Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 21:4 - ພຣະຄຳພີສັກສິ

4 ຂ້າພະເຈົ້າ​ວິນ​ຫົວ​ແລະ​ຢ້ານກົວ​ຈົນ​ສັ່ນເຊັນ. ຂ້າພະເຈົ້າ​ລໍຖ້າ​ໃຫ້​ເຖິງ​ຕອນຄໍ່າ ແຕ່​ຄວາມ​ຢ້ານກົວ​ໃຫຍ່​ພັດ​ປົກຄຸມ​ຂ້າພະເຈົ້າ​ໄວ້.

Uka jalj uñjjattʼäta Copia luraña




ເອຊາຢາ 21:4
19 Jak'a apnaqawi uñst'ayäwi  

ບັນດາ​ແຂກ​ຂອງ​ອາໂດນີຢາ​ພາກັນ​ຢ້ານກົວ ແລະ​ທຸກຄົນ​ກໍ​ລຸກ​ຂຶ້ນ​ໜີໄປ​ຕາມ​ທາງ​ຂອງ​ໃຜ​ລາວ.


ຮາມານ​ເວົ້າ​ຕໍ່ໄປ​ອີກ​ວ່າ, “ຍິ່ງ​ໄປ​ກວ່າ​ນີ້​ອີກ ຣາຊີນີ​ເອສະເທີ​ຍັງ​ໄດ້​ຈັດ​ງານກິນລ້ຽງ​ສຳລັບ​ກະສັດ ແລະ​ຂ້ອຍເອງ​ແຕ່ເທົ່ານັ້ນ ແລະ​ຣາຊີນີ​ຍັງ​ໄດ້​ເຊີນ​ກະສັດ ແລະ​ຂ້ອຍ​ໄປ​ອີກ​ໃນ​ມື້ອື່ນ.


ຄວາມຢ້ານ​ຈັບກຸມ​ໄວ້​ແລະ​ສັ່ນເຊັນ​ທັງຕົວ ແລະ​ຄວາມຢ້ານ​ໃຫຍ່​ກໍ​ຄຸມ​ຂ້ານ້ອຍ​ໄວ້.


ຂ້ານ້ອຍ​ຢາກ​ມີ​ປີກ​ດັ່ງ​ນົກເຂົາ ແລະ​ຈະ​ບິນ​ໜີໄປ​ຫາ​ທີ່​ພັກຜ່ອນ.


ຄວາມ​ເຈັບປວດ ຂ້ານ້ອຍ​ທົນ​ຕໍ່ໄປ​ບໍ່ໄຫວ ຈິດໃຈ​ຂອງ​ຂ້ານ້ອຍ​ເຕັ້ນ​ແຮງ​ກຳລັງ​ຈະ​ແຕກ​ຢູ່​ແລ້ວ ຂ້ານ້ອຍ​ມິດງຽບ​ຢູ່​ບໍ່ໄດ້​ອີກ​ຕໍ່ໄປ ຂ້ານ້ອຍ​ໄດ້ຍິນ​ສຽງ​ແກ​ແລະ​ສຽງ​ຮ້ອງ​ການ​ສູ້ຮົບ.


ພວກເຂົາ​ນັ້ນ​ໂລບມາກ​ໂລພາ​ບໍ? ເຮົາ​ຈະ​ຕຽມ​ງານກິນລ້ຽງ​ສຳລັບ​ພວກເຂົາ ແລະ​ໃຫ້​ພວກເຂົາ​ດື່ມ​ແລະ​ສຸກໃຈ. ພວກເຂົາ​ຈະ​ເຂົ້າ​ໄປ​ນອນ​ແລະ​ຈະ​ບໍ່​ຕື່ນ​ຂຶ້ນ​ຈັກເທື່ອ.


ເຮົາ​ຈະ​ເຮັດ​ໃຫ້​ພວກ​ຜູ້​ປົກຄອງ​ມືນເມົາ ຄື​ນັກປາດ, ພວກ​ເຈົ້ານາຍ ແລະ​ທະຫານ​ດ້ວຍ. ພວກເຂົາ​ຈະ​ໄປ​ນອນ​ແລະ​ຈະ​ບໍ່​ຕື່ນ​ຂຶ້ນ​ຈັກເທື່ອ.” ກະສັດ​ຜູ້​ມີ​ນາມວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.


ໃນ​ຄືນ​ໜຶ່ງ ກະສັດ​ເບັນຊັດຊາເຣ​ໄດ້​ເຊີນ​ເອົາ​ເຈົ້ານາຍ​ໜຶ່ງພັນ​ຄົນ ມາ​ໃນ​ງານກິນລ້ຽງ​ອັນ​ໃຫຍ່ໂຕ ແລະ​ເພິ່ນ​ກໍ​ຮ່ວມ​ດື່ມ​ເຫຼົ້າ​ອະງຸ່ນ​ກັບ​ພວກ​ເຫຼົ່ານີ້.


ໃນ​ຄືນ​ນັ້ນເອງ​ເຈົ້າ​ເບັນຊັດຊາເຣ ກະສັດ​ແຫ່ງ​ບາບີໂລນ ໄດ້​ຖືກ​ລອບ​ສັງຫານ;


ໃນ​ທັນໃດນັ້ນ ກໍໄດ້​ມີ​ມື​ມະນຸດ​ປາກົດ​ໃຫ້​ເຫັນ ແລະ​ເລີ່ມ​ຂຽນ​ໃສ່​ຝາ​ຂອງ​ຣາຊວັງ ບ່ອນ​ທີ່​ຕະກຽງ​ສ່ອງ​ແສງ​ໃສ​ແຈ້ງ​ທີ່ສຸດ. ກະສັດ​ເຫັນ​ໃນ​ຂະນະທີ່​ມື​ນັ້ນ​ກຳລັງ​ຂຽນ​ຢູ່.


ພວກເຈົ້າ ນັກ​ດື່ມ​ເຫຼົ້າ​ຈະ​ຖືກ​ເຜົາຜານ​ໝົດ ເໝືອນ​ໄຟ​ໄໝ້​ກໍ​ໜາມ ແລະ​ຫຍ້າແຫ້ງ.


ໃຈ​ພວກເຈົ້າ​ຈະ​ເກີດ​ຢ້ານ​ຕໍ່​ທຸກໆ​ສິ່ງ​ທີ່​ພວກເຈົ້າ​ເຫັນ. ທຸກໆເຊົ້າ ພວກເຈົ້າ​ປາຖະໜາ​ຢາກ​ໃຫ້​ຄໍ່າ​ໄວໆ ແລະ​ທຸກໆແລງ ພວກເຈົ້າ​ປາດຖະນາ​ຢາກ​ໃຫ້​ແຈ້ງ​ໄວໆ.


ເໝືອນດັ່ງ​ນົກອິນຊີ​ໂຕໜຶ່ງ​ໄດ້ ສອນ​ລູກໆ​ຂອງ​ມັນ​ໃຫ້​ບິນ​ໄປ ກາງ​ປີກ​ຂອງຕົນ​ອອກ​ໄວ້​ລໍ​ຮັບ ລູກໆ​ນັ້ນ​ໄວ້​ຢ່າງ​ປອດໄພ​ໄດ້. ທັງ​ໄດ້​ປົກປ້ອງ​ຄຸ້ມຄອງ​ແລະ​ຮັກສາ ຊົນຊາດ​ອິດສະຣາເອນ ບໍ່​ໃຫ້​ຫຼົ້ມຈົມ​ລົງ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka