Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 2:5 - ພຣະຄຳພີສັກສິ

5 ບັດນີ້ ເຊື້ອສາຍ​ຂອງ​ຢາໂຄບ​ເອີຍ ໃຫ້​ພວກເຮົາ​ເດີນ​ໄປ​ໃນ​ຄວາມ​ສະຫວ່າງ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ນັ້ນ​ເທີ້ນ.

Uka jalj uñjjattʼäta Copia luraña




ເອຊາຢາ 2:5
16 Jak'a apnaqawi uñst'ayäwi  

ຂໍ​ຊົງ​ໂຜດ​ສືບຕໍ່​ໃຫ້​ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ແກ່​ຜູ້​ທີ່​ຮູ້ຈັກ​ພຣະອົງ ແລະ​ໃຫ້​ພຣະຄຸນ​ຄວາມດີ​ຂອງ​ພຣະອົງ​ແກ່​ຜູ້​ທີ່​ຊອບທຳ​ດ້ວຍ.


ຂ້າແດ່​ພຣະເຈົ້າຢາເວ ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ນະມັດສະການ​ພຣະອົງ​ດ້ວຍ​ສຽງ​ເພງ ພວກເຂົາ​ດຳເນີນ​ຢູ່​ໃນ​ຄວາມ​ສະຫວ່າງ ແຫ່ງ​ພຣະເມດຕາ​ຂອງ​ພຣະອົງ.


ຍ້ອນ​ພຣະອົງ ພວກເຂົາ​ຈຶ່ງ​ຊົມຊື່ນ​ຍິນດີ​ຕະຫລອດ​ວັນ ແລະ​ພວກເຂົາ​ຍ້ອງຍໍ​ສັນລະເສີນ​ຄວາມ​ຍຸດຕິທຳ​ຂອງ​ພຣະອົງ.


ປະຊາຊົນ​ຫລາຍ​ຊົນຊາດ​ຈະ​ພາກັນ​ກ່າວ​ວ່າ, “ໃຫ້​ພວກເຮົາ​ຂຶ້ນ​ໄປ​ເທິງ​ພູເຂົາ​ຂອງ​ພຣະເຈົ້າຢາເວ​ເດີ ສູ່​ວິຫານ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ພຣະອົງ​ຈະ​ສັ່ງສອນ​ພວກເຮົາ​ເຖິງ​ສິ່ງ​ທີ່​ພຣະອົງ​ຢາກ​ໃຫ້​ເຮັດ. ພວກເຮົາ​ຈະ​ພາກັນ​ຍ່າງ​ຕາມ​ຮ່ອມ​ແຫ່ງ​ຫົນທາງ ທີ່​ພຣະອົງ​ໄດ້​ເລືອກສັນ​ໄວ້​ແລ້ວ​ນັ້ນ. ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ມາ​ແຕ່​ນະຄອນ​ເຢຣູຊາເລັມ ແຕ່​ພູເຂົາ​ຊີໂອນ​ທີ່​ພຣະອົງ​ກ່າວ​ແກ່​ປະຊາຊົນ​ນັ້ນ.”


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຈົ່ງ​ຮ້ອງ​ດັງໆ​ຈົນ​ສຸດ​ສຽງ​ເຖີດ ຈົ່ງ​ບອກ​ປະຊາຊົນ​ອິດສະຣາເອນ​ຂອງເຮົາ​ກ່ຽວກັບ​ການບາບ​ຂອງ​ພວກເຂົາ


ເພື່ອ​ຈະ​ສ່ອງ​ສະຫວ່າງ​ແກ່​ຄົນ​ທັງຫລາຍ​ ທີ່​ຢູ່​ໃນ​ບ່ອນ​ມືດ ແລະ​ຢູ່​ໃນ​ເງົາ​ ຂອງ​ຄວາມ​ຕາຍ ເພື່ອ​ຈະ​ນຳພາ​ຕີນ​ຂອງເຮົາ​ໄປ​ ໃນ​ທາງ​ສະຫງົບສຸກ.”


ເມື່ອ​ກ່ອນ​ພວກເຈົ້າ​ເຄີຍ​ຢູ່​ໃນ​ຄວາມມືດ ແຕ່​ເນື່ອງ​ຈາກ​ວ່າ​ພວກເຈົ້າ​ໄດ້​ກາຍເປັນ​ໄພ່ພົນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພວກເຈົ້າ​ຈຶ່ງ​ຢູ່​ໃນ​ຄວາມ​ສະຫວ່າງ. ດັ່ງນັ້ນ ພວກເຈົ້າ​ຈົ່ງ​ດຳເນີນ​ຊີວິດ ເໝືອນ​ດັ່ງ​ຄົນ​ທີ່​ຢູ່​ຝ່າຍ​ຄວາມ​ສະຫວ່າງ​ແລ້ວ.


ນີ້ແຫລະ ເປັນ​ຖ້ອຍຄຳ​ທີ່​ພວກເຮົາ​ໄດ້ຍິນ​ຈາກ​ພຣະອົງ ແລະ​ປະກາດ​ແກ່​ພວກເຈົ້າ​ວ່າ, ພຣະເຈົ້າ​ຊົງ​ເປັນ​ຄວາມ​ສະຫວ່າງ ໃນ​ພຣະອົງ​ບໍ່ມີ​ຄວາມມືດ​ເລີຍ.


ແຕ່​ຖ້າ​ພວກເຮົາ​ດຳເນີນ​ຊີວິດ​ຢູ່​ໃນ​ຄວາມ​ສະຫວ່າງ ເໝືອນ​ດັ່ງ​ພຣະອົງ​ຊົງ​ຢູ່​ໃນ​ຄວາມ​ສະຫວ່າງ ພວກເຮົາ​ກໍ​ຮ່ວມ​ສາມັກຄີທຳ​ຊຶ່ງກັນແລະກັນ ແລະ​ພຣະ​ໂລຫິດ​ຂອງ​ພຣະເຢຊູເຈົ້າ ພຣະບຸດ​ຂອງ​ພຣະອົງ ກໍ​ຊຳລະ​ເຮົາ​ທັງຫລາຍ​ຈາກ​ການ​ຜິດບາບ​ທັງ​ສິ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka