Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 21:9 - ພຣະຄຳພີສັກສິ

9 ໃນ​ທັນໃດນັ້ນ ກໍ​ມີ​ຄົນ​ມາ ຄົນ​ຂີ່​ມ້າ​ຄຽງຄູ່​ກັນ​ມາ. ຄົນເຝົ້າຍາມ​ສົ່ງ​ຂ່າວ​ໃຫ້​ຮູ້​ວ່າ, “ນະຄອນ​ບາບີໂລນ​ແຕກ​ແລ້ວ ຮູບເຄົາຣົບ​ທັງໝົດ​ທີ່​ພວກເຂົາ​ຂາບໄຫວ້​ນັ້ນ​ກໍ​ແຕກ​ເປັນ​ປ່ຽງໆ ຢາຍ​ເດຍລະດາດ​ຢູ່​ຕາມ​ໜ້າດິນ.”

Uka jalj uñjjattʼäta Copia luraña




ເອຊາຢາ 21:9
22 Jak'a apnaqawi uñst'ayäwi  

ບາບີໂລນ​ເປັນ​ອານາຈັກ​ໜຶ່ງ​ທີ່​ສວຍງາມ​ກວ່າ​ອານາຈັກ​ໃດໆ​ທັງໝົດ ເປັນ​ທີ່​ພູມໃຈ​ຂອງ​ຊາວ​ນະຄອນ. ເມືອງ​ນັ້ນ​ຈະ​ເປັນ​ຄື​ເມືອງ​ໂຊໂດມ ແລະ​ເມືອງ​ໂກໂມຣາ​ທີ່​ພຣະເຈົ້າ​ໄດ້​ໂຄ່ນລົ້ມ​ແລ້ວ.


ເມື່ອ​ພຣະອົງ​ກະທຳ​ການ​ນັ້ນ ພວກເຂົາ​ຈະ​ເວົ້າ​ເຍາະເຍິ້ຍ​ກະສັດ​ແຫ່ງ​ບາບີໂລນ​ວ່າ: “ກະສັດ​ຜູ້​ຮ້າຍກາດ​ໄດ້​ລົ້ມລົງ​ແລ້ວ ເພິ່ນ​ຈະ​ບໍ່ໄດ້​ກົດຂີ່​ຜູ້ໃດ​ຜູ້ໜຶ່ງ​ອີກ​ຕໍ່ໄປ


ຖ້າ​ລາວ​ເຫັນ​ຄົນ​ກຳລັງ​ຂີ່​ມ້າ​ຄຽງຄູ່​ກັນ​ມາ ພ້ອມ​ທັງ​ມີ​ຄົນ​ຂີ່​ລໍ​ແລະ​ຂີ່​ອູດ ລາວ​ຈະ​ຕ້ອງ​ສັງເກດ​ເບິ່ງ​ພວກເຂົາ​ຢ່າງ​ລະມັດ​ລະວັງ.”


ອົງພຣະ​ຜູ້​ເປັນເຈົ້າ​ລັ່ນປາກ​ກ່າວ​ຕໍ່​ນະຄອນ​ບາບີໂລນ​ວ່າ, “ຈົ່ງ​ນັ່ງ​ໃນ​ທີ່​ງຽບ​ສະຫງົບ ແລະ​ໃນ​ທີ່​ມືດ​ສາ​ເຖີດ ເພາະ​ເຈົ້າ​ໄດ້​ສູນເສຍ​ຕໍ່າແໜ່ງ​ຂອງເຈົ້າ​ໄປ ຄື​ຕໍ່າແໜ່ງ​ແຫ່ງ​ຣາຊີນີ​ຂອງ​ບັນດາ​ຊົນຊາດ


ແຕ່​ພຽງ​ບຶດດຽວ​ເທົ່ານັ້ນ ພຽງແຕ່​ໃນ​ມື້ດຽວ ເຫດການ​ເຫຼົ່ານີ້​ທັງສອງ​ກໍ​ຈະ​ເກີດຂຶ້ນ: ເຖິງ​ວ່າ​ຈະ​ໃຊ້​ເວດມົນ​ຄາຖາ​ທັງໝົດ​ກໍຕາມ ເຈົ້າ​ກໍ​ຈະ​ສູນເສຍ​ຜົວ ແລະ​ລູກ​ຂອງເຈົ້າ.


“ເຈົ້າ​ທັງໝົດ ຈົ່ງ​ມາ​ເຕົ້າໂຮມ​ກັນ​ແລະ​ຟັງ ບໍ່ມີ​ພະ​ໃດ​ໃນ​ທ່າມກາງ​ບັນດາ​ພະ​ເຫຼົ່ານັ້ນ​ໄດ້​ປະກາດ​ສິ່ງ​ເຫຼົ່ານີ້ ວ່າ​ພຣະເຈົ້າຢາເວ​ຊົງ​ຮັກ​ທ່ານ ພຣະອົງ​ຈະ​ໂຈມຕີ​ນະຄອນ​ບາບີໂລນ ຈະ​ເຮັດ​ສິ່ງ​ທີ່​ເຮົາ​ຕ້ອງການ​ໃຫ້​ເຮັດ​ທຸກຢ່າງ.


“ຈົ່ງ​ບອກ​ພວກ​ນັກຍິງທະນູ​ໃຫ້​ໂຈມຕີ​ນະຄອນ​ບາບີໂລນ. ຈົ່ງ​ສົ່ງ​ທຸກຄົນ​ທີ່​ຮູ້ຈັກ​ຍິງ​ໜ້າທະນູ​ອອກ​ໄປ. ຈົ່ງ​ອ້ອມ​ເມືອງ​ໄວ້ ແລະ​ຢ່າ​ໃຫ້​ຜູ້ໃດ​ປົບໜີໄປ​ໄດ້. ຈົ່ງ​ແກ້ແຄ້ນ​ໃຫ້​ສົມ​ກັບ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ລົງ​ໄປ ຍ້ອນ​ເມືອງ​ນັ້ນ​ໄດ້​ອວດດີ​ກັບ​ພຣະເຈົ້າຢາເວ ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ.


ໃຫ້​ຄວາມ​ແຫ້ງແລ້ງ​ມາ​ສູ່​ດິນແດນ​ນີ້​ສາ ໃຫ້​ແມ່ນໍ້າ​ໃນ​ປະເທດ​ນີ້​ບົກແຫ້ງ​ໝົດ. ບາບີໂລນ​ມີ​ຮູບເຄົາຣົບ​ໜ້າຢ້ານ​ຫລວງຫລາຍ ຊຶ່ງ​ເຮັດ​ໃຫ້​ຄົນ​ຫລົງໄຫລ​ພາກັນ​ເປັນ​ບ້າ​ຍ້ອນ.


ພວກເຂົາ​ຢຶດ​ໜ້າທະນູ ແລະ​ດາບ​ໄດ້​ຫລວງຫລາຍ ພວກເຂົາ​ໂຫດຮ້າຍ​ຫລາຍ​ໄຮ້​ຄວາມ​ເມດຕາ​ທັງນັ້ນ. ພວກເຂົາ​ຮ້ອງ​ສຽງດັງ​ກ້ອງ​ດັ່ງ​ຄື້ນ​ທະເລ ເມື່ອ​ພວກເຂົາ​ຂີ່​ມ້າ​ຂອງຕົນ​ແລ່ນ​ຫອບໄປ​ນັ້ນ. ພວກເຂົາ​ຕ່າງ​ກໍ​ຕຽມພ້ອມ​ເຂົ້າ​ສູ່​ສະໜາມ ຕຽມ​ເຮັດ​ສົງຄາມ​ຕໍ່ສູ້​ບາບີໂລນ​ທັງນັ້ນ.


ເຮົາ​ຈະ​ປຸກປັ່ນ​ໝວດ​ໜຶ່ງ​ໃນ​ບັນດາ​ຊົນຊາດ​ທີ່​ເຂັ້ມແຂງ​ທາງ​ທິດເໜືອ​ໃຫ້​ມາ​ໂຈມຕີ​ບາບີໂລນ. ພວກເຂົາ​ຈະ​ລຽນແຖວກັນ​ເຮັດ​ເສິກ ແລະ​ຕີ​ເອົາ​ປະເທດ​ນີ້. ພວກເຂົາ​ເປັນ​ນັກໂຫ່ເນື້ອ​ທີ່​ຊຳນິ​ຊຳນານ ໂດຍ​ຍິງ​ລູກທະນູ​ບໍ່​ຜິດພາດ​ເປົ້າໝາຍ​ຈັກເທື່ອ.


“ຈົ່ງ​ໃຫ້​ສັນຍານ​ໂຈມຕີ ຈົ່ງ​ເປົ່າແກ​ຂຶ້ນ​ເພື່ອ​ຊົນຊາດ​ຕ່າງໆ​ຈະ​ໄດ້ຍິນ ຈົ່ງ​ໃຫ້​ຊົນຊາດ​ທັງຫລາຍ​ຕຽມ​ເຮັດ​ເສິກ​ຕໍ່ສູ້​ບາບີໂລນ ຈົ່ງ​ບອກ​ໃຫ້​ອານາຈັກ​ອາຣາຣັດ, ມິນນີ ແລະ​ອັດຊະເກນາດ ຕຽມ​ໂຈມຕີ. ຈົ່ງ​ແຕ່ງຕັ້ງ​ນາຍ​ທະຫານ​ຜູ້ໜຶ່ງ​ໃຫ້​ນຳພາ​ການ​ໂຈມຕີ. ຈົ່ງ​ນຳ​ຝູງມ້າ​ມາ​ໃຫ້​ຫລາຍ​ດັ່ງ​ຝູງຕັກແຕນ.


ເຮົາ​ຈະ​ລົງໂທດ​ເບນ ຄື​ພະ​ແຫ່ງ​ບາບີໂລນ ແລະ​ເຮັດ​ໃຫ້​ມັນ​ຍອມ​ຄືນ​ສົມບັດ​ຕ່າງໆ​ທີ່​ໄດ້​ລັກ​ໄປ​ນັ້ນ; ຊົນຊາດ​ທັງຫລາຍ​ຈະ​ບໍ່​ນະມັດສະການ​ມັນ​ອີກ​ຕໍ່ໄປ. ກຳແພງ​ຂອງ​ນະຄອນ​ບາບີໂລນ​ໄດ້​ພັງ​ທະລາຍ​ລົງ​ສາ​ແລ້ວ.


ສະນັ້ນ ເມື່ອ​ເວລາ​ນັ້ນ​ມາຮອດ ເຮົາ​ຈະ​ຈັດການ​ກັບ​ຮູບເຄົາຣົບ​ຕ່າງໆ​ຂອງ​ບາບີໂລນ. ທົ່ວ​ປະເທດ​ຈະ​ໄດ້​ຖືກ​ອັບອາຍ​ຂາຍໜ້າ ແລະ​ປະຊາຊົນ​ທັງໝົດ​ຢູ່​ໃນ​ປະເທດ​ຈະ​ຖືກ​ຂ້າ.


ເພາະສະນັ້ນ ເຮົາ​ຈຶ່ງ​ກ່າວ​ວ່າ​ເມື່ອ​ເວລາ​ນັ້ນ​ມາ​ເຖິງ ພຣະເຈົ້າຢາເວ​ກ່າວ​ວ່າ, ເຮົາ​ຈະ​ຈັດການ​ກັບ​ບັນດາ​ຮູບເຄົາຣົບ​ໃນ​ນະຄອນ​ບາບີໂລນ ແລະ​ຄົນ​ທີ່​ໄດ້​ຮັບ​ບາດເຈັບ​ກໍ​ຈະ​ໂອ່ຍຄາງ​ຢູ່​ທົ່ວ​ທັງປະເທດ.


ແລະ​ກ່າວ​ວ່າ, ‘ບາບີໂລນ​ຈະ​ເປັນ​ດັ່ງນີ້ແຫຼະ ຄື​ມັນ​ຈະ​ຈົມລົງ​ແລະ​ຈະ​ບໍ່​ຟູຂຶ້ນ​ມາ​ອີກ​ຈັກເທື່ອ ຍ້ອນ​ຄວາມພິນາດ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ກຳລັງ​ຈະ​ນຳ​ມາ​ເທິງ​ປະເທດ​ນີ້.”’ ຄຳເວົ້າ​ຂອງ​ເຢເຣມີຢາ​ຈົບລົງ​ພຽງ​ເທົ່ານີ້.


ບາບີໂລນ​ແຕກ​ຢ່າງ​ກະທັນຫັນ ແລະ​ເມືອງ​ກໍ​ຖືກ​ທຳລາຍ​ດ້ວຍ ຈົ່ງ​ໄວ້ທຸກ​ໃຫ້​ສາ ຈົ່ງ​ຊອກ​ຫາ​ຢາ​ມາ​ໃສ່​ບາດ ແລະ​ບາງທີ​ອາດ​ດີ​ກໍ​ເປັນ​ໄດ້.


ແລະ​ເທວະດາ​ອີກ​ຕົນ​ໜຶ່ງ ເປັນ​ຕົນ​ທີ​ສອງ​ໄດ້​ນຳ​ໄປ ຮ້ອງ​ຂຶ້ນ​ວ່າ, “ບາບີໂລນ​ມະຫາ​ນະຄອນ​ນັ້ນ ຫຼົ້ມຈົມ​ແລ້ວ ຫຼົ້ມຈົມ​ເສຍ​ແລ້ວ ຄື​ນະຄອນ​ທີ່​ເຮັດ​ໃຫ້​ປະຊາຊາດ​ທັງປວງ ດື່ມ​ເຫລົ້າແວງ​ປຸກ​ຢ່າງ​ເຫຼືອ​ເກີນ​ຂອງຕົນ ຕາມ​ຄວາມ​ປາຖະໜາ​ທາງ​ກາມ.”


ເທວະດາ​ນັ້ນ​ໄດ້​ຮ້ອງ​ປະກາດ​ສຽງ​ແຮງ​ກ້າ​ຂຶ້ນ​ວ່າ, “ບາບີໂລນ​ມະຫາ​ນະຄອນ​ຫຼົ້ມຈົມ​ແລ້ວ ຫຼົ້ມຈົມ​ເສຍ​ແລ້ວ ມັນ​ກາຍເປັນ​ບ່ອນ​ອາໄສ​ຂອງ​ພວກ​ຜີມານຮ້າຍ ເປັນ​ບ່ອນ​ລີ້ຊ່ອນ​ຂອງ​ວິນຍານ​ຊົ່ວຮ້າຍ​ທຸກຢ່າງ ແລະ​ເປັນ​ຄອນ​ນົກ​ບໍ່​ສະອາດ​ແລະ​ໜ້າກຽດ​ໜ້າຊັງ​ທຸກ​ຊະນິດ.


ແລ້ວ​ມີ​ເທວະດາ​ຜູ້​ມີ​ຣິດ​ຕົນ​ໜຶ່ງ ໄດ້​ຍົກ​ຫີນ​ກ້ອນ​ໜຶ່ງ​ເໝືອນ​ຫີນ​ໂມ້​ໃຫຍ່ ຖິ້ມ​ລົງ​ໃນ​ທະເລ ກ່າວ​ວ່າ, “ບາບີໂລນ ມະຫາ​ນະຄອນ​ນັ້ນ ຈະ​ຖືກ​ຖິ້ມ​ລົງ​ໂດຍ​ຮຸນແຮງ​ຢ່າງ​ນີ້​ແຫຼະ, ແລ້ວ​ຈະ​ບໍ່ມີ​ຜູ້ໃດ​ເຫັນ​ມັນ​ອີກ​ຈັກເທື່ອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka