5 ພວກໃດທີ່ໄວ້ວາງໃຈປະເທດເອທີໂອເປຍ ແລະເວົ້າອວດໃຫ້ແກ່ປະເທດເອຢິບ ພວກນັ້ນກໍຈະຮູ້ເມື່ອວ່າຕົນຄິດຜິດໄປສາແລ້ວ ຄືຄວາມຫວັງຂອງພວກເຂົາໄດ້ແຕກສະຫລາຍໄປ.
ທ່ານຫວັງໃຫ້ປະເທດເອຢິບຊ່ວຍເຫລືອຊັ້ນບໍ? ແຕ່ກໍຄົງເປັນດັ່ງເອົາໄມ້ອໍ້ໃຊ້ເປັນໄມ້ເທົ້າ; ມັນຈະຫັກແລະປັກມືຂອງທ່ານເອງ. ກະສັດປະເທດເອຢິບກໍເປັນດັ່ງນີ້ແຫລະ ສຳລັບຜູ້ທີ່ໄປເອື່ອຍອີງອາໄສເພິ່ນ.”
ຢ່າເຊື່ອໝັ້ນຕາຍໃຈໃນມະນຸດທີ່ຕາຍເປັນ. ພວກເຂົາມີຄ່າຫຍັງແດ່?
ແຕ່ກະສັດບໍ່ມີອຳນາດທີ່ຈະຊ່ວຍເຫລືອພວກເຂົາໄດ້ ແລະການຄຸ້ມຄອງຂອງປະເທດເອຢິບກໍຈະຈົບລົງຢ່າງພິນາດ.
ແຕ່ປະຊາຊົນຊາວຢູດາຍຈະກິນແໜງໃຈ ທີ່ພວກຕົນໄດ້ໄວ້ເນື້ອເຊື່ອໃຈຊົນຊາດທີ່ໄວ້ວາງໃຈບໍ່ໄດ້ ຄືຊົນຊາດໜຶ່ງທີ່ເຮັດໃຫ້ພວກຕົນຜິດຫວັງ ເມື່ອພວກຕົນຄາດວ່າຈະໄດ້ຮັບຄວາມຊ່ວຍເຫລືອ.”
ຄວາມຊ່ວຍເຫລືອທີ່ເອຢິບໃຫ້ນັ້ນບໍ່ມີປະໂຫຍດ. ສະນັ້ນ ເຮົາຈຶ່ງໄດ້ໃສ່ຊື່ຫລິ້ນໆໃຫ້ແກ່ເອຢິບວ່າ, ‘ມັງກອນບໍ່ມີພິດ.”’
ເຄາະກຳເປັນຂອງພວກເຈົ້າສາແລ້ວ ພວກທີ່ໄປຂໍໃຫ້ເອຢິບຊ່ວຍເຫລືອ. ພວກເຂົາເພິ່ງພາອາໄສກຳລັງທາງທະຫານອັນເຂັ້ມແຂງຂອງເອຢິບຄື: ຝູງມ້າ, ລົດຮົບ ແລະທະຫານ, ແຕ່ພວກເຂົາບໍ່ໄດ້ເພິ່ງພາອາໄສອົງພຣະຜູ້ເປັນເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນ ຫລືຂໍໃຫ້ພຣະອົງຊ່ວຍເຫລືອ.
ທ່ານຫວັງຈະໃຫ້ເອຢິບຊ່ວຍເຫລືອ, ແຕ່ຈະເປັນດັ່ງໃຊ້ໄມ້ອໍ້ແທນໄມ້ເທົ້າ ມັນຈະຫັກ ແລະແທງມືທ່ານລ້າໆ. ຄົນໃດທີ່ເພິ່ງພາກະສັດປະເທດເອຢິບຈະເປັນດັ່ງນັ້ນແຫລະ.”
ທ່ານບໍ່ເທົ່າທຽມແມ່ນແຕ່ກັບຂ້າຣາຊການຊັ້ນຜູ້ນ້ອຍຂອງອັດຊີເຣຍຊໍ້າ; ແຕ່ທ່ານພັດຫວັງໃຫ້ຊາວເອຢິບສົ່ງລົດຮົບ ແລະທະຫານມ້າມາໃຫ້.
ພວກອັດຊີເຣຍໄດ້ຂ່າວວ່າກອງທັບເອຢິບ ນຳໂດຍກະສັດຕີຣາກາແຫ່ງເອທີໂອເປຍ ກຳລັງຍົກທັບມາໂຈມຕີພວກຕົນ. ເມື່ອໄດ້ຍິນເຊັ່ນນີ້ ກະສັດຈຶ່ງສົ່ງຂໍ້ຄວາມສະບັບໜຶ່ງໄປຫາກະສັດເຮເຊກີຢາແຫ່ງຢູດາຍ ໂດຍບອກວ່າ,
ພຣະເຈົ້າຢາເວກ່າວວ່າ, “ຄົນໃດທີ່ວາງໃຈໃນມະນຸດ ແລະວາງໃຈໃນກຳລັງຂອງຕົນ ແລະໃຈຂອງຕົນຫັນໜີໄປຈາກພຣະເຈົ້າຢາເວ ຄົນນັ້ນກໍເປັນທີ່ສາບແຊ່ງແລ້ວ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນ ກ່າວວ່າ, “ເຮົາຈະລົງໂທດອາໂມນ ພະຂອງເມືອງເທເບພ້ອມກັບເອຢິບຕະຫລອດທັງພວກພະ ແລະບັນດາກະສັດດ້ວຍ. ເຮົາກຳລັງຈະເອົາກະສັດເອຢິບ ແລະໝົດທຸກຄົນທີ່ໄວ້ວາງໃຈໃນລາວ,
ຊາດອິດສະຣາເອນຈະບໍ່ຂຶ້ນຕໍ່ພວກເຂົາເພື່ອໃຫ້ຊ່ວຍເຫລືອອີກຕໍ່ໄປ. ຊາຕາກຳຂອງເອຢິບຈະເຕືອນຊາດອິດສະຣາເອນໃຫ້ສຳນຶກເຖິງວ່າ, ຕົນໄດ້ຜິດພາດສໍ່າໃດທີ່ເພິ່ງພາອາໄສພວກເຂົາ. ແລ້ວຊາດອິດສະຣາເອນກໍຈະຮູ້ວ່າ ເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າ.”’
ເທເບໄດ້ປົກຄອງຊູດານກັບເອຢິບ ແລະການປົກຄອງຂອງນາງກໍບໍ່ມີຂອບເຂດຈຳກັດ; ຝ່າຍລີເບຍກໍເປັນພັນທະມິດຂອງເມືອງເທເບ.
ພຣະອົງຍັງຈະສັງຫານປະຊາຊົນຊາວເອທິໂອເປຍ ຄືກັນ.
ດັ່ງນັ້ນ ຢ່າໃຫ້ຜູ້ໃດຍົກມະນຸດຂຶ້ນມາອວດ. ດ້ວຍວ່າ, ສິ່ງສາລະພັດກໍເປັນຂອງພວກເຈົ້າແລ້ວ,