22 ຢ່າເຊື່ອໝັ້ນຕາຍໃຈໃນມະນຸດທີ່ຕາຍເປັນ. ພວກເຂົາມີຄ່າຫຍັງແດ່?
ແລ້ວພຣະເຈົ້າຢາເວພຣະເຈົ້າກໍເອົາຂີ້ດິນແຕ່ພື້ນດິນ ມາປັ້ນເປັນຊາຍ ແລະເປົ່າລົມຫາຍໃຈໃສ່ຮູດັງຂອງຊາຍທີ່ຖືກປັ້ນຂຶ້ນມານັ້ນໃຫ້ມີຊີວິດ ແລະຊາຍທີ່ຖືກປັ້ນນັ້ນກໍໄດ້ເລີ່ມມີຊີວິດ.
ທຸກໆສິ່ງທີ່ຫາຍໃຈໄດ້ເທິງແຜ່ນດິນໂລກໄດ້ຕາຍໄປໝົດ.
ຕາບໃດທີ່ຂ້ອຍນີ້ຍັງມີຊີວິດຢູ່ ທີ່ພຣະເຈົ້າໂຜດໃຫ້ຂ້ອຍມີລົມຫາຍໃຈ,
ຢ່າມອບຄວາມຫວັງຂອງເຈົ້າໄວ້ໃນບັນດາຜູ້ນຳ ບໍ່ມີມະນຸດຄົນໃດອາດຊ່ວຍເຈົ້າໃຫ້ພົ້ນໄດ້.
ມະນຸດຊາດລ້ວນແຕ່ປຽບດັ່ງລົມຫາຍໃຈ ຜູ້ໃຫຍ່ຫລືຜູ້ນ້ອຍກໍຕາມ ໄຮ້ຄ່າເໝືອນກັນ. ເມື່ອນຳພວກເຂົາມາຊັ່ງເບິ່ງກໍບໍ່ມີນໍ້າໜັກຫຍັງເລີຍ ພວກເຂົາເບົາກວ່າລົມຫາຍໃຈອີກຊໍ້າ.
ມະນຸດສຳຄັນຫຍັງແດ່ທີ່ພຣະອົງຕ້ອງຄິດເຖິງພວກເຂົາ ມະນຸດທີ່ຕາຍເປັນ ສຳຄັນຫຍັງທີ່ພຣະອົງຕ້ອງຫ່ວງໃຍພວກເຂົາ?
ສຳລັບພຣະອົງແລ້ວຊົນຊາດຕ່າງໆໄຮ້ຄ່າໝົດ ພວກເຂົາເທົ່າທຽມກັບຢອດນໍ້າຢອດໜຶ່ງເທົ່ານັ້ນ; ພວກເຂົາເປັນພຽງແຕ່ຂີ້ຝຸ່ນທີ່ຊັ່ງເທິງຊີງ ໝູ່ເກາະກໍເປັນພຽງແຕ່ຂີ້ຝຸ່ນດິນສວດຂຶ້ນ.
ຕໍ່ໜ້າພຣະອົງຊົນຊາດຕ່າງໆໄຮ້ຄ່າທັງໝົດ ພວກເຂົາບໍ່ມີປະໂຫຍດຫຍັງຕໍ່ພຣະອົງຈັກດີ້.
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເຮົາຄືຜູ້ທີ່ເຮັດໃຫ້ ພວກເຈົ້າໄດ້ກຳລັງເຂັ້ມແຂງຂຶ້ນໃໝ່. ເປັນຫຍັງພວກເຈົ້າຈຶ່ງຢ້ານມະນຸດທີ່ຕາຍເປັນ ພວກທີ່ບໍ່ຍືນຍົງລື່ນຕົ້ນຫຍ້າ?
ພຣະເຈົ້າຢາເວກ່າວວ່າ, “ຄົນໃດທີ່ວາງໃຈໃນມະນຸດ ແລະວາງໃຈໃນກຳລັງຂອງຕົນ ແລະໃຈຂອງຕົນຫັນໜີໄປຈາກພຣະເຈົ້າຢາເວ ຄົນນັ້ນກໍເປັນທີ່ສາບແຊ່ງແລ້ວ.
ຕາມທີ່ພວກເຮົາເຫັນແລ້ວ ຄົນຈອງຫອງແມ່ນຄົນພວກໜຶ່ງທີ່ມີຄວາມສຸກ. ຄົນຊົ່ວບໍ່ແມ່ນຮັ່ງມີເທົ່ານັ້ນ ແຕ່ພວກເຂົາຍັງທົດລອງພຣະເຈົ້າດ້ວຍການເຮັດຊົ່ວ ແລະພວກເຂົາກໍບໍ່ໄດ້ຮັບໂທດຫຍັງເລີຍ.”’
ພວກເຈົ້າບໍ່ຮູ້ວ່າ ຊີວິດຂອງພວກເຈົ້າຈະເປັນຢ່າງໃດໃນມື້ອື່ນ? ພວກເຈົ້າເປັນດັ່ງໝອກທີ່ປາກົດຢູ່ພຽງຊົ່ວຄາວ ແລ້ວກໍຈາງຫາຍໄປ.