Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 22:11 - ພຣະຄຳພີສັກສິ

11 ພວກເຈົ້າ​ໄດ້​ສ້າງ​ອ່າງນໍ້າ​ໄວ້​ຢູ່​ພາຍ​ໃນ​ເມືອງ ເພື່ອ​ກັກ​ນໍ້າ​ທີ່​ໄຫລ​ມາ​ແຕ່​ສະ​ນໍ້າ​ເກົ່າ, ແຕ່​ພວກເຈົ້າ​ບໍ່​ເອົາໃຈໃສ່​ຕໍ່​ພຣະເຈົ້າ ຜູ້​ທີ່​ໄດ້​ວາງແຜນ​ສິ່ງ​ທັງໝົດ​ນີ້​ແຕ່​ດົນນານ​ມາ​ແລ້ວ ແລະ​ຜູ້​ທີ່​ໄດ້​ບັນດານ​ໃຫ້​ເຫດການ​ຕ່າງໆ​ເກີດຂຶ້ນ.

Uka jalj uñjjattʼäta Copia luraña




ເອຊາຢາ 22:11
15 Jak'a apnaqawi uñst'ayäwi  

ສິ່ງ​ອື່ນ​ທີ່​ກະສັດ​ເຮເຊກີຢາ​ໄດ້​ກະທຳ ຕະຫລອດ​ທັງ​ຄວາມ​ອົງອາດ​ກ້າຫານ​ຂອງ​ເພິ່ນ ແລະ​ທັງ​ເລື່ອງ​ທີ່​ເພິ່ນ​ໄດ້​ສ້າງ​ອ່າງນໍ້າ ແລະ​ຂຸດ​ບໍ່ນໍ້າ​ເພື່ອ​ເອົາ​ນໍ້າ​ເຂົ້າ​ໄປ​ໃນ​ເມືອງ; ທັງໝົດ​ນີ້​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປື້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ.


ເຖິງ​ແມ່ນ​ວ່າ​ຊາວ​ບາບີໂລນ​ໄດ້​ປິດລ້ອມ​ເມືອງ​ໄວ້​ກໍຕາມ ພວກ​ທະຫານ​ທັງໝົດ​ກໍ​ລັກ​ໜີໄປ​ໄດ້​ໃນ​ເວລາ​ກາງຄືນ. ພວກເຂົາ​ໄດ້​ໜີໄປ​ທາງ​ສວນ​ຂອງ​ກະສັດ ຜ່ານ​ໄປ​ທາງ​ປະຕູ​ເມືອງ​ທີ່​ຕິດ​ກັບ​ກຳແພງ​ສອງ​ດ້ານ ແລະ​ປົບ​ໄປ​ທາງ​ຮ່ອມພູ​ຈໍແດນ.


ແຕ່​ບັດນີ້ ເຮົາ​ໄດ້​ເລືອກເອົາ​ນະຄອນ​ເຢຣູຊາເລັມ​ໃຫ້​ເປັນ​ບ່ອນ​ທີ່​ຄົນ​ຈະ​ນະມັດສະການ​ເຮົາ ແລະ​ເຮົາ​ໄດ້​ຕັ້ງ​ດາວິດ​ໃຫ້​ເປັນ​ຜູ້ປົກຄອງ​ປະຊາຊົນ​ຂອງເຮົາ.”’


ເນເຫມີຢາ​ລູກຊາຍ​ຂອງ​ອາຊະບຸກ ຜູ້ປົກຄອງ​ເຄິ່ງ​ໜຶ່ງ​ຂອງ​ເມືອງ​ເບັດຊູເຣ ໄດ້​ສ້າງ​ສ່ວນ​ຕໍ່ໄປ ຈົນຮອດ​ອຸບມຸງ​ຂອງ​ກະສັດ​ດາວິດ, ສະ​ອາບນໍ້າ ແລະ ທີ່​ພັກ​ຂອງ​ທະຫານ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ປະຊາຊົນ​ຈະ​ຫັນໜ້າ​ມາ ຂໍ​ໃຫ້​ພຣະຜູ້​ສ້າງ​ຂອງ​ພວກເຂົາ​ຊ່ວຍເຫລືອ ຄື​ຂໍ​ຕໍ່​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ.


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກ​ທີ່​ໄປ​ຂໍ​ໃຫ້​ເອຢິບ​ຊ່ວຍເຫລືອ. ພວກເຂົາ​ເພິ່ງພາ​ອາໄສ​ກຳລັງ​ທາງ​ທະຫານ​ອັນ​ເຂັ້ມແຂງ​ຂອງ​ເອຢິບ​ຄື: ຝູງມ້າ, ລົດຮົບ ແລະ​ທະຫານ, ແຕ່​ພວກເຂົາ​ບໍ່ໄດ້​ເພິ່ງພາ​ອາໄສ​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ຫລື​ຂໍ​ໃຫ້​ພຣະອົງ​ຊ່ວຍເຫລືອ.


ເຈົ້າ​ຍັງ​ບໍ່ເຄີຍ​ໄດ້ຍິນ​ບໍ​ວ່າ ເຮົາ​ວາງ​ແຜນການ​ທັງໝົດ​ນີ້​ໄວ້​ຕັ້ງນານ​ແລ້ວ? ບັດນີ້ ເຮົາ​ກໍ​ດຳເນີນ​ຕາມ​ແຜນການ​ນັ້ນ. ເຮົາ​ໄດ້​ໃຫ້​ອຳນາດ​ແກ່​ເຈົ້າ​ປ່ຽນ​ນະຄອນ​ທີ່​ມີ​ປ້ອມ​ປ້ອງກັນ ໃຫ້​ເປັນ​ກອງ​ສິ່ງ​ຮົກຮ້າງ​ເພພັງ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເອຊາຢາ​ວ່າ, “ຈົ່ງ​ນຳ​ເສອາ-ຢາຊຸບ ລູກຊາຍ​ຂອງ​ເຈົ້າ​ໄປ​ພົບ​ກະສັດ​ອາຮາດ. ເຈົ້າ​ຈະ​ພົບ​ລາວ​ຕາມ​ທາງ​ໄປ​ບ່ອນ​ເຮັດ​ແຜ່ນ​ຜ້າ ຄື​ບ່ອນ​ທີ່​ນໍ້າ​ໄຫລ​ຈາກ​ອ່າງ​ມາ​ສຸດ​ທີ່​ຮ່ອງ.


ພຣະເຈົ້າຢາເວ​ລີ້​ພຣະອົງ​ເອງ​ຈາກ​ປະຊາຊົນ​ຂອງ​ພຣະອົງ ແຕ່​ຂ້າພະເຈົ້າ​ໄວ້ວາງໃຈ​ໃນ​ພຣະອົງ ແລະ​ມອບ​ຄວາມຫວັງ​ໄວ້​ໃນ​ພຣະອົງ.


ເມື່ອ​ກະສັດ​ເຊເດກີຢາ ແລະ​ທະຫານ​ທັງໝົດ​ຂອງ​ເພິ່ນ ໄດ້​ເຫັນ​ເຫດການ​ເຊັ່ນນັ້ນ ຈຶ່ງ​ພະຍາຍາມ​ປົບໜີ​ອອກ​ຈາກ​ເມືອງ​ໃນ​ເວລາ​ກາງຄືນ. ພວກເຂົາ​ໜີໄປ​ທາງ​ສວນ​ຂອງ​ກະສັດ ໂດຍ​ທາງ​ປະຕູ​ລະຫວ່າງ​ກຳແພງ​ເມືອງ​ທັງສອງ ແລະ​ປົບໜີໄປ​ທາງ​ຮ່ອມພູ​ຈໍແດນ.


ແຕ່​ຂ້າພະເຈົ້າ​ຈະ​ເຝົ້າ​ຄອງຄອຍ​ຫາ​ພຣະເຈົ້າຢາເວ; ຂ້າພະເຈົ້າ​ຈະ​ລໍຖ້າ​ພຣະເຈົ້າ ຜູ້​ຈະ​ຊ່ວຍ​ຂ້າພະເຈົ້າ​ໃຫ້​ພົ້ນ ດ້ວຍ​ຄວາມ​ເຊື່ອໝັ້ນ​ຕາຍໃຈ. ພຣະເຈົ້າ​ຂອງ​ຂ້າພະເຈົ້າ​ຈະ​ຟັງ​ຂ້າພະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka