Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 2:20 - ພຣະຄຳພີສັກສິ

20 ເມື່ອ​ວັນ​ນັ້ນ​ມາ​ເຖິງ ພວກເຂົາ​ຈະ​ໂຍນ​ຮູບເຄົາຣົບ​ເປັນ​ເງິນ​ເປັນ​ຄຳ ທີ່​ພວກເຂົາ​ໄດ້​ສ້າງ​ຂຶ້ນ​ນັ້ນ​ຖິ້ມ​ເສຍ ແລະ​ປະ​ໃຫ້​ເປັນ​ບ່ອນ​ຢູ່​ຂອງ​ໂຕໜູ​ແລະ​ໂຕ​ເຈຍ.

Uka jalj uñjjattʼäta Copia luraña




ເອຊາຢາ 2:20
17 Jak'a apnaqawi uñst'ayäwi  

ດັ່ງນັ້ນ ພວກເຂົາ​ຈຶ່ງ​ເອົາ​ຮູບ​ພະ​ທັງໝົດ​ຂອງ​ຄົນຕ່າງຊາດ ຊຶ່ງ​ພວກເຂົາ​ມີ​ຢູ່​ກັບ​ຕຸ້ມຫູ​ທີ່​ພວກເຂົາ​ໃສ່​ຢູ່​ມອບ​ໃຫ້​ຢາໂຄບ. ເພິ່ນ​ໄດ້​ເອົາ​ເຄື່ອງ​ເຫຼົ່ານີ້​ໄປ​ຝັງ​ໄວ້​ໃຕ້​ຕົ້ນ​ໝາກກໍ່​ໃກ້​ກັບ​ເມືອງ​ຊີເຄມ.


ພຣະອົງ​ຕັ້ງ​ເວລາ​ສຳລັບ​ພົບພໍ້ ແລະ​ເວລາ​ສຳລັບ​ສູນເສຍ​ໄປ ເວລາ​ສຳລັບ​ເກັບ​ຮັກສາ​ໄວ້ ແລະ​ເວລາ​ສຳລັບ​ໂຍນ​ຖິ້ມ​ໄປ


ພວກເຈົ້າ​ຈະ​ເຮັດ​ຢ່າງໃດ​ເມື່ອ​ພຣະເຈົ້າ​ລົງໂທດ​ພວກເຈົ້າ? ພວກເຈົ້າ​ຈະ​ເຮັດ​ຢ່າງໃດ ເມື່ອ​ພຣະອົງ​ນຳ​ໄພພິບັດ​ຈາກ​ດິນແດນ​ທີ່​ຫ່າງໄກ​ມາ​ສູ່​ພວກເຈົ້າ? ພວກເຈົ້າ​ຈະ​ແລ່ນ​ໄປ​ຫາ​ຜູ້ໃດ​ໃຫ້​ມາ​ຊ່ວຍເຫລືອ? ພວກເຈົ້າ​ຈະ​ເຊື່ອງ​ຊັບສົມບັດ​ຂອງ​ພວກເຈົ້າ​ໄວ້​ຢູ່​ທີ່ໃດ?


ພວກເຂົາ​ຈະ​ບໍ່​ເພິ່ງພາ​ອາໄສ​ແທ່ນບູຊາ ທີ່​ພວກເຂົາ​ໄດ້​ເຮັດ​ດ້ວຍ​ມື​ຂອງ​ເຂົາເອງ ຫລື​ໄວ້ວາງໃຈ​ໃນ​ສີມື​ຂອງຕົນເອງ​ອີກ​ຕໍ່ໄປ ເຊັ່ນ: ຮູບ​ເຈົ້າແມ່​ອາເຊຣາ​ແລະ​ແທ່ນເຜົາ​ເຄື່ອງຫອມ​ບູຊາ​ຕ່າງໆ.


ພວກເຈົ້າ​ຈະ​ເອົາ​ຮູບເຄົາຣົບ​ທີ່​ໂອບ​ດ້ວຍ​ເງິນ ແລະ​ຄຳ ໂຍນ​ຖິ້ມ​ອອກ​ໄປ​ດັ່ງ​ຂອງ​ເປິເປື້ອນ​ໂດຍ​ຮ້ອງ​ວ່າ, “ໜີໄປ​ໃຫ້​ພົ້ນ!”


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ພວກເຈົ້າ​ທຸກຄົນ​ຈະ​ໂຍນ​ຮູບເຄົາຣົບ​ເປັນ​ເງິນ ເປັນ​ຄຳ ອັນ​ພາ​ໃຫ້​ພວກເຈົ້າ​ເຮັດ​ບາບ​ນັ້ນ​ຖິ້ມ.


ພຣະອົງ​ບໍ່​ເປັນ​ດັ່ງ​ຮູບເຄົາຣົບ​ທີ່​ຖືກ​ສ້າງ​ດ້ວຍ​ມື ທີ່​ຊ່າງ​ໂລຫະ​ເຄືອບ​ຄຳ​ທັງ​ໃຊ້​ເງິນ​ຫລໍ່​ຕີນ​ດ້ວຍ.


“ນີ້​ຄື​ຈຸດຈົບ​ຂອງ​ບັນດາ​ພະ​ທີ່​ນະຄອນ​ບາບີໂລນ ພະ​ເບັນ​ແລະ​ເນໂບ ທີ່​ຄັ້ງ​ໜຶ່ງ ຊາວ​ນະຄອນ​ໄດ້​ຂາບໄຫວ້ ແຕ່​ບັດນີ້ ພະ​ເຫຼົ່ານັ້ນ​ຖືກ​ບັນທຸກ​ໃສ່​ຫລັງ​ລໍ ເປັນ​ພາລະໜັກ​ໃຫ້​ສັດ​ທີ່​ກຳລັງ​ອິດເມື່ອຍ.


ປະຊາຊົນ​ໄຂ​ກະເປົາ ແລະ​ຖອກ​ຄຳ​ອອກ​ມາ ຊັ່ງ​ເບິ່ງ​ນໍ້າໜັກ​ເງິນ​ໃສ່​ຊິງ​ທີ່​ພວກເຂົາ​ມີ​ນັ້ນ. ພວກເຂົາ​ຈ້າງ​ຊ່າງ​ຫລອມ​ຄຳ​ໃຫ້​ເຮັດ​ເປັນ​ຮູບພະ ແລ້ວ​ກໍ​ຂາບໄຫວ້​ຮູບພະ​ທີ່​ໄດ້​ສ້າງ​ຂຶ້ນ​ມາ.


ເພາະສະນັ້ນ ‘ຈົ່ງ​ບອກ​ຊາວ​ອິດສະຣາເອນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ຄື: ຈົ່ງ​ກັບຄືນ​ມາ​ສາ ແລະ​ປະຖິ້ມ​ຮູບເຄົາຣົບ​ອັນ​ໜ້າກຽດຊັງ​ຂອງ​ພວກເຈົ້າ​ນັ້ນ​ເຖີດ.


ເຮົາ​ຈະ​ເອົາ​ນໍ້າ​ສະອາດ​ຫົດສົງ​ພວກເຈົ້າ​ໃຫ້​ພົ້ນ​ມົນທິນ​ທັງໝົດ ອັນ​ເນື່ອງ​ມາ​ຈາກ​ການຂາບໄຫວ້​ຮູບເຄົາຣົບ.


ພວກເຂົາ​ຈະ​ໂຍນ​ເງິນ​ແລະ​ຄຳ​ຂອງຕົນ​ຖິ້ມ ຕາມ​ທ້ອງ​ຖະໜົນ​ຫົນທາງ​ດັ່ງ​ຖິ້ມ​ຂີ້ເຫຍື້ອ ຍ້ອນ​ວ່າ​ທັງ​ເງິນ​ແລະ​ຄຳ​ຊ່ວຍ​ພວກເຂົາ​ບໍ່ໄດ້​ອີກ​ແລ້ວ ເມື່ອ​ພຣະເຈົ້າຢາເວ​ຖອກເທ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ. ພວກເຂົາ​ໃຊ້​ມັນ​ໃຫ້​ຕອບ​ສະໜອງ​ຄວາມ​ຕ້ອງການ​ບໍ່ໄດ້ ຫລື​ໃຫ້​ກະເພາະ​ອີ່ມ​ຍ້ອນ​ເງິນຄຳ​ບໍ່ໄດ້. ເງິນ​ແລະ​ຄຳ​ພາ​ໃຫ້​ພວກເຂົາ​ເຮັດ​ບາບ.


ເອຟຣາອິມ​ເອີຍ ເຮົາ​ຈະ​ບໍ່​ກ່ຽວກັບ​ຮູບເຄົາຣົບ​ຕໍ່ໄປ; ເຮົາ​ຈະ​ຕອບ​ຄຳພາວັນນາ​ອະທິຖານ​ແລະ​ດູແລ​ພວກ​ເຂົາ; ເຮົາ​ຈະ​ເປັນ​ທີ່ເພິ່ງ​ໃຫ້​ພວກເຂົາ ດັ່ງ​ຕົ້ນໄມ້​ໃບ​ຂຽວສົດ ເຮົາ​ເປັນ​ບໍ່ເກີດ​ແຫ່ງ​ພຣະພອນ​ຂອງ​ພວກເຂົາ​ທັງສິ້ນ.”


ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ພວກເຂົາ​ສະທ້ານ​ຢ້ານກົວ. ພຣະອົງ​ຈະ​ທຳລາຍ​ບັນດາ​ພະ​ໃນ​ແຜ່ນດິນ​ໂລກ ລົງ​ສູ່​ການ​ບໍ່ມີ​ປະໂຫຍດ ແລະ​ຕໍ່ໄປ ທຸກໆ​ຊົນຊາດ​ກໍ​ຈະ​ນະມັດສະການ​ພຣະອົງ​ໃນ​ດິນແດນ​ຂອງ​ຕົນເອງ.


ໃນ​ເວລາ​ນັ້ນ ປະຊາຊົນ​ກໍ​ຈະ​ເວົ້າ​ກັບ​ພູ​ທັງຫລາຍ​ວ່າ, ‘ຈົ່ງ​ເຈື່ອນ​ລົງ​ມາ​ທັບ​ພວກເຮົາ​ສາ’ ແລະ​ເວົ້າ​ກັບ​ໂນນ​ພູ​ທັງຫລາຍ​ວ່າ ‘ຈົ່ງ​ປົກບັງ​ພວກເຮົາ​ໄວ້​ເທີ້ນ.’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka