Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 21:11 - ພຣະຄຳພີສັກສິ

11 ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ດິນແດນ​ເອໂດມ. ມີ​ບາງຄົນ​ໄດ້​ເອີ້ນ​ຖາມ​ຂ້າພະເຈົ້າ​ຈາກ​ດິນແດນ​ເອໂດມ​ວ່າ, “ຄົນ​ຍາມ​ເອີຍ ເຫີງ​ປານໃດ​ຈະແຈ້ງ? ບອກ​ຂ້ອຍ​ແດ່​ໄດ້​ບໍ​ວ່າ​ຍັງ​ເຫິງ​ປານໃດ​ຈະ​ສິ້ນສຸດ.”

Uka jalj uñjjattʼäta Copia luraña




ເອຊາຢາ 21:11
24 Jak'a apnaqawi uñst'ayäwi  

ມີຊະມາ, ດູມາ, ມາສາ,


ຢາໂຄບ​ໄດ້​ໃຊ້​ຄົນນຳຂ່າວ​ໄປ​ບອກ​ເອຊາວ​ອ້າຍ​ຂອງຕົນ ທີ່​ເມືອງ​ເສອີ​ໃນ​ດິນແດນ​ເອໂດມ.


ເພິ່ນ​ສັ່ງ​ຄົນນຳຂ່າວ​ໃຫ້​ໄປ​ບອກ​ເອຊາວ​ດັ່ງນີ້: “ຂ້ານ້ອຍ​ຢາໂຄບ ຄົນ​ຮັບໃຊ້​ຜູ້​ເຊື່ອຟັງ​ຂອງທ່ານ​ທີ່​ໄດ້​ໄປ​ອາໄສ​ຢູ່​ນຳ​ລາບານ​ນັ້ນ ແລະ​ດຽວ​ນີ້​ຫາ​ກໍ​ກັບ​ມາ ຂໍ​ລາຍງານ​ຕໍ່​ທ່ານ​ເອຊາວ​ວ່າ


ມີຊະມາ, ດູມາ, ມາສາ, ຮາດັດ, ເຕມາ,


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຈົ່ງ​ຈົດຈຳ​ສິ່ງ​ທີ່​ຊາວ​ເອໂດມ​ໄດ້​ເຮັດ ໃນ​ມື້​ທີ່​ນະຄອນ​ເຢຣູຊາເລັມ​ໄດ້​ຖືກ​ຢຶດ​ນັ້ນ. ຂໍ​ຈົ່ງ​ຈົດຈຳ​ຖ້ອຍຄຳ​ທີ່​ພວກເຂົາ​ເວົ້າກັນ​ຢູ່​ສະເໝີ​ວ່າ, “ຈົ່ງ​ທຳລາຍ​ມັນ​ຖິ້ມ​ໃຫ້​ດັບສູນ”.


ຄົນ​ຍາມ​ທີ່​ເລາະລຽບ​ໄດ້​ເຫັນ​ຂ້ອຍ​ໃນ​ເມືອງ ຂ້ອຍ​ຖາມ​ພວກ​ເຂົາເຈົ້າ​ວ່າ, “ເຫັນ​ຄົນຮັກ​ຂອງຂ້ອຍ​ບໍ?”


ຂ້າພະເຈົ້າ​ຕອບ​ວ່າ, “ຕອນເຊົ້າ​ກຳລັງ​ມາ ແຕ່​ຕອນຄໍ່າ​ຈະ​ມາ​ອີກ. ຖ້າ​ເຈົ້າ​ຢາກ​ຈະ​ຖາມ​ອີກ​ກໍ​ກັບ​ມາ​ຖາມ​ໄດ້.”


ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ​ກໍ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ໄປ​ຈັດ​ທະຫານ​ຍາມ​ຄົນ​ໜຶ່ງ​ໄວ້ ທັງ​ບອກ​ລາວ​ໃຫ້​ລາຍງານ​ເຈົ້າ​ສິ່ງ​ທີ່​ລາວ​ເຫັນ.


ຕໍ່ມາ ກະສັດ​ເຊເດກີຢາ​ໄດ້​ໃຊ້​ຄົນ​ໄປ​ນຳ​ເອົາ​ຂ້າພະເຈົ້າ​ອອກ​ມາ ແລະ​ຢູ່​ທີ່​ຣາຊວັງ​ນັ້ນ ເພິ່ນ​ຖາມ​ຂ້າພະເຈົ້າ​ເປັນ​ທາງ​ລັບ​ວ່າ, “ມີ​ຖ້ອຍຄຳ​ຫຍັງ​ແດ່​ຈາກ​ພຣະເຈົ້າຢາເວ?” ຂ້າພະເຈົ້າ​ຕອບ​ວ່າ, “ມີ​ຢູ່​ທ່ານເອີຍ” ແລະ​ຂ້າພະເຈົ້າ​ກໍ​ກ່າວ​ຕື່ມ​ວ່າ, “ທ່ານ​ຈະ​ຖືກ​ມອບ​ໃຫ້​ກະສັດ​ແຫ່ງ​ບາບີໂລນ.”


ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ​ກໍໄດ້​ແຕ່ງຕັ້ງ​ຄົນເຝົ້າຍາມ ເພື່ອ​ໃຫ້​ເປົ່າແກ​ເຕືອນ​ວ່າ, “ຈົ່ງ​ລະວັງ​ສຽງ​ແກ​ສັນຍານ​ໄພ.” ແຕ່​ພວກເຂົາ​ຊໍ້າ​ເວົ້າ​ວ່າ, “ພວກເຮົາ​ຈະ​ບໍ່​ຟັງ.”


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ກ່າວ​ວ່າ, “ປະຊາຊົນ​ເອໂດມ​ໄດ້​ທຳ​ການ​ແກ້ແຄ້ນ​ຢູດາຍ​ຢ່າງ​ໂຫດຫ້ຽມ ແລະ​ການ​ແກ້ແຄ້ນ​ນີ້​ໄດ້​ນຳ​ຄວາມຜິດ​ມາ​ໃຫ້​ເອໂດມ ເປັນ​ເວລາ​ອັນ​ຢຶດເຍື້ອ​ຍາວນານ.


ບັດນີ້​ມະນຸດ​ເອີຍ ເຮົາ​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້ເຝົ້າຍາມ​ຊົນຊາດ​ອິດສະຣາເອນ. ເຈົ້າ​ຕ້ອງ​ນຳ​ຄຳ​ຕັກເຕືອນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ເຈົ້າ​ນັ້ນ​ໄປ​ບອກ​ພວກເຂົາ.


ປະເທດ​ເອຢິບ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ເອໂດມ​ຈະ​ຖືກ​ທຳລາຍ​ໃຫ້​ຮາບກ້ຽງ ເພາະວ່າ​ພວກເຂົາ​ໄດ້​ໂຈມຕີ​ດິນແດນ​ຢູດາຍ ແລະ​ຂ້າ​ປະຊາຊົນ​ຜູ້​ບໍ່ມີ​ຄວາມຜິດ​ໃນ​ທີ່ນັ້ນ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາວ​ກາຊາ​ໄດ້​ເຮັດ​ບາບ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ; ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ແນ່ນອນ. ພວກເຂົາ​ໄດ້​ນຳ​ຄົນ​ທັງ​ຊາດ​ໄປ​ຂາຍ​ເປັນ​ທາດຮັບໃຊ້​ໃຫ້​ຊາວ​ເອໂດມ.


ເພິ່ນ​ຈະ​ຕີ​ຊະນະ ເຫຼົ່າ​ສັດຕູ​ໃນ​ເອໂດມ ແລະ​ຢຶດເອົາ​ທີ່ດິນ​ຂອງ​ເຂົາ ມາ​ເປັນ​ກຳມະສິດ​ຂອງຕົນ​ດ້ວຍ, ແຕ່​ວ່າ​ຊາດ​ອິດສະຣາເອນ​ນັ້ນ ຈະ​ສືບຕໍ່​ເຂັ້ມແຂງ ຈະ​ສືບຕໍ່​ມີໄຊ ຕໍ່​ເຫຼົ່າ​ສັດຕູ​ໝູ່​ມານຮ້າຍ.


ແຕ່​ພວກເຈົ້າ​ບໍ່​ຕ້ອງ​ເຮັດ​ເສິກ​ຕໍ່ສູ້​ກັບ​ພວກເຂົາ ເພາະ​ເຮົາ​ຈະ​ບໍ່​ມອບ​ດິນແດນ​ຂອງ​ພວກເຂົາ​ຕອນໃດ​ຕອນໜຶ່ງ​ໃຫ້​ພວກເຈົ້າ. ເຮົາ​ໄດ້​ມອບ​ເມືອງ​ເອໂດມ​ໃຫ້​ເຊື້ອສາຍ​ຂອງ​ເອຊາວ.


ຍັງ​ມີ​ເມືອງ​ອາຣັບ, ດູມາ, ເອຊານ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka