ເອຊາຢາ 2:4 - ພຣະຄຳພີສັກສິ4 ພຣະອົງຈະຕັດສິນການຂັດແຍ່ງ ໃນທ່າມກາງຊົນຊາດທັງຫລາຍ. ພວກເຂົາຈະຕີດາບເປັນໝາກສົບໄຖ ແລະຕີຫອກເປັນມີດຕອນຕົ້ນໄມ້. ຊົນຊາດທັງຫລາຍຈະບໍ່ເຮັດເສິກອີກຕໍ່ໄປ ຈະບໍ່ຕຽມເຂົ້າສູ່ການສົງຄາມອີກຈັກເທື່ອ. Uka jalj uñjjattʼäta |
ເຊືອກກາງຜ້າໃບຂອງເຮືອກໍບໍ່ມີປະໂຫຍດ; ຜ້າໃບແລ່ນເຮືອກໍໃຊ້ການບໍ່ໄດ້ ພວກເຈົ້າຈະຢຶດຊັບສົມບັດອັນມະຫາສານຂອງກອງທັບເຫຼົ່າສັດຕູຈົນໝົດ ແມ່ນແຕ່ຄົນຂາພິການກໍໄດ້ຮັບສ່ວນແບ່ງ. ເພາະພຣະເຈົ້າຢາເວເປັນຜູ້ຕັດສິນຂອງພວກເຮົາ, ພຣະເຈົ້າຢາເວເປັນຜູ້ໃຫ້ກົດໝາຍຂອງພວກເຮົາ, ພຣະເຈົ້າຢາເວເປັນກະສັດຂອງພວກເຮົາ; ພຣະອົງຈະຊ່ວຍພວກເຮົາໃຫ້ພົ້ນ.