3 ສິ່ງທີ່ຂ້າພະເຈົ້າໄດ້ເຫັນ ແລະໄດ້ຍິນໃນນິມິດນັ້ນ ເຮັດໃຫ້ຂ້າພະເຈົ້າຢ້ານກົວເຕັມທີ ແລະເຈັບປວດເໝືອນຜູ້ຍິງຄອດລູກ.
ໃນທີ່ນັ້ນ ພວກເຂົາຕ່າງກໍຢ້ານໃຫຍ່ທັງເຈັບປວດໜັກ ດັ່ງຍິງຄົນໜຶ່ງທີ່ກຳລັງຈະເກີດລູກ
ພວກເຂົາທຸກຄົນຈະຢ້ານກົວຍິ່ງ ແລະເຈັບປວດໜັກ ຄືເຈັບດັ່ງຜູ້ຍິງຈະຄອດລູກ. ພວກເຂົາຈະເບິ່ງກັນແລະກັນດ້ວຍຄວາມຢ້ານກົວ ແລະສີໜ້າຂອງພວກເຂົາກໍຮູ້ສຶກເຜົາຮ້ອນດ້ວຍຄວາມອັບອາຍ.
ຈິດໃຈຂອງຂ້ອຍຮໍ່າຮ້ອງເຖິງດິນແດນໂມອາບ ປະຊາຊົນພາກັນປົບໜີໄປທີ່ເມືອງໂຊອາ ແລະໄປທີ່ເມືອງເອັກລາດ-ເຊລິດຊີຢາ. ບາງຄົນຍ່າງຂຶ້ນຄ້ອຍ ຕ່າງຮ້ອງໄຫ້ໄປທີ່ເມືອງລູຫິດ; ບາງຄົນປົບໜີໄປທີ່ເມືອງໂຮໂຣນາອິມ ທັງຄວນຄາງສຽງດັງອຶກກະທຶກ.
ຂ້າພະເຈົ້າຄວນຄາງດ້ວຍຄວາມເສົ້າໝອງເພື່ອດິນແດນໂມອາບ ແລະດ້ວຍຄວາມຂົມຂື່ນຫລາຍເພື່ອເມືອງກີຣະເຮເຣັດ.
ບັດນີ້ ຂ້າພະເຈົ້າຮ້ອງໄຫ້ເພື່ອຕົ້ນອະງຸ່ນຂອງເມືອງສິບມາ ເໝືອນດັ່ງຮ້ອງໄຫ້ເພື່ອເມືອງຢາເຊ. ນໍ້າຕາຂອງຂ້າພະເຈົ້າຫລັ່ງໄຫລ ເຖິງເມືອງເຮັດຊະໂບນແລະເມືອງເອເລອາເລ ຍ້ອນທີ່ນັ້ນບໍ່ມີການເກັບກ່ຽວພໍເຮັດໃຫ້ປະຊາຊົນເບີກບານໃຈເລີຍ.
ຂ້າແດ່ພຣະເຈົ້າຢາເວ ພຣະອົງໄດ້ເຮັດໃຫ້ຄົນຂອງພຣະອົງຮ້ອງອອກມາ ດັ່ງຜູ້ຍິງຖືພາຮ້ອງຢ່າງເຈັບປວດເມື່ອຄອດລູກ.
ຄວາມເຈັບປວດ ຂ້ານ້ອຍທົນຕໍ່ໄປບໍ່ໄຫວ ຈິດໃຈຂອງຂ້ານ້ອຍເຕັ້ນແຮງກຳລັງຈະແຕກຢູ່ແລ້ວ ຂ້ານ້ອຍມິດງຽບຢູ່ບໍ່ໄດ້ອີກຕໍ່ໄປ ຂ້ານ້ອຍໄດ້ຍິນສຽງແກແລະສຽງຮ້ອງການສູ້ຮົບ.
ແລະເມືອງຕະຫລອດທັງປ້ອມປ້ອງກັນເມືອງຈະຖືກຢຶດເອົາໝົດ. ໃນມື້ນັ້ນ ພວກທະຫານຂອງໂມອາບກໍຈະຕົກສະທ້ານຢ້ານກົວດັ່ງຜູ້ຍິງຄອດລູກ.
ສັດຕູຈະໂຈມຕີດັ່ງນົກອິນຊີ ຄືບິນລົງມາເທິງໂບຊະຣາ ໂດຍພືປີກອອກກວມ. ໃນວັນນັ້ນ ທະຫານເອໂດມຈະຕົກສະທ້ານຢ້ານກົວດັ່ງຜູ້ຍິງຄອດລູກ.”
ເມື່ອກະສັດບາບີໂລນໄດ້ຍິນຂ່າວທີ່ຄົນນຳມາ ມືຂອງເພິ່ນກໍອ່ອນເພຍເປ້ຍຫລ່ອຍລົງໂລດ. ເພິ່ນຈຶ່ງຂົມຂື່ນແລະເປັນທຸກໃນຈິດໃຈ ເຈັບປວດຢ່າງໜັກດັ່ງຍິງກຳລັງຈະຄອດລູກ.
ປະຊາຊົນອິດສະຣາເອນເວົ້າວ່າ, “ພໍພວກເຮົາໄດ້ຍິນຂ່າວຂອງເສິກ ມືຂອງພວກເຮົາກໍອ່ອນເພຍລົງ; ພວກເຮົາເປັນທຸກໃຈຫລາຍ ແລະເຈັບປວດໜັກ ເໝືອນດັ່ງແມ່ຍິງທີ່ກຳລັງຈະອອກລູກ.
ເມື່ອໄດ້ຍິນສິ່ງທັງໝົດນີ້ກໍຕົວສັ່ນເສຍຂວັນ ຮິມສົບຂ້ານ້ອຍກໍສັ່ນເຊັນເຕັມແຕ່ຄວາມຢ້ານ. ຕົນຕົວຂ້ານ້ອຍນັ້ນກໍອ່ອນເພຍເປ້ຍລ່ອຍ ແລະຕີນກໍຄ່ອຍມຶນຂຶ້ນຈົນຄອນແຄນໄປໝົດ. ຂ້ານ້ອຍຈະລໍຖ້າວັນເວລາມາເຖິງດ້ວຍໃຈຈົດຈໍ່ ເມື່ອພຣະອົງຈະລົງໂທດຄົນທີ່ໂຈມຕີພວກເຮົາ.
ເມື່ອແມ່ຍິງໃກ້ຈະເກີດລູກ ນາງກໍໂສກເສົ້າເພາະເວລາແຫ່ງຄວາມເຈັບປວດໄດ້ມາເຖິງ, ແຕ່ເມື່ອລູກເກີດມາແລ້ວ ນາງກໍບໍ່ຄິດເຖິງຄວາມເຈັບປວດນັ້ນອີກ ເພາະນາງຊົມຊື່ນຍິນດີທີ່ຄົນຜູ້ໜຶ່ງເກີດມາສູ່ໂລກ.
ໃຈພວກເຈົ້າຈະເກີດຢ້ານຕໍ່ທຸກໆສິ່ງທີ່ພວກເຈົ້າເຫັນ. ທຸກໆເຊົ້າ ພວກເຈົ້າປາຖະໜາຢາກໃຫ້ຄໍ່າໄວໆ ແລະທຸກໆແລງ ພວກເຈົ້າປາດຖະນາຢາກໃຫ້ແຈ້ງໄວໆ.
ເມື່ອໃດພວກເຂົາເວົ້າວ່າ, “ສະຫງົບສຸກ ແລະປອດໄພດີແລ້ວ” ເມື່ອນັ້ນແຫຼະ ຄວາມພິນາດຈິບຫາຍຈະມາເຖິງພວກເຂົາໃນທັນທີ ເໝືອນດັ່ງຄວາມເຈັບປວດມາເຖິງຍິງທີ່ມີທ້ອງ ແລະພວກເຂົາຈະໜີບໍ່ພົ້ນເປັນແນ່.