Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 22:16 - ພຣະຄຳພີສັກສິ

16 “ເຈົ້າ​ຄິດ​ວ່າ​ເຈົ້າ​ເປັນ​ຜູ້ໃດ? ເຈົ້າ​ມີ​ສິດ​ຫຍັງ​ຈຶ່ງ​ຕ້ອງ​ເຈາະ​ອຸບມຸງ​ໄວ້​ຢູ່​ໃນ​ພູ​ນີ້​ສຳລັບ​ເຈົ້າເອງ?

Uka jalj uñjjattʼäta Copia luraña




ເອຊາຢາ 22:16
10 Jak'a apnaqawi uñst'ayäwi  

‘ເມື່ອ​ພໍ່​ຂອງ​ຂ້ານ້ອຍ​ໃກ້​ຈະ​ສິ້ນໃຈ​ຕາຍ​ນັ້ນ ເພິ່ນ​ໄດ້​ໃຫ້​ຂ້ານ້ອຍ​ສັນຍາ​ຕໍ່​ເພິ່ນ​ວ່າ ໃຫ້​ນຳ​ເອົາ​ຊາກສົບ​ຂອງ​ເພິ່ນ​ໄປ​ຝັງ​ໄວ້​ຢູ່​ໃນ​ຖໍ້າ ທີ່​ເພິ່ນ​ໄດ້​ຕຽມ​ໄວ້​ເອງ​ໃນ​ການາອານ. ສະນັ້ນ ຂໍ​ທ່ານ​ຈົ່ງ​ອະນຸຍາດ​ໃຫ້​ຂ້ານ້ອຍ​ໄປ​ຝັງສົບ​ພໍ່​ຂອງ​ຂ້ານ້ອຍ​ແດ່ທ້ອນ ເມື່ອ​ຝັງ​ແລ້ວໆ​ຂ້ານ້ອຍ​ຈະ​ກັບຄືນ​ມາ​ທີ່​ນີ້.”’


ເມື່ອ​ອັບຊາໂລມ​ຍັງ​ມີ​ຊີວິດ​ຢູ່​ນັ້ນ ລາວ​ໄດ້​ສ້າງ​ອະນຸສາວະລີ​ສ່ວນຕົວ​ໄວ້​ທີ່​ຮ່ອມພູ​ຂອງ​ກະສັດ ເພາະ​ລາວ​ບໍ່ມີ​ລູກຊາຍ​ໄວ້​ສືບໜໍ່​ແທນແນວ. ດັ່ງນັ້ນ ອັບຊາໂລມ​ຈຶ່ງ​ເອີ້ນ​ຊື່​ອະນຸສາວະລີ​ນັ້ນ​ຕາມ​ຊື່​ຂອງຕົນ ແລະ​ທຸກ​ວັນ​ນີ້​ກໍ​ຍັງ​ເປັນ​ທີ່​ຮູ້ຈັກ​ກັນ​ວ່າ ອະນຸສາວະລີ​ອັບຊາໂລມ.


ແລະ​ໄດ້​ຖືກ​ຝັງ​ໄວ້​ໃນ​ອຸບມຸງ​ເປັນ​ໂງ່ນຫີນ ຊຶ່ງ​ເພິ່ນ​ໄດ້​ສັ່ງ​ໃຫ້​ເຈາະ​ໄວ້​ສຳລັບ​ເພິ່ນ​ເອງ​ທີ່​ເມືອງ​ຂອງ​ດາວິດ. ພວກເຂົາ​ໄດ້​ໃຊ້​ເຄື່ອງເທດ​ກັບ​ນໍ້າມັນ​ຫອມ ຕົບແຕ່ງ​ຮ່າງກາຍ​ຂອງ​ເພິ່ນ​ສຳລັບ​ຝັງ ແລະ​ພວກເຂົາ​ໄດ້​ສ້າງ​ໄຟ​ກອງ​ໃຫຍ່​ສຳລັບ​ໄວ້ທຸກ​ໃຫ້​ເພິ່ນ.


ດັ່ງ​ເຈົ້າ​ກະສັດ ແລະ​ນັກປົກຄອງ​ຜູ້​ຍິ່ງໃຫຍ່ ຜູ້​ທີ່​ໄດ້​ສ້າງ​ວັງ​ເກົ່າແກ່​ຂຶ້ນ​ໃໝ່​ໃຫ້​ສວຍງາມ.


ກະສັດ​ໝົດ​ທົ່ວ​ທັງໂລກ​ນອນ​ຢູ່​ໃນ​ຂຸມຝັງສົບ​ອັນ​ງົດງາມ


ແຕ່​ເຈົ້າ​ພັດ​ບໍ່ມີ​ຂຸມຝັງສົບ. ຊາກສົບ​ຂອງ​ເຈົ້າ​ຖືກ​ໂຍນ​ອອກ​ໄປ ປະ​ໃຫ້​ເປື່ອຍເນົ່າ​ຢູ່​ລຸ່ມ​ຊາກສົບ​ຂອງ​ພວກ​ທະຫານ​ຊຶ່ງ​ຖຶກ​ຂ້າ​ໃນ​ສະໜາມຮົບ ແລະ​ໄດ້​ຖືກ​ໂຍນ​ລົງ​ພ້ອມ​ກັນ​ໄປ​ໃນ​ເຫວ​ແລະ​ຖືກ​ຢຽບຢໍ່າ.


ເຈົ້າ​ອາດ​ເປັນ​ຄົນ​ສຳຄັນ, ແຕ່​ພຣະເຈົ້າຢາເວ​ຈະ​ຈັບ​ເຈົ້າ​ໂຍນ​ຖິ້ມ​ອອກ​ໄປ​ຢ່າງແຮງ.


ພຣະເຈົ້າຢາເວ​ກ່າວ​ວ່າ, ບັດນີ້ ໃນ​ບາບີໂລນ​ແມ່ນ​ສິ່ງ​ດຽວກັນ​ນັ້ນ ທີ່​ໄດ້​ເກີດຂຶ້ນ​ອີກ ຄື​ພວກເຈົ້າ​ໄດ້​ຖືກ​ຈັບ​ໄປ ແລະ​ບໍ່ໄດ້​ຈ່າຍ​ຫຍັງ​ໃຫ້​ພວກເຈົ້າ. ພຣະເຈົ້າຢາເວ​ກ່າວ​ວ່າ, ຜູ້​ທີ່​ປົກຄອງ​ເໜືອ​ພວກເຈົ້າ​ເວົ້າ​ໂມ້​ທັງ​ໂອ້ອວດ ແລະ​ດູຖູກ​ຫຍໍ້ຫຍັນ​ເຮົາ​ຢູ່​ເປັນ​ປະຈຳ.


ຈົ່ງ​ລຸກ​ຂຶ້ນ ແລະ​ໜີໄປ​ສາ; ຢູ່​ໃນ​ທີ່​ນີ້ ບໍ່ມີ​ບ່ອນ​ປອດໄພ​ອີກ​ແລ້ວ. ການບາບ​ຂອງ​ພວກເຈົ້າ​ໄດ້​ນຳ​ເຄາະກຳ​ມາ​ສູ່​ບ່ອນ​ນີ້​ໃຫ້​ພິນາດໄປ.


ແລະ ນຳ​ໄປ​ວາງ​ໄວ້​ໃນ​ອຸບມຸງ​ຂອງຕົນ ຊຶ່ງ​ຫາ​ກໍ​ເຈາະ​ໄວ້​ໃນ​ໂງ່ນຫີນ ແລະ​ເມື່ອ​ກື່ງ​ກ້ອນຫີນ​ຂະໜາດ​ໃຫຍ່ ອັດ​ປາກ​ອຸບມຸງ​ໄວ້​ແລ້ວ ລາວ​ກໍ​ໜີໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka