Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 22:25 - ພຣະຄຳພີສັກສິ

25 ພຣະເຈົ້າຢາເວ​ອົງ​ຊົງ​ຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ໃນວັນ​ນັ້ນ ຫລັກ​ຊຶ່ງ​ມັດ​ໄວ້​ຢ່າງ​ໝັ້ນຄົງ​ກໍ​ຈະ​ຫລຸດ ແລະ​ຕົກລົງ. ອັນ​ນັ້ນ​ຈະ​ແມ່ນ​ຈຸດຈົບ​ຂອງ​ທຸກໆສິ່ງ​ທີ່​ເກາະຫ້ອຍ​ຢູ່​ເທິງ​ນັ້ນ.” ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ.

Uka jalj uñjjattʼäta Copia luraña




ເອຊາຢາ 22:25
15 Jak'a apnaqawi uñst'ayäwi  

ຢ່າ​ມອບ​ຄວາມຫວັງ​ຂອງເຈົ້າ​ໄວ້​ໃນ​ບັນດາ​ຜູ້ນຳ ບໍ່ມີ​ມະນຸດ​ຄົນໃດ​ອາດ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ໄດ້.


ສະນັ້ນ ພຣະເຈົ້າ​ຈຶ່ງ​ຈະ​ທຳລາຍ​ເຈົ້າ​ຕະຫລອດໄປ ແລະ​ຈະ​ຖອນ​ໃຫ້​ໜີ​ໄກ​ຈາກ​ເຮືອນ​ຂອງເຈົ້າ ພຣະອົງ​ຈະ​ເຄື່ອນຍ້າຍ​ໃຫ້​ເຈົ້າ​ໄປ​ຢູ່ໄກ ຈາກ​ບ່ອນ​ທີ່​ຢູ່​ອາໄສ.


ເຮົາ​ຈະ​ຮັດ​ລາວ​ໄວ້​ກັບ​ບ່ອນ​ຢ່າງ​ໝັ້ນຄົງ​ດັ່ງ​ຕອກ​ຫລັກ​ໄວ້ ແລະ​ລາວ​ຈະ​ເປັນ​ບໍ່​ແຫ່ງ​ກຽດສັກສີ​ໃນ​ຄອບຄົວ​ທັງໝົດ​ຂອງຕົນ.


ແຕ່​ພວກ​ພີ່ນ້ອງ​ຂອງ​ລາວ​ກັບ​ຜູ້​ເພິ່ງພາ​ອາໄສ​ທັງຫລາຍ ຈະ​ເປັນ​ພາລະໜັກ​ໃຫ້​ແກ່​ລາວ. ພວກເຂົາ​ຈະ​ແຂວນ​ລາວ​ໄວ້​ດັ່ງ​ໝໍ້ ແລະ​ເຄື່ອງໃຊ້​ທີ່​ຫ້ອຍ​ເທິງ​ຫລັກ


ແຕ່​ທິດ​ຕາເວັນອອກ ເຮົາ​ກຳລັງ​ເອີ້ນ​ເອົາ​ຄົນ​ໜຶ່ງ​ມາ ລາວ​ຈະ​ຊັດ​ຫົວ​ລົງ​ດັ່ງ​ໂຕ​ແຫລວ​ບິນ​ເຈີດ ລາວ​ຈະ​ເຮັດ​ສຳເລັດ​ຕາມ​ທີ່​ເຮົາ​ໄດ້​ວາງແຜນ ເຮົາ​ກ່າວ​ໄວ້​ຢ່າງໃດ​ກໍ​ຈະ​ເກີດຂຶ້ນ​ຢ່າງນັ້ນ.


ເຮົາ​ແມ່ນ​ຜູ້​ທີ່​ໄດ້​ກ່າວ​ແລະ​ເອີ້ນ​ເອົາ​ລາວ ເຮົາ​ໄດ້​ນຳ​ລາວ​ໄປ ແລະ​ໃຫ້​ເຮັດ​ສຳເລັດ.


ສະນັ້ນ ແຜ່ນດິນ​ໂລກ​ຈຶ່ງ​ຈະ​ໄວ້ທຸກ​ກັນ ແລະ​ໃນ​ຟ້າ​ສະຫວັນ​ທົ່ວໄປ​ກໍ​ຈະ​ມືດມົວ​ໄປສິ້ນ. ເຮົາ​ກ່າວ​ໄປ​ແລ້ວ​ຈະ​ບໍ່ມີ​ການ​ປ່ຽນໃຈ ເມື່ອ​ເຮົາ​ໄດ້​ຕັດສິນໃຈ​ຈະ​ບໍ່ມີ​ການ​ປ່ຽນແປງ​ອີກ.


ເຈົ້າ​ຈະ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ ແລະ​ໂມໂຫ​ຂອງເຮົາ ຈົນກວ່າ​ເຮົາ​ຈະ​ພໍໃຈ. ເມື່ອ​ສິ່ງ​ທັງໝົດ​ນີ້​ເກີດຂຶ້ນ ເຈົ້າ​ຈະ​ມີ​ຄວາມ​ແນ່ໃຈ​ວ່າ ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ເຈົ້າ​ຢ່າງ​ຮຸນແຮງ​ຈົນ​ສຸດຂີດ ຍ້ອນ​ຄວາມ​ບໍ່​ສັດຊື່​ຂອງ​ເຈົ້າ.


ເມື່ອ​ເຮົາ​ໃຈຮ້າຍ ແລະ​ໂກດເຄືອງ ແລະ​ລົງໂທດ​ເຈົ້າ​ນັ້ນ ບັນດາ​ຊົນຊາດ​ທັງໝົດ​ທີ່​ຢູ່​ອ້ອມຮອບ​ເຈົ້າ​ຈະ​ສະທ້ານ​ຢ້ານກົວ. ພວກເຂົາ​ຈະ​ແນມເບິ່ງ​ເຈົ້າ​ດ້ວຍ​ຄວາມ​ກຽດຊັງ ແລະ​ຈະ​ຫຍໍ້ຫຍັນ​ເຈົ້າ. ເຮົາ​ຄື​ພຣະເຈົ້າຢາເວ​ໄດ້ກ່າວ​ດັ່ງນີ້ແຫຼະ.


ເຮົາ​ຈະ​ສົ່ງ​ການ​ອຶດຢາກ ແລະ​ຝູງ​ສັດປ່າ​ມາ​ຂ້າ​ລູກ​ຂອງ​ເຈົ້າ ພ້ອມ​ທັງ​ຈະ​ສົ່ງ​ການ​ເຈັບໄຂ້​ໄດ້ປ່ວຍ, ການ​ຮຸນແຮງ ແລະ​ສົງຄາມ​ມາ​ຂ້າ​ເຈົ້າ. ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ.”


ທຸກໆ​ຄົນ​ຈະ​ຢູ່​ນຳກັນ​ຢ່າງ​ສະຫງົບສຸກ ທ່າມກາງ​ສວນອະງຸ່ນ​ແລະ​ຕົ້ນ​ໝາກເດື່ອ ແລະ​ບໍ່ມີ​ຜູ້ໃດ​ຈະ​ເຮັດ​ໃຫ້​ພວກເຂົາ​ຢ້ານກົວ​ເລີຍ ປາກ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ດັ່ງນີ້ແຫຼະ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka