16 ແລ້ວອົງພຣະຜູ້ເປັນເຈົ້າກໍກ່າວແກ່ຂ້າພະເຈົ້າວ່າ, “ໃນໜຶ່ງປີເຕັມ ຄວາມຍິ່ງໃຫຍ່ຂອງຄົນໃນເຜົ່າຕ່າງໆຂອງເກດາຈະສິ້ນສຸດໄປ.
ມີລູກຊາຍຕາມລະດັບການເກີດ ດັ່ງນີ້: ເນບາໂຢດ, ເກດາ, ອັດເບເອນ, ມິບສາມ,
ລູກຊາຍຂອງອິດຊະມາເອນໄດ້ກາຍເປັນຫົວໜ້າຂອງສິບສອງເຜົ່າ ມີດັ່ງນີ້: ເນບາໂຢດ, ເກດາ, ອັດເບເອນ, ມິບສາມ,
ຊີວິດມະນຸດຍາກລຳບາກດັ່ງເປັນທະຫານ ຄືຊີວິດກຳມະກອນທຳງານແສນລຳບາກ
ການອາໄສຢູ່ທ່າມກາງພວກເຈົ້າກໍຊົ່ວເທົ່າກັບຢູ່ນຳ ຊາວເມເຊັກຫລືນຳປະຊາຊົນແຫ່ງເກດານັ້ນ.
ຂ້ອຍເປັນຄົນດຳແຫລ້ແຕ່ ສວຍງາມ ສາວນະຄອນເຢຣູຊາເລັມເອີຍ ດຳດັ່ງຜ້າເຕັນທີ່ຖິ່ນແຫ້ງແລ້ງກັນດານເກດານັ້ນ ແຕ່ກໍງາມດັ່ງຜ້າກັ້ງ ທີ່ຫ້ອຍໄວ້ໃຫ້ງາມຕາ ໃນຣາຊວັງຂອງໂຊໂລໂມນນັ້ນ.
ບັດນີ້ ພຣະເຈົ້າຢາເວກ່າວວ່າ, “ເມື່ອຄົບສາມປີເຕັມ ຄວາມຮັ່ງມີອັນມະຫາສານຂອງໂມອາບຈະສູນສິ້ນໄປ. ໃນຈຳນວນປະຊາຊົນທີ່ຫລວງຫລາຍ ຈະມີພຽງແຕ່ໜ້ອຍຄົນເທົ່ານັ້ນທີ່ລອດຊີວິດຢູ່ ແລະຕ່າງກໍຈະອ່ອນເພຍ.”
ເມືອງທີ່ຖິ່ນແຫ້ງແລ້ງ ຈົ່ງຍົກຍໍພຣະເຈົ້າເດີ ປະຊາຊົນທີ່ເມືອງເກດາ ຈົ່ງສັນລະເສີນພຣະເຈົ້າ ຂໍໃຫ້ຄົນທີ່ອາໄສຢູ່ໃນເມືອງເສລາ ຮ້ອງຈາກຈອມພູຢ່າງຊົມຊື່ນຍິນດີເຖີດ
ຝູງແກະທັງໝົດຂອງເນບາໂຢດແລະເກດາ ຈະຖືກນຳມາຖວາຍເປັນເຄື່ອງບູຊາແກ່ເຈົ້າ ແລະຖວາຍທີ່ເທິງແທ່ນບູຊາ ພຣະອົງຈະເຮັດໃຫ້ວິຫານຂອງພຣະອົງຮຸ່ງເຮືອງຍິ່ງໆຂຶ້ນ.
ຈົ່ງໄປທາງທິດຕາເວັນຕົກຂອງເກາະໄຊປຣັດ ສົ່ງຜູ້ໜຶ່ງໄປທາງທິດຕາເວັນອອກຂອງເກດາພຸ້ນ. ພວກເຈົ້າຈະເຫັນວ່າບໍ່ມີເຫດການໃດໆ ທີ່ເຄີຍເກີດຂຶ້ນມາດັ່ງເຫດການເຫຼົ່ານີ້.
ຕໍ່ໄປນີ້ແມ່ນສິ່ງທີ່ພຣະເຈົ້າຢາເວໄດ້ກ່າວເຖິງເຜົ່າເກດາ ແລະທ້ອງຖິ່ນຕ່າງໆຊຶ່ງຖືກຄວບຄຸມໂດຍເມືອງຮາໂຊ ຊຶ່ງກະສັດເນບູກາດເນັດຊາແຫ່ງບາບີໂລນຕີໄດ້ວ່າ, “ຈົ່ງໂຈມຕີປະຊາຊົນເກດາ ແລະທຳລາຍເຜົ່າທາງທິດຕາເວັນອອກ
ຊາວອາຣັບແລະພວກຜູ້ປົກຄອງດິນແດນເກດາ ກໍເອົາຝູງລູກແກະ, ຝູງແກະ ແລະຝູງແບ້ຈ່າຍເປັນຄ່າສິນຄ້າຂອງເຈົ້າ.