22 ເຮົາຈະໃຫ້ລາວມີອຳນາດທັງໝົດຮອງຈາກກະສັດຜູ້ທີ່ເປັນເຊື້ອສາຍຂອງດາວິດ. ລາວຈະມີໜ້າທີ່ສຳຄັນ; ສິ່ງທີ່ລາວໄຂຈະບໍ່ມີຜູ້ໃດອັດໄດ້ ແລະສິ່ງທີ່ລາວອັດໄວ້ຈະບໍ່ມີຜູ້ໃດໄຂໄດ້.
ເມື່ອພຣະອົງມ້າງລົງແລ້ວ ມີຜູ້ໃດເດຈະກໍ່ຂຶ້ນໃໝ່ໄດ້ແດ່? ແລະຜູ້ທີ່ພຣະອົງຄຸມຂັງ ໃຜຈະປົດປ່ອຍໄດ້?
ຂ້ອຍຈະຖືມັນໄວ້ຢູ່ເທິງບ່າໄຫລ່ຢ່າງທະນົງຕົວ ແລະເອົາສຸບໄວ້ເທິງຫົວດັ່ງມົງກຸດໜ່ວຍໜຶ່ງ.
ດັ່ງນັ້ນ ເອຊາຢາຈຶ່ງກ່າວວ່າ, “ເຊື້ອວົງຂອງກະສັດດາວິດເອີຍ ບັດນີ້ຈົ່ງຟັງເທີ້ນ. ການທີ່ເຈົ້າທຳລາຍຄວາມອົດທົນຂອງມະນຸດນັ້ນບໍ່ພຽງພໍບໍ? ບັດນີ້ ເຈົ້າຍັງຈະຕ້ອງທຳລາຍຄວາມອົດກັ້ນຂອງພຣະເຈົ້າອີກບໍ?
ເມື່ອກະສັດແຫ່ງຢູດາຍຮູ້ຂ່າວວ່າ ກອງທັບແຫ່ງຊີເຣຍໄດ້ຕັ້ງຢູ່ເຂດແດນອິດສະຣາເອນແລ້ວ ເພິ່ນພ້ອມທັງປະຊາຊົນກໍເກີດຢ້ານກົວ ຈົນຕົວສັ່ນເຊັນດັ່ງຕົ້ນໄມ້ຖືກລົມພັດແຮງ.
ມີເດັກນ້ອຍຜູ້ໜຶ່ງໄດ້ເກີດມາໃຫ້ພວກເຮົາ ມີລູກຊາຍຜູ້ໜຶ່ງຖືກມອບໝາຍໃຫ້ພວກເຮົາແລ້ວ ພຣະອົງຈະຊົງນາມວ່າ, “ຜູ້ປຶກສາທີ່ອັດສະຈັນ” “ພຣະເຈົ້າຊົງຣິດ” “ພຣະບິດາສືບໄປ” “ອົງສັນຕິຣາດ”
ແລະເຮົາເປັນຜູ້ມີຊີວິດຢູ່ ເຮົາໄດ້ຕາຍໄປແລ້ວ ແຕ່ເບິ່ງແມ! ເຮົາກໍມີຊີວິດຢູ່ນິຣັນດອນ. ເຮົາຖືລູກກະແຈແຫ່ງຄວາມຕາຍແລະແດນມໍຣະນາ.
“ຈົ່ງຂຽນໄປຍັງເທວະດາຂອງພຣະເຈົ້າ ໃນຄຣິສຕະຈັກທີ່ເມືອງຟີລາເດັນເຟຍວ່າ, ນີ້ເປັນຖ້ອຍຄຳຈາກພຣະອົງຜູ້ບໍຣິສຸດແລະສັດຊື່ ຜູ້ຊົງຖືຂໍກະແຈຂອງດາວິດ ແລະຜູ້ຊົງເປີດແລ້ວຈະບໍ່ມີຜູ້ໃດປິດ ແລະຜູ້ຊົງປິດແລ້ວຈະບໍ່ມີຜູ້ໃດເປີດ ຊົງກ່າວດັ່ງນີ້ວ່າ,