Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 22:17 - ພຣະຄຳພີສັກສິ

17 ເຈົ້າ​ອາດ​ເປັນ​ຄົນ​ສຳຄັນ, ແຕ່​ພຣະເຈົ້າຢາເວ​ຈະ​ຈັບ​ເຈົ້າ​ໂຍນ​ຖິ້ມ​ອອກ​ໄປ​ຢ່າງແຮງ.

Uka jalj uñjjattʼäta Copia luraña




ເອຊາຢາ 22:17
6 Jak'a apnaqawi uñst'ayäwi  

ລາວ​ກຳລັງ​ກົ້ມ​ຕົວ​ລົງ​ໃສ່​ຕັ່ງນວມ​ຍາວ ບ່ອນ​ທີ່​ຣາຊີນີ​ເອສະເທີ​ນັ່ງ​ຢູ່​ນັ້ນ​ເພື່ອ​ຂໍ​ຄວາມ​ເມດຕາ ພໍດີ​ຖືກ​ກັບ​ເວລາ​ທີ່​ກະສັດ​ກັບຄືນ​ມາ​ຈາກ​ສວນ ແລະ​ເຂົ້າ​ໄປ​ໃນ​ຫ້ອງ. ເມື່ອ​ເຫັນ​ດັ່ງນີ້​ແລ້ວ ກະສັດ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ຄົນ​ນີ້​ກຳລັງ​ຈະ​ຂົ່ມຂືນ​ຣາຊີນີ​ຕໍ່ໜ້າ​ເຮົາ​ຢູ່​ທີ່​ວັງ​ຂອງເຮົາ​ບໍ?” ກະສັດ​ເວົ້າ​ຍັງ​ບໍ່​ທັນ​ຂາດຄຳ ບັນດາ​ຊາຍ​ຕອນ​ກໍ​ເອົາ​ຜ້າ​ຄຸມ​ຫົວ​ຮາມານ​ໄວ້.


ພຣະເຈົ້າ​ມອບ​ໂລກນີ້​ໃຫ້​ແກ່​ຄົນຊົ່ວ​ປົກຄອງ ແລະ​ເຮັດ​ໃຫ້​ຜູ້​ຕັດສິນ​ຄວາມ​ຕາບອດ​ໝົດ​ແລ້ວ. ຖ້າ​ບໍ່ແມ່ນ​ພຣະອົງ​ເຮັດ​ສິ່ງ​ເຫຼົ່ານີ້​ທັງໝົດ ແມ່ນ​ຜູ້ໃດ​ເດນໍ​ທີ່​ໄດ້​ເຮັດ​ສິ່ງ​ເຫຼົ່ານີ້.


“ເຈົ້າ​ຄິດ​ວ່າ​ເຈົ້າ​ເປັນ​ຜູ້ໃດ? ເຈົ້າ​ມີ​ສິດ​ຫຍັງ​ຈຶ່ງ​ຕ້ອງ​ເຈາະ​ອຸບມຸງ​ໄວ້​ຢູ່​ໃນ​ພູ​ນີ້​ສຳລັບ​ເຈົ້າເອງ?


ພຣະອົງ​ຈະ​ຈັບ​ເຈົ້າ​ດັ່ງ​ຈັບ​ໝາກບານ ແລະ​ແກວ່ງ​ເຈົ້າ​ໄປ​ໃນ​ເມືອງ​ທີ່​ໃຫຍ່​ກວ່າ​ນີ້. ເຈົ້າ​ຈະ​ຕາຍ​ຢູ່​ທີ່​ຂ້າງ​ລົດຮົບ ທີ່​ເຈົ້າ​ແສນ​ພູມໃຈ​ນຳ​ນັ້ນ. ເຈົ້າ​ໄດ້​ເຮັດ​ໃຫ້​ບ້ານ​ນາຍ​ຂອງຕົນ​ອັບອາຍ​ຂາຍໜ້າ.


ເພາະ​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ, “ເຮົາ​ກຳລັງ​ຈະ​ໂຍນ​ພວກເຈົ້າ​ອອກໄປ​ຈາກ​ດິນແດນ​ນີ້; ເຮົາ​ກຳລັງ​ຈະ​ຢຽບຢໍ່າ​ພວກເຈົ້າ​ລົງ ຈົນ​ບໍ່ມີ​ຜູ້ໃດ​ເຫລືອຢູ່.”


ຄົນຮັ່ງມີ​ສົ່ງ​ຄົນ​ຮັບໃຊ້​ອອກ​ໄປ​ຊອກ​ຕັກ​ນໍ້າ​ມາ​ກິນ ແຕ່​ບໍ່ໄດ້​ພົບ​ນໍ້າ​ເລີຍ ເມື່ອ​ພວກເຂົາ​ໄປ​ຮອດ​ອ່າງນໍ້າ; ພວກເຂົາ​ເລີຍ​ຖື​ໄຫເປົ່າ​ພາກັນ​ກັບຄືນ​ເມືອ ໝົດ​ກຳລັງໃຈ​ທັງ​ສັບສົນ​ຈຶ່ງ​ອັດ​ໜ້າ​ຕົນ​ໄວ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka