Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 22:21 - ພຣະຄຳພີສັກສິ

21 ເຮົາ​ຈະ​ໃຫ້​ລາວ​ນຸ່ງ​ເສື້ອ ແລະ​ຮັດ​ສາຍແອວ​ປະຈຳ​ຕຳແໜ່ງ​ຂອງເຈົ້າ ພ້ອມ​ໃຫ້​ລາວ​ມີ​ອຳນາດ​ທັງໝົດ​ທີ່​ເຈົ້າ​ເຄີຍ​ມີ​ມາ. ລາວ​ຈະ​ເປັນ​ດັ່ງ​ພໍ່​ຜູ້ໜຶ່ງ​ສຳລັບ​ປະຊາຊົນ​ຊາວ​ນະຄອນ​ເຢຣູຊາເລັມ​ແລະ​ຊາວ​ຢູດາ.

Uka jalj uñjjattʼäta Copia luraña




ເອຊາຢາ 22:21
8 Jak'a apnaqawi uñst'ayäwi  

ດັ່ງນັ້ນ ຈຶ່ງ​ບໍ່ແມ່ນ​ພວກເຈົ້າ​ທີ່​ໄດ້​ສົ່ງ​ຂ້ອຍ​ມາ​ທີ່​ນີ້ ແຕ່​ແມ່ນ​ພຣະເຈົ້າ​ຕ່າງຫາກ​ທີ່​ໄດ້​ສົ່ງ​ຂ້ອຍ​ມາ. ພຣະອົງ​ບັນດານ​ໃຫ້​ຂ້ອຍ​ເປັນ​ຂຸນນາງ​ຜູ້​ສຳຄັນ​ຂອງ​ກະສັດ. ຂ້ອຍ​ເປັນ​ຜູ້​ຮັບຜິດຊອບ​ປະເທດ​ທັງໝົດ​ຂອງ​ເພິ່ນ. ຂ້ອຍ​ເປັນ​ຜູ້ປົກຄອງ​ປະເທດ​ເອຢິບ​ທັງໝົດ.”


ແລ້ວ​ມໍເດໄກ​ກໍ​ອອກ​ຈາກ​ວັງ. ລາວ​ນຸ່ງ​ເສື້ອ​ລ່າມ​ສີຟ້າ ແລະ​ສີຂາວ​ຂອງ​ກະສັດ ແລະ​ເສື້ອ​ຄຸມ​ທີ່​ເຮັດ​ດ້ວຍ​ຜ້າປ່ານ​ສີມ່ວງ​ເນື້ອ​ລະອຽດ​ດີ​ທັງ​ສວມ​ມົງກຸດ​ຄຳ​ອັນ​ງົດງາມ. ແລ້ວ​ຄົນ​ຕາມ​ຖະໜົນ​ໃນ​ນະຄອນ​ຊູຊາ ຕ່າງ​ກໍ​ຮ້ອງໂຮ​ຂຶ້ນ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ.


ກະສັດ​ຈຶ່ງ​ຖອດ​ແຫວນ​ທີ່​ມີ​ກາປະທັບ​ມອບ​ໃຫ້​ມໍເດໄກ (ແຫວນ​ນີ້​ໄດ້​ເອົາ​ຄືນ​ມາ​ຈາກ​ຮາມານ). ຣາຊີນີ​ເອສະເທີ​ຍັງ​ໄດ້​ມອບ​ຊັບສິນ​ຂອງ​ຮາມານ​ໃຫ້​ມໍເດໄກ​ເປັນ​ຜູ້​ຮັບຜິດຊອບ.


ຂ້ອຍ​ນີ້​ເປັນ​ດັ່ງ​ພໍ່​ຜູ້ໜຶ່ງ​ຂອງ​ຄົນ​ຍາກຈົນ ແລະ​ເຂົ້າຂ້າງ​ຄົນ​ຕ່າງແດນ​ທີ່​ຖືກ​ເດືອດຮ້ອນ.


ທັງ​ມີ​ສາຍ​ຮັດ​ແອວ​ແລະ​ຜ້າ​ຄຽນ​ຫົວ​ແບບ​ແປກໆ​ດ້ວຍ.


ລາວ​ໄດ້​ແກ້​ເສື້ອ​ຊັ້ນນອກ​ທີ່​ຕົນ​ນຸ່ງ​ມອບ​ໃຫ້​ດາວິດ ພ້ອມ​ທັງ​ເຄື່ອງຮົບ​ເຊັ່ນ: ດາບ, ຄັນທະນູ ແລະ​ສາຍແອວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka