ເອຊາຢາ 2:6 - ພຣະຄຳພີສັກສິ6 ໂອພຣະເຈົ້າເອີຍ ພຣະອົງໄດ້ປະຖິ້ມປະຊາຊົນຂອງພຣະອົງສາແລ້ວ ຄືເຊື້ອສາຍຂອງຢາໂຄບ ດິນແດນເຕັມແຕ່ການໃຊ້ເວດມົນຄາຖາ ຈາກທິດຕາເວັນອອກແລະຈາກຟີລິດສະຕິນ. ປະຊາຊົນຕ່າງກໍເຮັດຕາມປະເພນີຂອງຊາວຕ່າງຊາດ. Uka jalj uñjjattʼäta |
ແລະລາວໄດ້ເຂົ້າໄປພົບກະສັດອາສາ. ລາວຮ້ອງຂຶ້ນວ່າ, “ຂ້າແດ່ພະຣາຊາ ແລະພວກທ່ານທີ່ເປັນຊາວຢູດາແລະຊາວເບັນຢາມິນເອີຍ ຈົ່ງຟັງຂ້ານ້ອຍເຖີດ ພຣະເຈົ້າຢາເວຈະສະຖິດຢູ່ນຳພວກທ່ານ ຕາບໃດທີ່ພວກທ່ານຢູ່ກັບພຣະອົງ. ຖ້າພວກທ່ານຊອກຫາພຣະອົງ ພຣະອົງກໍຈະໃຫ້ພວກທ່ານໄດ້ພົບພຣະອົງ; ແຕ່ຖ້າພວກທ່ານຫັນໜີຈາກພຣະອົງ ພຣະອົງກໍຈະປະຖິ້ມພວກທ່ານ.
ແລ້ວພຣະວິນຍານຂອງພຣະເຈົ້າໄດ້ຄວບຄຸມເຊກາຣີຢາລູກຊາຍຂອງປະໂຣຫິດເຢໂຮຍອາດາ. ເພິ່ນໄດ້ຢືນຂຶ້ນໃນບ່ອນທີ່ປະຊາຊົນເຫັນເພິ່ນໄດ້ ແລະຮ້ອງຂຶ້ນວ່າ, “ພຣະເຈົ້າຖາມວ່າ, ເປັນຫຍັງພວກທ່ານຈຶ່ງບໍ່ເຊື່ອຟັງຂໍ້ຄຳສັ່ງຂອງພຣະເຈົ້າຢາເວ ແລະກຳລັງນຳເອົາຄວາມຈິບຫາຍມາສູ່ພວກທ່ານເອງ ພວກທ່ານໄດ້ປະຖິ້ມພຣະເຈົ້າຢາເວ. ສະນັ້ນ ພຣະອົງຈຶ່ງຈະປະຖິ້ມພວກທ່ານເໝືອນກັນ.”