ເອຊາຢາ 22:15 - ພຣະຄຳພີສັກສິ15 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ບອກຂ້າພະເຈົ້າໃຫ້ໄປຫາເຊັບນາ ຜູ້ດູແລສຳນັກຂອງກະສັດ ແລະກ່າວຕໍ່ລາວວ່າ, Uka jalj uñjjattʼäta |
ສະນັ້ນ ຂ້າຣາຊການຜູ້ກຳກັບຣາຊວັງ ແລະຂ້າຣາຊການຜູ້ປົກຄອງເມືອງ ພ້ອມດ້ວຍຜູ້ນຳປະຊາຊົນ ແລະພວກຜູ້ເບິ່ງແຍງລູກຫລານຂອງກະສັດ ຈຶ່ງສົ່ງຂໍ້ຄວາມໄປຫາເຢຮູວ່າ, “ພວກຂ້າພະເຈົ້າເປັນຜູ້ຮັບໃຊ້ທ່ານ ແລະພ້ອມແລ້ວທີ່ຈະປະຕິບັດຕາມທຸກສິ່ງທີ່ທ່ານສັ່ງ. ແຕ່ພວກຂ້າພະເຈົ້າຈະບໍ່ແຕ່ງຕັ້ງຜູ້ໃດຜູ້ໜຶ່ງໃຫ້ເປັນກະສັດ; ຈົ່ງເຮັດຕາມທີ່ທ່ານເຫັນວ່າດີທີ່ສຸດເຖີດ.”
ຕໍ່ໄປນີ້ແມ່ນລາຍຊື່ຂອງຜູ້ບໍລິຫານຊັບສົມບັດຂອງກະສັດມີດັ່ງນີ້: ຫ້ອງເກັບເຄື່ອງຂອງກະສັດ: ອາຊະມາເວດລູກຊາຍຂອງອາດີເອນ ຫ້ອງເກັບເຄື່ອງທ້ອງຖິ່ນ: ໂຢນາທານລູກຊາຍຂອງອຸດຊີຢາ ຜູ້ດູແລຄົນເຮັດນາ: ເອຊະຣີລູກຊາຍຂອງເກລຸບ ຜູ້ດູແລຄົນເຮັດສວນອະງຸ່ນ: ຊີເມອີຊາວເມືອງຣາມາ ຜູ້ດູແລຫ້ອງໄວ້ເຫຼົ້າອະງຸ່ນ: ຊັບດີຊາວເມືອງເຊຟາມ ຜູ້ດູແລຄົນເຮັດສວນໝາກກອກເທດ ແລະໝາກເດື່ອ (ທີ່ຕີນພູດ້ານທິດຕາເວັນຕົກ): ບາອານຮານານຊາວເມືອງເກເດ ຜູ້ດູແລຫ້ອງໄວ້ນໍ້າມັນໝາກກອກເທດ: ໂຢອາດ ຜູ້ດູແລຄົນລ້ຽງສັດໃນທົ່ງຫຍ້າຊາໂຣນ: ຊິດໄຣຊາວເມືອງຊາໂຣນ ຜູ້ດູແລຝູງສັດຢູ່ໃນຮ່ອມພູ: ຊາຟັດລູກຊາຍຂອງອັດໄລ ຜູ້ດູແລຝູງອູດ: ໂອບິນຊາວອິດຊະມາເອນ ຜູ້ດູແລຝູງລໍ: ເຢເດອີຢາຊາວເມືອງເມໂຣໂນດ ຜູ້ດູແລຝູງແກະແລະຝູງແບ້: ຢາຊິດຊາວເມືອງຮັກຣິດ.