືອ​ທາງ​ເກົ່າ​ທີ່​ລາວ​ໄດ້​ມາ ໂດຍ​ບໍ່ໄດ້​ເຂົ້າ​ມາ​ໃນ​ນະຄອນ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ເພາະ​ເຮົາ​ກຳລັງ​ເອີ້ນ​ເອົາ​ທຸກ​ຊົນຊາດ​ທາງ​ທິດເໜືອ​ໃຫ້​ມາ. ພຣະເຈົ້າຢາເວ​ກ່າວວ່າ ບັນດາ​ກະສັດ​ຂອງ​ພວກເຂົາ​ຈະ​ຕັ້ງ​ບັນລັງ​ຂຶ້ນ​ທີ່​ປະຕູ​ຂອງ​ນະຄອນ​ເຢຣູຊາເລັມ ແລະ ອ້ອມ​ກຳແພງ​ເມືອງ ຕະຫລອດ​ທັງ​ອ້ອມ​ເມືອງ​ອື່ນໆ​ຂອງ​ຢູດາຍ​ດ້ວຍ.


ແລ້ວ​ເພື່ອ​ສະແດງ​ວ່າ​ນະຄອນ​ເຢຣູຊາເລັມ​ຖືກ​ປິດລ້ອມ ໃຫ້​ຂຸດ​ຮ່ອງ, ປ້ານ​ດິນ​ເຮັດ​ຄັນຄູ, ເຮັດ​ຄ້າຍ ແລະ​ເຮັດ​ອາວຸດ​ຍິງ​ຕໍ່ສູ້​ເພື່ອ​ປິດລ້ອມ​ເມືອງ​ໄວ້.


ຈົ່ງ​ເອົາ​ເຫຼັກ​ແຜ່ນ​ໜຶ່ງ​ມາ​ຕັ້ງ​ເປັນ​ກຳແພງ​ກັ້ນ​ລະຫວ່າງ​ເຈົ້າ​ກັບ​ເມືອງ​ໄວ້. ຈົ່ງ​ປິ່ນ​ໜ້າ​ໃສ່​ເມືອງ. ເມືອງ​ຖືກ​ປິດລ້ອມ ແລະ​ແມ່ນ​ເຈົ້າ​ເອງ​ທີ່​ເປັນ​ຜູ້​ປິດລ້ອມ​ເມືອງ. ອັນ​ນີ້​ຈະ​ເປັນ​ໝາຍສຳຄັນ​ເພື່ອ​ເຕືອນ​ຊົນຊາດ​ອິດສະຣາເອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka