Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 20:2 - ພຣະຄຳພີສັກສິ

2 ກ່ອນ​ໜ້າ​ນັ້ນ​ສາມ​ປີ ພຣະເຈົ້າຢາເວ​ໄດ້​ບອກ​ເອຊາຢາ ລູກຊາຍ​ຂອງ​ອາໂມດ​ໃຫ້​ຖອດ​ເກີບ ແລະ​ແກ້​ເສື້ອ​ທີ່​ຕົນ​ນຸ່ງ​ອອກ. ເພິ່ນ​ໄດ້​ປະຕິບັດ​ຕາມ​ນັ້ນ​ໂດຍ​ຍ່າງ​ໄປມາ​ຕີນ​ເປົ່າ ແລະ​ເປືອຍຕົວ.

Uka jalj uñjjattʼäta Copia luraña




ເອຊາຢາ 20:2
27 Jak'a apnaqawi uñst'ayäwi  

ກະສັດ​ດາວິດ​ໄດ້​ຮ້ອງໄຫ້​ຂຶ້ນ​ໄປ​ເທິງ​ພູເຂົາ​ໝາກກອກເທດ; ເພິ່ນ​ປະ​ຕີນ​ເປົ່າ​ແລະ​ເອົາ​ຜ້າ​ຄຸມ​ຫົວ​ໄວ້​ເປັນ​ເຄື່ອງໝາຍ​ສະແດງ​ເຖິງ​ຄວາມ​ໂສກເສົ້າ. ທຸກຄົນ​ທີ່​ຕິດຕາມ​ເພິ່ນ​ໄປ​ນັ້ນ​ກໍ​ເອົາ​ຜ້າ​ຄຸມ​ຫົວ​ແລະ​ຮ້ອງໄຫ້​ເໝືອນກັນ.


ຕໍ່ມາ ເມື່ອ​ກະສັດ​ດາວິດ​ກັບຄືນ​ເມືອ​ຖາມ​ຂ່າວ​ຄວາມສຸກ​ທຸກ​ຂອງ​ຄອບຄົວ ນາງ​ມີການ​ລູກສາວ​ຂອງ​ກະສັດ​ໂຊນ​ກໍ​ອອກ​ມາ​ພົບ​ເພິ່ນ ແລະ​ເວົ້າ​ວ່າ, “ວັນນີ້ ກະສັດ​ແຫ່ງ​ຊາດ​ອິດສະຣາເອນ​ໄດ້​ສ້າງ​ຊື່ສຽງ​ອັນ​ຍິ່ງໃຫຍ່​ໃຫ້​ຕົນເອງ. ເພິ່ນ​ໄດ້​ແກ້​ຜ້າ​ປະ​ຕົນຕົວ​ດັ່ງ​ຄົນບ້າ ໃຫ້​ພວກ​ສາວໃຊ້​ຂອງ​ບັນດາ​ຂ້າຣາຊການ​ຂອງຕົນ​ເບິ່ງ.”


ພວກເຂົາ​ຕອບ​ເພິ່ນ​ວ່າ, “ລາວ​ນຸ່ງ​ເສື້ອຄຸມ​ທີ່​ເຮັດ​ດ້ວຍ​ໜັງສັດ​ແລະ​ໃສ່ ສາຍໜັງ​ຮັດ​ເລົາຄີງ.” ກະສັດ​ຮ້ອງ​ຂຶ້ນ​ວ່າ, “ແມ່ນ​ເອລີຢາ​ຊາວ​ຕີຊະເບ.”


ພຣະອົງ​ໄດ້​ເຮັດ​ໃຫ້​ຄວາມ​ງ່ວມເຫງົາ​ໝົດໄປ ແລະ​ນຳ​ການ​ຟ້ອນລຳ​ອັນ​ມ່ວນຊື່ນ​ມາ​ແທນທີ່. ພຣະອົງ​ເອົາ​ຄວາມ​ໂສກເສົ້າ​ເສຍໃຈ​ຂອງ​ຂ້ານ້ອຍ​ໜີໄປ ແລະ​ນຳ​ຄວາມ​ຊົມຊື່ນ​ຍິນດີ​ມາ​ລ້ອມຮອບ​ຂ້ານ້ອຍ​ໄວ້.


ພຣະເຈົ້າ​ບອກ​ວ່າ, “ຢ່າ​ຫຍັບ​ເຂົ້າ​ມາ​ໃກ້​ອີກ​ເປັນ​ເດັດຂາດ. ຈົ່ງ​ຖອດ​ເກີບ​ອອກ​ສາ ເພາະວ່າ​ເຈົ້າ​ກຳລັງ​ຢືນ​ຢູ່​ທີ່​ບ່ອນ​ສັກສິດ.


ພຣະທຳ​ເຫຼັ້ມນີ້​ບັນຈຸ​ຖ້ອຍຄຳ​ກ່ຽວກັບ​ອານາຈັກ​ຢູດາຍ ແລະ​ນະຄອນ​ເຢຣູຊາເລັມ ທີ່​ພຣະເຈົ້າ​ໄດ້​ເປີດເຜີຍ​ໃຫ້​ແກ່​ເອຊາຢາ ລູກຊາຍ​ຂອງ​ອາໂມດ​ໃນ​ຣາຊການ​ຂອງ​ເຈົ້າ​ອຸດຊີຢາ, ເຈົ້າ​ໂຢທາມ, ເຈົ້າ​ອາຮາດ​ແລະ​ເຈົ້າ​ເຮເຊກີຢາ​ປົກຄອງ​ອານາຈັກ​ຢູດາຍ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ນະຄອນ​ບາບີໂລນ ທີ່​ເອຊາຢາ​ລູກຊາຍ​ຂອງ​ອາໂມດ​ໄດ້​ຮັບ​ຈາກ​ພຣະເຈົ້າ.


ເພິ່ນ​ໄດ້​ໃຊ້​ເອລີອາກິມ ຜູ້​ຮັບຜິດຊອບ​ວັງ, ເຊັບນາ​ເລຂາທິການ ແລະ​ພວກ​ປະໂຣຫິດ​ອາວຸໂສ​ໄປ​ຫາ​ຜູ້ທຳນວາຍ​ເອຊາຢາ​ລູກຊາຍ​ຂອງ​ອາໂມດ. ພວກເຂົາ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ​ເຊັ່ນກັນ.


ພວກເຂົາ​ທຸກຄົນ​ໄດ້​ແຖ​ຫົວ ແລະ​ຕັດ​ໜວດ. ພວກເຂົາ​ທຸກຄົນ​ໄດ້​ປາດ​ມື​ຂອງຕົນເອງ ແລະ​ໄດ້​ນຸ່ງ​ຜ້າ​ກະສອບເຂົ້າ.


ຢ່າ​ໃຫ້​ຜູ້ໃດ​ໄດ້ຍິນ​ສຽງ​ເຈົ້າ​ສະອຶກ​ສະອື້ນ. ຢ່າ​ໄວ້ທຸກ​ໂດຍ​ໄປມາ​ບໍ່ມີ​ຜ້າປົກ​ຫົວ ຫລື​ຍ່າງ​ຕີນ​ເປົ່າ. ຢ່າ​ປົກ​ໜ້າ ຫລື​ກິນ​ອາຫານ​ທີ່​ຄົນ​ໄວ້ທຸກ​ກິນ.”


ພວກເຈົ້າ​ຈະ​ບໍ່​ໄປມາ​ໂດຍ​ບໍ່ມີ​ຜ້າປົກ​ຫົວ ແລະ​ຈະ​ບໍ່​ຍ່າງ​ຕີນ​ເປົ່າ ຫລື​ໄວ້ທຸກ ຫລື​ຮ້ອງໄຫ້. ພວກເຈົ້າ​ຈະ​ຈ່ອຍຜອມ​ຍ້ອນ​ການບາບ​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ຄໍ່າຄວນ​ຕໍ່​ກັນແລະກັນ.


ພຣະເຈົ້າ​ໄດ້​ກ່າວ​ວ່າ, “ມະນຸດ​ເອີຍ ຈົ່ງ​ເອົາ​ດິນຈີ່​ກ້ອນ​ໜຶ່ງ​ມາ​ວາງ​ໄວ້​ຢູ່​ຕໍ່ໜ້າ​ເຈົ້າ ແລະ​ແກະ​ຮູບ​ເມືອງ​ໜຶ່ງ​ທີ່​ສະແດງ​ເຖິງ​ນະຄອນ​ເຢຣູຊາເລັມ​ໃສ່​ເທິງ​ດິນຈີ່​ກ້ອນ​ນັ້ນ.


ພວກເຈົ້າ​ຊາວ​ເມືອງ​ຊາເຟຍ​ເອີຍ ຈົ່ງ​ໜີໄປ​ຢູ່​ຕ່າງຖິ່ນ​ຢ່າງ​ເປືອຍຕົວ ແລະ​ອັບອາຍ​ຂາຍໜ້າ​ສາ. ຄົນ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຊາອານານ ບໍ່​ກ້າ​ອອກ​ມາ​ຈາກ​ເມືອງ​ຂອງຕົນ. ເມື່ອໃດ​ພວກເຈົ້າ​ໄດ້ຍິນ​ປະຊາຊົນ​ໃນ​ເມືອງ​ເບັດ​ເອເຊນ​ຮ້ອງໄຫ້​ຮໍ່າໄຮ ເຈົ້າ​ຈົ່ງ​ຮູ້​ວ່າ​ໃນ​ທີ່ນັ້ນ​ບໍ່ມີ​ບ່ອນ​ລີ້ໄພ​ສາ​ແລ້ວ.


ແລ້ວ​ມີກາ​ກໍໄດ້​ກ່າວ​ວ່າ, “ຍ້ອນ​ເຫດການ​ເຫຼົ່ານີ້​ແຫຼະ ຂ້ອຍ​ຈຶ່ງ​ໂສກເສົ້າ​ແລະ​ຄໍ່າຄວນ. ເພື່ອ​ສະແດງ​ເຖິງ​ຄວາມທຸກໃຈ, ຂ້ອຍ​ຈະ​ຍ່າງ​ໄປ​ຕີນ​ເປົ່າ​ແລະ​ເປືອຍຕົວ. ຂ້ອຍ​ຈະ​ຫອນ​ເໝືອນ​ດັ່ງ​ໝາປ່າ ແລະ​ອືດຄາງ​ເໝືອນ​ດັ່ງ​ນົກ​ກະຈອກເທດ.


ເມື່ອ​ເວລາ​ມາ​ເຖິງ ຈະ​ບໍ່ມີ​ຜູ້ທຳນວາຍ​ຄົນໃດ​ອວດອ້າງ​ຈອງຫອງ​ວ່າ ຕົນ​ໄດ້​ເຫັນ​ນິມິດ ຫລື​ສະແດງ​ຕົນ​ເປັນ​ຜູ້ທຳນວາຍ ຫລື​ນຸ່ງ​ເສື້ອຄຸມ​ຂອງ​ຜູ້ທຳນວາຍ​ຫາ​ຫລອກລວງ​ປະຊາຊົນ.


ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກ​ສາວົກ​ວ່າ, “ຖ້າ​ຜູ້ໃດ​ຢາກ​ຕາມ​ເຮົາ​ມາ ໃຫ້​ຜູ້ນັ້ນ​ຕັດ​ສິດ​ຂອງຕົນ, ຮັບ​ແບກ​ໄມ້ກາງແຂນ​ຂອງຕົນ​ແລ້ວ​ຕິດຕາມ​ເຮົາ​ມາ.


ເຄື່ອງນຸ່ງ​ຂອງ​ໂຢຮັນ​ແມ່ນ​ເຮັດ​ດ້ວຍ​ຂົນ​ອູດ ແລະ ເພິ່ນ​ໃຊ້​ສາຍ​ໜັງ​ຮັດ​ແອວ ສ່ວນ​ອາຫານ​ຂອງ​ເພິ່ນ​ແມ່ນ​ຕັກແຕນ​ແລະ​ນໍ້າເຜິ້ງ​ປ່າ


ສາວົກ​ຜູ້​ທີ່​ພຣະເຢຊູເຈົ້າ​ຊົງ​ຮັກ​ບອກ​ເປໂຕ​ວ່າ, “ແມ່ນ​ພຣະອົງເຈົ້າ​ນັ້ນແຫລະ.” ເມື່ອ​ຊີໂມນ​ເປໂຕ​ໄດ້ຍິນ​ວ່າ ແມ່ນ​ພຣະອົງເຈົ້າ ລາວ​ຈຶ່ງ​ຈັບ​ເອົາ​ເສື້ອ​ມາ​ນຸ່ງ​ເພາະ​ຕົນ​ເປືອຍຕົວ​ຢູ່ ແລ້ວ​ໂຕນ​ລົງ​ນໍ້າ.


ຄົນ​ທີ່​ຜີຊົ່ວຮ້າຍ​ເຂົ້າ​ສິງ​ນັ້ນ​ໄດ້​ໂດດ​ໃສ່​ຄົນ​ເຫຼົ່ານີ້ ຕີຕ່ອຍ​ພວກເຂົາ​ຈົນ​ເປັນ​ບາດ​ຕາມ​ຕົນຕົວ ແລະ​ຈີກ​ເສື້ອຜ້າ​ຂອງ​ພວກເຂົາ ຈົນ​ພວກເຂົາ​ແລ່ນ​ປົບໜີໄປ​ແຕ່​ຕົວເປົ່າ.


ລາວ​ມາ​ຫາ​ພວກເຮົາ ແລະ​ເອົາ​ສາຍຮັດແອວ​ຂອງ​ໂປໂລ​ມັດ​ຕີນ​ມັດ​ມື​ຂອງ​ຕົນເອງ ແລະ​ກ່າວ​ວ່າ, “ພຣະວິນຍານ​ບໍຣິສຸດເຈົ້າ​ກ່າວ​ດັ່ງນີ້: ເຈົ້າຂອງ​ສາຍຮັດແອວ​ນີ້ ຈະ​ຖືກ​ມັດ​ຢ່າງ​ດຽວກັນ​ນີ້ ໂດຍ​ພວກ​ຢິວ​ໃນ​ນະຄອນ​ເຢຣູຊາເລັມ ແລະ​ພວກເຂົາ​ຈະ​ມອບ​ເພິ່ນ​ໃຫ້​ແກ່​ຄົນຕ່າງຊາດ.”


ຜູ້​ບັນຊາການ​ກອງທັບ​ຂອງ​ພຣະເຈົ້າຢາເວ​ໄດ້​ບອກ​ໂຢຊວຍ​ວ່າ, “ຈົ່ງ​ຖອດ​ເກີບ​ຂອງ​ເຈົ້າ​ອອກ ເຈົ້າ​ກຳລັງ​ຢືນ​ຢູ່​ບ່ອນ​ສັກສິດ.” ແລ້ວ​ໂຢຊວຍ​ກໍ​ປະຕິບັດ​ຕາມ​ທີ່​ເພິ່ນ​ໄດ້​ບອກ​ນັ້ນ.


ເຮົາ​ຈະ​ໃຊ້​ພະຍານ​ທັງສອງ​ຂອງເຮົາ​ມາ ພວກເຂົາ​ຈະ​ນຸ່ງ​ເສື້ອ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ ແລະ​ຈະ​ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ ໃນ​ລະຫວ່າງ​ພັນ​ສອງຮ້ອຍ​ຫົກສິບ​ວັນ.”


ເພິ່ນ​ແກ້​ເຄື່ອງນຸ່ງ​ອອກ, ຟ້ອນລຳ ແລະ​ຮ້ອງໂຮ​ຢູ່​ຕໍ່ໜ້າ​ຊາມູເອນ. ແລ້ວ​ເພິ່ນ​ກໍ​ນອນ​ເປືອຍກາຍ​ຢູ່​ຕະຫລອດ​ວັນ​ຕະຫລອດ​ຄືນ. (ຄົນ​ຈຶ່ງ​ເວົ້າ​ຊ່າລື​ກັນ​ໄປ​ວ່າ, “ໂຊນ​ໄດ້​ກາຍເປັນ​ຜູ້ທຳນວາຍ​ແລ້ວ​ຫລື​ນີ້?”)


Jiwasaru arktasipxañani:

Anuncios ukanaka


Anuncios ukanaka