Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 22:12 - ພຣະຄຳພີສັກສິ

12 ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ກຳລັງ​ຮ້ອງ​ບອກ​ພວກເຈົ້າ​ໃຫ້​ຮ້ອງໄຫ້ ແລະ​ໄວ້ທຸກ ໂດຍ​ແຖ​ຫົວ​ແລະ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ.

Uka jalj uñjjattʼäta Copia luraña




ເອຊາຢາ 22:12
31 Jak'a apnaqawi uñst'ayäwi  

ຜູ້ທຳນວາຍ​ເຢເຣມີຢາ​ໄດ້​ປະພັນ​ບົດເພງ​ໄວ້​ອາໄລ​ອາວອນ​ສຳລັບ​ກະສັດ​ໂຢສີຢາ. ຕໍ່ມາ ໄດ້​ກາຍເປັນ​ປະເພນີ​ໃນ​ປະເທດ​ອິດສະຣາເອນ ທີ່​ທັງ​ຊາຍ​ແລະ​ຍິງ​ຈະ​ໃຊ້​ເພງ​ນີ້ ເມື່ອ​ພວກຕົນ​ໄວ້ທຸກ​ໃຫ້​ແກ່​ເພິ່ນ. ເພງ​ນີ້​ມີ​ຢູ່​ໃນ​ຊຸດ​ຂອງ​ເພງ​ອາໄລ​ອາວອນ.


ເມື່ອ​ຂ້າພະເຈົ້າ​ໄດ້ຍິນ​ດັ່ງນີ້ ຂ້າພະເຈົ້າ​ກໍ​ຈີກ​ເຄື່ອງນຸ່ງ​ດ້ວຍ​ຄວາມ​ສິ້ນຫວັງ, ດຶງ​ຜົມ​ແລະ​ໜວດ ແລະ​ນັ່ງ​ລົງ​ດ້ວຍ​ຄວາມ​ເປັນທຸກໃຈ.


ໃນ​ປະເທດ​ເອຢິບ​ພຣະອົງ​ເຫັນ​ພວກເພິ່ນ​ທົນທຸກ​ສໍ່າໃດ ຄື​ບັນພະບຸລຸດ​ຮ້ອງ​ໃຫ້​ຊ່ວຍເຫຼືອ​ທີ່​ທະເລແດງ​ນັ້ນ,


ແລ້ວ​ໂຢບ​ກໍ​ລຸກ​ຂຶ້ນ ແລະ​ຈີກ​ເຄື່ອງນຸ່ງຫົ່ມ​ຂອງຕົນ​ດ້ວຍ​ຄວາມ​ທຸກໃຈ. ເພິ່ນ​ແຖ​ຜົມ ແລະ​ກົ້ມຂາບ​ລົງ​ດິນ.


ພຣະອົງ​ໄດ້​ຕັ້ງ​ເວລາ​ອັນ​ເໝາະສົມ​ໄວ້​ສຳລັບ​ທຸກສິ່ງ. ພຣະອົງ​ຢາກ​ໃຫ້​ມະນຸດ​ຮູ້ຈັກ​ອະດີດ ແລະ​ອະນາຄົດ, ແຕ່​ມະນຸດ​ເຂົ້າໃຈ​ບໍ່ໄດ້​ຢ່າງ​ເຕັມປ່ຽມ​ຕໍ່​ສິ່ງ​ທີ່​ພຣະອົງ​ໄດ້​ຊົງ​ກະທຳ ຕັ້ງແຕ່​ອະດີດຕະການ​ເຖິງ​ອະວະສານ.


ພຣະອົງ​ຕັ້ງ​ເວລາ​ສຳລັບ​ໂສກເສົ້າ ແລະ​ເວລາ​ສຳລັບ​ຊົມຊື່ນ​ຍິນດີ ເວລາ​ສຳລັບ​ໄວ້ທຸກ ແລະ​ເວລາ​ສຳລັບ​ຟ້ອນລຳ


ປະຊາຊົນ​ແຫ່ງ​ດີໂບນ ປີນຂຶ້ນ​ສູ່​ເທິງ​ພູ​ເພື່ອ​ໄປ​ຮ້ອງໄຫ້​ໃນ​ບ່ອນ​ທີ່​ມີ​ຮູບເຄົາຣົບ. ປະຊາຊົນ​ແຫ່ງ​ໂມອາບ​ຄໍ່າຄວນ​ດ້ວຍ​ຄວາມ​ໂສກເສົ້າ​ໃຫ້​ເມືອງ​ເນໂບ​ແລະ​ເມືອງ​ເມເດບາ; ພວກເຂົາ​ໄດ້​ແຖ​ຫົວ​ແລະ​ແຖ​ໜວດ​ເພື່ອ​ສະແດງ​ຄວາມ​ໂສກເສົ້າ.


ເຖິງ​ວ່າ​ພຣະອົງ​ເມດຕາ​ຕໍ່​ຄົນຊົ່ວຮ້າຍ​ກໍຕາມ ພວກເຂົາ​ກໍ​ບໍ່ເຄີຍ​ຮຽນຮູ້​ທີ່​ຈະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ເຖິງ​ວ່າ​ບ່ອນນີ້​ຈະ​ເປັນ​ດິນແດນ ບ່ອນ​ທີ່​ຄົນ​ຊອບທຳ​ອາໄສ​ຢູ່​ກໍຕາມ; ພວກເຂົາ​ກໍ​ຍັງ​ເຮັດ​ໃນ​ສິ່ງ​ທີ່​ຜິດພາດ​ສະເໝີ​ມາ ພວກເຂົາ​ບໍ່​ຍອມ​ຮັບຮູ້​ຄວາມ​ຍິ່ງໃຫຍ່​ຂອງ​ພຣະເຈົ້າຢາເວ.


ເຄາະກຳ​ເປັນ​ຂອງ​ນະຄອນ​ເຢຣູຊາເລັມ ຄື​ແທ່ນບູຊາ​ຂອງ​ພຣະເຈົ້າ​ສາ​ແລ້ວ ເຄາະກຳ​ເປັນ​ຂອງ​ເມືອງ​ທີ່​ດາວິດ​ໄດ້​ຕັ້ງຄ້າຍ​ໃສ່​ສາ​ແລ້ວ ປ່ອຍ​ໃຫ້​ງານກິນລ້ຽງ​ແລະ​ເທດສະການ​ຕ່າງໆ ປີ​ໜຶ່ງ​ຫລື​ສອງ​ປີ​ຜ່ານ​ໄປ​ກ່ອນ


ແທນ​ທີ່​ຕົນຕົວ​ພວກເຂົາ​ຈະ​ມີ​ກິ່ນ​ຫອມ ພວກເຂົາ​ຈະ​ມີ​ກິ່ນ​ເໝັນ; ແທນ​ທີ່​ຈະ​ມີ​ສາຍແອວ​ງາມ ພວກເຂົາ​ຈະ​ມີ​ເຊືອກ​ມັດ​ແອວ; ແທນ​ທີ່​ຈະ​ມີ​ຜົມ​ງາມ ພວກເຂົາ​ຈະ​ຫົວ​ໂຫລ້ນ; ແທນ​ທີ່​ຈະ​ໃສ່​ເສື້ອ​ງາມ ພວກເຂົາ​ຈະ​ນຸ່ງ​ຜ້າ​ຂາດ; ຄວາມງາມ​ຂອງ​ພວກເຂົາ​ຈະ​ປ່ຽນ​ເປັນ​ຄວາມ​ອັບອາຍ​ຂາຍໜ້າ.


ພວກເຈົ້າ​ໃຊ້​ຊີວິດ​ຢູ່​ຢ່າງ​ສຸກ​ສະບາຍ ບໍ່ມີ​ຄວາມ​ວິຕົກ​ກັງວົນ​ຫຍັງ​ເລີຍ; ແຕ່​ບັດນີ້ ຈົ່ງ​ຢ້ານກົວ​ຈົນສັ່ນເຊັ່ນ​ສາ​ເຖີດ ຈົ່ງ​ແກ້​ເຄື່ອງນຸ່ງ​ອອກ ແລະ​ເອົາ​ຜ້າ​ຂາດ​ມັດ​ແອວ​ໄວ້.


ພໍ​ເມື່ອ​ກະສັດ​ເຮເຊກີຢາ​ໄດ້​ຟັງ​ຄຳ​ລາຍງານ​ນັ້ນ ເພິ່ນ​ກໍ​ຈີກ​ເຄື່ອງນຸ່ງ​ຂອງຕົນ​ດ້ວຍ​ຄວາມທຸກໃຈ, ໃສ່​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ ແລະ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ.


ເພິ່ນ​ໄດ້​ໃຊ້​ເອລີອາກິມ ຜູ້​ຮັບຜິດຊອບ​ວັງ, ເຊັບນາ​ເລຂາທິການ ແລະ​ພວກ​ປະໂຣຫິດ​ອາວຸໂສ​ໄປ​ຫາ​ຜູ້ທຳນວາຍ​ເອຊາຢາ​ລູກຊາຍ​ຂອງ​ອາໂມດ. ພວກເຂົາ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ​ເຊັ່ນກັນ.


ປະຊາຊົນ​ຖາມ​ວ່າ, “ເປັນຫຍັງ​ພວກເຮົາ​ຈຶ່ງ​ຕ້ອງ​ຖືສິນ​ອົດອາຫານ ໃນ​ເມື່ອ​ພຣະອົງ​ບໍ່ໄດ້​ສັງເກດ​ເຫັນ? ເປັນຫຍັງ​ພວກເຮົາ​ຈຶ່ງ​ຕ້ອງ​ອົດ​ບໍ່​ກິນ​ເຂົ້າ ໃນ​ເມື່ອ​ພຣະອົງ​ບໍ່ໄດ້​ເອົາໃຈໃສ່?” ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ພວກເຂົາ​ວ່າ, “ຄວາມຈິງ​ກໍ​ຄື​ວ່າ​ໃນ​ເວລາ​ທີ່​ພວກເຈົ້າ​ຖືສິນ​ອົດອາຫານ​ນັ້ນ ພວກເຈົ້າ​ເຫັນແກ່ໄດ້ ແລະ​ກົດຂີ່​ຄົນງານ​ຂອງ​ພວກເຈົ້າ.


ທັງ​ຄົນຮັ່ງມີ​ແລະ​ຄົນ​ຍາກຈົນ​ຈະ​ຕາຍ​ຢູ່​ໃນ​ດິນແດນ​ນີ້ ແຕ່​ບໍ່ມີ​ຜູ້ໃດ​ຈະ​ຝັງ​ພວກເຂົາ​ໄວ້ ແລະ​ໄວ້ທຸກ​ໃຫ້​ພວກເຂົາ. ບໍ່ມີ​ຜູ້ໃດ​ຈະ​ຂີດ​ຕົວ​ເອງ ຫລື​ແຖ​ຫົວ​ສະແດງ​ຄວາມ​ໂສກເສົ້າ​ຂອງຕົນ.


ຢ່າ​ເຂົ້າ​ໄປ​ໃນ​ເຮືອນ​ທີ່​ຄົນ​ກຳລັງ​ກິນລ້ຽງ​ກັນ. ຢ່າ​ນັ່ງ​ລົງ​ກິນ​ແລະ​ດື່ມ​ກັບ​ພວກເຂົາ.


ສະນັ້ນ ຈົ່ງ​ໃສ່​ຜ້າ​ກະສອບເຂົ້າ ແລະ​ໄວ້ທຸກ ຈົ່ງ​ຮ້ອງໄຫ້​ຮໍ່າໄຮ ແລະ​ຄໍ່າຄວນ​ສາ​ເຖີດ ເພາະ​ພຣະເຈົ້າຢາເວ​ໂກດຮ້າຍ​ຮຸນແຮງ​ຫລາຍ ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ບໍ່ໄດ້​ຫັນໜີ​ໄປ​ຈາກ​ພວກເຮົາ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ໄວ້ທຸກ​ສາ​ເຖີດ ຈົ່ງ​ແຖ​ຜົມ​ພວກເຈົ້າ​ອອກ ແລະ​ໂຍນ​ມັນ​ຖິ້ມ​ສາ ຈົ່ງ​ຮ້ອງເພງ​ອາໄລ​ອາວອນ​ທີ່​ເທິງ​ຈອມພູ​ພຸ້ນ ເພາະ​ອົງພຣະ​ຜູ້​ເປັນເຈົ້າ​ໂກດຮ້າຍ​ໃດ ແລະ​ປະຖິ້ມ​ປະຊາຊົນ​ຂອງເຮົາ​ສາ​ແລ້ວ.”


ເພາະ​ຍ້ອນ​ເຈົ້າ ພວກເຂົາ​ຈຶ່ງ​ພາກັນ​ແຖ​ຫົວ ຕ່າງ​ກໍ​ນຸ່ງ​ຖື​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ. ພວກເຂົາ​ຮ້ອງໄຫ້​ທັງ​ມີ​ຈິດໃຈ​ເປັນທຸກ​ໃຫຍ່ ຈົ່ງ​ພາກັນ​ຄໍ່າຄວນ​ດ້ວຍ​ໃຈ​ທຸກລະທົມ.


ໃນ​ຄືນ​ໜຶ່ງ ກະສັດ​ເບັນຊັດຊາເຣ​ໄດ້​ເຊີນ​ເອົາ​ເຈົ້ານາຍ​ໜຶ່ງພັນ​ຄົນ ມາ​ໃນ​ງານກິນລ້ຽງ​ອັນ​ໃຫຍ່ໂຕ ແລະ​ເພິ່ນ​ກໍ​ຮ່ວມ​ດື່ມ​ເຫຼົ້າ​ອະງຸ່ນ​ກັບ​ພວກ​ເຫຼົ່ານີ້.


ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ເຊົາ​ສະເຫລີມ​ສະຫລອງ​ເທດສະການ​ຕ່າງໆ ດັ່ງ​ຄົນຕ່າງຊາດ​ນັ້ນ​ສາ. ພວກເຈົ້າ​ໄດ້​ໜີ​ຈາກ​ພຣະເຈົ້າ​ຂອງຕົນ ແລະ​ບໍ່​ສັດຊື່​ຕໍ່​ພຣະອົງ. ທົ່ວ​ທັງ​ປະເທດ ພວກເຈົ້າ​ໄດ້​ຂາຍ​ຕົວ​ເອງ​ໃຫ້​ພະບາອານ​ເໝືອນ​ຍິງໂສເພນີ ແລະ​ພວກເຈົ້າ​ກໍ​ມັກ​ເຂົ້າ​ສາລີ ທີ່​ພະບາອານ​ຈ່າຍ​ໃຫ້​ເປັນ​ຄ່າຈ້າງ.


ພວກເຈົ້າ​ປະໂຣຫິດ ຈົ່ງ​ນຸ່ງ​ຜ້າ​ກະສອບ​ເຂົ້າ​ແລະ​ຮ້ອງໄຫ້​ສາ​ເຖີດ ຜູ້ຮັບໃຊ້​ທີ່​ແທ່ນບູຊາ​ເອີຍ ຈົ່ງ​ຮ້ອງໄຫ້​ຄໍ່າຄວນ, ພວກເຈົ້າ​ຜູ້ຮັບໃຊ້​ພຣະເຈົ້າ​ຂອງ​ເຮົາ​ທີ່​ວິຫານ ຈົ່ງ​ມາ​ນອນ​ໃນ​ຜ້າ​ກະສອບ​ເຂົ້າ​ທັງຄືນ, ເພາະ​ບໍ່ມີ​ເຂົ້າ, ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ພຣະເຈົ້າ​ຂອງ​ພວກເຈົ້າ.


ຈົ່ງ​ຮ້ອງໄຫ້​ດັ່ງ​ຍິງສາວ​ໄວ້ທຸກ​ໃຫ້​ຄົນຕາຍ ຄື​ຜູ້ບ່າວ​ທີ່​ນາງ​ຈະ​ແຕ່ງງານ​ນຳ​ນັ້ນ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ແຕ່​ມາ​ດຽວ​ນີ້ ຈົ່ງ​ກັບໃຈໃໝ່​ຢ່າງ​ແທ້ຈິງ​ສາ​ເຖີດ ແລະ​ຈົ່ງ​ກັບຄືນ​ມາ​ຫາ​ເຮົາ​ຢ່າງ​ເຕັມໃຈ ດ້ວຍ​ການ​ອົດອາຫານ​ແລະ​ຮ້ອງໄຫ້​ໄວ້ທຸກ.


ປະໂຣຫິດ​ຜູ້ຮັບໃຊ້​ພຣະເຈົ້າຢາເວ​ກໍ​ໃຫ້​ມາ​ຄືກັນ ລະຫວ່າງ​ແທ່ນບູຊາ​ແລະ​ທາງ​ເຂົ້າ​ພຣະວິຫານ​ນັ້ນ ຕ້ອງ​ພາກັນ​ຮ້ອງໄຫ້​ແລະ​ພາວັນນາ​ອະທິຖານ​ຄືກັນ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ໂຜດ​ສົງສານ​ປະຊາຊົນ​ດ້ວຍ. ຂໍ​ຢ່າ​ໃຫ້​ຊົນຊາດ​ອື່ນ​ດູໝິ່ນ​ພວກ​ຂ້ານ້ອຍ​ເລີຍ ຫຍໍ້ຫຍັນ​ວ່າ​ພຣະເຈົ້າ​ຂອງ​ພວກເຈົ້າ​ຢູ່​ໃສ​ແລ້ວ?”


ເຮົາ​ຈະ​ໃຫ້​ເທດສະການ​ຕ່າງໆ​ກາຍເປັນ​ງານ​ແຫ່​ສົບ ແລະ​ຈະ​ປ່ຽນ​ເພງ​ສະໜຸກ​ສະໜານ​ໃຫ້​ເປັນ​ສຽງ​ຮ້ອງໄຫ້​ທີ່​ໂສກເສົ້າ​ເສຍໃຈ. ເຮົາ​ຈະ​ໃຫ້​ພວກເຈົ້າ​ແຖ​ຫົວ​ແລະ​ນຸ່ງ​ເຄື່ອງ​ໄວ້ທຸກ ແລະ​ພວກເຈົ້າ​ກໍ​ຈະ​ເປັນ​ດັ່ງ​ພໍ່​ແມ່​ທີ່​ຮ້ອງໄຫ້​ໄວ້ທຸກ​ນຳ​ລູກຊາຍ​ໂທນ​ທີ່​ຕາຍໄປ. ໃນ​ວັນ​ນັ້ນ​ຈະ​ມີ​ແຕ່​ຄວາມ​ຂົມຂື່ນ​ຈົນເຖິງ​ທີ່ສຸດ.


ເມື່ອ​ກະສັດ​ນີເນເວ​ໄດ້ຍິນ​ເຖິງ​ເລື່ອງ​ນີ້ ເພິ່ນ​ຈຶ່ງ​ລຸກຂຶ້ນ​ຈາກ​ບັນລັງ​ແກ້​ເຄື່ອງ​ກະສັດ​ອອກ ໃສ່​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ​ແລະ​ນັ່ງ​ເທິງ​ຂີ້ເຖົ່າ.


ປະຊາຊົນ​ຢູດາ​ເອີຍ ຈົ່ງ​ແຖ​ຫົວ​ພວກເຈົ້າ​ເພື່ອ​ໄວ້ທຸກ​ໃຫ້​ແກ່​ລູກຫລານ​ທີ່​ພວກເຈົ້າ​ຮັກ​ນັ້ນ​ສາ. ຈົ່ງ​ແຖ​ຫົວ​ພວກເຈົ້າ​ໃຫ້​ໂຫລ້ນ​ເໝືອນ​ຫົວແຮ້ງ​ສາ ກໍ​ເພາະວ່າ​ລູກຫລານ​ພວກເຈົ້າ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.


ບັດນີ້​ຄົນ​ຮັ່ງມີ​ເອີຍ, ຈົ່ງ​ຟັງ​ເຮົາ​ເທີ້ນ ຈົ່ງ​ຮ້ອງໄຫ້​ຮໍ່າໄຮ​ຍ້ອນ​ຄວາມ​ທຸກ​ລຳບາກ ທີ່​ຈະ​ມາ​ຖືກ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka