Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 2:9 - ພຣະຄຳພີສັກສິ

9 ທຸກຄົນ​ຈະ​ຖືກ​ລົດກຽດ​ແລະ​ຖືກ​ອັບອາຍ​ຂາຍໜ້າ, ຂໍ​ຢ່າ​ຍົກໂທດ​ໃຫ້​ພວກເຂົາ​ເລີຍ.

Uka jalj uñjjattʼäta Copia luraña




ເອຊາຢາ 2:9
16 Jak'a apnaqawi uñst'ayäwi  

ຂໍ​ຢ່າ​ໄດ້​ຍົກໂທດ​ຄວາມ​ຊົ່ວຊ້າ​ທີ່​ພວກເຂົາ​ໄດ້​ເຮັດ ແລະ​ຂໍ​ຢ່າ​ລືມ​ການບາບ​ຂອງ​ພວກເຂົາ; ເພາະ​ພວກເຂົາ​ໄດ້​ໝິ່ນປະໝາດ​ພວກ​ຂ້ານ້ອຍ ຜູ້​ທີ່​ກຳລັງ​ສ້າງ​ເມືອງ​ນີ້​ຂຶ້ນ​ໃໝ່.”


ທັງ​ຜູ້ໃຫຍ່​ແລະ​ຜູ້ນ້ອຍ​ກໍ​ເໝືອນກັນ ທັງ​ຄົນ​ຮັ່ງມີ​ແລະ​ຄົນ​ຍາກຈົນ​ດ້ວຍ.


ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ເອີຍ ຂໍ​ຊົງ​ໂຜດ​ມາ​ຊ່ວຍ​ຂ້ານ້ອຍ​ດ້ວຍ ຈົ່ງ​ລຸກ​ຂຶ້ນ​ເພື່ອ​ລົງໂທດ​ຄົນ​ອະທຳ ຢ່າ​ສຳແດງ​ຄວາມ​ເມດຕາ​ຕໍ່​ຄົນ​ທໍລະຍົດ​ທີ່​ຊົ່ວຊ້າ​ເຫຼົ່ານັ້ນ.


ມະນຸດ​ຊາດ​ລ້ວນແຕ່​ປຽບ​ດັ່ງ​ລົມຫາຍໃຈ ຜູ້ໃຫຍ່​ຫລື​ຜູ້ນ້ອຍ​ກໍຕາມ ໄຮ້​ຄ່າ​ເໝືອນກັນ. ເມື່ອ​ນຳ​ພວກເຂົາ​ມາ​ຊັ່ງ​ເບິ່ງ​ກໍ​ບໍ່ມີ​ນໍ້າໜັກ​ຫຍັງເລີຍ ພວກເຂົາ​ເບົາກວ່າ​ລົມຫາຍໃຈ​ອີກ​ຊໍ້າ.


ງ່າໄມ້​ກໍ​ຫ່ຽວແຫ້ງ​ແລະ​ຫັກ​ລົງ ແລະ​ພວກຜູ້ຍິງ​ກໍ​ໄປ​ເກັບ​ເອົາ​ມາ​ເຮັດ​ຟືນ. ຍ້ອນ​ປະຊາຊົນ​ບໍ່ໄດ້​ເຂົ້າໃຈ​ຫຍັງ ພຣະເຈົ້າ​ອົງ​ເປັນ​ພຣະຜູ້​ສ້າງ​ຂອງ​ພວກເຂົາ​ຈຶ່ງ​ຈະ​ບໍ່​ໃຫ້​ຄວາມ​ເມດຕາປານີ ຫລື​ສະແດງ​ຄວາມ​ອີດູຕົນ​ໃດໆ​ແກ່​ພວກເຂົາ​ເລີຍ.


ທຸກຄົນ​ຈະ​ຖືກ​ອັບອາຍ​ຂາຍໜ້າ ແລະ​ຜູ້​ທີ່​ອວດອົ່ງ​ຈອງຫອງ​ຈະ​ຖ່ອມຕົວ.


ແຕ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ສຳແດງ​ຣິດທານຸພາບ​ຂອງ​ພຣະອົງ​ໂດຍ​ເຮັດ​ໃນ​ສິ່ງ​ທີ່​ຍຸດຕິທຳ ແລະ​ເປີດເຜີຍ​ໃຫ້​ເຫັນ​ຄວາມ​ບໍຣິສຸດ​ຂອງ​ພຣະອົງ ໂດຍ​ຕັດສິນ​ປະຊາຊົນ​ຂອງ​ພຣະອົງ.


ພວກເຈົ້າ​ໃສ່​ນໍ້າຫອມ​ແລະ​ທາ​ນວດ​ສະເໜ່​ໄປ​ຂາບໄຫວ້​ພະ​ໂມເລັກ. ເພື່ອ​ຈະ​ໄດ້​ບັນດາ​ພະ​ມາ​ຂາບໄຫວ້ ພວກເຈົ້າ​ໄດ້​ສົ່ງ​ຄະນະທູດ​ໄປ​ສູ່​ແດນໄກ​ໄປ​ຮອດ​ແມ່ນແຕ່​ແດນ​ຂອງ​ຄົນຕາຍ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຮູ້​ແຜນການ​ຂອງ​ພວກເຂົາ​ທັງໝົດ ທີ່​ຈະ​ສັງຫານ​ຂ້ານ້ອຍ. ຂໍ​ຢ່າ​ອະໄພ​ຄວາມຜິດ ແລະ​ຍົກໂທດ​ໃຫ້​ພວກເຂົາ​ເລີຍ. ຈົ່ງ​ເຮັດ​ໃຫ້​ພວກເຂົາ​ລົ້ມລົງ​ຢ່າງ​ພ່າຍແພ້ ແລະ​ຈັດການ​ກັບ​ພວກເຂົາ​ດ້ວຍ​ຄວາມ​ໂກດຮ້າຍ​ສາ​ເຖີດ.”


ແຕ່​ຜູ້ໃດ​ກໍຕາມ​ທີ່​ເວົ້າ​ໝິ່ນປະໝາດ​ຕໍ່ສູ້​ພຣະວິນຍານ​ບໍຣິສຸດເຈົ້າ ຈະ​ບໍ່ໄດ້​ຮັບ​ການອະໄພ​ຈັກເທື່ອ, ແຕ່​ລາວ​ຈະ​ມີ​ໂທດ​ຕະຫລອດໄປ.” (


ດ້ວຍວ່າ, ທຸກຄົນ​ໄດ້​ເຮັດ​ຜິດບາບ ແລະ​ຂາດ​ຈາກ​ພຣະ​ຣັດສະໝີ​ຂອງ​ພຣະເຈົ້າ;


ຢ່າ​ໃຫ້​ຜູ້ໃດ​ໄດ້​ສໍ້ໂກງ​ເອົາ​ລາງວັນ​ຂອງ​ເຈົ້າ​ທັງຫລາຍ ດ້ວຍ​ໃຊ້​ກິຣິຍາ​ທຳທ່າ​ເປັນ​ຜູ້​ຖ່ອມຕົວ​ລົງ ໄຫວ້​ເທວະດາ ແລະ ໄຝ່ຝັນ​ຢູ່​ໃນ​ນິມິດ​ທີ່​ເຂົາ​ເຫັນ ແລະ​ອວດອ້າງ​ຕົວ​ຂຶ້ນ​ເປົ່າໆ​ດ້ວຍ​ຄວາມ​ຄິດ​ຢ່າງ​ທຳມະດາ​ມະນຸດ


ຈິງ​ຢູ່ ສິ່ງ​ເຫຼົ່ານີ້​ເບິ່ງ​ທ່າທີ​ເໝືອນ​ມີ​ປັນຍາ ຄື​ການ​ເຕັມໃຈ​ນະມັດສະການ, ການ​ຖ່ອມຕົວ​ລົງ, ການ​ທໍລະມານ​ຮ່າງກາຍ ຊຶ່ງ​ບໍ່ມີ​ປະໂຫຍດ​ອັນ​ໃດ ໃນ​ການ​ຕໍ່ສູ້​ກັບ​ຄວາມ​ປາຖະໜາ​ຝ່າຍ​ເນື້ອກາຍ.


ໂຢຊວຍ​ໄດ້​ກ່າວ​ແກ່​ປະຊາຊົນ​ວ່າ, “ແຕ່​ພວກເຈົ້າ​ບໍ່​ອາດ​ຈະ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ​ໄດ້​ດອກ. ພຣະອົງ​ເປັນ​ພຣະເຈົ້າ​ອົງ​ບໍຣິສຸດ, ພຣະອົງ​ເປັນ​ພຣະເຈົ້າ​ຜູ້​ຫວງແຫນ ແລະ​ພຣະອົງ​ຈະ​ບໍ່​ອະໄພ​ການລະເມີດ ຫຼື​ການບາບ​ຂອງ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka