Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 20:6 - ພຣະຄຳພີສັກສິ

6 ເມື່ອ​ເວລາ​ນັ້ນ​ມາ​ເຖິງ ປະຊາຊົນ​ທີ່​ອາໄສ​ຢູ່​ຕາມ​ຊາຍຝັ່ງ​ຂອງ​ດິນແດນ​ຟີລິດສະຕິນ ຈະ​ເວົ້າ​ວ່າ, ‘ຈົ່ງ​ເບິ່ງ ສິ່ງ​ທີ່​ໄດ້​ເກີດຂຶ້ນ​ແກ່​ປະຊາຊົນ​ທີ່​ພວກເຮົາ​ໄດ້​ເພິ່ງພາ​ອາໄສ ໃຫ້​ປົກປ້ອງ​ພວກເຮົາ​ຈາກ​ກະສັດ​ອັດຊີເຣຍ​ນັ້ນ​ແມ ພວກເຮົາ​ຈະ​ລອດຊີວິດ​ໄດ້​ຢ່າງໃດ?”’

Uka jalj uñjjattʼäta Copia luraña




ເອຊາຢາ 20:6
16 Jak'a apnaqawi uñst'ayäwi  

ພຣະອົງ​ຈະ​ຊ່ວຍກູ້​ເອົາ ຖ້າ​ເຈົ້າ​ບໍ່ມີ​ຄວາມຜິດ ຖ້າ​ສິ່ງ​ທີ່​ເຈົ້າ​ກະທຳ​ເປັນ​ການ​ຖືກຕ້ອງ.”


ຄວາມຫວັງ​ຂອງ​ພວກເຂົາ​ນັ້ນ​ຈຶ່ງ​ສູນສິ້ນ​ໄປ​ໝົດ ທີ່​ແຄມ​ສາຍ​ທາລາ​ອັນ​ແຫ້ງແລ້ງ.


ພວກເຈົ້າ​ຈະ​ເຮັດ​ຢ່າງໃດ​ເມື່ອ​ພຣະເຈົ້າ​ລົງໂທດ​ພວກເຈົ້າ? ພວກເຈົ້າ​ຈະ​ເຮັດ​ຢ່າງໃດ ເມື່ອ​ພຣະອົງ​ນຳ​ໄພພິບັດ​ຈາກ​ດິນແດນ​ທີ່​ຫ່າງໄກ​ມາ​ສູ່​ພວກເຈົ້າ? ພວກເຈົ້າ​ຈະ​ແລ່ນ​ໄປ​ຫາ​ຜູ້ໃດ​ໃຫ້​ມາ​ຊ່ວຍເຫລືອ? ພວກເຈົ້າ​ຈະ​ເຊື່ອງ​ຊັບສົມບັດ​ຂອງ​ພວກເຈົ້າ​ໄວ້​ຢູ່​ທີ່ໃດ?


ຄວາມ​ຍຸດຕິທຳ​ຈະ​ເປັນ​ເສັ້ນ​ວັດແທກ​ຮາກຖານ ແລະ​ຄວາມສັດຊື່​ຈະ​ເປັນ​ສາຍ​ຢັ່ງ​ຄວາມ​ທຸ່ນທ່ຽງ.” ພະຍຸ​ໝາກເຫັບ​ຈະ​ກວາດ​ເອົາ​ຄຳເວົ້າ​ຕົວະ​ຂອງ​ພວກເຈົ້າ​ໄປ​ຈົນ​ໝົດ ແລະ​ນໍ້າ​ຖ້ວມ​ຈະ​ທຳລາຍ​ຄວາມ​ໝັ້ນຄົງ​ຂອງ​ພວກເຈົ້າ.


ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ໄດ້​ມາເຖິງ​ເຢເຣມີຢາ.


ວັນ​ອັນ​ໜ້າຢ້ານກົວ​ໃຫຍ່​ນັ້ນ ກຳລັງ​ຈະ​ມາ​ເຖິງ ບໍ່ມີ​ວັນໃດ​ເລີຍ​ຈະ​ປຽບປານ​ວັນນັ້ນ​ໄດ້ ເພາະ​ເປັນ​ເວລາ​ທີ່​ປະຊາຊົນ​ຂອງເຮົາ​ທຸກໃຈ​ຫລາຍ ແຕ່​ພວກເຂົາ​ຈະ​ລອດ​ປອດໄພ​ທັງ​ຈະ​ມີ​ຊີວິດ​ຢູ່ໄດ້.”


ພຣະເຈົ້າຢາເວ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ເປັນ​ພຣະເຈົ້າ​ແຫ່ງ​ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ແລະ​ພວກເຂົາ​ກໍ​ຈະ​ເປັນ​ປະຊາຊົນ​ຂອງເຮົາ.


ເຖິງ​ຄາວ​ເຄາະກຳ​ສາ​ແລ້ວ ນະຄອນ​ເຢຣູຊາເລັມ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ນຸ່ງ​ເຄື່ອງ​ສີແດງແຈດ​ເຊັ່ນນັ້ນ? ເປັນຫຍັງ​ເຈົ້າ​ຈຶ່ງ​ໃສ່​ເຄື່ອງເອ້ ແຕ້ມຄິ້ວ​ແຕ້ມ​ຕາ? ເຈົ້າ​ຕົບແຕ່ງ​ໃຫ້​ງາມ​ໂດຍ​ບໍ່ມີ​ປະໂຫຍດ ຄູ່ຮັກ​ຂອງເຈົ້າ​ນັ້ນ​ໄດ້​ປະຖິ້ມ​ເຈົ້າ​ໄປ​ແລ້ວ​ເດ ແລະ​ລາວ​ຍັງ​ຢາກ​ຈະ​ຂ້າ​ເຈົ້າ​ຖິ້ມ​ຊໍ້າ.


ເຖິງ​ເວລາ​ແລ້ວ ທີ່​ຈະ​ທຳລາຍ​ຟີລິດສະຕິນ ຕັດ​ທຸກການ​ຊ່ວຍເຫລືອ​ແຕ່​ຕີເຣ ແລະ​ຊີໂດນ​ຖິ້ມ ພຣະເຈົ້າຢາເວ​ຈະ​ທຳລາຍ​ພວກ​ຟີລິດສະຕິນ ຄື​ຄົນ​ທີ່​ມາ​ຈາກ​ເກາະ​ກະເຣເຕ​ນັ້ນ.


ພວກ​ຊາດ​ງູ ແນວ​ງູ​ຮ້າຍ​ເອີຍ ພວກເຈົ້າ​ຈະ​ໜີ​ພົ້ນ​ຈາກ​ໂທດ​ແຫ່ງ​ໄຟ​ນະຣົກ​ໄດ້​ຢ່າງ​ໃດ?


ເມື່ອໃດ​ພວກເຂົາ​ເວົ້າ​ວ່າ, “ສະຫງົບສຸກ ແລະ​ປອດໄພ​ດີ​ແລ້ວ” ເມື່ອນັ້ນ​ແຫຼະ ຄວາມ​ພິນາດ​ຈິບຫາຍ​ຈະ​ມາ​ເຖິງ​ພວກເຂົາ​ໃນ​ທັນທີ ເໝືອນ​ດັ່ງ​ຄວາມ​ເຈັບປວດ​ມາ​ເຖິງ​ຍິງ​ທີ່​ມີ​ທ້ອງ ແລະ​ພວກເຂົາ​ຈະ​ໜີ​ບໍ່​ພົ້ນ​ເປັນ​ແນ່.


ດັ່ງນັ້ນ ຖ້າ​ພວກເຮົາ​ລະເລີຍ​ຕໍ່​ຄວາມ​ພົ້ນ​ອັນ​ໃຫຍ່ຫລວງ​ເຊັ່ນນີ້ ພວກເຮົາ​ຈະ​ຫລົບ​ໜີ​ຈາກ​ການ​ລົງໂທດ​ໄດ້​ຢ່າງ​ໃດ? ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ປະກາດ​ຄວາມ​ພົ້ນ​ນັ້ນ​ໃນ​ເວລາ​ທຳອິດ ແລະ​ພວກ​ທີ່​ໄດ້ຍິນ​ກໍ​ຢືນຢັນ​ແກ່​ພວກເຮົາ​ວ່າ​ເປັນ​ຄວາມຈິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka