Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 22:23 - ພຣະຄຳພີສັກສິ

23 ເຮົາ​ຈະ​ຮັດ​ລາວ​ໄວ້​ກັບ​ບ່ອນ​ຢ່າງ​ໝັ້ນຄົງ​ດັ່ງ​ຕອກ​ຫລັກ​ໄວ້ ແລະ​ລາວ​ຈະ​ເປັນ​ບໍ່​ແຫ່ງ​ກຽດສັກສີ​ໃນ​ຄອບຄົວ​ທັງໝົດ​ຂອງຕົນ.

Uka jalj uñjjattʼäta Copia luraña




ເອຊາຢາ 22:23
12 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ພຣະອົງ​ມີ​ພຣະຄຸນ​ຕໍ່​ພວກ​ຂ້ານ້ອຍ​ທີ່ສຸດ ພຣະອົງ​ໃຫ້​ພວກ​ຂ້ານ້ອຍ​ບາງຄົນ​ໜີ​ພົ້ນ​ຈາກ​ການ​ເປັນ​ທາດຮັບໃຊ້ ແລະ​ດຳເນີນ​ຊີວິດ​ຢ່າງ​ປອດໄພ​ຢູ່​ໃນ​ບ່ອນ​ສັກສິດ​ນີ້. ພຣະອົງ​ໄດ້​ໂຜດ​ໃຫ້​ພວກ​ຂ້ານ້ອຍ ໜີ​ພົ້ນ​ຈາກ​ການ​ເປັນ​ທາດຮັບໃຊ້​ມາ​ໄດ້ ແລະ​ທັງ​ໃຫ້​ພວກ​ຂ້ານ້ອຍ​ມີ​ຊີວິດ​ໃໝ່.


ມໍເດໄກ ຄົນ​ຢິວ​ຜູ້​ນີ້ ແມ່ນ​ຜູ້​ດຽວ​ເທົ່ານັ້ນ ທີ່​ໄດ້​ຮັບ​ຕຳແໜ່ງ​ເປັນ​ຜູ້​ຮອງ​ຈາກ​ກະສັດ​ເຊເຊັດ. ເພິ່ນ​ໄດ້​ຮັບ​ການ​ຍ້ອງຍໍ​ໃຫ້ກຽດ ແລະ​ເປັນ​ທີ່​ພໍໃຈ​ຂອງ​ພີ່ນ້ອງ​ຊາວຢິວ. ເພິ່ນ​ເຮັດ​ວຽກ​ເພື່ອ​ຜົນປະໂຫຍດ​ຂອງ​ຊົນຊາດ​ຂອງ​ເພິ່ນ ແລະ​ເພື່ອ​ຄວາມ​ປອດໄພ​ຂອງ​ລູກຫລານ​ເຊັ່ນ​ຕໍ່ມາ​ທັງໝົດ​ຂອງ​ເພິ່ນ.


ໃນ​ເວລາ​ຢ່າງ​ນີ້​ຖ້າ​ເຈົ້າ​ມິດງຽບ​ຢູ່ ສະຫວັນ​ຈະ​ຊ່ວຍເຫລືອ​ພວກ​ຢິວ ແລະ​ພວກເຂົາ​ຈະ​ຖືກ​ຊ່ວຍ​ໃຫ້​ພົ້ນ ຝ່າຍ​ເຈົ້າ​ຈະ​ຕາຍ ແລະ​ຄອບຄົວ​ຂອງ​ພໍ່​ເຈົ້າ​ກໍ​ຈະ​ເຖິງ​ຈຸດຈົບ. ບາງທີ​ການ​ທີ່​ເຈົ້າ​ໄດ້​ເປັນ​ຣາຊີນີ​ກໍ​ເພື່ອ​ໃນ​ຍາມ​ຄັບຂັນ​ເຊັ່ນນີ້ແຫລະ ໃຜ​ຈະ​ຮູ້​ໄດ້?”


ພຣະອົງ​ປົກປ້ອງ​ຄົນ​ຊອບທຳ ໃຫ້​ໄດ້​ຮັບ​ກຽດ​ສືບໄປ ພຣະອົງ​ໃຫ້​ພວກເຂົາ​ໄດ້​ປົກຄອງ ດັ່ງ​ກະສັດ​ຜູ້​ຍິ່ງໃຫຍ່.


ຄຳເວົ້າ​ຂອງ​ຄົນມີ​ປັນຍາ​ເປັນ​ດັ່ງ​ໄມ້ເທົ້າ​ອັນ​ແຫລມຄົມ ທີ່​ຄົນລ້ຽງແກະ​ໃຊ້​ເພື່ອ​ນຳພາ​ຝູງແກະ ແລະ​ສຸພາສິດ​ທີ່​ເພິ່ນ​ໄດ້​ຮວບຮວມ​ໄວ້​ຈະ​ດຳລົງ​ຢູ່​ຕໍ່ໄປ ດັ່ງ​ຕະປູ​ຕອກ​ລົງ​ໃນ​ແປ້ນ​ຢ່າງ​ໜັກແໜ້ນ ສິ່ງ​ເຫຼົ່ານີ້ ແມ່ນ​ຖືກ​ມອບໝາຍ​ໃຫ້​ໂດຍ​ພຣະເຈົ້າ ພຣະຜູ້ລ້ຽງ​ອົງດຽວ​ຂອງ​ພວກເຮົາ​ທຸກຄົນ.


ແຕ່​ພວກ​ພີ່ນ້ອງ​ຂອງ​ລາວ​ກັບ​ຜູ້​ເພິ່ງພາ​ອາໄສ​ທັງຫລາຍ ຈະ​ເປັນ​ພາລະໜັກ​ໃຫ້​ແກ່​ລາວ. ພວກເຂົາ​ຈະ​ແຂວນ​ລາວ​ໄວ້​ດັ່ງ​ໝໍ້ ແລະ​ເຄື່ອງໃຊ້​ທີ່​ຫ້ອຍ​ເທິງ​ຫລັກ


ພຣະເຈົ້າຢາເວ​ອົງ​ຊົງ​ຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ໃນວັນ​ນັ້ນ ຫລັກ​ຊຶ່ງ​ມັດ​ໄວ້​ຢ່າງ​ໝັ້ນຄົງ​ກໍ​ຈະ​ຫລຸດ ແລະ​ຕົກລົງ. ອັນ​ນັ້ນ​ຈະ​ແມ່ນ​ຈຸດຈົບ​ຂອງ​ທຸກໆສິ່ງ​ທີ່​ເກາະຫ້ອຍ​ຢູ່​ເທິງ​ນັ້ນ.” ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ.


ຈາກ​ທ່າມກາງ​ພວກເຂົາ​ນັ້ນ​ຈະ​ມີ​ບັນດາ​ຜູ້ປົກຄອງ, ບັນດາ​ຜູ້ນຳ ແລະ​ບັນດາ​ຜູ້​ບັນຊາການ​ທະຫານ​ປົກຄອງ​ປະຊາຊົນ​ຂອງເຮົາ.


ຜູ້​ທີ່​ໄຊຊະນະ ເຮົາ​ຈະ​ໃຫ້​ຜູ້ນັ້ນ​ນັ່ງ​ກັບ​ເຮົາ​ເທິງ​ບັນລັງ​ຂອງເຮົາ ເໝືອນ​ກັບ​ທີ່​ເຮົາ​ມີ​ໄຊຊະນະ​ແລ້ວ ແລະ​ໄດ້​ນັ່ງ​ກັບ​ພຣະບິດາເຈົ້າ​ຂອງເຮົາ​ເທິງ​ຣາຊບັນລັງ​ຂອງ​ພຣະອົງ.


ພຣະອົງ​ຍົກ​ຄົນ​ຍາກຈົນ​ຂຶ້ນ​ຈາກ​ຂີ້ຝຸ່ນ​ດິນ ແລະ​ຊ່ວຍຊູ​ຄົນ​ຂັດສົນ ຈາກ​ຄວາມ​ລຳບາກ. ພຣະອົງ​ໃຫ້​ເຂົາ​ເປັນ​ເພື່ອນ​ກັບ​ບັນດາ​ເຈົ້າຊາຍ ແລະ​ໃຫ້​ນັ່ງ​ລົງ​ໃນ​ບ່ອນ​ທີ່​ມີ​ກຽດ. ຮາກຖານ​ແຜ່ນດິນ​ໂລກ​ເປັນ​ຂອງ​ພຣະເຈົ້າຢາເວ​ໃດ ເທິງ​ນັ້ນ​ເອງ​ທີ່​ພຣະອົງ​ໄດ້​ສ້າງ​ໂລກ​ມະນຸດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka