ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ກ່າວຕໍ່ສູ້ກະສັດບາອາຊາ ແລະຄອບຄົວຂອງເພິ່ນ, ໂດຍກ່າວຜ່ານທາງຜູ້ທຳນວາຍເຢຮູລູກຊາຍຂອງຮານານີນັ້ນ ເພາະເຫດຜົນສອງປະການດັ່ງນີ້: ປະການທີໜຶ່ງ ຍ້ອນກະສັດບາອາຊາກັບຄອບຄົວຂອງເພິ່ນໄດ້ເຮັດບາບຕໍ່ສູ້ພຣະອົງ ແລະຍົວະເຍົ້າພຣະເຈົ້າຢາເວໃຫ້ໂກດຮ້າຍໂດຍເຮັດສິ່ງທີ່ຊົ່ວຊ້າ ເໝືອນກັນກັບກະສັດເຢໂຣໂບອາມ ແລະຄອບຄົວ; ປະການທີສອງ ຍ້ອນເພິ່ນເອງໄດ້ສັງຫານເຊື້ອສາຍທັງໝົດຂອງເຈົ້າເຢໂຣໂບອາມ.