Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 21:13 - ພຣະຄຳພີສັກສິ

13 ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ອາຣາເບຍ. ປະຊາຊົນ​ຊາວ​ເມືອງ​ເດດານ​ເອີຍ ຄື​ຂະບວນ​ຂອງ​ພວກ​ທີ່​ໄດ້​ຕັ້ງ​ຄ້າຍພັກ ຢູ່​ໃນ​ດິນແດນ​ຂອງ​ອາຣາເບຍ​ບ່ອນ​ແຫ້ງແລ້ງ

Uka jalj uñjjattʼäta Copia luraña




ເອຊາຢາ 21:13
14 Jak'a apnaqawi uñst'ayäwi  

ເຊື້ອສາຍ​ຂອງ​ກູເຊ​ແມ່ນ​ຊາວ​ເຊບາ, ຮາວິລາ, ສັບຕາ, ຣາອາມາ ແລະ​ສັບເຕກາ. ເຊື້ອສາຍ​ຂອງ​ຣາອາມາ​ແມ່ນ​ຊາວ​ເຊບາ ແລະ​ຊາວ​ເດດານ.


ໂຢກຊານ​ເປັນ​ພໍ່​ຂອງ​ເຊບາ ແລະ​ເດດານ; ເຊື້ອສາຍ​ຂອງ​ເດດານ ມີ​ດັ່ງນີ້: ອັດຊູຣີມ, ເລຕູຊີມ ແລະ​ເລອຸມມີມ.


ໂດຍ​ບໍ່​ນັບ​ການ​ເສຍສ່ວຍ​ຕ່າງໆ ຈາກ​ພວກ​ພໍ່ຄ້າ, ຈາກ​ກຳໄລ​ທີ່​ໄດ້​ມາ​ຈາກ​ການຄ້າ ແລະ​ຈາກ​ເຄື່ອງ​ບັນນາການ​ທີ່​ບັນດາ​ກະສັດ​ແຫ່ງ​ອາຣາເບຍ ແລະ​ພວກ​ຜູ້ປົກຄອງ​ເຂດ​ຕ່າງໆ​ໃນ​ປະເທດ​ອິດສະຣາເອນ​ໄດ້​ສົ່ງ​ມາ​ໃຫ້.


ອັບຣາຮາມ​ມີ​ເມຍນ້ອຍ​ຄົນ​ໜຶ່ງ​ຊື່​ວ່າ ເກຕູຣາ ແລະ​ນາງ​ໄດ້​ເກີດ​ລູກຊາຍ​ຫົກ​ຄົນ ມີ​ດັ່ງນີ້: ຊິມຣານ, ໂຢກຊານ, ເມດານ, ມີດີອານ, ອີຊະບາກ ແລະ​ຊູອາ. ໂຢກຊານ​ມີ​ລູກຊາຍ​ສອງ​ຄົນ ດັ່ງນີ້: ເຊບາ​ແລະ​ເດດານ.


ເຊື້ອສາຍ​ຂອງ​ກູເຊ ມີ​ດັ່ງນີ້: ຊາວ​ເຊບາ, ຮາວິລາ, ສັບຕາ, ຣາອາມາ ແລະ​ສັບເຕກາ. ເຊື້ອສາຍ​ຂອງ​ຣາອາມາ ແມ່ນ​ຊາວ​ເຊບາ​ແລະ​ຊາວ​ເດດານ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ນະຄອນ​ບາບີໂລນ ທີ່​ເອຊາຢາ​ລູກຊາຍ​ຂອງ​ອາໂມດ​ໄດ້​ຮັບ​ຈາກ​ພຣະເຈົ້າ.


ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່​ໃນ​ທີ່ນັ້ນ​ອີກ​ຕໍ່ໄປ. ແມ່ນແຕ່​ນັກ​ເດີນທາງ​ຊາວ​ອາຣັບ​ກໍ​ຈະ​ບໍ່​ກາງ​ເຕັນ​ໃສ່​ທີ່​ນັ້ນ ແລະ​ຈະ​ບໍ່ມີ​ຜູ້ໃດ​ໄປ​ລ້ຽງ​ຝູງແກະ​ຂອງຕົນ​ໃນ​ທີ່ນັ້ນ.


ຂ້າພະເຈົ້າ​ຕອບ​ວ່າ, “ຕອນເຊົ້າ​ກຳລັງ​ມາ ແຕ່​ຕອນຄໍ່າ​ຈະ​ມາ​ອີກ. ຖ້າ​ເຈົ້າ​ຢາກ​ຈະ​ຖາມ​ອີກ​ກໍ​ກັບ​ມາ​ຖາມ​ໄດ້.”


ປະຊາຊົນ​ເດດານ ຈົ່ງ​ອ່ວາຍໜ້າ​ແລ່ນ​ໜີໄປ​ສາ ຈົ່ງ​ລີ້ແມ ເຮົາ​ກຳລັງ​ຈະ​ທຳລາຍ​ເຊື້ອສາຍ​ຂອງ​ເອຊາວ ເພາະ​ເຖິງ​ເວລາ​ແລ້ວ​ທີ່​ເຮົາ​ຈະ​ຕ້ອງ​ລົງໂທດ​ພວກເຂົາ.


ປະຊາຊົນ​ໂຣເດັດ ໄດ້​ຄ້າຂາຍ​ກັບ​ເຈົ້າ; ປະຊາຊົນ​ໃນ​ດິນແດນ​ຝັ່ງ​ທະເລ​ຫລາຍ​ແຫ່ງ​ໄດ້​ເອົາ​ງາ​ຊ້າງ ແລະ​ໄມ້​ຍູງ​ແລກປ່ຽນ​ເອົາ​ສິນຄ້າ​ຂອງເຈົ້າ.


ນາງ​ຮາກາ​ນັ້ນ ໄດ້​ແກ່​ພູເຂົາ​ຊີນາຍ​ໃນ​ປະເທດ​ອາຣາເບຍ​ປຽບ​ເຖິງ ນະຄອນ​ເຢຣູຊາເລັມ​ໃນ​ປະຈຸບັນ ຕົກ​ເປັນ​ຂ້ອຍຂ້າ​ພ້ອມ​ທັງ​ຊາວ​ເມືອງ​ທຸກຄົນ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka