Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 21:2 - ພຣະຄຳພີສັກສິ

2 ຂ້າພະເຈົ້າ​ໄດ້​ເຫັນ​ນິມິດ​ຂອງ​ເຫດການ​ທີ່​ໂຫດຮ້າຍ ຄື​ນິມິດ​ຂອງ​ການ​ທໍລະຍົດ ແລະ​ການທຳລາຍ. ກອງທັບ​ຂອງ​ເອລາມ​ເອີຍ ຈົ່ງ​ໂຈມຕີ​ເຖີດ ກອງທັບ​ຂອງ​ມີເດຍ​ເອີຍ ຈົ່ງ​ປິດລ້ອມ​ເມືອງ​ທັງຫລາຍ​ໄວ້​ເຖີດ ພຣະເຈົ້າ​ໄດ້​ກະທຳ​ໃຫ້​ຄວາມ​ທົນທຸກ ຊຶ່ງ​ນະຄອນ​ບາບີໂລນ​ໄດ້​ສ້າງ​ຂຶ້ນ​ນັ້ນ​ສິ້ນສຸດ​ລົງ​ແລ້ວ.

Uka jalj uñjjattʼäta Copia luraña




ເອຊາຢາ 21:2
44 Jak'a apnaqawi uñst'ayäwi  

ລູກຊາຍ​ຂອງ​ເຊມ​ມີ​ດັ່ງນີ້: ເອລາມ, ອັດຊູຣະ, ອາກປັກຊາດ, ລູດ ແລະ​ອາຣາມ; ພວກ​ນີ້​ເປັນ​ປູ່ຍ່າຕາຍາຍ​ຂອງ​ຊົນຊາດ ທີ່​ໃສ່​ຊື່​ດັ່ງ​ກ່າວ​ນີ້​ຕໍ່ໆ​ມາ.


ຊຶ່ງ​ເປັນ​ປີ​ທີ​ເກົ້າ ແຫ່ງ​ຣາຊການ​ຂອງ​ກະສັດ​ໂຮເຊຢາ; ກະສັດ​ແຫ່ງ​ອັດຊີເຣຍ ໄດ້​ຢຶດເອົາ​ນະຄອນ​ຊາມາເຣຍ ແລະ​ນຳ​ຊາວ​ອິດສະຣາເອນ​ໄປ​ເປັນ​ຊະເລີຍ​ທີ່​ອັດຊີເຣຍ. ເພິ່ນ​ໄດ້​ເອົາ​ພວກ​ເຫຼົ່ານີ້​ບາງຄົນ​ໄປ​ໄວ້​ຢູ່​ໃນ​ເມືອງ​ຮາລາ, ໃຫ້​ບາງຄົນ​ຢູ່​ໃກ້​ແມ່ນໍ້າ​ຮາໂບ​ໃນ​ເຂດ​ໂກຊານ ແລະ​ໃຫ້​ບາງຄົນ​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ແຂວງ​ເມເດຍ.


ເມື່ອ​ເບິ່ງ​ຄົນ​ທໍລະຍົດ​ນີ້​ກໍ​ໜ້າເບື່ອ​ເຕັມທີ ເພາະວ່າ​ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.


ພຣະເຈົ້າຢາເວ​ກ່າວ​ໂຕ້ຕອບ​ອອກ​ໄປ​ວ່າ, “ບັດນີ້ ເຮົາ​ຈະ​ລຸກ​ຂຶ້ນ​ຍ້ອນ​ຄົນ​ຂັດສົນ​ຖືກ​ກົດຂີ່ ຄົນ​ຖືກ​ຂົ່ມເຫັງ​ກໍ​ຄວນຄາງ​ຢ່າງ​ເຈັບປວດ​ໜັກ ເຮົາ​ຈະ​ໃຫ້​ພວກເຂົາ​ປອດໄພ​ຢ່າງ​ຖາວອນ​ຕາມ​ທີ່​ພວກເຂົາ​ປາຖະໜາ.”


ຜູ້​ທີ່​ວາງໃຈ​ໃນ​ພຣະອົງ​ຈະ​ບໍ່​ພ່າຍແພ້​ເລີຍ ແຕ່​ຜູ້​ທີ່​ກະບົດ​ຕໍ່ສູ້​ພຣະອົງ​ນັ້ນ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ.


ພຣະອົງ​ໄດ້​ໃຫ້​ປະຊາຊົນ​ນັ້ນ​ທົນທຸກ​ໜັກ ຍ່າງ​ໂຊເຊ​ເໝືອນ​ກັບ​ຄົນ​ເມົາ​ເຫຼົ້າ.


ຂໍ​ຊົງ​ໂຜດ​ຟັງ​ສຽງ​ເຈັບປວດ​ຄວນຄາງ​ຂອງ​ພວກ​ນັກໂທດ ແລະ​ໂດຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່ ໂຜດ​ໄວ້​ຊີວິດ​ຜູ້​ຖືກ​ໂທດ​ປະຫານ.


ຜູ້​ທີ່​ມີ​ປັນຍາ ຍ່ອມ​ໄດ້​ຮັບ​ຄວາມນັບຖື, ແຕ່​ຜູ້​ທີ່​ຄົດລ້ຽວ ຍ່ອມ​ນຳ​ຕົນ​ໄປ​ສູ່​ໄພພິບັດ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ອີກເທື່ອໜຶ່ງ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຊ້​ຣິດອຳນາດ​ຂອງ​ພຣະອົງ ແລະ​ນຳ​ປະຊາຊົນ​ຂອງ​ພຣະອົງ​ກັບຄືນ​ມາ​ຈາກ​ດິນແດນ​ເຫຼົ່ານີ້: ຄົນ​ທີ່​ເຫຼືອ​ຢູ່​ໃນ​ປະເທດ​ອັດຊີເຣຍ ແລະ​ໃນ​ປະເທດ​ເອຢິບ, ໃນ​ດິນແດນ​ປັດໂຣດ, ປະເທດ​ເອທີໂອເປຍ, ປະເທດ​ເອລາມ, ປະເທດ​ບາບີໂລນ ແລະ​ປະເທດ​ຮາມັດ ແລະ​ໃນ​ດິນແດນ​ຕາມ​ຝັ່ງ​ທະເລ​ແລະ​ທີ່​ເທິງ​ໝູ່ເກາະ.


ເມື່ອ​ພຣະອົງ​ກະທຳ​ການ​ນັ້ນ ພວກເຂົາ​ຈະ​ເວົ້າ​ເຍາະເຍິ້ຍ​ກະສັດ​ແຫ່ງ​ບາບີໂລນ​ວ່າ: “ກະສັດ​ຜູ້​ຮ້າຍກາດ​ໄດ້​ລົ້ມລົງ​ແລ້ວ ເພິ່ນ​ຈະ​ບໍ່ໄດ້​ກົດຂີ່​ຜູ້ໃດ​ຜູ້ໜຶ່ງ​ອີກ​ຕໍ່ໄປ


ບັດນີ້​ໃນທີ່ສຸດ ທົ່ວ​ທັງໂລກ​ມີ​ສິດ​ໄດ້​ພັກຜ່ອນ ແລະ​ໄດ້​ຢູ່​ຢ່າງ​ສະຫງົບສຸກ ແລະ​ທຸກຄົນ​ຕ່າງ​ກໍ​ຮ້ອງເພງ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ.


ພວກ​ທະຫານ​ຈາກ​ດິນແດນ​ເອລາມ​ໄດ້​ຂີ່​ມ້າ​ມາ ພ້ອມ​ທັງ​ມີ​ໜ້າທະນູ ແລະ​ລູກທະນູ​ຄົບມື. ພວກ​ທະຫານ​ຈາກ​ດິນແດນ​ກີຣະ ກໍ​ມີ​ໂລ້​ຂອງ​ພວກເຂົາ​ຕຽມໄວ້​ພ້ອມ.


ແຕ່​ທາງ​ພາກ​ຕ່າງໆ​ຂອງ​ໂລກ​ທີ່​ຢູ່​ໄກ​ສຸດ ພວກເຮົາ​ຈະ​ໄດ້ຍິນ​ສຽງ​ເພງ​ຮ້ອງ​ສັນລະເສີນ​ອິດສະຣາເອນ ຊົນຊາດ​ທີ່​ຊອບທຳ. ສ່ວນ​ຂ້າພະເຈົ້າ​ນັ້ນ​ໝົດຫວັງ​ສາ​ແລ້ວ ຂ້າພະເຈົ້າ​ຈ່ອຍຜອມ​ລົງ​ເລື້ອຍໆ ພວກ​ທີ່​ທໍລະຍົດ​ກໍ​ສືບຕໍ່​ທໍລະຍົດ ແລະ​ພວກເຂົາ​ຍິ່ງ​ທໍລະຍົດ​ຢ່າງ​ຊົ່ວຮ້າຍ​ຫລາຍ​ຂຶ້ນ.


ເຄາະກຳ​ເປັນ​ຂອງ​ເຫຼົ່າ​ສັດຕູ​ຂອງ​ພວກເຮົາ​ສາ​ແລ້ວ ພວກເຂົາ​ປຸ້ນ ແລະ​ທໍລະຍົດ ທັງໆ​ທີ່​ບໍ່ມີ​ຜູ້ໃດ​ປຸ້ນ ແລະ​ທໍລະຍົດ​ພວກເຂົາ. ແຕ່​ເວລາ​ຂອງ​ພວກເຂົາ​ທີ່​ປຸ້ນ ແລະ​ທໍລະຍົດ​ນັ້ນ​ຈະ​ສິ້ນສຸດ​ລົງ ແລະ​ພວກເຂົາ​ເອງ​ຈະ​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ປຸ້ນ ແລະ​ການ​ທໍລະຍົດ.


ພວກເຂົາ​ຈະ​ໄປຮອດ​ນະຄອນ​ຊີໂອນ​ຢ່າງ​ເບີກບານ​ໃຈ ທັງ​ຂັບຮ້ອງລຳ​ທຳເພງ​ດ້ວຍ​ຄວາມ​ຍິນດີ​ທັງນັ້ນ. ພວກເຂົາ​ຈະ​ໄດ້​ເປັນ​ສຸກໃຈ​ຢູ່​ຕະຫລອດໄປ ໂດຍ​ບໍ່​ໂສກເສົ້າ​ເຫງົາໃຈ​ແລະ​ຂົມຂື່ນ.


ເຮົາ​ໄດ້​ໂກດຮ້າຍ​ໃຫ້​ປະຊາຊົນ​ຂອງເຮົາ ເຮົາ​ໄດ້​ເຮັດ​ຕໍ່​ພວກເຂົາ​ດັ່ງ​ບໍ່ໄດ້​ເປັນ​ຂອງເຮົາ​ອີກ: ເຮົາ​ໄດ້​ມອບ​ພວກເຂົາ​ໄວ້​ໃນ​ອຳນາດ​ຂອງເຈົ້າ​ໝົດ ເຈົ້າ​ບໍ່ໄດ້​ເມດຕາປານີ​ພວກເຂົາ​ເລີຍ.


ບັນດາ​ກະສັດ​ທັງໝົດ​ຂອງ​ເມືອງ​ສິມຣິ, ເອລາມ ແລະ​ເມເດຍ;


ອິດສະຣາເອນ​ເອີຍ ເຈົ້າ​ຄື​ລູກ​ທີ່​ຮັກ​ຂອງເຮົາ ເປັນ​ເດັກນ້ອຍ​ທີ່​ເຮົາ​ຮັກແພງ​ຫລາຍ​ແທ້ໆ. ເມື່ອ​ເຮົາ​ເອີ່ຍ​ເຖິງ​ເຈົ້າ​ຄື​ເອີ່ຍ​ເຖິງ​ຊື່​ເຈົ້າ​ຍາມໃດ ເຮົາ​ກໍ​ມີ​ຄວາມຮັກ​ແລະ​ຄິດເຖິງ​ເຈົ້າ​ຍາມນັ້ນ; ຈິດໃຈ​ເຮົາ​ຄິດເຖິງ​ແຕ່​ເຈົ້າ​ຢູ່​ສະເໝີ​ມາ ເຮົາ​ບັງຄັບ​ເຮົາເອງ​ບໍ່​ໃຫ້​ເມດຕາ​ເຈົ້າ​ບໍ່ໄດ້.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ເຮົາ​ຈະ​ເຮັດ​ໃຫ້​ຜູ້​ທີ່​ອິດເມື່ອຍ​ມີ​ແຮງ​ຂຶ້ນໃໝ່ ແລະ​ໃຫ້​ຜູ້​ທີ່​ອ່ອນແຮງ​ຍ້ອນ​ອຶດຫິວ​ໄດ້​ມີ​ອາຫານ​ການກິນ​ພຽງພໍ.


ເຈົ້າ​ກຳລັງ​ເວົ້າ​ວ່າ, ‘ຂ້ອຍ​ຍອມ​ແພ້ ຂ້ອຍ​ເດືອດຮ້ອນ​ຢູ່​ແລ້ວ ແລະ​ພຣະເຈົ້າຢາເວ​ຍັງ​ຕື່ມ​ຄວາມທຸກໃຈ​ໃຫ້​ຂ້ອຍ​ອີກ. ຂ້ອຍ​ອິດອ່ອນ​ເພາະ​ການ​ຮ້ອງໄຫ້​ຄວນຄາງ ແລະ​ຂ້ອຍ​ກໍ​ບໍ່ໄດ້​ພົບ​ການ​ພັກຜ່ອນ​ໃດໆ​ເລີຍ.’


ຫລັງຈາກ​ທີ່​ເຈົ້າ​ເຊເດກີຢາ​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ແລ້ວ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່ຽວກັບ​ດິນແດນ​ເອລາມ.


ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້: “ເຮົາ​ຈະ​ຂ້າ​ນັກຍິງທະນູ​ທັງໝົດ ທີ່​ໄດ້​ເຮັດ​ໃຫ້​ເອລາມ​ມີ​ອຳນາດ.


ພວກ​ນັກຍິງທະນູ​ເອີຍ ຈົ່ງ​ລຽນແຖວ​ເຂົ້າ​ເຮັດ​ເສິກ​ຕໍ່ສູ້​ນະຄອນ​ບາບີໂລນ​ແລະ​ອ້ອມ​ໄວ້. ຈົ່ງ​ຍິງ​ລູກທະນູ​ທັງໝົດ​ຂອງ​ພວກເຈົ້າ​ສຸມໃສ່​ນະຄອນ​ບາບີໂລນ​ຍ້ອນ​ເມືອງ​ນີ້​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ.


ແຕ່​ພຣະຜູ້ໄຖ່​ຂອງ​ພວກເຂົາ​ນັ້ນ​ເຂັ້ມແຂງ​ຫລາຍ ແລະ​ນາມ​ຂອງ​ພຣະອົງ​ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ພຣະອົງ​ຈະ​ຍົກ​ຄະດີ​ຂອງ​ພວກເຂົາ​ຂຶ້ນ​ພິຈາລະນາ ທັງ​ຈະ​ນຳ​ສັນຕິສຸກ​ມາ​ສູ່​ແຜ່ນດິນ​ໂລກ; ແຕ່​ປະຊາຊົນ​ແຫ່ງ​ບາບີໂລນ​ຈະ​ເດືອດຮ້ອນ.”


ພຣະເຈົ້າຢາເວ​ໄດ້​ກຸກກວນ​ພວກ​ກະສັດ​ແຫ່ງ​ເມເດຍ ເພາະ​ພຣະອົງ​ຕັ້ງໃຈ​ຈະ​ທຳລາຍ​ບາບີໂລນ. ດ້ວຍ​ວິທີ​ນີ້ແຫຼະ ພຣະເຈົ້າຢາເວ​ຈະ​ໄດ້​ແກ້ແຄ້ນ​ຄືນ​ຍ້ອນ​ພຣະວິຫານ​ຂອງ​ພຣະອົງ​ຖືກ​ທຳລາຍ. ບັນດາ​ນາຍ​ທະຫານ​ທີ່​ບັນຊາການ​ໂຈມຕີ​ສັ່ງ​ວ່າ, “ຝົນ​ລູກສອນ​ໃຫ້​ແຫລມ ຈົ່ງ​ຕຽມ​ໂລ້​ໄວ້​ໃຫ້​ພ້ອມ


ເຮົາ​ຈະ​ລົງໂທດ​ເບນ ຄື​ພະ​ແຫ່ງ​ບາບີໂລນ ແລະ​ເຮັດ​ໃຫ້​ມັນ​ຍອມ​ຄືນ​ສົມບັດ​ຕ່າງໆ​ທີ່​ໄດ້​ລັກ​ໄປ​ນັ້ນ; ຊົນຊາດ​ທັງຫລາຍ​ຈະ​ບໍ່​ນະມັດສະການ​ມັນ​ອີກ​ຕໍ່ໄປ. ກຳແພງ​ຂອງ​ນະຄອນ​ບາບີໂລນ​ໄດ້​ພັງ​ທະລາຍ​ລົງ​ສາ​ແລ້ວ.


ເຖິງ​ແມ່ນ​ວ່າ ນະຄອນ​ບາບີໂລນ​ປີນ​ຂຶ້ນ​ໄປ​ສູ່​ທ້ອງຟ້າ​ໄດ້ ແລະ​ສ້າງ​ປ້ອມ​ປ້ອງກັນ​ຢູ່​ທີ່ນັ້ນ​ໄດ້ ເຮົາ​ກໍ​ຍັງ​ຈະ​ສົ່ງ​ຄົນ​ໄປ​ທຳລາຍ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ໂຜດ​ປະນາມ​ຄວາມ​ຊົ່ວຮ້າຍ​ຂອງ​ພວກເຂົາ​ແດ່ ໂຜດ​ລົງໂທດ​ພວກເຂົາ​ດັ່ງ​ທີ່​ໄດ້​ລົງໂທດ​ຂ້ານ້ອຍ​ນັ້ນ ຍ້ອນ​ການບາບ​ທີ່​ຂ້ານ້ອຍ​ໄດ້​ກະທຳ​ມາ ຈຶ່ງ​ທຸກຮ້ອນ​ຫລາຍ​ທັງ​ຄໍ່າຄວນ​ຢ່າງ​ເຈັບປວດ.”


ແບ່ງແຍກ​ຄື​ອານາຈັກ​ຂອງທ່ານ​ຈະ​ຖືກ​ແບ່ງ​ໃຫ້​ຊາວ​ເມເດຍ​ກັບ​ຊາວ​ເປີເຊຍ.”


ຍ້ອນ​ຄວາມ​ກັງວົນ​ນີ້ ກະສັດ​ເບັນຊັດຊາເຣ​ແຮ່ງ​ໜ້າຊີດ​ເຂົ້າ​ອີກ; ສ່ວນ​ພວກ​ເຈົ້ານາຍ​ຊັ້ນ​ຜູ້ໃຫຍ່​ຂອງເພິ່ນ​ກໍ​ບໍ່​ຮູ້​ວ່າ​ຈະ​ພາກັນ​ເຮັດ​ຢ່າງໃດ.


ໃນ​ນິມິດ​ນັ້ນ ຂ້າພະເຈົ້າ​ເຫັນ​ໃນທັນໃດ​ວ່າ​ຕົນເອງ​ຢູ່​ໃນ​ເມືອງ​ຊູຊາ ເປັນ​ເມືອງ​ທີ່​ມີ​ກຳແພງ​ອ້ອມຮອບ​ໃນ​ແຂວງ​ເອລາມ. ຂ້າພະເຈົ້າ​ກຳລັງ​ຢືນ​ຢູ່​ໃກ້​ແມ່ນໍ້າ​ອູລາຍ


ສ່ວນ​ແກະ​ທີ່​ມີ​ສອງ​ເຂົາ ຊຶ່ງ​ເຈົ້າ​ເຫັນ​ນັ້ນ ໝາຍເຖິງ​ອານາຈັກ​ເມເດຍ ແລະ​ເປີເຊຍ.


“ຜູ້ໃດ​ທີ່​ກຳນົດ​ໄວ້​ໃຫ້​ໄປ​ເປັນ​ຊະເລີຍ ຜູ້ນັ້ນ​ກໍ​ຈະ​ຕ້ອງ​ໄປ​ເປັນ​ຊະເລີຍ. ຜູ້ໃດ​ທີ່​ກຳນົດ​ໄວ້​ໃຫ້​ຕາຍ​ດ້ວຍ​ດາບ ຜູ້ນັ້ນ​ກໍ​ຈະ​ຕ້ອງ​ຖືກ​ຂ້າ​ດ້ວຍ​ດາບ. ນີ້​ແຫຼະ ຄື​ຄວາມ​ອົດທົນ ແລະ​ຄວາມເຊື່ອ​ທີ່​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ​ຈະ​ຕ້ອງ​ມີ.”


ທ່ານ​ກໍ​ຮູ້​ຄຳ​ບູຮານ​ທີ່​ມີ​ກ່າວ​ໄວ້​ວ່າ ‘ຄົນຊົ່ວ​ກໍ​ເຮັດ​ແຕ່​ຄວາມຊົ່ວ​ເທົ່ານັ້ນ.’ ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ບໍ່​ທຳຮ້າຍ​ທ່ານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka