Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 21:1 - ພຣະຄຳພີສັກສິ

1 ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ບາບີໂລນ. ໄພພິບັດ​ຈະ​ມາ​ຈາກ​ດິນແດນ​ທີ່​ໜ້າຢ້ານກົວ​ຫລາຍ ດັ່ງ​ລົມ​ບ້າໝູ​ພັດ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ.

Uka jalj uñjjattʼäta Copia luraña




ເອຊາຢາ 21:1
21 Jak'a apnaqawi uñst'ayäwi  

ແຕ່​ທາງທິດໃຕ້​ພຸ້ນ​ລົມພະຍຸ​ພວມ​ພັດ​ມາ ອາກາດ​ໜາວເຢັນ​ກໍ​ມາ​ແຕ່​ທາງທິດເໜືອ​ພຸ້ນ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ນະຄອນ​ບາບີໂລນ ທີ່​ເອຊາຢາ​ລູກຊາຍ​ຂອງ​ອາໂມດ​ໄດ້​ຮັບ​ຈາກ​ພຣະເຈົ້າ.


ໃນ​ມື້​ທີ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໂກດຮ້າຍ​ນັ້ນ; ເຮົາ​ຈະ​ເຮັດ​ໃຫ້​ຟ້າ​ສະຫວັນ ​ສັ່ນສະເທືອນ ແລະ​ຈະ​ເຮັດ​ໃຫ້​ແຜ່ນດິນ​ໂລກ​ຫວັ່ນໄຫວ ຫລຸດ​ອອກ​ຈາກ​ບ່ອນ​ຂອງມັນ.


ອີກເທື່ອໜຶ່ງ ພຣະເຈົ້າຢາເວ​ຈະ​ເມດຕາ​ປະຊາຊົນ​ອິດສະຣາເອນ ແລະ​ຈະ​ເລືອກ​ພວກເຂົາ​ເອງ​ໃຫ້​ເປັນ​ພວກ​ຂອງ​ພຣະອົງ. ພຣະອົງ​ຈະ​ໃຫ້​ພວກເຂົາ​ມາ​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ​ເອງ​ອີກ ແລະ​ຊາວ​ຕ່າງດ້າວ​ກໍ​ຈະ​ມາ​ອາໄສ​ຢູ່​ນຳ​ໃນ​ທີ່ນັ້ນ.


ຂ້ອຍ​ຈະ​ຕ້ອງ​ຂຶ້ນໄປ​ເໜືອ​ຈອມເມກ ແລະ​ເປັນ​ດັ່ງ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.”


“ເຮົາ​ຈະ​ປ່ຽນ​ນະຄອນ​ບາບີໂລນ​ໃຫ້​ເປັນ​ບຶງ ແລະ​ຝູງ​ນົກ​ເຄົ້າ​ຈະ​ຢູ່​ທີ່​ນັ້ນ. ເຮົາ​ຈະ​ໃຊ້​ຟອຍ​ກວາດ​ນະຄອນ​ບາບີໂລນ ພ້ອມ​ທັງ​ສັບພະທຸກສິ່ງ​ໄປ​ໃຫ້​ໝົດ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ດັ່ງນີ້ແຫລະ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ດາມັສກັດ​ຈະ​ບໍ່​ເປັນ​ນະຄອນ​ອີກ​ຕໍ່ໄປ; ແຕ່​ຈະ​ເປັນ​ພຽງ​ກອງ​ສິ່ງ​ຮົກຮ້າງ​ເພພັງ​ເທົ່ານັ້ນ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຈົ່ງ​ລົງ​ຈາກ​ບັນລັງ​ເຖີດ ນະຄອນ​ບາບີໂລນ​ເອີຍ ແລະ​ນັ່ງ​ເທິງ​ພື້ນ​ຕາມ​ຂີ້ຝຸ່ນ​ດິນ​ສາ​ເຖີດ ຄັ້ງໜຶ່ງ ເຈົ້າ​ເປັນ​ດັ່ງ​ສາວ​ປອດ​ຜູ້ໜຶ່ງ​ໃດ ເປັນ​ນະຄອນ​ໜຶ່ງ​ທີ່​ບໍ່ມີ​ຜູ້ໃດ​ກ້າ​ໂຈມຕີ​ເອົາ​ໄດ້ ແຕ່​ເຈົ້າ​ຈະ​ບໍ່​ອ່ອນໂຍນ​ແລະ​ໜ້າ​ຈັບໃຈ​ຕໍ່ໄປ ບັດນີ້ ເຈົ້າ​ໄດ້​ຕົກ​ເປັນ​ທາດຮັບໃຊ້​ສາ​ແລ້ວ


ລູກທະນູ​ຂອງ​ພວກເຂົາ​ແຫລມ ແລະ​ໜ້າທະນູ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ຍິງ. ກີບ​ຕີນ​ມ້າ​ຂອງ​ພວກເຂົາ​ແຂງ​ດັ່ງ​ຫີນ ແລະ​ຕີນ​ລົດ​ກໍ​ປິ່ນ​ດັ່ງ​ລົມ​ບ້າໝູ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ກຳລັງ​ສົ່ງ​ລົມ​ທີ່​ທຳລາຍ ມາ​ຕໍ່ສູ້​ບາບີໂລນ​ແລະ​ປະຊາຊົນ​ໃນ​ປະເທດ.


ທະເລ​ໄຫລ​ຖ້ວມ​ນະຄອນ​ບາບີໂລນ ແລະ​ຄື້ນ​ທະເລ​ກໍ​ຄຶກຄະນອງ​ຖ້ວມ​ເມືອງ.


ພວກເຈົ້າ​ເວົ້າ​ວ່າ, ‘ພວກເຮົາ​ໄດ້​ຖືກ​ຫຍໍ້ຫຍັນ​ທັງ​ໄດ້​ຖືກ​ອັບອາຍ​ຂາຍໜ້າ ພວກເຮົາ​ຮູ້ສຶກ​ໝົດຫວັງ​ຢ່າງ​ສິ້ນເຊີງ ເພາະ​ພວກ​ຕ່າງດ້າວ​ໄດ້​ຢຶດ​ສະຖານທີ່​ສັກສິດ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.’


ແລ້ວ​ຂ້າພະເຈົ້າ​ກໍ​ເງີຍ​ໜ້າ​ຂຶ້ນ ແລະ​ເຫັນ​ລົມພະຍຸ​ກຳລັງ​ພັດ​ມາ​ແຕ່​ທາງ​ທິດເໜືອ. ຟ້າ​ແມບເຫລື້ອມ​ສາດ​ແສງ​ອອກ​ມາ​ຈາກ​ເມກ​ກ້ອນ​ໃຫຍ່ ແລະ​ທ້ອງຟ້າ​ກໍ​ລຸກ​ຂຶ້ນ​ເປັນ​ໄຟ​ອ້ອມຮອບ. ບ່ອນ​ທີ່​ມີ​ແສງ​ຟ້າ​ແມບເຫລື້ອມ​ນັ້ນ ມີ​ສິ່ງ​ໜຶ່ງ​ສ່ອງ​ແສງ​ເໝືອນ​ທອງສຳຣິດ.


ລາວ​ຕະຫລອດ​ທັງ​ກອງທັບ​ອັນ​ໂຫດຫ້ຽມ​ຂອງ​ລາວ ຈະ​ທຳລາຍ​ລ້າງຜານ​ດິນແດນ. ພວກເຂົາ​ຈະ​ໃຊ້​ດາບ​ບຸກໂຈມຕີ​ປະເທດ​ເອຢິບ ແລະ​ດິນແດນ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ຊາກສົບ.


ຊາວ​ຕ່າງດ້າວ​ຜູ້​ທີ່​ໂຫດຫ້ຽມ​ຈະ​ປໍ້າ​ມັນ​ລົງ ແລະ​ປະ​ມັນ​ໄວ້. ງ່າ​ແລະ​ກິ່ງກ້ານ​ຕ່າງໆ​ຂອງ​ມັນ​ຈະ​ຕົກລົງ​ໃສ່​ພູ​ທຸກໜ່ວຍ ແລະ​ຮ່ອມພູ​ທຸກບ່ອນ​ໃນ​ປະເທດ. ບັນດາ​ຊົນຊາດ​ທັງໝົດ​ທີ່​ອາໄສ​ຮົ່ມ​ຂອງ​ມັນ​ນັ້ນ​ຈະ​ໜີໄປ​ໝົດ.


ເຈົ້າ​ກັບ​ກອງທັບ​ຂອງເຈົ້າ​ຕະຫລອດ​ທັງ​ບັນດາ​ຊົນຊາດ​ທີ່​ໄດ້​ມາ​ກັບ​ເຈົ້າ​ນັ້ນ ຈະ​ໂຈມຕີ​ດັ່ງ​ພະຍຸຮ້າຍ ແລະ​ຄວບຄຸມ​ດິນແດນ​ດັ່ງ​ກ້ອນເມກ.”’


ເມື່ອ​ເວລາ​ກຳນົດ​ຂອງ​ກະສັດ​ແຫ່ງ​ຊີເຣຍ​ໃກ້​ຈະ​ໝົດ​ແລ້ວ ກະສັດ​ແຫ່ງ​ເອຢິບ​ຈະ​ໂຈມຕີ​ລາວ. ແຕ່​ລາວ​ຈະ​ໃຊ້​ກຳລັງ​ອຳນາດ​ທັງໝົດ​ຕໍ່ສູ້​ຄືນ ຄື​ໃຊ້​ລົດຮົບ, ຝູງ​ມ້າ​ຮົບ ແລະ​ເຮືອ​ເປັນ​ຈຳນວນ​ຫລາຍ. ລາວ​ຈະ​ບຸກໂຈມຕີ​ຫລາຍ​ປະເທດ​ເໝືອນ​ນໍ້າ​ໄຫລ​ຖ້ວມ.


ເມື່ອ​ພຣະເຈົ້າຢາເວ​ຈະ​ປາກົດ​ຢູ່​ເທິງ​ປະຊາຊົນ​ຂອງຕົນ ພຣະອົງ​ຈະ​ຍິງ​ລູກທະນູ​ດັ່ງ​ສາຍ​ຟ້າ​ແມບເຫລື້ອມ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈະ​ເປົ່າແກ​ປຸກ ພຣະອົງ​ຈະ​ຍົກທັບ​ມາ​ໃນ​ພະຍຸ​ຈາກ​ທິດໃຕ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka