Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 20:4 - ພຣະຄຳພີສັກສິ

4 ກະສັດ​ແຫ່ງ​ອັດຊີເຣຍ​ຈະ​ນຳ​ຊະເລີຍເສິກ ພວກ​ທີ່​ເພິ່ນ​ໄດ້​ຈັບ​ຈາກ​ສອງ​ຕົວເມືອງ​ໃຫ້​ຍ່າງ​ເປືອຍຕົວ​ໄປ ບໍ່​ວ່າ​ໜຸ່ມ​ຫລື​ແກ່ ຕ່າງ​ກໍ​ຈະ​ຍ່າງ​ຕີນ​ເປົ່າ​ແລະ​ເປືອຍຕົວ ແລະ​ເປີດກົ້ນ​ຍ່າງ​ໄປ ອັນ​ຈະ​ນຳ​ຄວາມ​ອັບອາຍ​ມາ​ສູ່​ປະເທດ​ເອຢິບ.

Uka jalj uñjjattʼäta Copia luraña




ເອຊາຢາ 20:4
18 Jak'a apnaqawi uñst'ayäwi  

ດັ່ງນັ້ນ ຮານູນ​ຈຶ່ງ​ຈັບ​ຄະນະທູດ​ຂອງ​ກະສັດ​ດາວິດ ແລະ​ສັ່ງ​ໃຫ້​ແຖ​ໜວດ​ຂ້າງ​ໜຶ່ງ​ທັງ​ຕັດ​ເຄື່ອງນຸ່ງ​ຊື່​ກັບ​ກະໂພກ​ອອກ ແລ້ວ​ສົ່ງ​ພວກເຂົາ​ກັບ​ເມືອ.


ດັ່ງນັ້ນ ຮານູນ​ຈຶ່ງ​ຈັບ​ຄະນະທູດ​ຂອງ​ກະສັດ​ດາວິດ ແລະ​ຕັດ​ໜວດ​ຂ້າງ​ໜຶ່ງ​ອອກ ທັງ​ຕັດ​ຂາສົ້ງ​ຈົນ​ຈຳ​ກະໂພກ ແລະ​ສົ່ງ​ພວກເຂົາ​ກັບຄືນ​ເມືອ.


ເຮົາ​ຈະ​ຍົກ​ຊາວ​ເອຢິບ​ໃຫ້​ແກ່​ນັກ​ກົດຂີ່​ຄົນ​ໜຶ່ງ ຄື​ໃຫ້​ກະສັດ​ທີ່​ໂຫດຫ້ຽມ​ຜູ້ໜຶ່ງ​ທີ່​ຈະ​ປົກຄອງ​ພວກເຂົາ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ດັ່ງນີ້ແຫລະ.


ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ລົງໂທດ​ພວກເຂົາ ຄື​ເຮົາ​ຈະ​ແຖ​ຫົວ​ພວກເຂົາ​ໃຫ້​ໂຫລ້ນ ແລະ​ພຣະເຈົ້າຢາເວ​ຈະ​ໃຫ້​ພວກເຂົາ​ປາກົດ​ຕົວ​ເປືອຍກາຍ​ຢູ່.”


ພຣະອົງ​ຮູ້ວ່າ​ພຣະອົງ​ກຳລັງ​ເຮັດ​ຫຍັງ ພຣະອົງ​ສົ່ງ​ໄພພິບັດ​ມາ. ພຣະອົງ​ຂົ່ມຂູ່​ຈະ​ລົງໂທດ​ຄົນຊົ່ວ​ແລະ​ພວກ​ທີ່​ຄຸ້ມຄອງ​ພວກເຂົາ.


ຊາວ​ເອຢິບ​ບໍ່ແມ່ນ​ພຣະເຈົ້າ ພວກເຂົາ​ເປັນ​ພຽງແຕ່​ມະນຸດ​ເທົ່ານັ້ນ. ມ້າ​ຂອງ​ພວກເຂົາ​ບໍ່ໄດ້​ວິເສດ​ຫຍັງ. ເມື່ອ​ພຣະເຈົ້າຢາເວ​ດຳເນີນການ ຊາດ​ທີ່​ເຂັ້ມແຂງ​ກໍ​ຈະ​ແຕກ​ເປັນ​ປ່ຽງ​ນ້ອຍໆ ແລະ​ຊາດ​ອ່ອນແອ​ທີ່​ໄປ​ຂໍ​ໃຫ້​ຊ່ວຍເຫລືອ​ນັ້ນ​ກໍ​ຈະ​ລົ້ມລົງ. ທັງສອງ​ຈະ​ຖືກ​ທຳລາຍ.


ຈົ່ງ​ສີ​ເຂົ້າ​ເປືອກ​ເຖີດ ຈົ່ງ​ໂມ້ແປ້ງ​ສາ ຈົ່ງ​ເອົາ​ຜ້າປົກ​ໂສມໜ້າ​ເຈົ້າ​ອອກ​ສາ​ເຖີດ ຈົ່ງ​ແກ້​ເຄື່ອງ​ງາມ​ລະອຽດ​ຂອງ​ເຈົ້າ​ອອກ​ສາ ຈົ່ງ​ຮື້​ກະໂປ່ງ​ເຈົ້າ​ຂຶ້ນ ແລະ​ຍ່າງ​ຂ້າມ​ຫ້ວຍນໍ້າ


ເພື່ອ​ປະຊາຊົນ​ຈະ​ໄດ້​ເຫັນ​ເຈົ້າ​ເປືອຍກາຍ ພວກເຂົາ​ຈະ​ໄດ້​ເຫັນ​ເຈົ້າ​ຕົກຕໍ່າ​ແລະ​ຂາຍໜ້າ. ເຮົາ​ຈະ​ລົງ​ມື​ແກ້ແຄ້ນ​ໃຫ້​ແກ່​ເຮົາເອງ ແລະ​ຈະ​ບໍ່ມີ​ຜູ້ໃດ​ຂັດຂືນ​ທັງ​ຢັບຢັ້ງ​ເຮົາ​ໄດ້.”


ຖ້າ​ເຈົ້າ​ຖາມ​ວ່າ ເປັນຫຍັງ​ເຫດການ​ທັງໝົດ​ນີ້​ຈຶ່ງ​ເກີດຂຶ້ນ​ແກ່​ເຈົ້າ ເປັນຫຍັງ​ພວກເຂົາ​ຈຶ່ງ​ແກ້​ເສື້ອ​ຂອງ​ເຈົ້າ​ອອກ ແລະ​ຂົ່ມຂືນ​ເຈົ້າ ກໍ​ຍ້ອນ​ບາບ​ຂອງ​ເຈົ້າ​ມີ​ຢ່າງ​ຫລວງຫລາຍ.


ພຣະເຈົ້າຢາເວ​ເອງ​ຈະ​ເປັນ​ຜູ້​ແກ້​ເຄື່ອງ​ຂອງເຈົ້າ​ອອກ ແລະ​ເຜີຍແບ​ເຈົ້າ​ໃຫ້​ອັບອາຍ​ຂາຍໜ້າ.


ຈົ່ງ​ຕຽມຕົວ​ສາ​ເຖີດ ປະຊາຊົນ​ເອຢິບ​ເອີຍ ຈົ່ງ​ຕຽມຕົວ​ໃຫ້​ພວກເຂົາ​ຈັບ​ໄປ​ເປັນ​ຊະເລີຍ​ສາ​ເຖີດ ມຳຟິດ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ບ່ອນ​ຮົກຮ້າງ​ເພພັງ​ທີ່​ບໍ່ມີ​ຜູ້ໃດ​ອາໄສ​ຢູ່.


ໄປ​ມອບ​ໃຫ້​ແກ່​ຄົນ​ທີ່​ຕ້ອງການ​ຢາກ​ຂ້າ​ພວກເຂົາ​ນັ້ນ ຄື​ມອບ​ໃຫ້​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ແລະ​ກອງທັບ​ຂອງ​ລາວ. ແຕ່​ຕໍ່ມາ ປະຊາຊົນ​ຈະ​ໄດ້​ອາໄສ​ຢູ່​ໃນ​ປະເທດ​ເອຢິບ​ອີກ ດັ່ງ​ພວກເຂົາ​ໄດ້​ເປັນມາ​ໃນ​ອະດີດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ຄວາມມືດ​ຈະ​ເຂົ້າ​ປົກຄຸມ​ເມືອງ​ຕາປັນເຮັດ ເມື່ອ​ເຮົາ​ທັບມ້າງ​ອຳນາດ​ຂອງ​ປະເທດ​ເອຢິບ ແລະ​ເຮັດ​ໃຫ້​ກຳລັງ​ທີ່​ເອຢິບ​ໄດ້​ອວດອ້າງ​ຢ່າງ​ໜັກໜາ​ນັ້ນ​ສິ້ນສູນ​ໄປ. ເມກໝອກ​ຈະ​ປົກຄຸມ​ປະເທດ​ເອຢິບ ແລະ​ປະຊາຊົນ​ຕາມ​ເມືອງ​ທັງຫລາຍ​ກໍ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ອິດສະຣາເອນ​ເອີຍ ເຮົາ​ຄິດເຖິງ​ພວກເຈົ້າ​ດັ່ງ​ຄິດເຖິງ​ຊາວ​ເອທີໂອເປຍ. ເຮົາ​ໄດ້​ພາ​ພວກ​ຟີລິດສະຕິນ​ອອກ​ຈາກ​ເກາະ​ກະເຣເຕ ແລະ​ພາ​ພວກ​ຊີເຣຍ​ອອກ​ມາ​ຈາກ​ເມືອງ​ກີຣະ ດັ່ງ​ທີ່​ເຮົາ​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ.


ພວກເຈົ້າ​ຊາວ​ເມືອງ​ຊາເຟຍ​ເອີຍ ຈົ່ງ​ໜີໄປ​ຢູ່​ຕ່າງຖິ່ນ​ຢ່າງ​ເປືອຍຕົວ ແລະ​ອັບອາຍ​ຂາຍໜ້າ​ສາ. ຄົນ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຊາອານານ ບໍ່​ກ້າ​ອອກ​ມາ​ຈາກ​ເມືອງ​ຂອງຕົນ. ເມື່ອໃດ​ພວກເຈົ້າ​ໄດ້ຍິນ​ປະຊາຊົນ​ໃນ​ເມືອງ​ເບັດ​ເອເຊນ​ຮ້ອງໄຫ້​ຮໍ່າໄຮ ເຈົ້າ​ຈົ່ງ​ຮູ້​ວ່າ​ໃນ​ທີ່ນັ້ນ​ບໍ່ມີ​ບ່ອນ​ລີ້ໄພ​ສາ​ແລ້ວ.


ແຕ່​ປະຊາຊົນ​ເມືອງ​ເທເບ​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ. ບັນດາ​ລູກໆ​ຂອງ​ພວກເຂົາ​ໄດ້​ຖືກ​ຕີ​ຈົນຕາຍ​ຢູ່​ຕາມ​ທຸກ​ແຈ​ຂອງ​ຖະໜົນ​ຫົນທາງ. ບັນດາ​ຜູ້ນຳ​ຂອງ​ພວກເຂົາ​ໄດ້​ຖືກ​ລ່າມໂສ້​ຄຸມ​ໄປ ແລະ​ຖືກ​ແບ່ງປັນ​ໃຫ້​ພວກ​ທີ່​ຈັບ​ພວກເຂົາ​ໄປ​ນັ້ນ.


ພຣະອົງ​ຍັງ​ຈະ​ສັງຫານ​ປະຊາຊົນ​ຊາວ​ເອທິໂອເປຍ ​ຄືກັນ.


ສະນັ້ນ ເຮົາ​ຈຶ່ງ​ແນະນຳ​ເຈົ້າ​ໃຫ້​ຊື້​ຄຳ​ທີ່​ຫລອມ​ບໍຣິສຸດ​ແລ້ວ​ຈາກ​ເຮົາ ຊຶ່ງ​ເປັນ​ຄຳ​ແທ້​ເພື່ອ​ເຈົ້າ​ຈະ​ໄດ້​ເປັນ​ຄົນ​ຮັ່ງມີ ແລະ​ຈົ່ງ​ຊື້​ເສື້ອຜ້າ​ຂາວ​ນຸ່ງ​ຫົ່ມ ເພື່ອ​ປົກປິດ​ຮ່າງກາຍ​ອັນ​ໜ້າ​ອັບອາຍ​ຂອງ​ເຈົ້າ ແລະ​ຈົ່ງ​ຊື້​ຢາ​ໃສ່​ຕາ​ຂອງ​ເຈົ້າ ເພື່ອ​ເຈົ້າ​ຈະ​ໄດ້​ເຫັນ​ຮຸ່ງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka