Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 21:12 - ພຣະຄຳພີສັກສິ

12 ຂ້າພະເຈົ້າ​ຕອບ​ວ່າ, “ຕອນເຊົ້າ​ກຳລັງ​ມາ ແຕ່​ຕອນຄໍ່າ​ຈະ​ມາ​ອີກ. ຖ້າ​ເຈົ້າ​ຢາກ​ຈະ​ຖາມ​ອີກ​ກໍ​ກັບ​ມາ​ຖາມ​ໄດ້.”

Uka jalj uñjjattʼäta Copia luraña




ເອຊາຢາ 21:12
16 Jak'a apnaqawi uñst'ayäwi  

ໃນ​ຕອນແລງ ມັນ​ນຳ​ເອົາ​ຄວາມ​ຢ້ານກົວ​ອັນ​ໃຫຍ່​ມາ; ແຕ່​ພໍ​ຕອນເຊົ້າ​ມາ​ມັນ​ກໍ​ໜີໄປ. ນີ້ແຫລະ ຄື​ຊາຕາກຳ​ຂອງ​ພວກ​ນັກປຸ້ນ​ດິນແດນ​ຂອງ​ພວກເຮົາ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ດິນແດນ​ເອໂດມ. ມີ​ບາງຄົນ​ໄດ້​ເອີ້ນ​ຖາມ​ຂ້າພະເຈົ້າ​ຈາກ​ດິນແດນ​ເອໂດມ​ວ່າ, “ຄົນ​ຍາມ​ເອີຍ ເຫີງ​ປານໃດ​ຈະແຈ້ງ? ບອກ​ຂ້ອຍ​ແດ່​ໄດ້​ບໍ​ວ່າ​ຍັງ​ເຫິງ​ປານໃດ​ຈະ​ສິ້ນສຸດ.”


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ອາຣາເບຍ. ປະຊາຊົນ​ຊາວ​ເມືອງ​ເດດານ​ເອີຍ ຄື​ຂະບວນ​ຂອງ​ພວກ​ທີ່​ໄດ້​ຕັ້ງ​ຄ້າຍພັກ ຢູ່​ໃນ​ດິນແດນ​ຂອງ​ອາຣາເບຍ​ບ່ອນ​ແຫ້ງແລ້ງ


ຈົ່ງ​ໃຫ້​ຄົນຊົ່ວຮ້າຍ​ປະ​ວິທີ​ດຳເນີນ​ຊີວິດ​ເດີມ​ຂອງ​ພວກເຂົາ ແລະ​ປ່ຽນ​ແນວທາງ​ທີ່​ພວກເຂົາ​ເຄີຍ​ຄິດ​ນັ້ນ. ຈົ່ງ​ໃຫ້​ພວກເຂົາ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ພຣະອົງ​ເຕັມ​ດ້ວຍ​ຄວາມ​ເມດຕາ​ແລະ​ອະໄພ​ໃຫ້.


ຈົ່ງ​ຂ້າ​ທະຫານ​ທັງໝົດ​ສາ ຈົ່ງ​ສັງຫານ​ພວກເຂົາ​ໃຫ້​ກ້ຽງ ເຄາະກຳ​ເປັນ​ຂອງ​ປະຊາຊົນ​ແຫ່ງ​ບາບີໂລນ​ສາ​ແລ້ວ ເວລາ​ທີ່​ພວກເຂົາ​ໄດ້​ຖືກ​ລົງໂທດ​ກໍ​ມາ​ເຖິງ​ແລ້ວ.” (


ຈົ່ງ​ບອກ​ເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້ ເຮົາ​ຈະ​ບໍ່​ດີໃຈ​ເມື່ອ​ເຫັນ​ຄົນບາບ​ຜູ້ໜຶ່ງ​ຕາຍໄປ. ເຮົາ​ຈະ​ດີໃຈ​ຫລາຍກວ່າ​ເມື່ອ​ເຫັນ​ລາວ​ເຊົາ​ເຮັດ​ບາບ​ແລະ​ມີ​ຊີວິດ​ຢູ່. ຊາດ​ອິດສະຣາເອນ​ເອີຍ ຈົ່ງ​ເຊົາ​ເຮັດ​ການ​ຊົ່ວຮ້າຍ​ທີ່​ພວກເຈົ້າ​ກຳລັງ​ເຮັດ​ຢູ່​ນັ້ນ​ສາ. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢາກ​ຕາຍ?’


ວັນ​ແຫ່ງ​ໄພພິບັດ​ກຳລັງ​ມາ​ເຖິງ​ຊາດ​ອິດສະຣາເອນ. ຄວາມ​ຮຸນແຮງ​ຈະ​ເພີ່ມ​ຂຶ້ນ. ຄວາມ​ຈອງຫອງ​ກໍ​ສູງ​ຂຶ້ນ​ສຸດ​ຍອດ​ແລ້ວ.


ເວລາ​ນັ້ນ​ກຳລັງ​ມາ. ເວລາ​ກໍ​ໃກ້​ເຂົ້າ​ມາ​ແລ້ວ ເມື່ອ​ການ​ຊື້ຂາຍ​ຈະ​ບໍ່ມີ​ປະໂຫຍດ​ຫຍັງ​ໝົດ ເພາະ​ການລົງໂທດ​ຈະ​ຕົກ​ຖືກ​ທຸກໆຄົນ​ຄືກັນ.


ຕໍ່ໄປນີ້​ແມ່ນ​ຄຳທຳນວາຍ​ຂອງ​ໂອບາດີຢາ ຄື​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ເຖິງ​ຊົນຊາດ​ເອໂດມ. ແລະ​ສົ່ງ​ຜູ້ນຳຂ່າວ​ໄປ​ຍັງ​ຊົນຊາດ​ທັງຫລາຍ ພວກເຮົາ​ກໍ​ໄດ້​ຍິນ​ຖ້ອຍຄຳ​ຂອງ​ພຣະອົງ​ດັ່ງນີ້: ພວກເຂົາ​ກ່າວ​ແກ່​ກັນແລະກັນ​ວ່າ, “ຈົ່ງ​ຕຽມພ້ອມ ໃຫ້​ພວກເຮົາ​ໄປ​ເຮັດ​ເສິກ​ຕໍ່ສູ້​ເອໂດມ​ເທາະ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka