Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 21:5 - ພຣະຄຳພີສັກສິ

5 ໃນ​ນິມິດ​ນັ້ນ​ງານກິນລ້ຽງ​ກໍ​ຕຽມພ້ອມ​ແລ້ວ ພວກເຂົາ​ພື​ພົມ​ອອກ​ສຳລັບ​ໃຫ້​ແຂກ​ນັ່ງ. ພວກເຂົາ​ກຳລັງ​ກິນ​ແລະ​ດື່ມ. ແຕ່​ໃນ​ທັນໃດນັ້ນ ກໍ​ມີ​ຄຳສັ່ງ​ດັງ​ກ້ອງ​ຂຶ້ນ​ວ່າ, “ນາຍ​ທະຫານ​ທັງຫລາຍ ຕຽມ​ໂລ້​ໄວ້​ໃຫ້​ພ້ອມ.”

Uka jalj uñjjattʼäta Copia luraña




ເອຊາຢາ 21:5
12 Jak'a apnaqawi uñst'ayäwi  

ຂໍ​ຢ່າ​ໃຫ້​ຝົນ​ຫລື​ໝອກ​ຕົກ​ໃສ່​ພູ​ກິນໂບອາ ຂໍ​ໃຫ້​ທົ່ງໄຮ່​ທົ່ງນາ​ແຫ້ງແລ້ງ​ຢູ່​ເລື້ອຍໆ​ເຖີດ ເພາະ​ໂລ້​ຂອງ​ຜູ້​ເກັ່ງກ້າ ວາງ​ໄວ້​ທີ່​ນັ້ນ​ຢ່າງ​ອັບອາຍ; ໂລ້​ຂອງ​ໂຊນ​ບໍ່ໄດ້​ຖືກ​ຜັດຖູ​ດ້ວຍ​ນໍ້າມັນ​ອີກ​ແລ້ວ.


ທີ່​ຈອມພູ​ຫົວໂຫລ້ນ ຈົ່ງ​ຍົກ​ທຸງ​ສູ້ຮົບ​ຂຶ້ນ​ສາ ຈົ່ງ​ຮ້ອງ​ສັ່ງ​ພວກ​ທະຫານ ແລະ​ຍົກ​ອາວຸດ​ຂຶ້ນ​ເປັນ​ສັນຍານ​ໃຫ້​ບຸກໂຈມຕີ ປະຕູ​ເມືອງ​ຂອງ​ພວກ​ທີ່​ອວດອົ່ງ​ຈອງຫອງ.


“ພວກ​ນາຍ​ທະຫານ​ແຫ່ງ​ເອຢິບ​ໄດ້​ຮ້ອງ​ຂຶ້ນ​ວ່າ, ‘ຕຽມ​ໂລ້​ໃຫ້​ພ້ອມ​ແລະ​ເດີນ​ເຂົ້າ​ສູ່​ສະໜາມ


ພຣະເຈົ້າຢາເວ​ໄດ້​ກຸກກວນ​ພວກ​ກະສັດ​ແຫ່ງ​ເມເດຍ ເພາະ​ພຣະອົງ​ຕັ້ງໃຈ​ຈະ​ທຳລາຍ​ບາບີໂລນ. ດ້ວຍ​ວິທີ​ນີ້ແຫຼະ ພຣະເຈົ້າຢາເວ​ຈະ​ໄດ້​ແກ້ແຄ້ນ​ຄືນ​ຍ້ອນ​ພຣະວິຫານ​ຂອງ​ພຣະອົງ​ຖືກ​ທຳລາຍ. ບັນດາ​ນາຍ​ທະຫານ​ທີ່​ບັນຊາການ​ໂຈມຕີ​ສັ່ງ​ວ່າ, “ຝົນ​ລູກສອນ​ໃຫ້​ແຫລມ ຈົ່ງ​ຕຽມ​ໂລ້​ໄວ້​ໃຫ້​ພ້ອມ


ພວກເຂົາ​ນັ້ນ​ໂລບມາກ​ໂລພາ​ບໍ? ເຮົາ​ຈະ​ຕຽມ​ງານກິນລ້ຽງ​ສຳລັບ​ພວກເຂົາ ແລະ​ໃຫ້​ພວກເຂົາ​ດື່ມ​ແລະ​ສຸກໃຈ. ພວກເຂົາ​ຈະ​ເຂົ້າ​ໄປ​ນອນ​ແລະ​ຈະ​ບໍ່​ຕື່ນ​ຂຶ້ນ​ຈັກເທື່ອ.


ເຮົາ​ຈະ​ເຮັດ​ໃຫ້​ພວກ​ຜູ້​ປົກຄອງ​ມືນເມົາ ຄື​ນັກປາດ, ພວກ​ເຈົ້ານາຍ ແລະ​ທະຫານ​ດ້ວຍ. ພວກເຂົາ​ຈະ​ໄປ​ນອນ​ແລະ​ຈະ​ບໍ່​ຕື່ນ​ຂຶ້ນ​ຈັກເທື່ອ.” ກະສັດ​ຜູ້​ມີ​ນາມວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.


ຖ້າ​ເຮົາ​ໄດ້​ຕໍ່ສູ້​ກັບ​ສັດຮ້າຍ​ທີ່​ເມືອງ​ເອເຟໂຊ (ຕາມ​ຄວາມ​ເຫັນ​ຂອງ​ມະນຸດ) ຈະ​ເປັນ​ປະໂຫຍດ​ອັນ​ໃດ​ແກ່​ເຮົາ ຖ້າ​ພຣະເຈົ້າ​ບໍ່​ຊົງ​ບັນດານ​ໃຫ້​ຄົນ​ຕາຍ​ເປັນ​ຄືນ​ມາ​ອີກ “ກໍ​ໃຫ້​ພວກເຮົາ​ພາກັນ​ກິນ​ແລະ​ດື່ມ​ເທີ້ນ ເພາະວ່າ​ມື້ອື່ນ​ພວກເຮົາ​ກໍ​ຈະ​ຕາຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka